Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນະຄອນຫຼວງ ຈະສ້າງຕຶກບ່ອນຈອດລົດ 7 ຊັ້ນ ໃຈກາງເມືອງ !
Anonymous

Date:
ນະຄອນຫຼວງ ຈະສ້າງຕຶກບ່ອນຈອດລົດ 7 ຊັ້ນ ໃຈກາງເມືອງ !


 

 

ເນື້ອທີ່ດິນເຂດຮ່ອງທອງ ຈະເປັນສະຖານທີ່ຈອດລົດ

 

ພິທີ​ເຊັນ​ສັນຍາ​ສຳ​ປະທານ​ເນື້ອທີ່​ດິນ​ສວນ​ຮ່ອງ​ທອງ ຈຳນວນ 2.546 ຕາ​ແມັດ ຢູ່​ບ້ານ​ຫັດສະດີ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ລະຫວ່າງ​ພະ​ແນກ​ແຜນການ ແລະ ການ​ລົງທຶນ​ນະຄອນຫຼວງ ກັບ​ນາງ ທິບ​ພາ​ພອນ ດິດ​ຍະ​ວົງ ນັກທຸລະກິດ​ໜຸ່ມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 24 ພຶດສະພາ 2013 ຜ່ານ​ມາ ຢູ່​ທີ່​ໂຮງແຮມ​ລັດສະໝີ ພລາ​ຊາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ຊ້ອງ​ໜ້າ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ມີ​ເຈົ້າເມືອງ​ຈັນທະ​ບູ​ລີ ຮອງ​ເຈົ້າເມືອງ ຮອງ​ຫົວໜ້າ​ພະ​ແນກ​ແຜນການ ແລະ ການ​ລົງທຶນ ພະນັກງານ​ທີ່​ກ່ຽວຂ້ອງ ແຂກ​ຖືກ​ເຊີນ.

ການ​ເຊັນ​ສັນຍາ​ເທື່ອ​ນີ້ ແມ່ນ​ເພື່ອ​ພັດທະນາ​ເຂດ​ດິນ​ສວນ​ຮ່ອງ​ທອງ ໃຫ້​ກາຍເປັນ​ສະຖານທີ່​ຈອດ​ລົດ ແລະ ຫ້ອງການ ຫ້ອງ​ຂາຍເຄື່ອງ​ທີ່​ລະນຶກ ໂດຍ​ໃຫ້​ສຳ​ປະທານ 35 ປີ ໃນ​ມູນ​ຄ່າ​ທັງ​ໝົດ 4.500.000 ໂດ​ລາ​ສະຫະລັດ ທັງ​ນີ້​ເພື່ອ​ເປັນ​ການ​ອີງໃສ່​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ ແລະ ການ​ເພີ່ມ​ຂຶ້ນ​ຂອງ​ຍານພາຫະນະ​ຢູ່​ໃນ​ນະຄອນຫຼວງ​ວຽງ​ຈັນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ເພາະສະນັ້ນ ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຍານພາຫະນະ​ທີ່​ເພີ່ມ​ຂຶ້ນ​ນີ້ ທ່ານ​ນາງ ທິບ​ພາ​ພອນ ດິດ​ຍະ​ວົງ ນັກທຸລະກິດ​ຍິງ​ໜຸ່ມ ຈຶ່ງ​ໄດ້​ລົງທຶນ​ສະເໜີ​ສຳ​ປະທານ​ເນື້ອທີ່​ດິນ​ດັ່ງກ່າວ ທີ່​ເປັນ​ດິນ​ລັດ​ຄຸ້ມ​ຄອງ​ທັງ​ໝົດ.

 

 

 

A  45 million dollar, seven level car parking facility is to be constructed in the heart of Vientiane Capital in an effort to solve the parking crisis of downtown, which continues to worsen.The building is planned to be constructed in Hongthong area, occupying a total of 2,546 square metres in Hudsady village of Chanthabouly district, an area densely populated by offices and not far from the Ta Lat Sao Shopping Mall.

A young businessperson, Mrs Thipphaphone Dithyavong, told the press yesterday that she will invest US$4.5 million in the construction of the seven-storey car park building, which she expects to complete next five years. The signing ceremony of a 35-year land lease to host the building was held at Rasmy Plaza hotel in Vientiane Capital last Friday between the Vientiane Department of Planning and Investment and Mrs Thipphaphone. The function was witnessed by Vientiane vice Mayor Keophilavanh Aphaylath and other high-ranking officials. Presently, there are more than 500,000 vehicles in Vientiane Capital alone, almost half the total nationwide, with an average annual growth rate of 15-20%.

The monthly rent for private companies operating parking services in the parking area of Ta Lat Sao Morning Market Shopping Mall is around US$3,000, an employee of the parking section, Ms Phouy said yesterday. The first two hours for a car parked there costs 5,000 kip and then following hours are charged at 3,000 kip, she said.

Mrs. Thippaphone shows remarkable foresight in constructing this parking facility, which is sure to be a successful business venture and will help to alleviate traffic congestion in Vientiane.

 



__________________
Anonymous

Date:
RE: ນະຄອນຫຼວງ ຈະສ້າງຕຶກບ່ອນຈອດລົດ 7 ຊັ້ນ ໃຈກາງເມືອງ !


ສະແດງຄວາມດີໃຈນໍາຊາວນະຄອນຫລວງວຽງຈັນທີ່ຈະໄດ້ຊົມໃຊ້ບອ່ນຈອດຣົຖທີ່ທັນສະໃໝ

ແລະຂໍຊົມເຊີຍທ່ານນາງປຸ້ຍທີ່ຈົກເງິນອອກມາພັດທະນາບ້ານເມືອງໃຫ້ຈະເລີນ.



__________________
Anonymous

Date:

 

ກ່ອນອື່ນກໍ່ຊົມເຊີຍທີ່ມີການພັດທະນາດ້ານໂຄງສ້າງພື້ນຖານ ເພື່ອຕອບສະໜອງ

ໃຫ້ແກ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ທັງເຮັດໃຫ້ການຈອດລົດໃນຕົວເມືອງ

ເຂົ້າສູ່ຄວາມເປັນລະບຽບ

ຕາມອ່ານເບີ່ງບົດຂ່າວທີ່ເປັນພາສາອັງກິດຢູ່ໃນກະທູ້ນີ້ປາກົດວ່າຂັດກັນເນາະ

ຫຼືວ່າເປັນຍ້ອນຜູ້ຂ້າບໍ່ເກັ່ງພາສາອັງກິດບໍ ເລີຍຕີຄວາມໝາຍບໍ່ອອກບໍ

 

A  45 million dollar....

....she will invest US$4.5 million in the construction of the seven-storey car park building.....

 



__________________
Anonymous

Date:

ຂໍໃຫ້ສ້າງເປັນບ່ອນຈອດລົດແທ້ໆເດີ ຢ່າສູ່ໄປເຮັດຄືຕະລາດວັງທອງສຳປະທານວ່າຊີ່ເຮັດສູນການຄ້າສຸດທ້າຍໄປສ້າງເປັນຕະລາດຂາຍອາຫານສຸກ ບໍ່ສົມລາຄາ ທ່ານ ພູວົງ ຂີ້ໂມ້ວ່າຊີ່ສ້າງແຂ່ງ ຕະລາດເຊົ້າມອລ ຄັນແມ່ນນັກລົງທຶນຜູ້ທີ່ມີຄວາມສາມາດ ແລະຕັ້ງໃຈພັດທະນາແທ້ ໃຜຊີ່ໄປສ້າງເຮືອນເປັນຫຼັງໆ ປານບ້ານພັກຄືແນວນັ້ນ ມັນບໍ່ຄຸ້ມຄ່າການລົງທຶນເພາະເນື້ອທີ່ດີນຈຳກັດຈຶ່ງເຮັດໃຫ້ມູນຄ່າໃຫ້ເຊົ່າແພງຂຶ້ນ ຢ່າງນ້ອຍຕ້ອງສ້າງ 10 ຊັ້ນຂຶ້ນໄປ ແລະມີບ່ອນຈອດລົດຄັກແນ່ ອັນນີ້ໄປສ້າງຄວາມຫຍຸ້ງຍາກໃນການສັນຈອນທີ່ສຸດຢູ່ຖະໜົນຕໍ່ໜ້າຕະລາດເພິ່ນ ສົງໃສສຳປະທານເພື່ອຂາຍກຳມະສິດຕໍ່ຊື່ໆດອກ



__________________
Anonymous

Date:

ເລີ່ມລົງມື ມື້ໃດ ແລະຈະສຳເສັດປີໃດ ?

ຫັວງວ່າ ບ່ອນຈອດລົດ 7 ຊັ້ນ ຄ່າຈອດລົດ ຄືຈະບໍ່ແພງ ແລະມີລະບົບຄວາມປອດໄຟ ຄົບຊຸດນໍ



__________________
Anonymous

Date:

Anonymous wrote:

ເລີ່ມລົງມື ມື້ໃດ ແລະຈະສຳເສັດປີໃດ ?

ຫັວງວ່າ ບ່ອນຈອດລົດ 7 ຊັ້ນ ຄ່າຈອດລົດ ຄືຈະບໍ່ແພງ ແລະມີລະບົບຄວາມປອດໄຟ ຄົບຊຸດນໍ


 ຊົ່ວໂມງທຳອິດ 3000ກີບ ແລະ ຖັດໄປ ຊົ່ວໂມງລະ 2000 ກີບ ວ່າຊັ້ນ



__________________
Anonymous

Date:

ສະຫຼຸບແລ້ວສຳປະທານດີນລັດໄປ ແລ້ວຈະເສຍຄ່າເຊົ່າດີນໃຫ້ລັດປີລະເທົ່າໃດ

ໃນເນື້ອທີ່ດີນດັ່ງກ່າວ ມີບ້ານເຮືອນອາໃສຢູ່ຈັກຫຼັງຄາເຮືອນ ຖ້າມີໆການຊົດໃຊ້ຄືນ

ສົມເຫດສົມຜົນຫຼືບໍ່. ເທົ່ານັ້ນແຫລະທີ່ຂ້ອຍຢາກຮູ້

ເບື່ອໜ່າຍນຳໂຄງການທີ່ໂກຍເອົາຊັບສີນລັດເປັນຂອງສ່ວນໂຕ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard