Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດຈີນ
Anonymous

Date:
ລົດຈີນ

ຢາກຮູ້ວ່າ ລົດຈັກຈີນ ລອງເຊີນ ບໍ່ຮູ້ວ່າພາສາອັງກິດຂຽນ Longshen ຫຼືບໍ່ ແລະ ຍີ່ຫໍ້ ເພເກີນ(ພາສາອັງກິດຂຽນແນວໃດ?) ເປັນຮູບແນວໃດ? ໃຜຮູ້ກໍຂໍໃຫ້ເອົາຮູບມາໃຫ້ເບິ່ງແດ່.  ຂໍຂອບໃຈ.

__________________
Anonymous

Date:

Anonymous wrote:

 ເຫັນເພີ່ນໂຄສະນາຢູ່ໂທລະທັດ ແລະ ນສພ

ເຟເກີນ ບໍ່ແມ່ນເພເກີນ FACON

ຖ້າບໍ່ຖືກກໍ່ຂໍອະໄພເດີ່ ເບີ່ງຄືນນຳໂທລະທັດ, ນສພ ຕື່ມເດີ່

__________________
Anonymous

Date:

14193949297.jpg

__________________
Anonymous

Date:

ຖ້າມີເງິນ ຈະຊື້ລົດຂາຍຊາ(Kaisa)ປີ 2014 ມາຂີ່ມ່າຍສາວນາຄູນນ້ອຍ.

article-2105868-11E34C37000005DC-494_634x286.jpg

__________________
Anonymous

Date:

ຢູ່ອາເມຣິກາ ລົດທີ່ຜລິດຈາກຈີນເຂົາຫ້າມນຳເຂົ້າ ເພາະວ່າບໍ່ໄດ້ຄຸນະພາບທີ່ສາກົນຕັ້ງໄວ້.

ຕາມປວັດທີ່ເຂົາຂຽນເອົາໄວ້ວ່າ ໃນປິ 72 ອາເມຣິກາຮັບເອົາລົດຈີນນຳເຂົ້າປະເທດ 2 ພັນ

ຄັນ, ແຕ່ເຂົາບໍ່ໄດ້ລະບຸຊື່ແລະຫຍີ່ຫໍ້, ເພື່ອທົດລອງຂາຍ. ປະກົດວ່າໄດ້ຂາຍອອກບໍ່ທັນໝົດ

2 ພັນຄັນນັ້ນ,  ມວນທີ່ຂາຍອອກໄປແລ້ວນັ້ນເຈົ້າຂອງຫຼືຜູ້ທີ່ຊື້ໄປຕ່າງກໍທະຍອຍກັນເອົາ

ລົດມາສົ່ງຄືນ ເພາະມີສາລະພັດບັນຫາ. ນັບຕັ້ງແຕ່ນັ້ນມາອາເມຣິກາບໍ່ຍອມໃຫ້ນຳເອົາລົດ

ຈີນເຂົ້າມາຂາຍໃນປະເທດຂອງເຂົາ.

__________________
Anonymous

Date:

ຂອບໃຈຫຼາຍໆເດີ້ ທີ່ຕອບໄດ້ໄວທັນໃຈດີ.  ຄັກຫຼາຍ ມີຮູບງາມໆມາໃຫ້ເບິ໋ງພ້ອມ.

__________________
Anonymous

Date:

ຄົນທີ່ສົ່ງໜັງສືໃຫ້ຂຽນວ່າ ເພເກືນ. ຍ້ອນຂໍ້ມູນທີ່ເຈົ້າໃຫ້ມາຂ້ອຍໄປຊອກເບິ່ງ ແລ້ວເຫັນວ່າ ເຂົາເຈົ້າຂຽນວ່າ FALCON.  ຂໍຂອບໃຈຫຼາຍໆອີກເທື່ອນຶ່ງ.

 ຂໍລອງເດົາເດີແດ່. ຜູ່ຕັ້ງບົດຢູ່ນະຄອນຫລວງວຽງຈັນ ຜູ່ຢາກໄດ້ລົດຢູ່ເມືອງແສນ, ແມ່ນບໍ່?

__________________
Anonymous

Date:

ບໍ່ແມ່ນ.  ຢູ່ທາງຕາເວັນຕົກ ເມືອງນົກອິນຊີພຸ້ນ.

__________________
Anonymous

Date:

Anonymous wrote:

ຢູ່ອາເມຣິກາ ລົດທີ່ຜລິດຈາກຈີນເຂົາຫ້າມນຳເຂົ້າ ເພາະວ່າບໍ່ໄດ້ຄຸນະພາບທີ່ສາກົນຕັ້ງໄວ້.

ຕາມປວັດທີ່ເຂົາຂຽນເອົາໄວ້ວ່າ ໃນປິ 72 ອາເມຣິກາຮັບເອົາລົດຈີນນຳເຂົ້າປະເທດ 2 ພັນ

ຄັນ, ແຕ່ເຂົາບໍ່ໄດ້ລະບຸຊື່ແລະຫຍີ່ຫໍ້, ເພື່ອທົດລອງຂາຍ. ປະກົດວ່າໄດ້ຂາຍອອກບໍ່ທັນໝົດ

2 ພັນຄັນນັ້ນ,  ມວນທີ່ຂາຍອອກໄປແລ້ວນັ້ນເຈົ້າຂອງຫຼືຜູ້ທີ່ຊື້ໄປຕ່າງກໍທະຍອຍກັນເອົາ

ລົດມາສົ່ງຄືນ ເພາະມີສາລະພັດບັນຫາ. ນັບຕັ້ງແຕ່ນັ້ນມາອາເມຣິກາບໍ່ຍອມໃຫ້ນຳເອົາລົດ

ຈີນເຂົ້າມາຂາຍໃນປະເທດຂອງເຂົາ.

ມັນກະສົມລາຫັ້ນແລ້ວ

 ຕາມທີ່ໄດ້ຍິນຜູ່ໃຫຍ່ເວົ້າສູ່ຟັງ ປີ 1972 ຈີນກັບອາເມຣິກາຫາກໍ່ສ້າງສາຍສໍາພັນກັນໂດຍທ່ານເມົາເຊີນນິກສັນ

ໄປຢາມ ບໍ່ທັນມີການຮ່ວມມືຄ້າຂາຍຫຍັງເທື່ອ. ລົດ Hongqi ແມ່ນລົດທີ່ຜະລິດຂຶ້ນມາໃຫ້ຜູ່ນໍາຈໍານວນນຶ່ງຂີ່

ຄົນທົ່ວໄປຍັງຂີ່ລົດຖີບຢູ່. ໂທດເດີຖ້າເຂົ້າໃຈຜິດ

__________________
Anonymous

Date:

ຕາມຂອ້ຍຄິດ ມາດຕະຖານ ຂອງຈີນ ມີຫລາຍຢ່າງ

ຂອ້ຍໃຊ້ລົດແກ່ດິນຈີນ ຈັກກາຊວນ ສູບດຽວ ໃຂ້ຕໍ່ເນື່ອງກັນ

8ປີແລ້ວ ຈັກບໍ່ມີບັນຫາຫຍັງ ເຄີຍປ່ຽນແຕ່ງຢາງ ຂອ້ຍວ່າເໝາະສົມ

ກັບບ້ານເຮົາ ລາຄາກໍບໍ່ແພງ ລົດມືສອງຈາກ ຍີ່ປຸ່ນ ແພງກວ່າ.

__________________
Anonymous

Date:

Anonymous wrote:
Anonymous wrote:

ຢູ່ອາເມຣິກາ ລົດທີ່ຜລິດຈາກຈີນເຂົາຫ້າມນຳເຂົ້າ ເພາະວ່າບໍ່ໄດ້ຄຸນະພາບທີ່ສາກົນຕັ້ງໄວ້.

ຕາມປວັດທີ່ເຂົາຂຽນເອົາໄວ້ວ່າ ໃນປິ 72 ອາເມຣິກາຮັບເອົາລົດຈີນນຳເຂົ້າປະເທດ 2 ພັນ

ຄັນ, ແຕ່ເຂົາບໍ່ໄດ້ລະບຸຊື່ແລະຫຍີ່ຫໍ້, ເພື່ອທົດລອງຂາຍ. ປະກົດວ່າໄດ້ຂາຍອອກບໍ່ທັນໝົດ

2 ພັນຄັນນັ້ນ,  ມວນທີ່ຂາຍອອກໄປແລ້ວນັ້ນເຈົ້າຂອງຫຼືຜູ້ທີ່ຊື້ໄປຕ່າງກໍທະຍອຍກັນເອົາ

ລົດມາສົ່ງຄືນ ເພາະມີສາລະພັດບັນຫາ. ນັບຕັ້ງແຕ່ນັ້ນມາອາເມຣິກາບໍ່ຍອມໃຫ້ນຳເອົາລົດ

ຈີນເຂົ້າມາຂາຍໃນປະເທດຂອງເຂົາ.

 ຕາມທີ່ໄດ້ຍິນຜູ່ໃຫຍ່ເວົ້າສູ່ຟັງ ປີ 1972 ຈີນກັບອາເມຣິກາຫາກໍ່ສ້າງສາຍສໍາພັນກັນໂດຍທ່ານເມົາເຊີນນິກສັນ

ໄປຢາມ ບໍ່ທັນມີການຮ່ວມມືຄ້າຂາຍຫຍັງເທື່ອ. ລົດ Hongqi ແມ່ນລົດທີ່ຜະລິດຂຶ້ນມາໃຫ້ຜູ່ນໍາຈໍານວນນຶ່ງຂີ່

ຄົນທົ່ວໄປຍັງຂີ່ລົດຖີບຢູ່. ໂທດເດີຖ້າເຂົ້າໃຈຜິດ

 ກໍນິກສັນໄປຢ້ຽວຢາມຈີນແລ້ວຮັບປາກຈີນວ່າຈະທົດລອງເປີດຕລາດລົດໃຫນຈີນຢູ່ອາເມຣິກາ, ອາດເປັນ

ການເມືອງແຊກຊືມເພາະ ນິກສັນຕ້ອວການໃຫ້ຈີນຢຸດການຊ່ວຍເຫຼືອແລະສົ່ງອາວຸດໃຫ້ວຽດນາມເໜືອ, ພໍ

ເຖິງ 73 ສະຫະຣັດປະກາດຈະຖອນກຳລັງທະຫານອອກຈາກວຽດນາມໃຫ້ສິ້ນສຸດໃນປີ 74 ອາເມຣິກາກໍເລີຍ

ບໍ່ອະນຸຍາດນຳລົດຈີນເຂົ້າປະເທດອີກຈົນເຖິງທຸກມື້ນີ້.

__________________
Anonymous

Date:

ລົດຈີນມີຫຼາຍມາດຕະຖານ ແລະ90% ຂອງໂຮງງານຜະລິດລົດຈີນແມ່ນຫຸ້ນສ່ວນກັບບໍລິສັດລົດຍີ່ຫໍ້ດັງໆຂອງໂລກ ຂ້ອຍໃຊ້ລົດຈີນຍີ່ຫໍ້ Asvil ມາໄດ້ເກືອບ 5ປີແລ້ວໃຊ້ດີບໍ່ມີປັນຫາຫັຍງ ດີກວ່າລົດເກົາຫຼີທີ່ເຄີຍໃຊ້ມາຫຼາຍຄັນມັກມີບັນຫາເລື້ອງແອເຢັນ ນີ້ແມ່ນບາງຕົວຢ່າງລົດຈີນທີ່ບຸກຕະລາດໂລກ

mg3-mod-oct-and-weave-brindleyplaceລົດຈີນຂາຍໃນອັງກິດ2d6a1dd6c5a110590f560ae3647e6b903.jpgບແມ່ນຮຽນແບບ BMW ແຕ່ແມ່ນບໍລິສັດຫຸ້ນສ່ວນກັນ

brilliancebs6front.jpgຫຸ້ນສ່ວນກັບ Volvo

__________________
Anonymous

Date:

vw ແລະອີກຫຼາຍບໍຣິສັດຂອງເຢີຮະມັນໄປຕັ້ງໂຮງງານຢູ່ຈີນສິບ ໆປີແລ້ວ

ຄົນຈີນເຂົາຮຽນຮູ້ເທັກໂນໂລຈີຂອງພວກຢູໂຣບມາຢ່າງແຈ່ມແຈ້ງ

ເຂົາຊິເຮັດຣົດໄປຕີຕະຫຼາດໂລກແຂ່ງກັບພວກຝຣັ່ງ  

ເຂົາຄືຊິບໍ່ເຮັດຣົຖກະປ໋ອງອອກມາໃຫ້ອາຍໂລກດອກຕີ

ບໍ່ແມ່ນເຮັດແຮນດີ້້ປອມອອກມາຂາຍໃນປະເທດ ກັບສົ່ງໄປຂາຍຕາມປະເທດໂລກທີສາມເດີ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard