Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕຳຫລວດໄທ ໄວທັນຄັວນ ທຽບເທົ້າລະດັບສາກົນ.
Anonymous

Date:
ຕຳຫລວດໄທ ໄວທັນຄັວນ ທຽບເທົ້າລະດັບສາກົນ.


ຄະດີການຫາຍສາບສູນຂອງ ນາຍ ເອກກະຢຸດ ນັກການເມືອງແລະທຸລະກິດຂອງປະເທດໄທທີ່ຫາຍສາບສູນ

ໄປເມື່ອ 4-5 ມື້ຜ່ານມານັ້ນ, ທາງໜ່ວຍສຶບສວນແລະສອບສວນຄະດີຂອງຕຳຫລວດໄທສາມາດຈັບກຸມຜູ້

ຕ້ອງຫາແລະພົບເຫັນຊາກສົບຂອງ ນາຍ ເອກກະຢຸດ ໄດ້ຮຽບຮ້ອຍແລ້ວ.   ທຸກຢ່າງທີ່ໄດ້ເບາະແສຂອງຄົນ

ຮ້າຍແລະຮູບຄະດີແມ່ນໄດ້ມາຈາກກ້ອງວົງຈອນປິດເປັນຈຸດເລີ່ມຕົ້ນ. ຕຳຫລວດໄທສົມເປັນຜູ້ພິທັກສັນຕິ

ລາດແລະຮັກສາກົດໝາຍທີ່ມີຝີມືຂັ້ນມາດຕະຖານສາກົນທີ່ສາມາດຈັບກຸມຄົນຮ້າຍ ແລະ ນຳເອົາຊາກສົບ

ມາໃຫ້ຄອບຄົວແລະຍາດພີ່ນ້ອງເພື່ອທຳພິທີສົ່ງສະການຕາມປະເພນີ.

ແຕ່ກົງກັນຂ້າມກັບ ຕຳຫລວດ ປກສ ລາວ ທີ່ສອບສວນແລະສືບສວນຄະດີການລັກພາໂຕຂອງ ທ່ານສົມ

ບັດ ສົມພອນ ຜ່ານມາ 6 ເດືອນແລ້ວ ບໍ່ມີຫຍັງຄືບໜ້າ ທັງໆທີ່ນະຄອນຫລວງວຽງຈັນເປັນເມືອງນ້ອຍໆ

ກ່ອນກຸງເທບຮ້ອຍເທົ່າ ກໍຍັງບໍ່ເຫັນທັງລົດທັງຄົນ,   ທັງໆມີພາບບັນທຶກຈາກກ້ອງວົງຈອນປິດທີ່ຈະເປັນ

ກະແຈດອກສຳຄັນໃຫ້ແກ່ການສືບສວນຢູ່ແລ້ວ. ຕຳຫລວດລາວຄວນເອົາຕົວຢ່າງຕຳຫລວດໄທເພື່ອຮັກ

ສາກົດໝາຍແລະຄວາມປອດໄພຂອງປະຊາຊົນລາວ.



__________________
Anonymous

Date:

ຫນັງສືພິມຜູ້ຈັດການອອນລາຍ ອອກຂ່າວວ່າ:ຕຳຫລວດລາວມືດແປດດ້ານ ເລື່ອງ ດຣ ສົມບັດ ສົມພອນ ກະແມ່ນແທ້ໆ ຫົກເດືອນເບາະແສຫຍັງກະບໍໄດ້ ລົດຫາຍ ຄົນກ່ຽວຂ້ອງງຽບ ສົມທຽບສິມືກັບຕຳຫລວດໄທ ແລ້ວຍັງຫ່າງຊັ້ນຫລາຍເທົ່າ ຖ້າສົມທຽບກັນຕຳຫລວດສາກົດ ພັດແຮງໄກເຂົາມີເຄືອງມືທັນສະໄຫມຊ່ອຍ ບາດເຈົ້າຣາຊາຢາເສບຕິດທີ່ຈິນຕ້ອງການຕົວ ພັດສາມາດຈັບໄດ້ ສົງໃສບໍມີຜູ້ມີອິດທິພົນຢູ່ທາງຫລັງເລີຍເຮັດວຽກງ່າຍ ສ່ວນຄະດີ ໃຫຍ່ໆທີເກິດໃນເມືອງລາວ ຫາຍາກຊິແກ້ໄຂໄດ້ສົງໃສ ພວກມີອຳນາດຢູ່ທາງຫລັງ ຈັງຫຍູ້ງຍາກ ຄັນຈັບລະດັບລັດຖະມົນຕີໄດ້ຂ້ໍຫາໂກງບ້ານກິນເມືອງໄດ້ມາລົງໂທດໃບຫນ້າໃບຕາຕຳຫລວດລາວຄືຊິເດັ່ນຂຶ້ນໃນສາຍຕາຊາວໂລກ.  



__________________
Anonymous

Date:

ລໍຖ້າເບິ່ງເຈົ້າໜ້າທີ່ໄທຈະດຶງເອົາຜູ້ບົ່ງການອອກມາຂຶ້ນສານຮັບໂທດໃນຂັ້ນຕໍ່ໄປ, ດັ່ງທີ່ ທ່ານລອງນາຍົກ

ໄທໄດ້ເວົ້າວ່າ ບໍ່ມີເຈົ້າສົວຄົນໃດຈະໃຫຍ່ແລະຢູ່ເໜືອກົດໝາຍໄດ້. ເກ່ງອິຫຼີເຈົ້າໜ້າທີ່ໄທ.



__________________
Anonymous

Date:

Anonymous wrote:

ລໍຖ້າເບິ່ງເຈົ້າໜ້າທີ່ໄທຈະດຶງເອົາຜູ້ບົ່ງການອອກມາຂຶ້ນສານຮັບໂທດໃນຂັ້ນຕໍ່ໄປ, ດັ່ງທີ່ ທ່ານລອງນາຍົກ

ໄທໄດ້ເວົ້າວ່າ ບໍ່ມີເຈົ້າສົວຄົນໃດຈະໃຫຍ່ແລະຢູ່ເໜືອກົດໝາຍໄດ້. ເກ່ງອິຫຼີເຈົ້າໜ້າທີ່ໄທ.


 ໄທແມ່ນຣາຊາທິປະໄຕ ມັນຈຶ່ງຕ່າງກັບລະບອບປະຊາຊົນເປັນເຈົ້າ.ກົດໝາຍຕ້ອງຢູ່ໄຕ້ອຳນາດຂອງເຈົ້າປະຊາຊົນ.

 



__________________
Anonymous

Date:

ຕຳລວດໄທລົ້ມເຫຼວກໍ່ມີບັກຫຼາຍໆ ເຊັ່ນຄະດີ ທະນາຍ ສົມຊາຍ ຊອກບໍ່ເຫັນປານນີ້



__________________
Anonymous

Date:

Anonymous wrote:

ຕຳລວດໄທລົ້ມເຫຼວກໍ່ມີບັກຫຼາຍໆ ເຊັ່ນຄະດີ ທະນາຍ ສົມຊາຍ ຊອກບໍ່ເຫັນປານນີ້


 ເຫັນໃຈຕຳຫຼວດລາວ

ແນວຫົວໜ້າສັ່ງໃຫ້ເຮົາເປັນແນວນີ້ ມີບໍທີ່ເຮົາຊິກ້າຂັດຂືນ

ລະບົບປະເທດພັກດຽວ ຝັນໄປອີກຫຼາຍໆຊາກເລີຍຊາວລາວເຮົາເອີຍ

ຄົນເກັ່ງໆບໍ່ໄດ້ເຮັດວຽກຕາມຄວາມສາມາດ

ຄົນຄືບ້າພັດໄດ້ເປັນນາຍບັກຫຼາຍໆ

ຄົນດີໆ ບໍ່ມີໃຜເຫັນຄວາມສຳຄັນ ເບິ່ງຂ້າມໄປເລີຍເພາະມັນບໍ່ມີເງິນ

,,,,,,,,,,...........................



__________________
Anonymous

Date:

Anonymous wrote:

ລໍຖ້າເບິ່ງເຈົ້າໜ້າທີ່ໄທຈະດຶງເອົາຜູ້ບົ່ງການອອກມາຂຶ້ນສານຮັບໂທດໃນຂັ້ນຕໍ່ໄປ, ດັ່ງທີ່ ທ່ານລອງນາຍົກ

ໄທໄດ້ເວົ້າວ່າ ບໍ່ມີເຈົ້າສົວຄົນໃດຈະໃຫຍ່ແລະຢູ່ເໜືອກົດໝາຍໄດ້. ເກ່ງອິຫຼີເຈົ້າໜ້າທີ່ໄທ.


 ເວົ້າຂີ້ໂມ້ຊຶ່ໆດອກ , ຢ້ານແມ່ນແພ໋ະ(ແກະ)ຮັບບາບແທ່ນຫຼາຍກວ່າ ມັນຊິກ້າເອົາຫົນສົ້ນຝາຊັນເບາະ ຖ້າຫາກຜູ້ບົ່ການໃຫຍ່ ອີຫຼີ ຄຶດັ່ງກໍລະນີ ທ່ານສົມຊາຍ  ທະນາຍຄວາມຂອງຊາວໃຕ້ ເຖີງປານນີ້ ຍັງມິດຈີລີ້ ມັນຈັກປີແລ້ວ???? ຄະດີ ມືປື້ນ ສໄນເດີ ທີຍີງ ເສແດງ ແລະ ຫົກສົບທີວັດປະທູມທານີ ກໍ່ຍັງມຶດແປດດ້ານຄຶກັນ

ຂີ້ໂມ້ສຸດຂີດ ! 5555555



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard