Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄຳສັບກ່ຽວພັນເລື້ອງ ເປັດ ໄກ່
Anonymous

Date:
ຄຳສັບກ່ຽວພັນເລື້ອງ ເປັດ ໄກ່


ມີຂໍ້ຂ້ອງໃຈກ່ຽວກັບຄຳສັບໜ້ອຍນຶ່ງ ເພາະຈາກບ້ານໄດ້ຫຼາຍປີແລ້ວ.  ຢ່າວ່າຊັ້ນ ວ່າຊີ້ເດີ້.

ຍາມໄກ່ນັ່ງຢູ່ເທິງໄຂ່ນີເອີ້ນແນວໃດ?

ຍາມໄກ່ນ້ອຍແຕກອອກຈາກໄຂ່ນີ້ເອີ້ນແນວໃດ?  ພາສາອັງກິດແມ່ນ hatch. 



__________________
Anonymous

Date:

ທ້ອງຖິ່ນຂ້ອຍເອີ້ນການກະທໍານີ້ວ່າຟັກໄຂ່.



__________________
Anonymous

Date:

incubate. or khai fuc kai.



__________________
Anonymous

Date:

INCUBATION CENTER (ສູນຝັກໄຂ່) 555



__________________
Anonymous

Date:

Anonymous wrote:

ມີຂໍ້ຂ້ອງໃຈກ່ຽວກັບຄຳສັບໜ້ອຍນຶ່ງ ເພາະຈາກບ້ານໄດ້ຫຼາຍປີແລ້ວ.  ຢ່າວ່າຊັ້ນ ວ່າຊີ້ເດີ້.

ຍາມໄກ່ນັ່ງຢູ່ເທິງໄຂ່ນີເອີ້ນແນວໃດ?

ຍາມໄກ່ນ້ອຍແຕກອອກຈາກໄຂ່ນີ້ເອີ້ນແນວໃດ?  ພາສາອັງກິດແມ່ນ hatch. 




ຜູ້ຂ້າກໍ່ອອກໄປຫຼາຍປີເຊັ່ນດຽວກັນ ແຕ່ເພິ່ນຕ້ອງເອີ້ນກັນວ່າແນວນີ້ລະ:                                                                             ຍາມໄກ່ນັ່ງຢູ່ເທິງໄຂ່ນີເອີ້ນແນວໃດ?    ໄກ່ຝັກໄຂ່                                                             ຍາມໄກ່ນ້ອຍແຕກອອກຈາກໄຂ່ນີ້ເອີ້ນແນວໃດ?  ພາສາອັງກິດແມ່ນ hatch.    ໄກ່ນ້ອຍເບາະໄຂ່
ດ້ວຍຄວາມຮັກແພງ!

 



__________________
Anonymous

Date:

ຂ້ອຍດີໃຈທີ່ຄົນອື່ນກໍເວົ້າວ່າ "ເບາະ"ຄືກັນ.   ມີໃຜອີກບໍ່ຢູ່ໃນສະມາຄົມລາວນີ້ທີ່ເອີ້ນວ່າ ເບາະ ຍາມໄກ່ໝົ້ນອອກຈາກໄຂ່? 



__________________
Anonymous

Date:

Anonymous wrote:

ຂ້ອຍດີໃຈທີ່ຄົນອື່ນກໍເວົ້າວ່າ "ເບາະ"ຄືກັນ.   ມີໃຜອີກບໍ່ຢູ່ໃນສະມາຄົມລາວນີ້ທີ່ເອີ້ນວ່າ ເບາະ ຍາມໄກ່ໝົ້ນອອກຈາກໄຂ່? 


 ຍັງມີຢູ່ ແຕ່ເປັນພາສາໄທຊຳເໜືອເຂົາເວົ້າວ່າ  " ເຈາະ " ຫລື " ເຈາະເບົ້າ "

ເພາະຂະເຈົ້າເວົ້າຕາມຄວາມເປັນຈິງ ບໍ່ວ່າ ໄກ່ ຫລື ເປັດ  ແມ່ນໂຕລູກນ້ອຍ

ຢູ່ໃນໄຂ່ນັ້ນໃຊ້ສົບມັນເຈາະເປືອກໄຂ່ໃຫ້ເປັນຮູເທື່ອລະເລັກເທື່ອລະໜ້ອຍຈົນ

ຫຼວມໂຕມັນແລ້ວມັນກໍບືນອອກມາ,    ອັນນີ້ແມ່ນທຳມະຊາດຂອງໄກ່ເພາະ

ມັນມີສົບແຫຼມ.   ສ່ວນໄຂ່ເປັດນັ້ນ  ແມ່ນໄກ່ແມ່ໂຕທີ່ມັນຟັກໄຂ່ໃຫ້ເປັນຜູ້

ສັບແລະເຈາະຮູໃຫ້  ເພາະເປັດມີສົບປູ້ບໍແຫຼມຄືສົບໄກ່.  ດັ່ງນັ້ນໄທຊຳເໜືອ

ເອີ້ນວ່າ ເຈາະເບົ້າ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard