Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສົ່ງຂ່າວຫາໂທລະພາບແຫ່ງຊາດລາວອີກແດ່
ຊະນະໄພ

Date:
ສົ່ງຂ່າວຫາໂທລະພາບແຫ່ງຊາດລາວອີກແດ່

ວານນີ້ຂ້ອຍເບິ່ງຂ່າວພາກຄ່ຳຊ່ອງຂ່າວໂທລະພາບແຫ່ງຊາດລາວ ເຫັນວ່າເນື້ອຫາຂ່າວດີຂຶ້ນ ນັກຂ່າວເວົ້າລ່ຽນໄຫລຂຶ້ນແຕ່ນັກຂ່າວຊາຍຕ້ອງເຮັດວຽກບ້ານກ່ອນອ່ານຂ່າວແດ່ ມີ sub title ປະກອບນຳ ແຕ່ຍັງມີຂໍ້ຜິດພາດຢູ່ຫຼາຍສົມຄົວ ສະເໜີ ທ່ານ ດຣ ບຸນຈອມ ປັບປຸງຄືນແດ່ເລື້ອງການໃຊ້ສັບພາສາລາວ ທັງພາສາເວົ້າ ແລະພາສາຂຽນ

ຕົວຢ່າງ: ເພິ່ນຂຽນວ່າ ລັດທະມົນຕີ ແທນທີ່ຈະຂຽນວ່າ ລັດຖະມົນຕີ

                            ກິລາເຕັກບານ ແທນທີ່ຈະຂຽນວ່າ ກິລາເຕະບານ

                            ອານາຈັກໄທ  ແທນທີ່ຈະຂຽນວ່າ ຣາຊະອານາຈັກໄທ

ໃຜຊ່າງເອົາພາບຂ່າວມາລົງຊ່ວຍເອົາມາລົງປະກອບໃຫ້ແດ່ຂ່າວພາກຄ່ຳວັນທີ່ 11.06.2013 ເວລາ 6:30 ຫາ 7:30 ຜູ້ຂຽນນີ້ແມ່ນຄົນລາວ ຫຼື ຫວຽດ ຈຶ່ງຂຽນພາສາລາວບໍ່ເປັນ ຕ້ອງເຂົ້າໃຈວ່າສື່ມວນຊົນແມ່ນບ່ອນເຜີຍແຜ່ຂໍ້ມູນຂ່າວສານຮອບດ້ານ ສະນັ້ນການໃຊ້ພາສາຕ້ອງໃຫ້ຖືກຕ້ອງຕາມຫຼັກໄວຍະກອນ

ຂໍຂອບໃຈ

__________________
Anonymous

Date:

ຊະນະໄພ wrote:

 biggrin ປະກົດວ່າ ທ່ານ ກໍ່ ຂຽນຜິດ "..ແຕ່ຍັງມີຂໍ້ຜິດພາດຢູ່ຫຼາຍສົມຄົວ.."

__________________
Anonymous

Date:

ເວົ້າກັນຫຼາຍແລ້ວເລື່ອງໄທລະພາບລາວ ກໍ່ຍັງບໍ່ພັດທະນາ.

ໂຄດຫຼ້າຫຼັງ!

__________________
Anonymous

Date:

ຊະນະໄພ wrote:

ວານນີ້ຂ້ອຍເບິ່ງຂ່າວພາກຄ່ຳຊ່ອງຂ່າວໂທລະພາບແຫ່ງຊາດລາວ ເຫັນວ່າເນື້ອຫາຂ່າວດີຂຶ້ນ ນັກຂ່າວເວົ້າລ່ຽນໄຫລຂຶ້ນແຕ່ນັກຂ່າວຊາຍຕ້ອງເຮັດວຽກບ້ານກ່ອນອ່ານຂ່າວແດ່ ມີ sub title ປະກອບນຳ ແຕ່ຍັງມີຂໍ້ຜິດພາດຢູ່ຫຼາຍສົມຄົວ ສະເໜີ ທ່ານ ດຣ ບຸນຈອມ ປັບປຸງຄືນແດ່ເລື້ອງການໃຊ້ສັບພາສາລາວ ທັງພາສາເວົ້າ ແລະພາສາຂຽນ

ຕົວຢ່າງ: ເພິ່ນຂຽນວ່າ ລັດທະມົນຕີ ແທນທີ່ຈະຂຽນວ່າ ລັດຖະມົນຕີ

                            ກິລາເຕັກບານ ແທນທີ່ຈະຂຽນວ່າ ກິລາເຕະບານ

                            ອານາຈັກໄທ  ແທນທີ່ຈະຂຽນວ່າ ຣາຊະອານາຈັກໄທ

ໃຜຊ່າງເອົາພາບຂ່າວມາລົງຊ່ວຍເອົາມາລົງປະກອບໃຫ້ແດ່ຂ່າວພາກຄ່ຳວັນທີ່ 11.06.2013 ເວລາ 6:30 ຫາ 7:30 ຜູ້ຂຽນນີ້ແມ່ນຄົນລາວ ຫຼື ຫວຽດ ຈຶ່ງຂຽນພາສາລາວບໍ່ເປັນ ຕ້ອງເຂົ້າໃຈວ່າສື່ມວນຊົນແມ່ນບ່ອນເຜີຍແຜ່ຂໍ້ມູນຂ່າວສານຮອບດ້ານ ສະນັ້ນການໃຊ້ພາສາຕ້ອງໃຫ້ຖືກຕ້ອງຕາມຫຼັກໄວຍະກອນ

ຂໍຂອບໃຈ

 ໂທດຕົວເອງນັ້ນລະດີກ່ວາ ໄປເບີ່ງ ໃຫ້ເສັຍຄວາມຮູ້ສຶກແລ້ວມາຊອກບັນລະຍາຍ ແລ້ວ ໃຜວ່າໂຕດີເຮີຍ ຮູ້ແລ້ວ ຂອງລາວ ມັນກໍເປັນແບບລາວໆ ເໝືອນຄົນໄທມັນເວົ້ານັ້ນແລ້ວ ເຂົ້າໃຈແລ້ວບໍ

__________________
ຊະນະໄພ

Date:

ຄົນຢູ່ຮ່ວມສັງຄົມດຽວກັນ ຄັນເຫັນຂໍ້ຜິດພາດແລ້ວບໍ່ສົ່ງຂ່າວໃຜຊີ່ຮູ້ຈັກ ຢ່າເອົາຕົວລອດເປັນຍອດດີ ສ່ວນທີ່ຂ້ອຍຂຽນຜິດນັ້ນຂ້ອຍຍອມຮັບເພາະບໍ່ໄດ້ກວດຄືນ ເຊັ່ນຄຳວ່າ: ສົມຄົວ ແທນທີ່ຈະເປັນ ສົມຄວນ

ແຕ່ຂ້ອຍຂຽນຜິດຢູ່ນີ້ບໍ່ມີບັນຫາຫັຍງ ແຕ່ຂຽນຜິດຢູ່ໂທລະພາບແມ່ນປັນຫາລະດັບຊາດ

__________________
Anonymous

Date:

ບໍ່ວ່າຈະເປັນພາສາຂຽນຫຼືພາສາເວົ້າກໍຄວນໃຫ້ຖືກຕ້ອງຕາມຫຼັກໄວຍະກອນ. ດຽວນີ້

ພາສາລາວເຮົາຕົກຕ່ຳແລະຂາດຄຸນນະພາບທີ່ສຸດ, ເພາະບໍ່ວ່າຄົນຂຽນຫຼືເວົ້າ ຕ່າງກໍ

ເອົາໄປຕາມລຳພັງຂອງຕົນເອງ.    ພາສາລາວເປັນພາສາປະຈຳຊາດຂອງພວກເຮົາ

ດັ່ງນັ້ນພວກເຮົາຄວນພາກັນສົ່ງເສີມແລະປົກປັກຮັກສາຄຸນນະພາບຂອງມັນໄວ້ໃຫ້

ເຂັ້ມແຂງ   ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດອັກສອນສາດທີ່ໄດ້ຄົ້ນ

ຄ້ວາແງະປະດິດຄິດແຕ່ງອັກສອນປະຈຳຊາດຂອງພວກເຮົາຂຶ້ນມາເພື່ອເປັນມູນມໍ

ລະດົກໃຫ້ພວກເຮົາ, ແລະຍິ່ງໄປກ່ອນນັ້ນມັນຍັງໄດ້ສະແດງເຖິງຄວາມສີວິໄລຂອງ

ຊາດທີ່ມີອັກສອນເປັນຂອງຕົນເອງມາແຕ່ດຶກດຳບັນ ໂດຍບໍ່ໄດ້ໄປມາໄສໃຊ້ຕົວອັກ

ສອນຂອງຊາດອື່ນ. ບໍ່ແມ່ນເວົ້າໃຫ້ວຽດນາມ, ພວກເຂົາບໍ່ມີຮອດອັກສອນຊາດທີ່

ເປັນຂອງຕົນເອງ ອາໄສອັກສອນຫຼືພະຍັນຊະນະຝຣັ່ງ ຫຼື ໂຣແມນ ມາເປັນອັກສອນ

ຊາດຂອງເຂົາ. ຫລັງຈາກປົດປ່ອຍ ວຽດນາມກໍບໍ່ມີການປ່ຽນແປງອັກສອນແລະໄວ

ຍະກອນຂອງພາສາວຽດຂອງເຂົາເໝືອນດັ່ງກັບລາວເຮົາ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard