Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕົ້ນໄມ້ມີໃບຄ້າຍແມງມ້າ
ຈາກຄົນໄທໄຕ້

Date:
ຕົ້ນໄມ້ມີໃບຄ້າຍແມງມ້າ

ຕອນຂ້າພະເຈົ້າຕອນຍັງນ້ອຍ ເວລານັ້ນອາຍຸໄດ້ຫົກປີ ໄດ້ໄປເຫຼັ້ນຢູ່ປ່າຫົວນາທີ່ເືອງໂພນທອງແຂວງຈຳປາສັກ

ຂ້າພະເຈົ້າເອງໄດ້ເຫັນຕົ້ນໄມ້ນ້ອຍສູງປະມານ 40 ຊັງຕີແມດມີ ໃບຄ້າຍກັບໂຕແມງມ້າທຸກໃບເລີຍແລະໄດ້ຈັບບາຍເບີ່ງດ້ວຍຕົນເອງ

ປະຈຸບັນນີ້ຂ້າພະເຈົ້າໄດ້ເຫົ່ລາສູ່ຫລາຍຄົນຟັງເພີ່ນກໍວ່າເປັນໄປບໍ່ໄດ້ ໝາຍຄວາມວ່າມັນບໍ່ມີຄວາມຈິງ

ແຕ່ໂຕຈິງຂ້າພະເຈົ້າສາບານໄດ້ວ່າເຫັນດ້ວຍຕົນເອງແທ້,ຂ້າພະເຈົ້າເມືອຢາມບ້ານກໍໄປຊອກຫາບ່ອນເຄີຍເຫັນນັ້ນກໍບໍ່ພົບ

ໃນເມື່ອຂາດຫລັກຖານແລ້ວໃຜກໍບໍເຊື່ອ

ຖ້າທ່ານໃດມີຄວາມຮູ້ກ່ຽວກັບເລື້ອງນີ້ຊ່ວຍອະທິບາຍໃຫ້ແດ່

ຂອບໃຈ

__________________
Anonymous

Date:

ຜູ້ຂ້າກໍ່ເປັນເດັກບ້ານນອກ ເຕີບໃຫຍ່ຢູ່ນຳທົ່ງໄຮ່ ທົ່ງນາ

ຢູ່ກີນກັບທຳມະຊາດ ປ່າດົງພົງໄພຕືບໜາປານໃດ ກໍ່ໝົ້ນກໍ່ບຸໄປໝົດ

ດັ່ງນັ້ນຜູ້ຂ້າຈີ່ງເຄີຍເຫັນເຊັ່ນກັນ ໃບໄມ້ປ່ຽນຮູບຊົງເປັນຄືໂຕແມງມ້າ

ແລະ ກໍ່ເໜັງຕີງໄດ້ອີກ ມີແຕ່ວ່າບໍ່ມີໄສ້ ບໍ່ມີພຸງຄືແມງມ້າແທ້.

ເລື່ອງເຫດຜົນທາງດ້ານວິທະຍາສາດ ແລະ ວິວັດທະນາການ ແຕ່ລະຂັ້ນຕອນ

ມັນເປັນໄປ ເປັນມາແນວໃດນັ້ນ ຜູ້ຂ້າກໍ່ງົງຄືກັນ ບໍ່ຮູ້ຄຳອະທິບາຍ

ປະຈຸບັນຄືຊິຫາຍາກແລ້ວທ່ານເອີ່ຍ ທຳມະຊາດຖືກທຳລາຍ ບໍ່ມີຄວາມ

ສົມດູນທາງດ້ານນິເວດວິທະຍາສາແລ້ວ

__________________
Anonymous

Date:

ມີທຳມະຊາດບາງຢ່າງທີ່ກັບກາຍເປັນຢ່າງອື່ນທີ່ຄົນບໍ່ເຊື່ອວ່າເປັນຄວາມຈິງເພາະບໍ່ໄດ້ເຫັນ

ແລະໄດ້ສຳພັດສອ່ງເຫຼົ່ານັ້ນດ້ວຍຕົນເອງ. ເຖິງຈະບໍ່ມີຄົນເຊື່ອຂ້າພະເຈົ້າກໍຈະເລົ່າສູຟັງສິ່ງ

ທີ່ຂ້າພະເຈົ້າເຫັນກັບຕາມາ. ຂ້າພະເຈົ້າເປັນຄົນວັງວຽງເກີດແລະເຕີບໃຫຍ່ຢູ່ບ້ານແຫ່ງນຶ່ງ

ຫ່າງຈາກໂຕເມືອງວັງວຽງໄປທາງເໜືອ 15 ກິໂລແມັດ. ມື້ນຶ່ງໄປໃສ່ເບັດກ່ອງຢູ່ຫ້ວຍແຫ່ງ

ນຶ່ງຫ່າງຈາກບ້ານໄປໄກເຕີບ, ຍາມນັ້ນເປັນຍາມເດືອນ 9 ຝົນຕົກລິນບໍ່ເຊົາ ປັກເບັດຂຶ້ນ

ໄປຕາມຫ້ວຍຈົນໝົດເບັດກ່ອງທີ່ 58 ຄັນທັງໝົດ.    ນັ່ງພັກຜ່ອນປະມານຊົ່ວໂມງປາຍ

ກ່ອນຈະຢາມເບັດແລະກູ້ເບັດກັບຄືນລົງໄປ. ມື້ນັ້ນກໍປະກົດວ່າໄດ້ປາດຸກ ປາກັ້ງ ແລະອ່ຽນ

ເກືອບວ່າທຸກດາງ, ພໍຢາມແລະກູ້ເບັດໝົດແລ້ວກໍກຽມຈະກັບບ້ານ ແຕ່ກັບໄປເຂົ້າໄປປ່າ

ເພື່ອໄປເອົາສົ້ມລົມເພື່ອໄປໃສ່ແກງສົ້ມປາແລະອ່ຽນ. ໃນເວລາທີ່ກຳລັງເດັດເອົາໃບສົ້ມລົມ

ຢູ່ນັ້ນປະກົດວ່າໄດ້ຍິນສຽງດິ້ນຂອງສັດສິ່ງໃດສິ່ງນຶ່ງຢູ່ເທິງງ່າໄມ້ຢູແຄມຫ້ວຍ ຈຶ່ງແນມຕາ

ຂຶ້ນໄປເບິ່ງ, ປະກົດວ່າເປັນໝໍ້ດິນແຂວນຢູ່ງ່າໄມ້ແລະມີສຽງດີ້ນຢູ່ໃນໝໍ້ນັ້ນ. ຍ້ອນຄວາມ

ຊົນຂອງຕົນເອງຈຶ່ງປີນຂຶ້ນໄປປົດເອົາໝໍ້ນັ້ນລົງມາເບິ່ງ, ເຫັນປາດຸກໂຕສ່ຳນິ້ວກ້ອຍນີ້ຢູ່

ເຕັມຢູ່ໃນໝໍ້ນັ້ນ ຈຶ່ງເອົາໄມ້ເຂ່ຍເບິ່ງ.    ເຫັນສາຍແຫ່ຫລືວ່ານ້ອງຄົນຢູ່ໃນໝໍ້ນັ້ນຈຶ່ງສະ

ເດືອກຮູ້ທັນທີຂຶ້ນວ່າ ມັນແມ່ນຄວາມຈິງຕົ້ວນີ້ ອັນທີ່ວ່ານ້ອງຄົນກັບເກີດເປັນປາດຸກທີ່

ຜູ້ເຖົ້າຜູ້ແກ່ແລະຄົນເວົ້າສູ່ຟັງ. ຂ້າພະເຈົ້າກັບມາຮອດເຮືອນກໍເອີ້ນຄົນໄປເບິ່ງ ຈົນຄົນ

ໝົດບ້ານພາກັນໄປເບິ່ງແລະກໍເຫັນນຳກັນໝົດບ້ານ. ປາທີ່ໄປໃສ່ເບັດມາກໍເອົນໃຫ້ໄທ

ບ້ານ ແລະນັບແຕ່ນັ້ນມາຂ້າພະເຈົ້າບໍ່ກິນປາດຸກມາເທົ້າທຸກວັນນີ້.

__________________
Anonymous

Date:

ຫລານຂ້າພະເຈົ້!ອາຍຸປະມານ ມຕົ້ນ ບອກວ່າເຫັນລົດຢຽບແມງມ້າໂຕໃຫຍ່ແລ້ວເຫັນໂຕງູເລຶອ

ອອກມາຈາກທ້ອງແມງມ້າທີ່ແຕກ

__________________
Anonymous

Date:

ນີ້ແມ່ນການປັບຕົວຂອງສັດໃຫ້ເຂົ້າກັບສິງແວດລ້ອມເພື່ອຊ້ອນຕົວບໍ່ໃຫ້ສັດຕູເຫັນແບບທະຫານເອົາຟົດໄມ້ແຊມຕົວຫັ້ນລະ.

ຫຼືເວົ້າອີກແບບນຶ່ງກະຄືເຂົ້າບ້ານຕາຫຼີ່ວຕ້ອງຫຼີ່ວຕາຕາມ.ເຂົ້າຢູ່ກັບໝູ່ເສືອຕ້ອງເຮັດໂຕລາຍຄືມັນ.

ຖ້າໄປແຕ່ງຄືກະຕ່າຍເສືອມັນກະມໍ່າລະບໍ.

__________________
Anonymous

Date:

ແມ່ນຕອນຍັງນ້ອຍຜູ້ຂ້າກະເຄີຍເຫັນກັບໝູ່ເປັນສິບໆພຸ້ນບະ!!ແຕ່ພໍມາໄດ້ຮຽນຈຶ່ງເຂົ້າໃຈ..ເວົ້າງ່າຍໆກະຄືແມງມ້າໄປໄຂ່ໃສ່ໃສ່ຍອດໃບໄມ້ດັ່ງນັ້ນຕາມທັມມະຊາດແດ່ໄຂ່ແລະໃບໄມ້ເຕີບໂຕໄປພ້ອມໆກັນຈຶ່ງເຫັນເປັນແບບນີ້

__________________
Anonymous

Date:

Anonymous wrote:

ຫລານຂ້າພະເຈົ້!ອາຍຸປະມານ ມຕົ້ນ ບອກວ່າເຫັນລົດຢຽບແມງມ້າໂຕໃຫຍ່ແລ້ວເຫັນໂຕງູເລຶອ

ອອກມາຈາກທ້ອງແມງມ້າທີ່ແຕກ

ແມ່ນແທ້ ສີ່ງທີ່ເຈົ້າເວົ້ານີ້ຂ້ອຍສາມາດຢືນຢັນໄດ້ ມັນຈະມີຢູ່ນຳທ້ອງແມງມ້າ

ແລະ ທ້ອງແມງຈີ້ງຈອກ. ເພີ່ນເອີ້ນວ່າງູເຂືອງ ມັນເປັນເສັ້ນເທົ່າກັບເສັ້ນດ້າຍ

ເປັນສີນ້ຳຕານ ໂຕຍາວປະມານ 5ຊມນີ້ລະ, ມັນຈະບໍ່ກັດບໍ່ຕອດຫຍັງ ແຕ່ໄດ້ຢີນ

ຜູ້ເຖົ້າບູຮານເພີ່ນບອກວ່າມັນຈະຮັດ (ກ້ຽວ) ແລ້ວຮັດແໜ້ນເຂົ້າເລື້ອຍໆ ຈົນ

ສີ່ງທີ່ຖືກຮັດນັ້ນຂາດທ່ອນໄປ ສ່ວນໃຫຍ່ຈະເປັນຫາງສັດ ວ່າຊັ້ນ

 ແມງຈິ້້ງຈອກ  ?

ເກີດມາບໍ່ເຄີຍໄດ້ຍິນ  ມັນແມ່ນພາສາຫຍັງ

ຫຼືພາສາໄທຍທີ່ເຂົາເອິ້ນ ຂີ້ກ້ຽມວ່າ ຈິ້ງຈົກ ?

ຖ້າຈິ້ງຈົກໄທຍເຂົາກໍ່ເອິ້ນຈິ້ງຈົກຊື່ ໆ  ບໍ່ມີແມງເດີ

 ແມງຈິ້ງຈອກເປັນສີຂຽວມີປີກ ມີຂາຫຼັງຍາວສອງຂາ ແລະຂານ້ອຍສີ່ຂາທາງໜ້າ.

ຫົງຜາກຄືຫົວຕັກກະແຕນ ແຕ່ຕາມັນນ້ອຍ ທ້ອງມັນໂປໆ ທາງຫາງສຸດຈະມີງວງ

ກົ່ງປາຍຂຶ້ນ. ໂຕມັນໃຫຍ່ສ່ຳກັບນີ້ວໂປ້ມືນີ້ລະ ບາງໂຕມີເຂືອງເປັນສິບໂຕຢູ່ໃນທ້ອງມັນ.

ພາສາພື້ນບ້ານເຮົານີ້ແລ້ວ, ມັນເປັນແມງໄມ້ຊະນິດໜື່ງໃນກຸ່ມຂອງຕັກແຕນ

ຄືເພີ່ນອະທິບາຍຢູ່ຂ້າງເທີງນັ້ນລະ, ແມ່ນແມ່ນຈິຈ້ຽມ ຄືສັບພາສາໄທເດີ່

ຖ້າຜູ້ໃດບໍ່ເຄີຍດຳລົງຊິວິດຢູ່ບ້ານທົ່ງ ບ້ານນາ ແລ້ວອາດຈະບໍ່ຮູ້

__________________
Anonymous

Date:

ຕົວນີ້ບໍ?

1631495.png&w=387&h=358&ei=QgG7UfOzJYLlrAf6w4CQDQ&zoom=1&ved=1t:3588,r:44,s:200,i:136&iact=rc&page=15&tbnh=188&tbnw=198&ndsp=18&tx=125&ty=99

__________________
Anonymous

Date:

http://www.google.co.th/url?sa=i&rct=j&q=%E0%B8%95%E0%B8%B1%E0%B9%8A%E0%B8%81%E0%B9%81%E0%B8%95%E0%B8%99%E0%B8%95%E0%B8%B3%E0%B8%82%E0%B9%89%E0%B8%B2%E0%B8%A7&source=images&cd=&cad=rja&docid=0G-lq4cVAdryCM&tbnid=WGukW6GR7fexVM:&ved=0CAUQjRw&url=http%3A%2F%2Fskwthaibug.webiz.co.th%2Fproducts%2F%25E0%25B8%2595%25E0%25B8%25B1%25E0%25B9%258A%25E0%25B8%2581%25E0%25B9%2581%25E0%25B8%2595%25E0%25B8%2599%2F%25E0%25B8%25AA%25E0%25B8%25B4%25E0%25B8%2599%25E0%25B8%2584%25E0%25B9%2589%25E0%25B8%25B2%2F&ei=0wO7UbjrNYLnrAelkoDIDQ&bvm=bv.47883778,d.bmk&psig=AFQjCNGj-tDeM1-N5xEOQRMnF-fafCCYlw&ust=1371296389488256

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard