ຈານແຍ່ໄດ້ມີໂອກາດອ່ານບົດ “ຊ່ວຍຄິດ” ໂດຍ ບ.ກ ພິມລົງໃນ “ປະເທດລາວ” ປະຈຳວັນທີ 5 ມິ ຖຸນານີ້ເອງ. ບົດ ຄວາມທີ່ສັ້ນກຸດດຸດແຕ່ກິນໃຈໜັກໜາດັ່ງກ່າວ ຕັ້ງຫົວຂໍ້ໃຫ້ທົ່ວສັງຄົມຄິດນຳກັນ ວ່າ: ສົມຄວນບໍ່ທີ່ຈະຈັດໃຫ້ມີງານວາງສະ ແດງສິນຄ້າເຟີນີເຈີ ແລະ ເຄື່ອງໃຊ້ພາຍໃນເຮືອນທີ່ຜະລິດຈາກໄມ້ທີ່ຕັດອອກມາເປັນຈຳນວນຫລວງຫລາຍຈາກປ່າຕຶບດົງໜາ ເພື່ອມາປຸງແຕ່ງເປັນ ຜະລິດຕະພັນຫລູຫລາລາຄາຈຸ ມກຈຸໝອກຄືດັ່ງເຫັນໃນງານວາງສະແດງຢູ່ສູນການຄ້າລາວ- ໄອເຕັກ ແຕ່ວັນທີ 30 ພຶດສະພາ ຫາວັນທີ 2 ເດືອນນີ້. ເຈົ້າຂອງ ບົດດັ່ງກ່າວໄດ້ຕັ້ງຄຳຖາມປິດທ້າຍ ເຊິ່ງຖ້າແຍກໃຫ້ເປັນຂໍ້ຄິດ ສະ ເພາະກໍແມ່ນ “ການວາງຜະ ລິດຕະພັນໄມ້ທີ່ຫລູຫລາຄືແນວ ນັ້ນມັນແທດເໝາະບໍ່ກັບເປົ້າໝາຍປູກຈິດສຳນຶກຂອງທົ່ວ ສັງຄົມ ໃຫ້ອະນຸລັກປົກປັກຮັກສາ ແລະ ປູກປ່າໃນວັນປູກຕົ້ນໄມ້ແຫ່ງຊາດ ? ໂດຍສະເພາະເພື່ອເສີມຂະຫຍາຍນະໂຍບາຍ ສ.ສີຂຽວ ທີ່ນະຄອນ ຫລວງວຽງຈັນວາງອອກ”.
ຈຸດໜຶ່ງອີກຂອງບົດທີ່ຄວນຍົກ ຂຶ້ນມາແລກປ່ຽນກັນ ກໍຄືບ່ອນທີ່ ເຈົ້າຂອງບົດເວົ້າເຖິງຄວາມຫລູຫລາ, ຄວາມໜາຄວາມ ແກ່ນ ຂອງຕົ້ນໄມ້ທີ່ລອກຄາບມາເປັນ ໂຕະ, ຊາລົງ, ຕຽງນອນ, ຕູ້ ແລະ ອື່ນໆ ທີ່ມີລາຄາແພງນັບເປັນຫລາຍຮ້ອຍຫລາຍພັນ ລ້ານກີບ ແລະ ວ່າຜູ້ທີ່ຈະຊື້ໃນລາຄາດັ່ງ ກ່າວໄດ້ສ່ວນໃຫຍ່ກໍແມ່ນຜູ້ມີຖາ ນະຮັ່ງມີເທົ່ານັ້ນ. ບ່ອນນີ້ອ່ານແລ້ວຫລາຍຄົນ ອາດຄິດຮອດປະໂຫຍກທີ່ວ່າ: “ໄມ້ເປັນຂອງໝົດທຸກຄົນໃນຊາດ, ແຕ່ຜູ້ທຸກບໍ່ໄດ້ຊົມໃຊ້”.
ເມື່ອ ບ.ກ ໃສ່ຫົວຂໍ້ບົດວ່າ: “ຊ່ວຍຄິດ” ພ້ອມທັງຖິ້ມບັນຫາ ໃຫ້ຊ່ວຍແກ້, ຈານແຍ່ເລີຍຢາກມີ ຄຳເຫັນຈັ່ງຊີ້: ກ່ອນອື່ນ ໝົດແມ່ນເຫັນດີນຳເປົ້າໝາຍການຈັດງານວາງສະແດງວ່າເພື່ອແລກປ່ຽນ ບົດຮຽນ ແລະ ປະສົບການຕ່າງໆ ໃນການຜະລິດ ເຄື່ອງເຟີນີເຈີທີ່ທັນສະໄໝ ແລະ ເຮັດໃຫ້ການຄ້າ ລາວສາມາດເຊື່ອມໂຍງເຂົ້າກັບ ສາກົນ ແລະ ຂົງເຂດເທື່ອລະກ້າວ. ບັນ ຫາທີ່ຄວນເຂົ້າໃຈຕື່ມ ອີກກໍແມ່ນວ່າ: ດຽວນີ້ ພວກເຮົາ ຢຸດສົ່ງໄມ້ທ່ອນດິບໆແດງໆອອກ ຕ່າງປະເທດແລ້ວ (ຕາມວ່າ) ເພາະ ມັນເປັນການຟຸມເຟືອຍຊັບພະຍາກອນຂອງຊາດໂພດ, ພວກເຮົາຫັນມາປຸງແຕ່ງໄມ້ໃຫ້ເປັນຜະ ລິດຕະພັນສຳເລັດຮູບ ເພື່ອ ສ້າງມູນຄ່າເພີ່ມໃຫ້ຫລາຍ, ເພີ່ມວຽກເຮັດງານທຳ, ສະສົມບົດຮຽນເພື່ອກ້າແຂ່ງຂັນໃນເວທີພາກພື້ນ ແລະ ໃນໂລກ. ແນວ ຄິດນີ້ບໍ່ຜິດພໍຫຸນ, ເວົ້າອີກຖືກອີກ.
ຢູ່ມຽນມາ ປະເທດໃກ້ຄຽງ ພວກເຮົາ, ນະໂຍບາຍກ່ຽວກັບ ຜະລິດຕະພັນໄມ້ໄດ້ເຮັດໄປເທື່ອ ລະກ້າວ ແລະ ໄດ້ຢຸດເຊົາສົ່ງ ໄມ້ ທ່ອນອອກຕ່າງປະເທດນັບແຕ່ວັນທີ 1 ເມສາປີນີ້ເປັນຕົ້ນມາ, ອະ ນຸຍາດໃຫ້ສົ່ງອອກໄດ້ແມ່ນໄມ້ ແປຮູບ ແລະ ເຄິ່ງແປຮູບ ເທົ່ານັ້ນ. ສະນັ້ນ ທຸລະກິດໂຮງເລື່ອຍ-ໂຮງຊອຍຈຶ່ງເກີດຂຶ້ນປານດອກເຫັດ. ທາງການໄດ້ຕໍ່ໃບອະນຸຍາດດຳ ເນີນທຸລະກິດໄມ້ ຈາກເປັນແຕ່ລະ ປີເປັນ 5 ປີລວດດຽວ. ທາງການ ມຽນມາບອກວ່າ: ເຮັດແບບນີ້ຈຶ່ງ ຈະສາມາດດຶງດູດໄດ້ການລົງທຶນ ຕ່າງປະເທດ, ຈຶ່ງສະສົມໄດ້ບົດ ຮຽນຕ່າງປະເທດໃນການນຳໃຊ້ ເຕັກນິກທັນສະໄໝ ແລະ ທັງເປັນ ການເພີ່ມວຽກເຮັດ ງານທຳໃຫ້ ສັງຄົມນຳອີກ. ນັ້ນເປັນນະໂຍ ບາຍເລື່ອງປ່າໄມ້ຢູ່ມຽນມາໃນເວ ລານີ້, ສ່ວນພວກເຮົາປ່າດັ້ງເດີມ, ປ່າຕຶບດົງ ໜາຫລາຍບ່ອນພວມ ຈະກາຍເປັນຫົວນົກກະຊຸມແລ້ວ. ດັ່ງນັ້ນ ຈຶ່ງຕ້ອງມີທາງອອກໃໝ່ ເຊິ່ງໜຶ່ງໃນນັ້ນກໍແມ່ນເພີ່ມຄຸນນະ ພາບ, ເພີ່ມກຳລັງແຂ່ງຂັນໃນຂະ ແໜງເຟີນີເຈີໃຫ້ສູງຂຶ້ນເລື້ອຍໆ. ສ່ວນບັນຫາທີ່ບົດຊ່ວຍຄິດຕັ້ງຂຶ້ນນັ້ນຈານແຍ່ຂໍຕອບ ແນວນີ້.
1. ໃນວັນປູກຕົ້ນໄມ້ຕ້ອງປູກ ຈິດສຳນຶກ ໂດຍການແຂ່ງຂັນ ສ້າງວິນຍານສີຂຽວເຊັ່ນ: ນອກ ຈາກປູກຕົ້ນໄມ້ແລ້ວ ຍັງ ຄວນມີ ການປະກວດປ່າໄມ້ວ່າປ່າເຂດ ໃດ, ແຂວງໃດຍັງອະນຸລັກ ແລະ ເສີມຂະຫຍາຍໄດ້ດີ, ມີການໃຫ້ ລາງວັນ ແລະ ປະກາດກຽດຕິ ຄຸນ, ຄວນພາອະນຸຊົນທ່ຽວຊົມ ປ່າ, ອະທິບາຍປະຫວັດຕົ້ນໄມ້ ໃຫຍ່ວ່າອາຍຸເທົ່າໃດ, ມັນມີປະ ໂຫຍດ ແນວໃດ ?.
2. ການຈັດງານວາງສະແດງ ເຟີນີເຈີຄວນຈັດໃສ່ເວລາອື່ນ ແລະ ໃຫ້ເນັ້ນສົ່ງເສີມການໃຊ້ໄມ້ຢ່າງປະຢັດເຊັ່ນ: ການໃຊ້ຂີ້ ເລື່ອຍ, ກາບໄມ້, ໃບ ແລະ ຮາກ ໄມ້ທີ່ຖືກປ່ອຍປະລະເລີຍຄືນໃຫ້ເປັນປະໂຫຍດ. ນອນນັ້ນຕ້ອງໃຫ້ນ້ຳໜັກການໃຊ້ໄມ້ ປູກເອງ.
3. ຄວນສຳນຶກຢູ່ສະເໝີວ່າ: ການເຮັດໃຫ້ສິນຄ້າລາຄາຖືກນັ້ນ ແມ່ນຮູບການແຂ່ງຂັນທີ່ດີອັນ ໜຶ່ງ. ນອກນັ້ນ ຍັງຈະຊ່ວຍ ໃຫ້ຫລາຍຄົນມີໂອກາດຊົມໃຊ້ ບໍ່ ແມ່ນມີແຕ່ເສດຖີຈຳນວນຢິບມືດຽວ.
ຕອບສ່ຳນີ້ ບ.ກ ວ່າພໍໄດ້ບໍ່ ?.