Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສິພັນດອນ ດິນແດນແຫ່ງຄວາມສວຍງານ, ເອກະລັກ, ທໍາມະຊາດ ແລະ ຄວາມຫລາກຫລາຍທາງດ້ານ ຊີວະນາໆພັນ
laoscience-it

Date:
ສິພັນດອນ ດິນແດນແຫ່ງຄວາມສວຍງານ, ເອກະລັກ, ທໍາມະຊາດ ແລະ ຄວາມຫລາກຫລາຍທາງດ້ານ ຊີວະນາໆພັນ


  

ສິພັນດອນ ດິນແດນແຫ່ງຄວາມສວຍງານ, ເອກະລັກ, ທໍາມະຊາດ ແລະ ຄວາມຫລາກຫລາຍທາງດ້ານ ຊີວະນາໆພັນ

 


images?q=tbn:ANd9GcTVF7OiLkFuLyB7sJX9U8SyuqGqneQutXcva0JCWYqK5gHv2vrR
 
 
    ຫລາຍທ່ານເຄີຍໄດ້ຍິນຊື່: ສີພັນດອນ ຫລື ຫລາຍທ່ານອາດເຄີຍເປັນທ່ອງທ່ຽວມາແລ້ວ ແລະ ສໍາລັບຜູ້ ທີ່ຍັງບໍ່ທັນຮູ້      ສີ   ພັນດອນເປັນເຂດດິນບໍລິເວນນຳ້ເຂດຫນື່ງທີ່ຕັ້ງຢູ່ທາງພາກໃຕ້ສຸດຂອງປະເທດລາວກວມ ເອົາເຂດເມືອງໂຂງ,              
    ແຂວງຈຳປາສັກ ແລະ ເຂດແຂວງ ສຕຣິຶງແຕງ ຂອງປະເທດກຳປູເຈຍ

 
 
Dolphin.jpg
 
IMG_3096.JPG
 
 
   ສິ່ງທີ່ເປັນເອກະລັກທີ່ຂອງສີພັນດອນເມື່ອທຸກຄົນໄດ້ຍິນຊື່ນີ້: ຄົງຈະນຶກເຖິງ ນໍ້າຕົກຕາດຄອນພະເພງ, ຫລີ່ຜີ ແລະ ປາຂ່າ
   ເພາະທຸກສິ່ງທີ່ກ່າວມານີ້ລ້ວນແຕ່ມີຢູ່ໃນເຂດສີພັນດອນພຽງແຫ່ງດຽວໃນໂລກ
   ນັ້ນເປັນປະເດັນສຳຄັນຂອງນັກທ່ອງທ່ຽວທີ່ໄດ້ມາຈະຕ້ອງໄດ້ໄປຢ້ຽມຢາມສິ່ງດັ່ງ ແຕ່ຫລາຍທ່ານອາດຍັງ ບໍ່ທັ ນ
   ຮູ້ວ່າ ສີພັນດອນຍັງມີສິ່ງທີ່ຫນ້າສົນໃຈຫລາຍກວ່ານັ້ນອີກບໍ່ວ່າຈະເປັນຄວາມສວຍງາມຂອງທັດສະນິຍະພາບແມ່ນໍ້າ,
   ປ່າແຄມນໍ້າ,ບັນດານົກຕ່າງໆ, ວິຖີຊີວິດຂອງຊຸມຊົນກ່ຽວກັບການຫາປາ ແລະ ທີ່ສຳຄັນ
   ສຸດທີ່ນີ້ເປັນແຫລ່ງທີ່ຢູ່ອາໃສຂອງປາຫລາຍທີ່ສຸດໃນປະເທດລາວ ມີຊະນິດພັນປາເກືອບຫລາຍຮ້ອຍຊະ
   ນິດພັນທີ່ສາມາດຈຳແນກໄດ້ ແລະ ປາເຫລົ່ານີ້ໄດ້ເປັນອາຫານຫລໍ່ລ້ຽງປະຊາຊົນມາແຕ່ດຶກດຳບັນ

 
IMG_3165_Resize.jpg
 
 
IMG_7706_Resize.jpg
 

ແຕ່ໃນປະຈຸບັນສິ່ງທີ່ຕ່າງໆທີ່ກ່າວມານັ້ນພວມປ່ຽນແປງໄປ ດ້ວຍຮູບແບບຂອງການພັດທະນາ, ຄວາມຕ້ອງ ການ, ການເພີ່ມຂອງປະຊາກອນ ປະຈຸບັນບັນດາສັດນ້ຳ, ນົກ, ພາບທໍາມະຊາດທີ່ສວຍງາມກຳລັງຫລຸດລົງໄປ ເຖິງແມ່ນຈະຊາວບ້ານຈະມີຄວາມຜູກພັນ, ຮັກ ແລະ ຫວງແຫນຕໍ່ທຳມະຊາດທີ່ເຂົາມີຢູ່ ແລະ ພະຍາຍາມຫາ ທຸກວິທີທາງເພື່ອອະນຸລັກຢ່າງສຸດຄວາມສາມາດກໍ່ຕາມ ແຕ່ການພັດທະນາ ແລະ ການເຂົ້າມາຢູ່ຂອງນາຍທຶນກໍ່ ເປັນປັດໃຈຜັກດັນໃຫ້ທຳມະຊາດມີກ່ານປ່ຽນແປງຢູ່ດີ, ສິ່ງທີ່ເຮັດໄດ້ປະຈຸບັນກໍ່ພຽງແຕ່ຍື້ເວລາໃຫ້ສິ່ງທີ່ມີຄຸນຄ່າ ເຫລົ່ານັ້ນຄົງຢູ່ກັບຊາວບ້ານໃຫ້ດົນເທົ່າທີ່ເປັນໄປໄດ້ເທົ່ານັ້ນເອງ
 
ເພີມເຕີມທີ່: http://laoscience-it.blogspot.com


__________________
Anonymous

Date:
RE: ສິພັນດອນ ດິນແດນແຫ່ງຄວາມສວຍງານ, ເອກະລັກ, ທໍາມະຊາດ ແລະ ຄວາມຫລາກຫລາຍທາງດ້ານ ຊີວະນາໆພັນ


ອ່ານແລ້ວກໍ່ໜ້າເສົ້າໃຈຖ້າຄວາມອຸດົມສົມບູນຂອງຊີວະນາໆພັນແລະຄວາມສວຍງາມຂອງທໍາມະຊາດ

ກໍາລັງຈະຈາກພວກເຮົາໄປຢ່າງບໍ່ມີວັນກັບມາຍ້ອນການພັດທະນາທີ່ຄົນບາງກຸ່ມເອົາມາອ້າງໜ້າ.

ຖ້າໃຜໄດ້ເມືອຢາມບ້ານຢາມເມືອງ ກະລຸນາຖືປາກະເຕົ້າບັ້ງປາແຂ້ວໄກ້ມາໃຫ້ກິນແດ່ເດີ, ຂອບໃຈ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard