Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພາສາລາວ " ປ້ອງກັນ " ມີຄວາມໝາຍ ຫຼື ແປວ່າແນວໃດ?
Anonymous

Date:
ພາສາລາວ " ປ້ອງກັນ " ມີຄວາມໝາຍ ຫຼື ແປວ່າແນວໃດ?

ມີໃຜຮູ້ຄວາມໝາຍຂອງ " ປ້ອງກັນ " ຈົ່ງອະທິບາຍໃຫ້ຟັງແດ່ ເພາະຂ້ອຍມີຄວາມສັບສົນ

ກັບສັບລາວສັບນີ້. ຫລັງຈາກໄດ້ຮັບຄຳອະທິບາຍຈາກພວກເຈົ້າແລ້ວ ຂ້ອຍຈະບອກພວກ

ເຈົ້າຕາມຫລັງວ່າຂ້ອຍສັບສົນກັບສັບນີ້ຢ່າງໃດ?

ຂອບໃຈ.

__________________
Anonymous

Date:
RE: ພາສາລາວ " ປ້ອງກັນ " ມີຄວາມໝາຍ ຫຼື ແປວ່າແນວໃດ?

ຕອນຍັງນ້ອຍ ທຸກໆແລງຂ້ອຍຕ້ອງໄດ້ຊ່ອຍນ້ອງຊາຍປ້ອງໄກ່ເຂົ້າລົກ ເພາະລາວປ້ອງຄົນດຽວບໍ່ໄດ້

ຖ້າຫລາຍຄົນປ້ອງໄກ່ຈຶ່ງແລ່ນໄປຕາມທິດທາງທີ່ເຮົາຕ້ອງການໃຫ້ມັນໄປ, ເມື່ອມັນເຂົ້າລົກແລ້ວກໍ່ຕ້ອງ

ໄດ້ອັດປະຕູລົກໄກ່ກັນບໍ່ໃຫ້ມັນອອກມາຂ້າງນອກ.

ປ້ອງກັນໃນພາສາອັງກິດອາດຈະແມ່ນ protect ຊຶ່ງໝາຍຄວາມວ່າເຮັດບໍ່ໃຫ້ເກີດຂຶ້ນ.

ຕົວຢ່າງ: ທ່ານຄວນໃສ່ຖົງອະນາໄມເວລານອນນໍາກິກເພື່ອປ້ອງກັນບໍ່ໃຫ້ລາວມີລູກ.

ເທົ່ານີ້ລະທີຂ້ອຍອະທິບາຍໄດ້ເພາະຄວາມຮູ້ເທົ່າຫາງມົດ ເວົ້າໄປຫລາຍຈັກນ່ອຍຜູ່ເພິ່ນໄດ້ດອັກເຕີ

ຈະຫົວຂວັນ.

__________________
Anonymous

Date:

Anonymous wrote:

ມີໃຜຮູ້ຄວາມໝາຍຂອງ " ປ້ອງກັນ " ຈົ່ງອະທິບາຍໃຫ້ຟັງແດ່ ເພາະຂ້ອຍມີຄວາມສັບສົນ

ກັບສັບລາວສັບນີ້. ຫລັງຈາກໄດ້ຮັບຄຳອະທິບາຍຈາກພວກເຈົ້າແລ້ວ ຂ້ອຍຈະບອກພວກ

ເຈົ້າຕາມຫລັງວ່າຂ້ອຍສັບສົນກັບສັບນີ້ຢ່າງໃດ?

ຂອບໃຈ.

 ປ້ອງກັນ = ປົກປັກຮັກສາ, ຮັກສາເອົາໄວ້, ຄວາມຕ້ານທານ.

__________________
Anonymous

Date:

ລອງຊອກຫາ ວັດຈະນານຸກົມພາສາລາວມາອ່ານເບິ່ງແລ້ວຊິຮູ້ລະອຽດ, ຕາມແນວຄິດປ້ອງກັນ ກະຄືກີດກັນ,ສະກັດກັ້ນ,ຕ້ານ ບໍ່ໃຫ້ເຂົ້າມາໃກ້ບໍ່ໃຫ້ລ່ວງເຂດ ເຊັ່ນ: ປ້ອງກັນພະຍາດ, ຄູກັນນ້ຳ, ເຮັດຮົ້ວປ້ອງກັນ, ທະຫານປ້ອງກັນຊາຍ, ປ້ອງກັນບ້ານ, 

ສະຫລູບກະຄື:ປ້ອງກັນຫມາຍເຖິງ ບໍ່ໃຫ້ລ່ວງລ້ຳເຂົ້າໃນຂົງເຂດໄດເຂດຫນຶ່ງຈິ່ງປ້ອງກັນໄວ້. ຖ້າບໍຖືກກະຂໍອະໄພ ເວົ້າຕາມຄວາມເຂົ້າໃຈ.

 thumbsup.gifthumbsup.gif  thumbsup.gif

__________________
Anonymous

Date:

ປ້ອງກັນ = ປົກປ້ອງ ຕ້ານທານ ກີດກັ້ນ ຂວາງກັ້ນ ສະກັດກັ້ນ

__________________
Anonymous

Date:

Anonymous wrote:

ປ້ອງກັນ = ປົກປ້ອງ ຕ້ານທານ ກີດກັ້ນ ຂວາງກັ້ນ ສະກັດກັ້ນ

 ກະຊວງປ້ອງກັນຄວາມສະຫງົບແມ່ນ:

1. ກະຊວງປົກປ້ອງຄວາມສະຫງົບ.

2. ກະຊວງຕ້ານທານຄວາມສະຫງົບ.

3. ກະຊວງຂວາງກັ້ນຄວາມສະຫງົບ.

4. ກະຊວງສະກັດກັ້ນຄວາມສະຫງົບ.

 ຮອຍ! ຄັນເວົ້າແບບນີ້ ຄວາມສະຫງົບມັນກໍບໍ່ມີຕົ້ວແມ່ນບໍ່?

ເພາະເພິ່ນພາກັນໄປ ປົກປ້ອງ, ຕ້ານທານ, ກີດກັ້ັ້ັ້ັ້ນ, ຂວາງກັ້ນ ແລະ ສະກັດກັ້ນ ຄວາມສະຫງົບໃຫ້

ອອກໄປຈາກຜືນແຜ່ນດິນໝົດແລ້ວ ກໍຈະມີແຕ່ຄວາມຫວຸ້ນວາຍເຕັມໄປໝົດນັ້ນຕິ ແມ່ນບໍ່?

ກໍແປກອີຫຼີທີ່ເອີ້ນວ່າກະຊວງປ້ອງກັນຄວາມສະຫງົບ!

__________________

Senior Member

Status: Offline
Posts: 428
Date:

ກະຊວງນີ້ ຊື່ ແປກດີ

__________________
Anonymous

Date:

ກ່ອນປົດປ່ອຍເພິ່ນເອີ້ນກະຊວງມະຫາດໄທ, ຫລັງປົດປ່ອຍປ່ຽນມາເປັນກະຊວງພາຍໃນ

ແລະດຽວນີ້ປ່ຽນມາເປັນກະຊວງປ້ອງກັນຄວາມສະຫງົບຕາມການຖອດຖອນບົດຮຽນຈາກ

ອ້າຍນ້ອງຫວຽດນາມ, ແມ່ນບໍ່?

__________________
Anonymous

Date:

ເມື່ອມີສັດຕູຫວັງຈະມາບຸກລຸກແລະລ່ວງລ້າເຂດນ້ຳແດນດິນຂອງປະເທດຊາດບ້ານເມືອງເຮົາ, ພວກເຮົາຕ້ອງ

ປ້ອງກັນ ສັດຕູເຫຼົ່ານັ້ນດ້ວຍຊີວິດເພື່ອບໍ່ໃຫ້ພວກເຂົາຫລຸດລອດເຂົ້າມາພາຍໃນປະເທດຂອງເຮົາໄດ້ເກັດຂາດ.

ພວກເຮົາລອງພາກັນເອົາບົດຄວາມທີ່ຂ້ອຍຂຽນຢູ່ເທິງນີ້ມາຄົ້ນຄ້ວາເບິ່ງກ່ຽວກັບຄວາມໝາຍຂອງຄຳທີ່ວ່າ ປ້ອງກັນ ນັ້ນມີຄວາມໝາຍເຂົ້າ

ກັບເນື້ອໃນຂອງບົດຄວາມນັ້ນບໍ່? ຫລັງຈາກນັ້ນຈຶ່ຄ່ອຍເອົາ ກະຊວງປ້ອງກັນຄວາມສະຫງົບ ເຂົ້າມາປຽບທຽບເບິ່ງວ່າຖືກຕ້ອງແລ້ວບໍ່ທີ່ຮຽກ

ກະຊວງນີ້ວ່າ ກະຊວງປ້ອງກັນຄວາມສະຫງົບ?

 ຄວນໃສ່ ກະຊວງຮັກສາຄວາມສະຫງົບ.ບໍ່ຕ້ອງປ້ອງກັນ,ກີດກັ້ນມັນຄວາມສະຫງົບນັ້ນ.ໃຫ້ມັນມາໂລດ ແລ້ວ ຮັກສາມັນໄວ້.ແຕ່ຄວນຕັ້ງກະຊວງຂັບໄລ່ການສໍ້ລາດບັງຫຼວງຂື້ນມາອີກ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard