Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອາຊີບທີ່ບໍຣິສຸດ
ທູນທົ່ງ

Date:
ອາຊີບທີ່ບໍຣິສຸດ


ໜຸ່ມຄົນນີ້ເປັນຄົນທີ່ໜ້າຍົກຍ້ອງສັນຣະເສີນໃນສັງຄົມ ລາວເປັນຄົນທີ່ມີກຽດສັກຫລາຍກ່ວາ

ພວກທີ່ສໍ້ໂກງຊາດກິນຕັ້ງຫລາຍພັນເທົ່າ, ຂໍໃຫ້ຊື້ໄດ້ຂາຍໝາຍເດີເພື່ອນ !

960130_524089120987674_1570234556_n.jpg



__________________


Senior Member

Status: Offline
Posts: 428
Date:

ເປັນແນວຄວາມຄິດທີ່ດ່ີຫຼາຍ ຊົມເຊີຍ



__________________
Anonymous

Date:

ລາຍໄດ້ອາດບໍ່ທໍ່ຂາຍໄມ້ທ່ອນໃຫ້ຫວຽດນາມ ແຕ່ກໍ່ເປັນອາຊີບທີ່ບໍລິສຸດ!

ຊົມເຊີຍ ຂໍໃຫ້ຂາຍລ້ຳຂາຍລວຍ!



__________________
Anonymous

Date:

ຂໍຍ້ອງຍໍຄືກັນ

ຮູ້ຈັກເອົາຂອງບໍ່ມີຄ່າມາຣີໄຊເຄີ້ນໃຫ້ມີະໂຫຍດ

ຂຍັນດຸໝັ່ນສ້າງຣາຍໄດ້ໃຫ້ໂຕເອງດ້ວຍຄວາມສຸດຈະຣິດ

ບໍ່ອາຍຄ້າອາຍຂາຍ  ທີ່ຄົນອື່ນອາດຈະເບິ່ງດ້ວຍສາຍຕາວ່າຕຳຕ້ອຍ

 

ຖ້າຂ້ອຍມິໂອກາດໄດ້ຜ່ານໄປເຫັນ ຈະອຸດໜຸນນ້ອງເຂົາທັນທີ

ເຈັ້ຽແຜ່ນໜຶ່ງທີ່ເຂົາຕັ້ງໃຈພັບຂາຍໃຫ້ຂ້ອຍໃຊ້

ອາດຈະຕໍ່ຊີວິດໃຫ້ເຂົາບໍ່ຕ້ອງອົດຫິວບໍ່ຫຼາຍກໍໜ້ອຍ 

 

ຕໍ່ສູ້ຕໍ່ໄປເດີທ້າວ  ເອື້ອຍຈະເປັນກຳລັງໃຈໃຫ້

ຢ່າຍອມອົດເພາະອາຍ  ຢ່າດຼດາຍເພາະກຽດຄ້ານ

 

ສູ້  ສູ້



__________________
Anonymous

Date:

ຊົມເຊີຍໃນຄວາມອົດທົນ ເຈົ້າຄືບຸກຄົນທີ່ໜ້າສັນລະເສີນ

ຂໍໃຫ້ໂຊກດີ ຂາຍໄດ້ຫຼາຍໆ ເດີທ້າວເອີຍ. ເປັນແຮງໃຈໃຫ້



__________________
Anonymous

Date:

ຂອ້ຍຄິດວ່າລາວເປັນຄົນມີຫົວສະຫຼາດດີ ແລະ ຢຸດຕິທໍາດີ ລັດຖະບານ ແລະ ພວກເຮົາຄວນສົ່ງເສີມລາວເມຶ່ອອານາຄົດຕໍ່ໜ້າລາວອາດບໍລິຫານທຸລະກິດເປັນຂອງເອງ.



__________________
Anonymous

Date:

ຢາກໃຫ້ຜູ້ສວຍໃຊ້ສິດແລະອຳນາດສະແຫວງຫາຜົນປະໂຫຍດສ່ວນຕົວ

ມາເບິ່ງເອົາຕົວຢ່າງພົນລະເມືອງດີຂອງຊາດຄົນນີ້ແດ່. ກຽດແລະສັກສີ

ຂອງມະນຸດຢູ່ທີ່ການມີອາຊີບທີ່ບໍຣິສຸດແລະປອດໄສສະເໝີ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard