Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລ່າສຸດກ່ຽວກັບ ສົມບັດ ສົມພອນ
Anonymous

Date:
ລ່າສຸດກ່ຽວກັບ ສົມບັດ ສົມພອນ


ຜົນ​ການ​ສືບສວນ-ສອບ​ສວນ ຄັ້ງທີ III ຂອງ​ເຈົ້າ​ໜ້າ​ທີ່​ຕຳຫລວດ
​ ກ່ຽວ​ກັບ​ການ​ຊອກ​ຕົວທ້າວ ສົມບັດ ສົມ​ພອນ

lao5.jpg

ຂປລ. ໃນ​ວັນ​ທີ 7 ມິຖຸນາ 2013 ນີ້ ທີ່​ຫ້ອງ​ປະຊຸມ​ກົມ​ໃຫຍ່​ຕຳຫລວດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ທ່ານ ພັນ​ເອກ ດຣ. ເພັງ​ສະຫວັນ ທິບ​ພະ​ວົງ​ໄຊ ຮອງ​ຫົວໜ້າ​ກົມ​ໃຫຍ່​ຕຳຫລວດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ຄະນະ​ຮັບຜິດຊອບ​ດຳ​ເນີນ​ຄະດີ​ການ​ສືບສວນ-ສອບ​ສວນ​ ຊອກ​ຕົວ​ທ້າວ ​ສົ​ມບັດ ສົມ​ພອນ ໄດ້​​ຖະ​ແຫລ​ງຂ່າວ​ ກ່ຽວກັບ​ຜົນ​ການ​ສືບສວນ-ສອບ​ສອບ​ຄັ້ງທີ III ຂອງ​​ເຈົ້າ​ໜ້າ​ທີ່​ຕຳຫລວດ​ ໃນການ​ຊອກ​ຫາ​ຕົວ​ທ້າວ ສົມບັດ ສົມ​ພອນ ໂດຍ​ມີ​ບັນດາ​ສື່​ມວນ​ຊົນ​ຂະ​ແໜງ​ການ​ຕ່າງໆ​ ​ແລະ ພະນັກງານ​ທີ່​ກ່ຽວ​ຂ້ອງ ເຂົ້າ​ຮ່ວມ.

ທ່ານ ພັນ​ເອກ ດຣ. ເພັງ​ສະຫວັນ ທິບ​ພະ​ວົງ​ໄຊ ​ໄດ້​ກ່າວວ່າ: ເພື່ອເປັນການຮັບຮູ້ເພີ່ມຕື່ມ ຕໍ່ຄວາມຄືບ ໜ້າ ກ່ຽວກັບການສືບສວນ-ສອບສວນ ​ຊອກ​ຫາ​ຕົວ​ທ້າວ ສົມບັດ ສົມ​ພອນ ຂອງເຈົ້າໜ້າທີ່ຕຳຫລວດຜ່ານມາ, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະ​ຮັບຜິດຊອບ​ດຳ​ເນີນ​ຄະດີ​ ຂໍແຈ້ງຜົນການ​ສືບສວນ-ສອບ​ສວນ​ ຊອກ​ຕົວ​ທ້າວ ​ສົ​ມ ບັດ ສົມ​ພອນ ຕື່ມດັ່ງນີ້: ຫລັງ​ຈາກທີ່​ຂ້າພະ​ເຈົ້າ​ ໄດ້​ແຈ້ງ​ຜົນ​ການ​ສືບສວນ-ສອບ​ສວນ ​ຊອກ​ຫາ​ຕົວທ້າວ ສົມບັດ ສົມ​ພອນ 02 ຄັ້ງຜ່ານ​ມາ, ຄະນະ​ຮັບຜິດຊອບ​ດຳ​ເນີນ​ຄະດີ​ ກໍ​ໄດ້​ເອົາ​ໃຈ​ໃສ່​ສືບຕໍ່​​ດຳ​ເນີນ​ການ​ສືບສວນ- ສອບ​ສວນ ​ເກັບ​ກຳ​ແຫ​ລ່ງຂ່າວ, ຂໍ້​ມູນ​ຕ່າງໆ​ນຳ​ບຸກຄົນ, ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດ​ຄື: ​ໄດ້​ລົງ​ໄປ​ສົມທົບ​ກັບ​ອຳ​ນາດ​ການ​ປົກຄອງ​ບ້ານ​ຊຳ​ເກດ, ​ເມືອງ​ສີ​ໂຄດ​ຕະບອງ, ​ແລະ ບ້ານ​ຊ້າງ​ຫົວ​ບໍ່, ເມືອງ​ໄຊ​ທານີ, ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ລົງ​ເກັບ​ກຳ​ຂໍ້​ມູນ ສາຍ​ພົວພັນ​ຕ່າງໆ​ຂອງ​ຜູ້ກ່ຽວ​ ຢູ່​ສູນ​ປັນຍາ​ນິ​ເວດ ​ແລະ ສູນ​ຮຽນ​ຮູ້​ສວນ​ໄມ້​ລາວ. ນອກ​ນັ້ນ ຍັງ​ສືບຕໍ່ລົງ​ເກັບ​ຂໍ້​ມູນຢູ່​ບ້ານ​ນາ​ຄຳ, ​ເມືອງ​ສີ​ໂຄດ​ຕະບອງ ​ແລະ ບ້ານ​ໂຄກ​ນິນ, ​ເມືອງ​ສີ​ສັດຕະ​ນາກ ​ແລະ ຈຸດ​ອື່ນໆ​ຈຳນວນ​ໜຶ່ງ​ຕື່ມ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຊອກ​ຫາ​ຕົວ​ຜູ້ກ່ຽວ, ສືບຕໍ່​ປະສານ​ສົມທົບ, ກວດກາ ​ແລະ ມອບໝາຍ​ໃຫ້​ທຸກ​ເລົ່າ​ຮົບ​ວິຊາ​ສະ​ເພາະ​ ຂອງ​ເຈົ້າ​ໜ້າ​ທີ່​ຕຳ ຫລວດ​ທົ່ວ​ປະ​ເທດ​ ໃນ​ການ​ສືບຕໍ່​ຕິດຕາມ​ຊອກ​ຫາ​ແຫ​ລ່ງຂ່າວ ​ແລະ ຂໍ້​ມູນ​ຕ່າງໆ ​ທີ່​ກ່ຽວ​ພັນ​ເຖິງ​ການ​ຊອກ​ຫາ​ຕົວ​ຜູ້ກ່ຽວ, ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ສາກົນ​ລາວ ​ໄດ້​ສືບຕໍ່​ເຮັດ​ໜັງສື​ສະ​ເໜີ​ເຖິງ​ອົງການ​ຕຳຫລວດ​ສາກົນ ​ອອກ​ໃບ​ແຈ້ງ​ບຸກຄົນ (ທ້າວ​ສົມບັດ ສົມ​ພອນ) ສູນຫາຍ​ ສີ​ເຫລືອງ​ ​ແລະ ອົງການ​ຕຳຫລວດ​ສາກົນ​ ກໍ​ໄດ້​ອອກ​ເອກະ ສານ​ເປັນ​ໃບ​ແຈ້ງ​ບຸກຄົນ (ທ້າວ ສົມບັດ ສົມ​ພອນ) ສູນຫາຍ ສີ​ເຫລືອງ ​ໃນ​ວັນ​ທີ 23 ເມສາ 2013 ອອກ​ສື່​ມວນ​ຊົນ ​ລວມທັງ​ລົງ​ອິນ​ເຕີ​ເນັດ, ຕິດຕາມ​ຜົນ​ ທີ່ເຈົ້າ​ໜ້າ​ທີ່​ຕຳຫລວດ​ສາກົນ​ລາວ ​ໄດ້​ເຮັດ​ໜັງສື​ແຈ້ງ​ເຖິງ​ບັນດາ​ປະ​ເທດ​ສະມາຊິກ​ຕຳຫລວດ​ສາກົນ ແລະ ຕຳຫລວດ​ອາ​ຊຽນ ຊ່ວຍ​ຊອກ​ຫາ​ຂໍ້​ມູນ ແລະ ຕົວທ້າວ ສົມບັດ ສົມ​ພອນ ຊຶ່ງ​ກໍ​ໄດ້​ຮັບ​ແຈ້ງ​ຕອບ​ຈາກ​ຕຳຫລວດ​ສາກົນ 06 ປະ​ເທດ​ຄື: ປະ​ເທດ​ຍີ່ປຸ່ນ, ອິນ​ເດຍ ​ແລະ ຝຣັ່ງ ສະ​ເໜີ​ໃຫ້​ຕຳຫລວດ​ລາວ ສະໜອງ​ຂໍ້​ມູນ​ທີ່​ຈຳ​ເປັນ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຊອກ​ຫາ​ເຊັ່ນ: ​ເລກ​ໜັງສື່​ຜ່ານ​ແດນ ແລະ ບັດປະ​ຈຳ​ຕົວ​ ຂອງ​ທ້າວ ສົມບັດ ສົມ​ພອນ ຊຶ່ງ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ສາກົນ​ລາວ ​ໄດ້​ສົ່ງ​ຂໍ້​ມູນ​ດັ່ງກ່າວ​ໃຫ້​ປະ​ເທດສະ​ເໜີ​ມາ​ນັ້ນ​ແລ້ວ, ປະ​ເທດ ສ. ​ເກົາຫລີ ໄດ້​ແຈ້ງວ່າ: ຜ່ານ​ການ​ກວດກາ​ພົບ​ວ່າ ​ໃນ​ວັນ​ທີ 9 ພະຈິກ 2012 ທ້າວ ສົມບັດ ສົມ​ພອນ ໄດ້​ເດີນທາງ​ອອກ​ຈາກ​ປະ​ເທດ​ ສ. ​ເກົາຫລີ ແລະ ມາ​ປະ​ເທດ​ໄທ, ສະຫະລັດ​ ອາ​ເມ​ລິ​ກາ​ແຈ້ງວ່າ: ນັບ​ແຕ່​ໄດ້​ຮັບ​ໜັງສື​ສະ​ເໜີ​ ກໍ​ໄດ້​ບັນທຶກ​ເຂົ້າ​ໃນ​ບັນຊີ​ຕິດຕາມ​ ການ​ເຂົ້າ​-ອອກ​ເມືອງ​ ຂອງ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ, ປະ​ເທດສະ​ເປ​ນ​ແຈ້ງວ່າ: ຜ່ານ​ການ​ກວດກາ​ບໍ່​ພົບ​ເຫັນ, ​ໃນ​ວັນ​ທີ 24/4/2013 ໄດ້​ເຊີນນາງ ອຶງ ຊຸຍ​ມິ​ງ ຜູ້​ມາ​ແຈ້ງ​ຄວາມ​ ການ​ຫາຍ​ຕົວ​ຂອງທ້າວ ສົມບັດ ສົມ​ພອນ ມາ​ຮັບ​ຊາບ​ຜົນ​ຂອງ​ການ​ສືບສວນ-ສອບ​ສວນ​ຜ່ານ​ມາ ​ແລະ ​ໄດ້​ສືບຕໍ່​ພ້ອມ​ກັນ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ​ຕື່ມ​ອີກ. ນອກ​ນັ້ນ ຄະນະ​ຮັບ​ຜິດຊອບ​ຄະດີ​ ຍັງ​ໄດ້​ພົບ ແລະ ​ໃຫ້​ຄຳ​ອະທິບາຍ​ ຊີ້​ແຈ້ງ​ ກ່ຽວ​ກັບ​ບັນຫານີ້ ຕໍ່​ທ່ານ​ທີ່​ສົນ​ໃຈ ບັນດາ​ຜູ້ຕາງໜ້າ​ສະຖານທູດ​ຕ່າງປະ​ເທດ ປະ​ຈຳ​ ສປປ. ລາວ. ທັງ​ໝົດ​ນັ້ນ​ ໄດ້​ສະ​ແດງ​​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ ຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ​ ຂອງ​ການ​ນຳ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ ກໍ​ຄື​ ກົ​ມ​ໃຫຍ່​ຕຳຫລວດ ​ໃນ​ການ​ຊີ້ນຳ​ຕໍ່​ການ​ສືບ​ສວນ-ສອບ​ສວນ​ ຊອກ​ຫາ​ຕົວທ້າວ​ ສົມບັດ ສົມ​ພອນ ຂອງ​ຄະນະ​ຮັບຜິດຊອບ​ດຳ​ເນີນ​ຄະດີ​ ໃຫ້​ດຳ​ເນີນ​ໄປ​ເປັນ​ປົກກະຕິ ຕາມ​ຫລັກການ​ວິຊາ​ສະ​ເພາະ ​ແລະ ລະບຽບ​ກົດໝາຍ​ຂອງ ສປປ.ລາວ. ມາ​ຮອດ​ປະຈຸ​ບັນ ​ຍັງ​ບໍ່​ທັນ​ພົບ​ເຫັນ​ຕົວ​ຜູ້ກ່ຽວ​ເທື່ອ ​ຊຶ່ງ​ຄະນະ​ຮັບ​ຜິດ​ຊອບ​ດຳ​ເນີນ​ຄະດີ​ພວກ​ຂ້າພະ​ເຈົ້າ ​ກໍ​ໄດ້​ມີ​ແຜນ​ສືບຕໍ່​ດຳ​ເນີນ​ການ​ສືບສວນ-ສອບ​ສວນ ​ເກັບ​ກຳ​ຂໍ້​ມູນ, ກວດກາ​ ພິສູດ​ແຫ​ລ່ງຂ່າວ, ຂໍ້​ມູນ​ຕ່າງໆ​ນຳ​ບຸກຄົນ, ພາກ​ສ່ວນ​ຕ່າງ​ໆ​ຢູ່​ພາຍໃນ ແລະ ຕ່າງປະ​ເທດ​ຕື່ມ​ຕາມ​ພະລະ​ບົດບາດ​ ໜ້າ​ທີ່​ ທີ່​ໄດ້​ຮັບ​ມອບ​ໝາຍ. ດັ່ງນັ້ນ ຈຶ່ງ​ແຈ້ງ​ມາ​ຍັງ​ທຸກ​ພາກສ່ວນ, ທຸກ​ອົງການ​ຈັດຕັ້ງພາຍ​ໃນ ແລະ ຕ່າງປະ​ເທດ​ຊາບ ​ຖ້າ​ຫາກ​ໃຜມີ​ແຫ​ລ່ງຂ່າວ, ຂໍ້​ມູນ​ຫລັກ​ຖານ​ໃດໆ​ ກ່ຽວຂ້ອງ​ກັບ​ບັນຫາ​ດັ່ງກ່າວ​ນີ້​ແມ່ນ​ໃຫ້​ພົວພັນ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ເມືອງ, ​ ແຂວງ ​ແລະ ນະຄອນຫລວງ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ການ​ແກ້​ໄຂ​ບັນ​ຫາ​ດັ່ງກ່າວ​ນີ້ ​ໃຫ້​ສຳ​ເລັດ​ໄປ​ດ້ວຍ​ດີ./.


__________________
Anonymous

Date:

Wow... They make a very good progress... after half a year, that's all they can come up with Go go Lao police



__________________
Anonymous

Date:

ເພິ່ນອອກຈາກເກົາຫລີມາໄທໃນວັນທີ 9 ພະຈິກ 2013, ແຕ່ບໍ່ເຫັນເພິ່ນແຈ້ງອອກຈາກໄທ

ແມ່ນບໍ່ລະ? ບົດລາຍງານການສືບສວນຢາກບອກວ່າທ່ານສົມບັດ ສົມພອນ ຫາຍຕົວຢູ່ປະ

ເທດໄທເບາະຫລືແນວໃດ?



__________________
Anonymous

Date:

Anonymous wrote:

ເພິ່ນອອກຈາກເກົາຫລີມາໄທໃນວັນທີ 9 ພະຈິກ 2013, ແຕ່ບໍ່ເຫັນເພິ່ນແຈ້ງອອກຈາກໄທ

ແມ່ນບໍ່ລະ? ບົດລາຍງານການສືບສວນຢາກບອກວ່າທ່ານສົມບັດ ສົມພອນ ຫາຍຕົວຢູ່ປະ

ເທດໄທເບາະຫລືແນວໃດ?


 ຢ່າເວົ້າແນວນັ້ນ ມັນຊິເສຍບັນຍາກາດ ຄວາມສຳພັນ ບ້ານໃກ້ເຮືອນຄຽງ

cynic.gifcynic.gifcynic.gif



__________________
Ai Joum

Date:

 

Built a story to lie a baby again!!!!!. Doesn't matter if he didn't left Thailand around Nov,2012 because he was disappear on Dec,2012 in Vientiane Laos (that shown on VDO) His family record that he didn't go back home since that day OK! ... You guy don't be so stupid!!!



__________________
Anonymous

Date:

Anonymous wrote:

ເພິ່ນອອກຈາກເກົາຫລີມາໄທໃນວັນທີ 9 ພະຈິກ 2013, ແຕ່ບໍ່ເຫັນເພິ່ນແຈ້ງອອກຈາກໄທ

ແມ່ນບໍ່ລະ? ບົດລາຍງານການສືບສວນຢາກບອກວ່າທ່ານສົມບັດ ສົມພອນ ຫາຍຕົວຢູ່ປະ

ເທດໄທເບາະຫລືແນວໃດ?


 ໃນ​ວັນ​ທີ 9 ພະຈິກ 2012 ເດີ ບໍ່ແມ່ນ2013



__________________
Anonymous

Date:

ຖະແຫລງຂ່າວຄັ້ງຕໍ່ໄປເພິ່ນຄົງຈະຄົ້ນມາຕັ້ງແຕ່ປີ 1979 ວ່າທ່ານ ດຣ. ສົມບັດ ສົມພອນ

ໄດ້ເຂົ້າໄດ້ອອກໄປປະເທດໃດແດ່.

 



__________________
Anonymous

Date:

who care?



__________________


Senior Member

Status: Offline
Posts: 428
Date:

ມີຫຼາຍຄົນ care ເລື້ອງນີ້ຢູ່

__________________
Anonymous

Date:

Anonymous wrote:

who care?


 ຢ່າເວົ້າແນວນີ້ທ້ອນ ແຕ່ສັດຕູຖືກບາດເຈັບຢູ່ສະໜາມຮົບກອງທັບປົດປ່ອຍຊອງພວກເຮົາກໍຍັງເອົາປົວເອົາ ແທນທີ່ໆຈະຂ້າຊ້ຳຄືຝ່າຍກົງກັນຂ້າມນັ້ນ. 



__________________
Anonymous

Date:

http://news.mthai.com/headline-news/245583.html



__________________
Anonymous

Date:

The report has been carefully scripted but could have been better written.

No mention whatsoever about the owners of the white pick-up truck and the bike. Probably never.

Now that you go international just to try to prove this investigation is legitimate, why not let the interpol join in the hunt ?

Is it too close for comfort  ?

It's another bad joke or should I say another bad lie... 

You can buy time but nobody is buying your lies.

You can fool some people some times but cannot fool all people all the times.

Keep on lying, the real truth will blow up on your ugly face in the very near future.

ສາທຸ



__________________
Anonymous

Date:

ແມ່ນໆເລື່ອງລົດທີທ່ານດຣ ສົມບັດຂັບກະບໍ່ເວົ້າ ເຖິງແລະອີກຢ່າງລົດຈັກທີ່ຂີ່ມາເດ, ເລື່ອງຕຳຫລວດສາກົນ ຫນ້າຈະເພິ່ງເຂົາເຈົ້າໃຫ້ຫລາຍກ່ອນນີ້ ບາງຄົນກະວ່າເວລານັ້ນບໍແມ່ນເວລາຢຸດລົດແຕ່ແປກເປັນຫຍັງຄື ຢຸດລົດທ່ານສົມບັດ ແລະ ພວກເຮົາເຈົ້າຂ້ອຍກະຄອຍຕິດເບິ່ງຢູ່ຂ່າວຄາວ, ຄິດວ່າຖ້າອົງການສາກົນປະເທດຜູ້ໃຫ້ການຊ່ອຍເຫລືອ ເຂົາບໍທວງຖາມ ຫລືໃຫ້ຄວາມສຳຄັນ ຄົງມິດງຽບໄປຈ້ອຍ ຄົນເຊື້ອຊາດລາວຫລາຍໆຄົນທີ່ກັບເມືອຢາມບ້ານຫລາຍໆຄົນກະຫາຍໂຕໄປຢ່າງ ໄຮ້ຮ່ອງຮອຍພວກເພີນກະໃຫ້ການກັບອົງການສາກົນຄືກັນຫວາຫລືຈັ່ງໄດ.



__________________
Anonymous

Date:

ນີ້ຄືຮູບແບບນຶ່ງຂອງການຫາຍຕົວ 

กองปราบเร่งสางคดี"เอกยุทธ"หายตัว-เผยพบประวัติคนขับรถเคยก่อคดีอื้อ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard