Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກະທູ້ນີ້ສຳຫຼັບຄົນລາວ(ເລືອດລາວ)ທັງຢູ່ໃນ ແລະນອກປະເທດ.
Anonymous

Date:
ກະທູ້ນີ້ສຳຫຼັບຄົນລາວ(ເລືອດລາວ)ທັງຢູ່ໃນ ແລະນອກປະເທດ.


ຂໍຖາມຄົນລາວດ້ວຍກັນແດ່ວ່າ ເຮົາຖືກລະເມີດສິດທິເສລີພາບແທ້ບໍ, ສິດທິທີເຮົາຄວນຈະມີ ມີຫຍັງແດ່?

ຂອບໃຈ!



__________________
Anonymous

Date:
RE: ກະທູ້ນີ້ສຳຫຼັບຄົນລາວ(ເລືອດລາວ)ທັງຢູ່ໃນ ແລະນອກປະເທດ.


ຂ້ອຍໜີຈາກປະເທດລາວໄດ້ 36 ປີປາຍແລ້ວ ບໍ່ເຄີຍໄດ້ກັບໄປຢ້ຽມຢາມບ້ານເກີດເມືອງນອນຈັກເທື່ອ

ໄດ້ຍິນແຕ່ຄົນທີ່ເຄີຍຢູ່ກຸ່ມບ້ານດຽວກັນທີ່ມາຢ້ຽມຢາມພີ່ນ້ອງຂອງເຂົາເຈົ້າເວົ້າສູ່ຟັງວ່າ ດຽວນີ້ເມືອງ

ລາວມີພັດທະນາຫລາຍໂດຍສະເພາະແມ່ນຢູ່ໃນຕົວເມືອງນະຄອນຫລວງວຽງຈັນແລະຕົວເມືອງໃຫຍ່

ບາງແຫ່ງເຊັ່ນ: ຫລວງພະບາງ ສະວັນນະເຂດ ປາກເຊ, ແຕ່ສິດທິພື້ນຖານຂອງປະຊາຊົນຍັງຖືກຈໍາກັດ

ຮັດແຄບ ກົດໝາຍວ່າດ້ວຍສິດແລະໜ້າທີ່ຂອງພົນລະເມືອງມາດຕາ41 ຍັງບໍ່ທັນໄດ້ຖືກມານໍາໃຊ້ຕາມ

ສັນຕະຍາບັນທີ່ທ່ານທອງລຸນ ສີສຸລິດ ໄດ້ຮັບເອົາຈາກອົງການສະຫະປະຊາຊາດໃນປີ 2004 ແລະໃນ

ປີ 2009.

ຕາມທີ່ຮູ້ຂ່າວ ຣັຖບາລລາວຍັງສືບຕໍ່ຈັບກຸມຄຸມຂັງທຸບຕີທໍຣະມານນັກໂທດການເມືອງຈໍານວນນຶ່ງຊຶ່ງເຄີຍ

ສະເໜີໃຫ້ຣັຖບາລລາວປະຕິຮູບການເມືອງເຊັ່ນ ທ່ານທອງປະເສີດ ເກື້ອກູນ, ທ່ານແສງອາຣຸນ ແພງພັນ,

ທ່ານບົວວັນ ຈັນມະນີວົງ ແລະທ່ານແກ້ວໃຈ.

ສໍາລັບໃນເວັບພາສາລາວນີ້ກໍ່ມີການຣະເມີດສິດທິມະນຸດເໝືອນກັນ ຊຶ່ງເຫັນໄດ້ຈາກການ ban ຜູ່ທີ່ປະ

ກອບຄໍາເຫັນກົງກັນຂ້າມກັບແນວທາງນະໂຍບາຍທີ່ກຸ່ມຜູ່ນໍາຜະເດັດການຄັອມມຸຍນິດວຽດ-ລາວໄດ້ວາງ

ອອກ. ຖ້າພໍເປັນໄປໄດ້ ຂໍສະເໜີໃຫ້ທ່ານເວັບມັດຊາເຕີໄດ້ຮີບຮ້ອນປ່ອຍຕົວຂອງນັກໂທດຈິດສໍານຶກເຫຼົ່ານັ້້ນ

ເພື່ອໃຫ້ເຂົາເຈົ້າໄດ້ອອກມາສະແດງຄໍາເຫັນເໝືອນຜູ່ອຸບປະໂພກເວັບພາສາລາວຄົນອື່ນໆ.

ຂອບໃຈ



__________________
Anonymous

Date:

ເອົາເລືອງກົດບັດ ຂອງອົງການສະຫະປະຊາຊາດ ກ່ຽວກັບສິດທິມະນູສ ແລະ ກົດຫມາຍກ່ຽວກັບສິດທິມະນຸດໃນລາວມາວິເຄາະວິຈານໃຫ້ຮູ້ນຳແດ່ ອັນໄດປະຕິບັດໄດ້ແລະອັນໄດຍັງຄົງຄ້າງ ຍ້ອນສາເຫດຫຍັງ ລາວເຮົາ ຈັງຍັງຄົງຄ້າງເລືອງສິດທິມະນຸດ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard