Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເພີ່ມຄວາມຮູ້ກ່ຽວກັບບັນຫາ ການສໍ້ລາດບັງຫລວງ
Anonymous

Date:
ເພີ່ມຄວາມຮູ້ກ່ຽວກັບບັນຫາ ການສໍ້ລາດບັງຫລວງ


 ນາງ ລິນ​ດາ ວໍ​ໄທ​ສົງ ເອກອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕຣາ​ລີ​ປະ­ຈຳລາວ ກໍ່​ໄດ້​ກ່າວ​ເຖິງ​ບົດ­ບາດ​ສຳ­ຄັນ​ຂອງພາກ​ເອກະ​ຊົນ​ທົ່ວ​ໂລກ​ໃນ​ການ​ຕ້ານການ​ສໍ້​ລາດ​ບັງ​ຫລວງ

ໂດຍ​ໃນ​ຫລາຍປະ­ເທດ​ການ​ສໍ້​ລາດ​ບັງ​ຫລວງ​ເຮັດ​ໃຫ້ການ​ເຂົ້າ​ເຖິງ​ຕະຫລາດ​ທຸ­ລະ​ກິດ​ຜິດ​ຮູບ, ເພີ່ມ​ຄ່າ​ໃຊ້​ຈ່າຍ,

ສ້າງ​ຄວາມ​ເສຍ​ຫາຍ​ດ້ານ​ພາບ​ຫລັກ​ຂອງ​ການ​ເຮັດ​ທຸ­ລະ​ກິດບາງ​ກໍ­ລະ­ນີ​

ເຖິງ​ຂັ້ນ​ເຮັດ​ໃຫ້​ສະຖຽນ​ລະ ພາບ​ຂອງ​ປະ­ເທດ​ຫລຸດ​ລົງ.

ສະ­ນັ້ນ, ນັກ­ທຸ­ລະ­ກິດ​ທຸກ​ຄົນ​ຕ້ອງຮ່ວມ​ກັນ​ຮັບ­ຜິດ­ຊອບ ແລະ ມີ​ສ່ວນ​ຮ່ວມໃນ​ການ​ສ້າງ​ຮູບ​ແບບ​ທຸ­ລະ​ກິດ​ທີ່​ດີ ເພື່ອ​ສະ­ຫນັບ­ສະຫນູນ​ລະບົບ​ບໍ­ລິ­ຫານ​ທຸ­ລະກິດ​ທີ່​ດີ.



__________________
Anonymous

Date:
RE: ເພີ່ມຄວາມຮູ້ກ່ຽວກັບບັນຫາ ການສໍ້ລາດບັງຫລວງ


ເຖິງ​ຂັ້ນ​ເຮັດ​ໃຫ້​ສະຖຽນ​ລະ ພາບ​ຂອງ​ປະ­ເທດ​ຫລຸດ​ລົງ

ພຸ້ນຫວາ 



__________________
Anonymous

Date:

ຄັນການສໍ້ໂກງເປັນພິດເປັນໄພຜູ້ນຳປະເທດຄືບໍພາກັນໂກງຕິບໍ ເບິງປະເທດທຸກຈົກກະພາກັນໂກງບ້ານກິນເມືອງເປັນແຖວ ແຕ່ເພິ່ນກະຍັງວ່າຮັກຊາດຮັກປະຊາຊົນ ຄັນເພິ່ນຮັກເພິ່ນຄືຊິບໍໂກງຍ້ອນອາສາມາຮັບໃຊ້ຊາດຮັບໃຊ້ປະຊາຊົນ ການສ່ວຍໃຊ້ຫນ້າທີ່ສໍ້ໂກງ ມັນບໍດີ ເປັນຫນ້າດ້ານໆ ອາໃສຫນ້າທີຍັກຍອກສໍ້ໂກງຊັບສົມບັດຂອງປະເທດຊາດ ຄືພວກບໍ ພວກສັດຕູຂອງປະເທດຊາດ ພວກທຳລາຍຊາດທັງທາງກົງແລະທາງອ້ອມ ພວກຖ່ວງດືງຄວາມຈະເລີນກ້າວຫນ້າຂອງປະເທດຊາດ(ເວົ້າທິດສະດີແນວນີ້ຖືກຢູ່ບໍນັກປາດທັງຫລາຍ)



__________________
Anonymous

Date:

Anonymous wrote:

ເຖິງ​ຂັ້ນ​ເຮັດ​ໃຫ້​ສະຖຽນ​ລະ ພາບ​ຂອງ​ປະ­ເທດ​ຫລຸດ​ລົງ

ພຸ້ນຫວາ 


 ຖ້າຜູ່ນໍາສໍ້ໂກງກິນບ້ານກິນເມືອງ ປະຊາຊົນກໍ່ໝົດຄວາມເຊື່ອຖື, ເລືອກຕັ້ງເທື່ອໜ້າເຂົາກໍ່ຈະບໍ່

ປ່ອນບັດເອົາອີກ ຖ້າເຂົາບໍ່ປ່ອນບັດເອົາເພິ່ນກໍ່ບໍ່ໄດ້ນັ່ງ Executive Chair.



__________________
Anonymous

Date:

ປະຊາຊົນຫມົດສັດທາໃຫຍ່ຫ້ານຕິ ແມ່ນໄຜກະຢາກເອົາລູກເອົາຫລານເຂົາເຮັດນຳລັດ ຍ້ອນມີເງິນເດືອນກິນຖາວອນ ມີຫນ້າ ມີຕາແຫນ່ງ ຮັ່ງມີນຳກັນເປັນແຖວ ແມ່ນໄຜໄດ້ຢູ່ບ່ອນໄກ້ເງິນຄຳ ເປັນຕົ້ນພວກ ພາສາ ຕຳຫລວດເສດຖະກິດຊາຍແດນ ພວກເຊັນຫນັງສື ຕ່າງໆ ພາກັນຮັ່ງມີເປັນແຖວໆ,ເລືອງການສໍ້ຣາສບັງຫລວງຢາກໃຫ້ມັນຫລູດນ້ອຍລົງຄືຊິເປັນໄປໄດ້ຍາກ ຍ້ອນມັນແຜ່ລາມຝັງເລິກຫລາຍແລ້ວ ຖ້າແກ້ໄຂມັນກະຊີສະເທືອນ ທັງວົງການ ພູ້ນເລີຍລະ ຍ້ອນມັນເປັນຕາຫນ່າງໃຍແມງ ມູມໄປເສຍແລ້ວ ຄືຢ່າເສບຕິດລະບາດ ຢ່າງຫນັກໃນຂະນະນີ້ ຍ້ອນເຈົ້າຫນ້າບາງກູ່ມມີສ່ວນຮ່ວມ ຈັບໄດ້ຢູ່ປາຍແຖວ ກົກມັນແທ້ໆໄຜກ້າແຕະຕ້ອງ ລະບົບບ້ານເຮົາຖ້າຢາກແກ້ມັນບໍຍາກດອກ ເອົາກົດເຫລັກມານຳໃຊ້ ຖືກໃຫຍ່ສ່ຳໄດກະຈັບ ຄັນບໍຫາຍປານປິດຖິ້ມນະ ອັນນີ້ ບາງຄົນມີອຳນາດ ມີຜົນປະໂຫຍດນຳ ເຮັດຫຍັງກະບໍໄດ້ ການສໍ້ຣາສບັງຫລວງກະຄືກັນມັນເປັນເຄືອສາຍໄຍແຜ່ລາມ ປານຕ່າຫນ່າງພຸ້ນແລ້ວ.



__________________
Anonymous

Date:

ໄປໃສພວກເພິ່ນມີອຳນາດກໍ່ພາກັນເວົ້າພາກັນສອນຄົນວ່າ : ການສໍ້ລາດບັງຫລວງອັນຕະລາຍຫລາຍ ຖ້າປ່ອຍໃຫ້ມີຫລາຍຕໍ່ໄປ ມັນຈະທຳລາຍພັກ ທຳລາຍລະບອບ ວ່າຊັ້ນ ! ບາດພວກເພິ່ນຊໍ້າພັດເປັນຜູ້ພາກັນເຮັດເອງທຶດໆຢູ່ ໂດຍບໍ່ຢ້ານຫຍັງເລີຍ ! ບໍ່ຢ້ານບັ້ງອົດຂອງປະຊາຊົນແຕກເລີຍ ! ຮູ້ສອນແຕ່ຄົນອື່ນ ຄືບໍ່ກວດຕາເບີ່ງຄອບຄົວໂຕເອງແດ່ວ່າກຳລັງພາກັນເຮັດຫຍັງໃຫ້ບ້ານເມືອງ ໃຫ້ປະຊາຊົນຢູ່ແຕ່ລະມື້ຫັ້ນນະ ?!?!nodisbelief



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard