Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍິນດີນຳ...ພາກັນເບິ່ງແຍງແລະຮັກສາໃຫ້ດີໆເດີ...
Anonymous

Date:
ຍິນດີນຳ...ພາກັນເບິ່ງແຍງແລະຮັກສາໃຫ້ດີໆເດີ...


http://vtetoday.la/wp-content/uploads/2013/06/DSC03111-0.jpg

 



__________________


Senior Member

Status: Offline
Posts: 428
Date:
RE: ຍິນດີນຳ...ພາກັນເບິ່ງແຍງແລະຮັກສາໃຫ້ດີໆເດີ...


ຊົມເຊີຍ

__________________


Senior Member

Status: Offline
Posts: 482
Date:

i hope they take care very good after they have,

__________________
Anonymous

Date:

Isn't this the Thanon 450?



__________________
Anonymous

Date:

ອັນນີ້ ບໍ່ແມ່ນ ຖະໜົນ450ປີ ເດີ no

 



__________________
Anonymous

Date:

 

ພິທີມອບ-ຮັບ ເສັ້ນທາງຕັດໃໝ່ແຕ່ບ້ານໜອງບົວທອງ ຫາ ໜອງບຶກ
ສີ່ແຍກໄຟແດງດົງນາໂຊກ ຫາ ວັດປ່າໜອງບົວທອງ ແລະ ວັດສີຊົມຊື່ນ
ຫາ ສາມແຍກບ້ານໜອງບົວທອງ ເພື່ອໄຂການນຳໃຊ້ຢ່າງເປັນທາງການ
ໄດ້ຈັດຂື້ນໃນຕອນເຊົ້າວັນທີ 3 ມິຖຸນາ 2013 ນີ້ ຢູ່ເສັ້ນທາງຕັດໃໝ່
ບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍການ
ເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ
ນະຄອນຫລວງວຽງຈັນ ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງ
ນະຄອນຫລວງວຽງຈັນ ມີຫົວໜ້າຫ້ອງການກະຊວງໂຍທາທິການ ແລະ
ຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ
ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງເສັ້ນທາງຕັດໃໝ່ ບ້ານໜອງບົວທອງຫາບ້ານໜອງບຶກ
ແມ່ນເສັ້ນທາງເບຕົງເສີມເຫລັກໜາ 25 ຊມ ມີຄວາມຍາວ 5,6 ກມ
ປະກອບມີ 6 ຊ່ອງທາງລົດແລ່ນ ມີຄວາມກວ້າງຂອງໜ້າທາງ 24 ແມັດ
ມີດອນກາງ ມີທາງຄົນຍ່າງ ເບື້ອງລະ 1,5 ແມັດ ມີລະບົບໄຟເຍືອງທາງ
2 ຟາກຂ້າງຄົບຊຸດ ແລະ ຮ່ອງລະບາຍນຳ 2 ຟາກຂ້າງ ສ່ວນເສັ້ນທາງ
ແຕ່ສີ່ແຍກໄຟແດງດົງນາໂຊກຫາວັດປ່າໜອງບົວທອງ-ວັດສີຊົມຊື່ນ ຫາ
ບ້ານໜອງບົວທອງມີຄວາມຍາວທັງໝົດ 3,6 ກມ ເປັນເສັ້ນທາງປູຢາງ
ອັດສະຟານຄອນກຣີດ ປະກອບມີ 4 ຊ່ອງທາງລົດແລ່ນ ມີຄວາມກວ້າງ
ໜ້າທາງ 13 ແມັດ ມີທາງຍ່າງ 2 ຟາກທາງຂ້າງລະ 1,5 ແມັດ ແລະ
ລະບົບໄຟຟ້າເສົາເຍືອງ.

ທາງດັ່ງກ່າວ ແມ່ນພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ
ວຽງຈັນ ເປັນເຈົ້າຂອງໂຄງການ ແລະ ບໍລິສັດພົງຊັບທະວີກໍ່ສ້າງຂົວທາງ
ຈຳກັດ ເປັນຜູ້ຮັບເໝົາ ແລະ ລົງທຶນກ່ອນ 100% ຊຶ່ງເປັນໂຄງການ
ຫັນຊັບສິນເປັນທຶນ ມີມູນຄ່າການກໍ່ສ້າງທັງໝົດ 240 ຕື້ກວ່າກີບ ແລະ
ໄດ້ລົງມືກໍ່ສ້າງໃນເດືອນມັງກອນ 2011 ໃຊ້ເວລາກໍ່ສ້າງທັງໝົດ 28 ເດືອນ
ແລະ ໄດ້ສໍາເລັດກ່ອນແຜນການ 2 ເດືອນ ແລະ ໂຄງການດັ່ງກ່າວແມ່ນ
ນອນຢູ່ໃນ 2 ເມືອງຄື: ເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ.



__________________
Anonymous

Date:

ຂ້ອຍກະວ່າຄືເຈົ້ານັ້ນລະ.ຈັງໃດກະພຍາຍາມຮັກສາບູລະນະໃຫ້ສາມາດນຳໄຊ້ຍາວນານ.ຢ່າໃຫ້ມັນກາຍເປັນໜອງປາດຸກໄວ້ຫຼາຍເດີ.

ກວດການໍ້າໜັກກະເອົາຈິງຈັງແດ່.ສເນີໃຫ້ລັດນຳເງິນໃໝ45%ມາເປັນສ່ວນແບ່ງໃຫ້ເຈົ້າໜ້າທີ່ປະຕິບັດງານດີ.ລົງໂທດຜູ້ຮັບສິນບົນ

ສົ່ງເຂົ້າຄຸກຂີ້ໝູ,ໃຫ້ໄຊ້ເງິນຄືນໃຫ້ລັດ ແລະ ໃຫ້ອອກຈາກໜ້າທີ່.ເຮັດໄດ້ແນວນີ້ໂອກາດທາງຄົງທົນມີສູງ.



__________________
Anonymous

Date:

Great job - congrats to all lao people with nice road.

Looking forward to new more roads/



__________________
Anonymous

Date:

ມີໃຜບອກໄດ້ບໍ່ລາຄາເທົ່າໃດ 

ສວ່ນດິນແຄມທາງທີກາຍເປັນທຶນນັ້ນເພິ່ນຂາຍແນວໃດ



__________________
Anonymous

Date:

ສວ່ນບໍລິສັດທີ່ລົງທຶນກອ່ນເດ ເພິ່ນໃຊ້ເງິນຈາກແຫລ່ງໃດແດ່ 



__________________
Anonymous

Date:

Anonymous wrote:

ສວ່ນບໍລິສັດທີ່ລົງທຶນກອ່ນເດ ເພິ່ນໃຊ້ເງິນຈາກແຫລ່ງໃດແດ່ 


 ແຫຼ່ງທືນແມ່ນເອົາທີ່ດີນລຽບຕາມແຄມທາງໃຫ້ບໍລິສັດຮັບເໝົາຂາຍເອົາເອງ

ບໍລິສັດຈ່າຍຄ່າຊົດເຊີຍກັບເຈົ້າຂອງທີ່ດີນເອງ, ທ່ານໃດສົນໃຈຊື້ກໍ່ຕິດຕໍ່ກັບບໍລິສັດໂດຍກົງ

ຍ້ອນເຫັນບໍລິສັດນີ້ໄດ້ດີແນວນັ້ນ ບໍລິສັດໃໝ່ຈື່ງຂໍລົງທືນທາງຈາກດອນນົກຂຸ້ມ ຫາ ທາງ 450ປີ

ແຕ່ເອົາເນື້ອທີ່ກວ້າງກວ່າ

 



__________________
Anonymous

Date:

Anonymous wrote:

http://vtetoday.la/wp-content/uploads/2013/06/DSC03111-0.jpg

 


 ອີກບໍ່ດົນກະເປັນຄື ທາງ 450 ປີ....ຈັກຫຍ້າ, ຈັກຂີ້ຝຸ່ນ ບໍ່ມີການດູແລຮັກສາເລີຍ ຍາມມືຄືນກາມືດ ຈົນບໍ່ກ້າທຽວທາງເສັ້ນນີ້...



__________________
Anonymous

Date:

ຈາກແຫຼ່ງຟອກເງິນຂອງຜູ້ມີອຳນາດ ໜູນ,ດຸນ ກັນກຳຜູ້ຮັບເໝົາ.ແບ່ງກັນໄຊ້ປັນກັນກິນ

ເທິງຫຼັງຄວາມທຸກຂອງປະຊາຊົນ ແລະ ຄວາມຈິບຫາຍຂອງຊາດບ້ານເມືອງ.



__________________
Anonymous

Date:

Anonymous wrote:

Isn't this the Thanon 450?


No, This is  ຖະໜົນຕັດໃໝ່ໜອງບຶກຫາດົງນາໂຊກ very good road now



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard