Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວ ແກ້ຕົວອີກຄັ້ງໃໝ່ ຕໍ່ການຫາຍສາບສູນຂອງທ່ານ ສົມບັດ ສົມພອນ.
Anonymous

Date:
ທາງການລາວ ແກ້ຕົວອີກຄັ້ງໃໝ່ ຕໍ່ການຫາຍສາບສູນຂອງທ່ານ ສົມບັດ ສົມພອນ.





ທາງການລາວ ແກ້ຕົວອີກຄັ້ງໃໝ່
ຕໍ່ການຫາຍສາບສູນຂອງທ່ານ ສົມບັດ ສົມພອນ.
ໂດຍ: ລູກ ຫຼານ ເຈົ້າອານຸ

ການໃຫ້ສໍາພາດຂ່າວຂອງທ່ານ ພັນເອກ ເພັງສວັນ ທິພວົງໄຊ, ຮອງຫົວໜ້າກົມໃຫ່ຍຕໍາຣວຈໃຫ່ຍ
ກະຊວງປ້ອງກັນຄວາມສງົບ ແຫ່ງຊາດຂອງ ລາວ ກ່ຽວກັບການເຮັດໃຫ້ທ່ານ ສົມບັດ ສົມພອນ
ຫາຍສາບສູນ ຊຶ່ງຖືກຈັດຂື້ນ ໃນມື້ວັນສຸກ ວັນ ທີ 1 ເດືອນ ມິນາ ປີ 2013 ນີ້. ກໍບໍ່ມີຫຍັງເປັນ
ຂອງໃໝ່ ເພາະບໍ່ມີຂ່າວຄືບໜ້າໃດໆແຕກຕ່າງໄປຈາກທີ່ສໍາພາດ ມາແລ້ວໃນຄັ້ງກ່ອນໆ. ການກ່າວ
ເປັນພຽງແຕ່ການ ຕອບຕໍ່ຄໍາຖາມ ຂອງຍານາງ ຊຸຍເມັງ ທີ່ໄດ້ຕັ້ງຄໍາຖາມ ເພຶ່ອຫາຄໍາຕອບ ຈາກ
ທາງການ ຕໍາຣວຈຂອງລາວ ຂຶ່ງມີທັງຫມົດ 9 ຂໍ້.

ຫລັງຈາກການ ກະກຽມມາດົນ ເຄິ່ງເດືອນ, ທ່ານ ພັນເອກ ເພັງສວັນ ໄດ້ກ່າວໃນລັກສນະ
ປ້ອງການການກະທໍາຜິດ ຂອງພວກຕົນ ແລະພັລນາໄປເຖິງ ເຫດການທີ່ ຄ້າຍຄຽງກັນ
ເກີດຂຶ້ນຜ່ານມາໃນປະເທດລາວ ແລະບາງຄັ້ງກໍ່ກ່າວວ່າ ສະພາບແບບນີ້ ເກີດຂຶ້ນມີຢູ່
ທຸກໆປະເທດໃນໂລກ. ແຕ່ສິ່ງທີ່ຊາວລາວ ແລະຊາວໂລກ ຄວນເອົາໃຈໃສ່ ແລະ ພິ
ຈາຣະນາຢ່າງຖີ່ຖ້ວນ ກໍ່ຄືການແກ້ຕົວ ໃນຂໍ້ 3.5 ຕໍ່ ຄໍາຖາມ ທີ່ພົວພັນເຖິງຮູບພາບ
ຈາກກ້ອງວົງຈອນປິດ ຊຶ່ງພັລຍາຂອງທ່ານ ສົມບັດ ສົມພອນ ໄດ້ຖາມວ່າ ທາງການລາວ
ໄດ້ຂໍໃຫ້ສາກົລ ທີ່ມີຄວາມສາມາດທາງ ເທັກໂນໂລຊີ ສູງກ່ວາ ຊ່ວຍກວດເບິ່ງວ່າ ຜູ່ທີ່
ຂີ່ຣົດຈັກ ມາແລ້ວຂັບ ເອົາຣົດຈິບຂອງທ່ານ ສົມບັດ ອອກໄປ ແລະຣົດກະບະສີຂາວ ທີ່
ໄຕ້ໄຟສັນຍານ ຂໍທາງ ນໍາເອົາຕົວທ່ານ ສົມບັດ ອອກໄປນັ້ນ ແມ່ນຂອງໃຜ ?

ແທນທີ່ຈະໃຫ້ຄໍາຕອບ ແບບສົມເຫດ ສົມຜົນ, ທ່ານ ພອ. ເພັງສວັນ ຊໍ້າໄປຖິ້ມໃສວ່າ
ກ້ອງນັ້ນ ຖ່າຍໃນຕອນຄໍ່າ ແລະມີ ໝອກປິດບັງ ແລະບໍ່ຈໍາເປັນ ຈະຂໍຄວາມຊ່ວຍເຫລືອ
ຈາກປະເທດໃດ ເພາະມັນແມ່ນເຣືອງພາຍໃນຂອງ ລາວເອງ.

ຄໍາຕອບທັງໝົດ ນີ້ມພິຣຸດ ຊຶ່ງຄົນທົ່ວໄປ ມີຄໍາຖາມເຈາະຈີ້ມ ຫາຄວາມຈິງເຊັ່ນ:
- ຕໍ່ຜູ້ຊາຍທີ່ ຂີ່ຣົດຈັກມາຈອດຕິດກັບຣົດທ່ານ ສົມບັດ ສົມພອນ, ແລ່ນເຂົ້າໄປ
ໃນປົດຕໍາຣວຈ ແລ້ວຂ້ຽວອອກມາ ແລະຂັບຣົດທ່ານ ສົມບັດ ອອກໄປທັນທີ. ທ່ານ ນາຍ
ພັນເອກ ບໍໄດ້ເວົ້າເຖິງວ່າ, ເປັນຫຍັງ ຜູ້ຊາຍຄົນນັ້ນ ຈຶ່ງມາຈອດຣົດຈັກ ໃນເວລາທີ່
ຕໍາຣວຈ ຢຸດຣົດທ່ານ ສົມບັດ ສົມພອນ ນັ້ນບໍ່ດົນແລ້ວ ຂ້ຽວແລ່ນເຂົ້າໄປໃນປົດ ຕໍາຣວຈ,
ທັນໃດນັ້ນກໍອອກມາ ແລ້ວຂຶ້ນຣົດທ່ານ ສົມບັດ ແລະຂັບອອກໄປ. ຖ້າບໍ່ມີການສົມຮູ້
ຮ່ວມຄິດກັບເຈົ້າໜ້າທີ່ຕໍາຣວຈ, ຜູ້ຊາຍຄັນນັ້ນ ຈະເອົາກະແຈຣົດທ່ານ ສົມບັດ ສົມພອນ
ມາຈາກໃສ? ທ່ານ ພັນເອກ ຄິດວ່າ ບໍຣິສັດ ຄໄຣສເລີ (Chrysler) ຂອງອະເມຣິກັນ
ເຮັດກະແຈຣົດຈິບ ຖືກກັບ ກະແຈຣົດຈັກ ຂອງຊາຍຄົນນັນບໍ? ແລະອີກສິ່ງນຶ່ງທີ່ ເປັນ
ພິຣຸດຫລາຍກ່ວາກໍຄື ທ່ານ ພັນເອກ ເວົ້າວ່າເມຶ່ອເຈົ້າໜ້າທີ່ຕໍາຣວຈ ທີ່ກວດຣົດ ຈະອອກໄປ
ກິນເຂົ້າ ເຫັນົຣດຈັກຄັນນັ້ນຈອດຄຸງຢູ່ກາງທາງຍ່າງ ຈຶ່ງມາຫາມອອກ, ສະແດງວ່າ ທ່ານນາຍ
ພັນ ຮູ້ດີເຖິງພວກຕໍາຣວຈກວດຣົດນັ້ນ, ເປັນຫຍັງຈິ່ງບໍ່ຍອມເປີດເຜີຍຊື່ໃຫ້ ຄອບຄົວທ່ານ
ສົມບັດ ຖາມແລະຊອກຫາສາຍເຫດ ມັນຢູ່ນໍາພວກຕໍາຣວຈ ທີ່ກວດຣົດນັ້ນ.

- ຕໍ່ຣົດກະບະສີຂາວ ທີ່ເປີດໄຟສັນຍານ ມາເອົາທ່ານ ສົມບັດ ສົມພອນໄປນັ້ນ, ທ່ານພັນເອກ
ວ່າບໍ່ສາມາດເຫັນປ້າຍໄດ້ເພາະມີ ໝອກກຸ້ມບັງ. ນີ້ແມ່ນຄໍາຕອບ ທີ່ບໍ່ສົມເຫດ ສົມຜົນເຊັ່ນກັນ.
ທ່ານ ພັນເອກ ຮູ້ບໍ່ວ່າ ຊາດໃດ ເຮັດກ້ອງວົງຈອນປິດນີ້ກ່ອນໝູ່ໃນໂລກ ແລະ ຈີນ ທີ່ມາຕິດ
ຕັ້ງໃຫ້້ ລາວ ນັ້ນລອກແບບມາຈາກໃສ. ວິທຍາສາດຂອງ ປະເທດທີ່ສີວິໄລ ສາມາດຊອກເຫັນ
ສິ່ງທີ່ເລິກລັບ ໄປກ່ວາປ້າຍຣົດກະບະສີຂາວ ຊຶ່ງເປັນຣົດ ຂອງຕໍາຣວຈກໍາແພງ ນະຄອນວຽງຈັນ
ຂອງລາວ ນີ້ອີກ.

- ທ່ານພັນເອກບອກວ່າ ນີ້ແມ່ນເຣື້ອງພາຍໃນຂອງລາວ, ບໍ່ຈໍາເປັນຕ້ອງຫາປະເທດອຶ່ນມາ
ສອບສວນ. ແຕ່ທາງການ ລາວ ຢ່າລືມວ່າທ່ານ ສມົບັດ ສົມພອນ ບໍ່ພຽງແຕ່ເປັນພົລເມືອງ
ລາວ ມາແຕ່ກໍາເນີດເທົ່ານັ້ນ, ແຕ່ທ່ນເປັນຄົນສາກົລ ແລະມີຖານະ ບົດບາດຣະດັບໂລກແລ້ວ.

- ການທີ່ພວກທ່ານ ຈັບຄົນດີ ມີກຽຕຊື່ສຽງກ້ອງໂລກ ໄປຂ້າແບບບໍ່ກະດຽມມືນັ້ນ້ ,
ປະຊາຊົນລາວ ຜູ້ຮັກຫອມຄວາມເປັນທັມ ແລະປະຊາຊົນຊາວໂລກ ທີ່ນັບຖືສິດທິມະນຸສ
ຈະບໍ່ຍອມອະໄພໃຫ້ພວກທ່ານເດັດຂາດ.

- ຢ່າລືມວ່າ ພາບຈາກກ້ອງວົງຈອນປິດ ໄດ້ເຫັນທົ່ວໂລກ, ຖືກບັນທຶກໄວ້ ແລະຖືກພິສູດ
ເຫັນຄວາມຈິງຂອງ ເຫດການທຸກຢ່າງແລ້ວ.

- ພວກທ່ານຄວນຍອມຮັບສາຣະພາບ ຕໍ່ການກະທໍາຜິດອັນໂຫດຫ້ຽມ ແລະໂດຍເຈຕ
ນານັ້ນ ກ່ອນທີ່ຈະສວາຍເກີນໄປ . ການກະທໍາອັນ ໄຮ້ມະນຸສທັມຂອງພວກທ່ານ
ຈະສົ່ງຜົນກະທົບ ກະເທຶອນຕໍ່ຊາຕາກັມຂອງຊາດ ແລະຂອງ ປະຊາຊົນ ລາວທັງມວນ.




__________________
Anonymous

Date:
RE: ທາງການລາວ ແກ້ຕົວອີກຄັ້ງໃໝ່ ຕໍ່ການຫາຍສາບສູນຂອງທ່ານ ສົມບັດ ສົມພອນ.


ອີກບໍ່ດົນທ່ານພັນເອກ ດຣ. ເພັງສະຫວັນ ທິບພະວົງໄຊ ຈະໄດ້ເລື່ອນຊັ້ນຂຶ້ນເປັນພົນຈັດຕະວາ ດຣ. ເພັງສະຫວັນ ທິບພະວົງໄຊ

ເພາະເພິ່ນໄດ້ຕົວະຕາມຄໍາສັ່ງຂອງຂັ້ນເທິງທຸກຢ່າງ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard