ຂໍຖາມຄຳຄິດເຫັນວ່າ ຖ້າທ່ານມີລູກຫຼານ ຈະເອົາເຂົ້າຮຽນໂຮງຮຽນໃດ ທີ່ຄິດວ່າດີທີ່ສຸດແລະຍ້ອນຫຍັງ ເລີ່ມແຕ່ອະນຸບານ, ປະຖົມ, ມັດທະຍົມ ທັງໃນນະຄອນຫຼວງແລະຕ່າງແຂວງ
Anonymous wrote:ຂໍຖາມຄຳຄິດເຫັນວ່າ ຖ້າທ່ານມີລູກຫຼານ ຈະເອົາເຂົ້າຮຽນໂຮງຮຽນໃດ ທີ່ຄິດວ່າດີທີ່ສຸດແລະຍ້ອນຫຍັງ ເລີ່ມແຕ່ອະນຸບານ, ປະຖົມ, ມັດທະຍົມ ທັງໃນນະຄອນຫຼວງແລະຕ່າງແຂວງ
ຕາມຜູ້ຂ້າຄິດຢູ່ໂຮງຮຽນໃດກໍ່ດີໝົດເພາະວ່າທຸກໆໂຮງຮຽນແມ່ນໄດ້ນຳເອົາຫຼັກສູດອັນດຽວກັນຈາກກະຊວງສຶກສາມາສິດສອນ, ແຕ່ວ່າສິ່ງສຳຄັນ ພໍ່ແລະແມ່ຂອງນັກຮຽນຕ້ອງພົວພັນກັບນາຍຄູແລະນາຍຄູເອງກໍ່ຕ້ອງພົວພັນກັບພໍ່ແມ່ຂອງນັກຮຽນໃຫ້ດີ ຕາມຫຼັກວິຊາການ''ວິຊາຄູຈິດຕະສາດແລະສຶກສາສາດ''ຖ້າວ່ານາຍຄູປະຕິບັດຕາມຫຼັກສູດແລະໂຄງການສິດສອນຂອງຕົນເອງໃຫ້ ຖືກຕ້ອງຕາມທີ່ຕົນໄດ້ຮຽນຈົບມານັ້ນ ມັນກໍ່ຈະເອກພາບກັນໝົດ ທັງຕ່າງແຂວງ,ໃນເມືອງໃຫຍ່ແລະໂຮງຮຽນເອກຊົນ.
ເປັນຫຍັງຈຶ່ງເນັ້ນພິເສດວ່າ: ຕ້ອງພົວພັນກັບນາຍຄູໃຫ້ດີ?
ຍ້ອນວ່າວ່ານາຍຄູເປັນຜູ້ສິດສອນແລະເກັບກຳໄດ້ຄວາມສາມາດ, ນິດໄສໃຈຄໍຂອງລູກເຮົາເອງໃນເວລາຮ່ຳຮຽນແລະການເຄື່ອນ ໄຫວຕ່າງໆໃນໂຮງຮຽນ. ຖ້າພໍ່ແມ່ຂອງນັກຮຽນຂາດບັນຫານີ້ແລ້ວເຮົາຈະບໍ່ເກັບກຳໄດ້ວ່າລູກຂອງຕົນເອງເປັນແນວໃດ?
ປັດຈຸບັນຍິ່ງມີການທ້າທາຍສູງຂຶ້ນຊັກໄຊ້ໃຫ້ແກ່ຜູ້ເປັນພໍ່ແມ່ຍ້ອນວ່າ: ສະພາບເສຖກິດແລະການຂະຫຍາຍຕົວທີ່ກ້າວໜ້າຂອງ Technologie ກຳລັງລົງມາປົກຄຸມ, ຕໍ່ກັບບັນຫານີ້ພໍ່ແລະແມ່ຫຼືວ່າຄອບຄົວທີ່ມີຖານະດີແດ່ກໍ່ຄວນເອົາໃຈໃສ່ລູກເປັນພິເສດ,ເພາະການຕອບສະໜອງໃຫ້ແກ່ລູກນັ້ນ ຄວນມີການຊັ່ງຊາໃສ່ໄວຮຽນຂອງຜູ້ເປັນລູກເປັນຕົ້ນແມ່ນ: ພາຫະນະຫຼືເຄື່ອງຫຼິ້ນຕ່າງໆຕ້ອງຢູ່ໃນຂອບເຂດບໍ່ດັ່ງນັ້ນຜົນໄດ້ຈະມີຫຼາຍກ່ອນເສຽ. ສະເພາະນັກຮຽນທີ່ມາຈາກຄອບຄົວຊາວໄຮ່ນາກຳມະກອນທີ່ຂາດເຂີນກໍ່ຈະຕົກຢູ່ໃນກໍລະນີນຶ່ງຕື່ມອີກແລະຈະມີການສ່ຽງສູງ
ຍ້ອນການຕອບສະໜອງຈາກຄອບຄົວທີ່ມັນບໍ່ສາມາດໄປດຸ່ນດ່ຽງກັບໝູ່ນັກຮຽນຜູ້ທີ່ມີຖານະດີເພາະບາງຄົນຈະແລ່ນນຳສັງຄົມ,ຖ້າ
ຫາກບໍ່ໄດ້ດັ່ງຫວັງເຂົາເຈົ້າອາດຈະຕັດສິນໃຈໄປທາງຜິດ.
ແຕ່ວ່າສິ່ງສະທ້ອນທາງແງ່ດີກໍ່ມີຫຼາຍເພາະນ້ຳໃຈຂອງນັກຮຽນທີ່ມາຈາກບ່ອນແຕກຕ່າງຂອງພໍ່ແມ່ທີ່ມີລາຍໄດ້ຕ່ຳແລະສູງກໍ່ມີການ ແຂ່ງຂັນກັນຮຽນດີຂຶ້ນ.
ບ່ອນທີ່ຄວນແກ້ໄຂທີ່ຈຳເປັນທີ່ສຸດແມ່ນລັດຖະບານແລະກະຊວງສຶກສາຕ້ອງໄດ້ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງອາຈານສອນຫຼື ນາຍຄູໃຫ້ດີຂຶ້ນ. ນອກຈາກນັ້ນຍັງມີນັກຮຽນດີຮຽນເກ່ງກໍ່ມັກຈະແມ່ນມາຈາກຄອບຄົວຜູ້ທຸກຈົນ, ສະນັ້ນລັດຖະບານຕ້ອງສົ່ງເສີມໃຫ້ເຂົາເຈົ້າມີໂອກາດໄດ້ສຶກສາຮ່ຳຮຽນໂດຍທຶນພິເສດທີ່ເພິ່ນໄດ້ປະຕິບັດກັນມາໃຫ້ຫຼາຍຂຶ້ນກ່ວາເກົ່າ.
ຖ້າທຸກສິ່ງທຸກຢ່າງທີ່ມັນເປັນໄປໄດ້ດັ່ງຜູ້ຂ້າຄິດແລ້ວສິ່ງທີ່ຫຍໍ້ທໍ້ກໍ່ຈະຄ່ອຍໝົດລົງໄປ ແລ້ວຄຸນນະພາບຂອງແຕ່ລະຊັ້ນຂອງໂຮງຮຽນ, ອາຈານສອນ,ນາຍຄູແລະນັກຮຽນກໍ່ຈະມີປະສິດທິພາບສູງຂຶ້ນ.
ດ້ວຍຄວາມຮັກແພງ!
Anonymous wrote:Anonymous wrote:ຂໍຖາມຄຳຄິດເຫັນວ່າ ຖ້າທ່ານມີລູກຫຼານ ຈະເອົາເຂົ້າຮຽນໂຮງຮຽນໃດ ທີ່ຄິດວ່າດີທີ່ສຸດແລະຍ້ອນຫຍັງ ເລີ່ມແຕ່ອະນຸບານ, ປະຖົມ, ມັດທະຍົມ ທັງໃນນະຄອນຫຼວງແລະຕ່າງແຂວງ ຕາມຜູ້ຂ້າຄິດຢູ່ໂຮງຮຽນໃດກໍ່ດີໝົດເພາະວ່າທຸກໆໂຮງຮຽນແມ່ນໄດ້ນຳເອົາຫຼັກສູດອັນດຽວກັນຈາກກະຊວງສຶກສາມາສິດສອນ, ແຕ່ວ່າສິ່ງສຳຄັນ ພໍ່ແລະແມ່ຂອງນັກຮຽນຕ້ອງພົວພັນກັບນາຍຄູແລະນາຍຄູເອງກໍ່ຕ້ອງພົວພັນກັບພໍ່ແມ່ຂອງນັກຮຽນໃຫ້ດີ ຕາມຫຼັກວິຊາການ''ວິຊາຄູຈິດຕະສາດແລະສຶກສາສາດ''ຖ້າວ່ານາຍຄູປະຕິບັດຕາມຫຼັກສູດແລະໂຄງການສິດສອນຂອງຕົນເອງໃຫ້ ຖືກຕ້ອງຕາມທີ່ຕົນໄດ້ຮຽນຈົບມານັ້ນ ມັນກໍ່ຈະເອກພາບກັນໝົດ ທັງຕ່າງແຂວງ,ໃນເມືອງໃຫຍ່ແລະໂຮງຮຽນເອກຊົນ.ເປັນຫຍັງຈຶ່ງເນັ້ນພິເສດວ່າ: ຕ້ອງພົວພັນກັບນາຍຄູໃຫ້ດີ?ຍ້ອນວ່າວ່ານາຍຄູເປັນຜູ້ສິດສອນແລະເກັບກຳໄດ້ຄວາມສາມາດ, ນິດໄສໃຈຄໍຂອງລູກເຮົາເອງໃນເວລາຮ່ຳຮຽນແລະການເຄື່ອນ ໄຫວຕ່າງໆໃນໂຮງຮຽນ. ຖ້າພໍ່ແມ່ຂອງນັກຮຽນຂາດບັນຫານີ້ແລ້ວເຮົາຈະບໍ່ເກັບກຳໄດ້ວ່າລູກຂອງຕົນເອງເປັນແນວໃດ?ປັດຈຸບັນຍິ່ງມີການທ້າທາຍສູງຂຶ້ນຊັກໄຊ້ໃຫ້ແກ່ຜູ້ເປັນພໍ່ແມ່ຍ້ອນວ່າ: ສະພາບເສຖກິດແລະການຂະຫຍາຍຕົວທີ່ກ້າວໜ້າຂອງ Technologie ກຳລັງລົງມາປົກຄຸມ, ຕໍ່ກັບບັນຫານີ້ພໍ່ແລະແມ່ຫຼືວ່າຄອບຄົວທີ່ມີຖານະດີແດ່ກໍ່ຄວນເອົາໃຈໃສ່ລູກເປັນພິເສດ,ເພາະການຕອບສະໜອງໃຫ້ແກ່ລູກນັ້ນ ຄວນມີການຊັ່ງຊາໃສ່ໄວຮຽນຂອງຜູ້ເປັນລູກເປັນຕົ້ນແມ່ນ: ພາຫະນະຫຼືເຄື່ອງຫຼິ້ນຕ່າງໆຕ້ອງຢູ່ໃນຂອບເຂດບໍ່ດັ່ງນັ້ນຜົນໄດ້ຈະມີຫຼາຍກ່ອນເສຽ. ສະເພາະນັກຮຽນທີ່ມາຈາກຄອບຄົວຊາວໄຮ່ນາກຳມະກອນທີ່ຂາດເຂີນກໍ່ຈະຕົກຢູ່ໃນກໍລະນີນຶ່ງຕື່ມອີກແລະຈະມີການສ່ຽງສູງຍ້ອນການຕອບສະໜອງຈາກຄອບຄົວທີ່ມັນບໍ່ສາມາດໄປດຸ່ນດ່ຽງກັບໝູ່ນັກຮຽນຜູ້ທີ່ມີຖານະດີເພາະບາງຄົນຈະແລ່ນນຳສັງຄົມ,ຖ້າຫາກບໍ່ໄດ້ດັ່ງຫວັງເຂົາເຈົ້າອາດຈະຕັດສິນໃຈໄປທາງຜິດ.ແຕ່ວ່າສິ່ງສະທ້ອນທາງແງ່ດີກໍ່ມີຫຼາຍເພາະນ້ຳໃຈຂອງນັກຮຽນທີ່ມາຈາກບ່ອນແຕກຕ່າງຂອງພໍ່ແມ່ທີ່ມີລາຍໄດ້ຕ່ຳແລະສູງກໍ່ມີການ ແຂ່ງຂັນກັນຮຽນດີຂຶ້ນ.ບ່ອນທີ່ຄວນແກ້ໄຂທີ່ຈຳເປັນທີ່ສຸດແມ່ນລັດຖະບານແລະກະຊວງສຶກສາຕ້ອງໄດ້ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງອາຈານສອນຫຼື ນາຍຄູໃຫ້ດີຂຶ້ນ. ນອກຈາກນັ້ນຍັງມີນັກຮຽນດີຮຽນເກ່ງກໍ່ມັກຈະແມ່ນມາຈາກຄອບຄົວຜູ້ທຸກຈົນ, ສະນັ້ນລັດຖະບານຕ້ອງສົ່ງເສີມໃຫ້ເຂົາເຈົ້າມີໂອກາດໄດ້ສຶກສາຮ່ຳຮຽນໂດຍທຶນພິເສດທີ່ເພິ່ນໄດ້ປະຕິບັດກັນມາໃຫ້ຫຼາຍຂຶ້ນກ່ວາເກົ່າ.ຖ້າທຸກສິ່ງທຸກຢ່າງທີ່ມັນເປັນໄປໄດ້ດັ່ງຜູ້ຂ້າຄິດແລ້ວສິ່ງທີ່ຫຍໍ້ທໍ້ກໍ່ຈະຄ່ອຍໝົດລົງໄປ ແລ້ວຄຸນນະພາບຂອງແຕ່ລະຊັ້ນຂອງໂຮງຮຽນ, ອາຈານສອນ,ນາຍຄູແລະນັກຮຽນກໍ່ຈະມີປະສິດທິພາບສູງຂຶ້ນ.ດ້ວຍຄວາມຮັກແພງ!
ພົວພັນພິເສດກັບນາຍຄູໝາຍຄວາມວ່າແນວໃດ ເຮົາຕ້ອງເຮັດແນວໃດ? ເອົາເງິນເດືອນເພີ່ມໃຫ້ເພິ່ນ ຂອງ ຕ້ອນ ຫລື??
Anonymous wrote:Anonymous wrote:Anonymous wrote:ຂໍຖາມຄຳຄິດເຫັນວ່າ ຖ້າທ່ານມີລູກຫຼານ ຈະເອົາເຂົ້າຮຽນໂຮງຮຽນໃດ ທີ່ຄິດວ່າດີທີ່ສຸດແລະຍ້ອນຫຍັງ ເລີ່ມແຕ່ອະນຸບານ, ປະຖົມ, ມັດທະຍົມ ທັງໃນນະຄອນຫຼວງແລະຕ່າງແຂວງ ຕາມຜູ້ຂ້າຄິດຢູ່ໂຮງຮຽນໃດກໍ່ດີໝົດເພາະວ່າທຸກໆໂຮງຮຽນແມ່ນໄດ້ນຳເອົາຫຼັກສູດອັນດຽວກັນຈາກກະຊວງສຶກສາມາສິດສອນ, ແຕ່ວ່າສິ່ງສຳຄັນ ພໍ່ແລະແມ່ຂອງນັກຮຽນຕ້ອງພົວພັນກັບນາຍຄູແລະນາຍຄູເອງກໍ່ຕ້ອງພົວພັນກັບພໍ່ແມ່ຂອງນັກຮຽນໃຫ້ດີ ຕາມຫຼັກວິຊາການ''ວິຊາຄູຈິດຕະສາດແລະສຶກສາສາດ''ຖ້າວ່ານາຍຄູປະຕິບັດຕາມຫຼັກສູດແລະໂຄງການສິດສອນຂອງຕົນເອງໃຫ້ ຖືກຕ້ອງຕາມທີ່ຕົນໄດ້ຮຽນຈົບມານັ້ນ ມັນກໍ່ຈະເອກພາບກັນໝົດ ທັງຕ່າງແຂວງ,ໃນເມືອງໃຫຍ່ແລະໂຮງຮຽນເອກຊົນ.ເປັນຫຍັງຈຶ່ງເນັ້ນພິເສດວ່າ: ຕ້ອງພົວພັນກັບນາຍຄູໃຫ້ດີ?ຍ້ອນວ່າວ່ານາຍຄູເປັນຜູ້ສິດສອນແລະເກັບກຳໄດ້ຄວາມສາມາດ, ນິດໄສໃຈຄໍຂອງລູກເຮົາເອງໃນເວລາຮ່ຳຮຽນແລະການເຄື່ອນ ໄຫວຕ່າງໆໃນໂຮງຮຽນ. ຖ້າພໍ່ແມ່ຂອງນັກຮຽນຂາດບັນຫານີ້ແລ້ວເຮົາຈະບໍ່ເກັບກຳໄດ້ວ່າລູກຂອງຕົນເອງເປັນແນວໃດ?ປັດຈຸບັນຍິ່ງມີການທ້າທາຍສູງຂຶ້ນຊັກໄຊ້ໃຫ້ແກ່ຜູ້ເປັນພໍ່ແມ່ຍ້ອນວ່າ: ສະພາບເສຖກິດແລະການຂະຫຍາຍຕົວທີ່ກ້າວໜ້າຂອງ Technologie ກຳລັງລົງມາປົກຄຸມ, ຕໍ່ກັບບັນຫານີ້ພໍ່ແລະແມ່ຫຼືວ່າຄອບຄົວທີ່ມີຖານະດີແດ່ກໍ່ຄວນເອົາໃຈໃສ່ລູກເປັນພິເສດ,ເພາະການຕອບສະໜອງໃຫ້ແກ່ລູກນັ້ນ ຄວນມີການຊັ່ງຊາໃສ່ໄວຮຽນຂອງຜູ້ເປັນລູກເປັນຕົ້ນແມ່ນ: ພາຫະນະຫຼືເຄື່ອງຫຼິ້ນຕ່າງໆຕ້ອງຢູ່ໃນຂອບເຂດບໍ່ດັ່ງນັ້ນຜົນໄດ້ຈະມີຫຼາຍກ່ອນເສຽ. ສະເພາະນັກຮຽນທີ່ມາຈາກຄອບຄົວຊາວໄຮ່ນາກຳມະກອນທີ່ຂາດເຂີນກໍ່ຈະຕົກຢູ່ໃນກໍລະນີນຶ່ງຕື່ມອີກແລະຈະມີການສ່ຽງສູງຍ້ອນການຕອບສະໜອງຈາກຄອບຄົວທີ່ມັນບໍ່ສາມາດໄປດຸ່ນດ່ຽງກັບໝູ່ນັກຮຽນຜູ້ທີ່ມີຖານະດີເພາະບາງຄົນຈະແລ່ນນຳສັງຄົມ,ຖ້າຫາກບໍ່ໄດ້ດັ່ງຫວັງເຂົາເຈົ້າອາດຈະຕັດສິນໃຈໄປທາງຜິດ.ແຕ່ວ່າສິ່ງສະທ້ອນທາງແງ່ດີກໍ່ມີຫຼາຍເພາະນ້ຳໃຈຂອງນັກຮຽນທີ່ມາຈາກບ່ອນແຕກຕ່າງຂອງພໍ່ແມ່ທີ່ມີລາຍໄດ້ຕ່ຳແລະສູງກໍ່ມີການ ແຂ່ງຂັນກັນຮຽນດີຂຶ້ນ.ບ່ອນທີ່ຄວນແກ້ໄຂທີ່ຈຳເປັນທີ່ສຸດແມ່ນລັດຖະບານແລະກະຊວງສຶກສາຕ້ອງໄດ້ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງອາຈານສອນຫຼື ນາຍຄູໃຫ້ດີຂຶ້ນ. ນອກຈາກນັ້ນຍັງມີນັກຮຽນດີຮຽນເກ່ງກໍ່ມັກຈະແມ່ນມາຈາກຄອບຄົວຜູ້ທຸກຈົນ, ສະນັ້ນລັດຖະບານຕ້ອງສົ່ງເສີມໃຫ້ເຂົາເຈົ້າມີໂອກາດໄດ້ສຶກສາຮ່ຳຮຽນໂດຍທຶນພິເສດທີ່ເພິ່ນໄດ້ປະຕິບັດກັນມາໃຫ້ຫຼາຍຂຶ້ນກ່ວາເກົ່າ.ຖ້າທຸກສິ່ງທຸກຢ່າງທີ່ມັນເປັນໄປໄດ້ດັ່ງຜູ້ຂ້າຄິດແລ້ວສິ່ງທີ່ຫຍໍ້ທໍ້ກໍ່ຈະຄ່ອຍໝົດລົງໄປ ແລ້ວຄຸນນະພາບຂອງແຕ່ລະຊັ້ນຂອງໂຮງຮຽນ, ອາຈານສອນ,ນາຍຄູແລະນັກຮຽນກໍ່ຈະມີປະສິດທິພາບສູງຂຶ້ນ.ດ້ວຍຄວາມຮັກແພງ! ພົວພັນພິເສດກັບນາຍຄູໝາຍຄວາມວ່າແນວໃດ ເຮົາຕ້ອງເຮັດແນວໃດ? ເອົາເງິນເດືອນເພີ່ມໃຫ້ເພິ່ນ ຂອງ ຕ້ອນ ຫລື??ໃນປີ1976ຜູ້ຂ້າເຄີຍໄປສິດສອນຢູ່ບ່ອນທຸລະກັນດານທີ່ສຸດແຫ່ງນຶ່ງຊຶ່ງເປັນບ້ານຕັ້ງຢູ່ໃນແມ່ນ້ຳສາຂາຂອງແມ່ນ້ຳຂອງຫຼັງຈາກຖືກແບ່ງປັນຈາກພະແນກສຶກສາເມືອງໃຫ້ໄປສອນຢູ່ໃນຂົງເຂດນັ້ນແລ້ວບັນດາເພື່ອນໆນາຍຄູທັງຫຼາຍກໍ່ຈະບໍ່ສະບາຍໃຈປານໃດແຕ່ກໍ່ຝືນໃຈໄປຕາມການແຕ່ງຕັ້ງຂອງເພິ່ນ.ສາຍເຫດບໍ່ມີຜູ້ໃດຢາກໄປສອນຢູ່ຂົງເຂດດັ່ງກ່າວນັ້ນຍ້ອນການສັນຈອນໄປມາບໍ່ສະດວກ,ຖ້າວ່າຍ່າງກໍ່ໃຊ້ເວລາສອງວັນໂດຍຕ້ອງອົດທົນຂຶ້ນພູລົງຫ້ວຍ, ຖ້າວ່າໄປທາງເຮືອກໍ່ຕ້ອງໃຊ້ເວລາມື້ເຄິ່ງແລະສ່ຽງຕໍ່ອັນຕະລາຍຈາກແກ້ງເຝືອນທີ່ໂຫດຮ້າຍຂອງແມ່ນ້ຳສາຍນັ້ນ.ແຕ່ແລ້ວຜູ້ຂ້າແລະໝູ່ເພື່ອນກໍ່ຕົກລົງໄປສອນໃນແຖວນັ້ນແຕ່ວ່າບັນດາເພື່ອນໆທີ່ໄປນຳກັນນັ້ນກໍ່ສອນໄດ້ແຕ່ເຄິ່ງປີແລ້ວກໍ່ໜີໝົດແລ້ວນັກຮຽນຊົນເຜົ່າທີ່ຢູ່ບ້ານບໍ່ໄກປານໃດນັ້ນ,ສະເພາະຜູ້ທີ່ຍັງຢາກຮຽນກໍ່ຍ້າຍມາເຂົ້າຮຽນນຳຜູ້ຂ້າ. ເຫດຜົນການໜີອອກຈາກການສິດສອນຂອງເຂົາເຈົ້ານັ້ນມີຫຼາຍໆຢ່າງເຊັ່ນ:1.ທຸລະກັນດານ2.ປັບປຸງຕົນເອງເຂົ້າກັບສະພາບຂອງທ້ອງຖິ່ນບໍ່ໄດ້ເພາະມັນແມ່ນຊົນເຜົ່າສ່ວນນ້ອຍ3.ຍັງມີການດັກລັດຍິງຂອງພວກກູ້ຊາດ ເພາະວ່າ1976ຫາກໍ່ປົດປ່ອຍໃໝ່ໆທົ່ວປະເທດ.ສະນັ້ນຄວາມສັບສົນຫວຸ້ນວາຍໃຜໆກໍ່ຮູ້ຈັກດີໃນເວລານັ້ນແຕ່ແລ້ວຜູ້ຂ້າກໍ່ຜ່ານຜ່າອຸປສັກມາດ້ວຍດີດ້ວຍເຫດຜົນດັ່ງນີ້:ປຸບປຸງຕົນເອງແລະນິໄສໃຈຄໍໃຫ້ເຂົ້າກັບປະຊາຊົນແລະທຸກໆສະພາບການຂອງບ້ານທີ່ຜູ້ຂ້າໄປສອນນັ້ນເພາະວ່າໃນບ້ານນັ້ນມີຊົນເຜົ່າລາວລຸ່ມແລະລາວເທິງປົນກັນຢູ່ແຕ່ສະຖິຕິຊົນເຜົ່າລາວເທິງຂ້ອນຂ້າງສູງກ່ອນລາວລຸ່ມ.ນອກຈາກຈະສິດສອນແລ້ວຜູ້ຂ້າແມ່ນພຽບພ້ອມທຸກໆຢ່າງເຊັ່ນຕ້ອງສະຫຼະເວລາທ້າຍອາທິດໄປຊ່ວຍວຽກງານນຳປະຊາຊົນ ແລະຮ່ວມສ້າງສັນກັບເຂົາເຈົ້າໃນສິ່ງທີ່ຕົນເອງສາມາດເຮັດໄດ້,ນອກຈາກນັ້ນຜູ້ຂ້າຍັງພານັກຮຽນລ້ຽງໄກ່ແລະເຮັດສວນຄົວ ເພ່ືອວ່າ ຈະເອົາຜົນຜະລິດນັ້ນມາຈັດງານລ້ຽງສະຫຼຸບສົກຮຽນ. ສຸດທ້າຍການກະທຳທຸກໆຢ່າງທີ່ຜູ້ຂ້າເຮັດຂຶ້ນມານັ້ນປະຊາຊົນກໍ່ເຂົ້າໃຈວ່າເຮົາພວມຕ້ອງການຫຍັງຈາກເຂົາເຈົ້າ!ສ່ວນວ່າເຂົ້າ ແລະອາຫານການກິນນັ້ນນອກຈາກຈະໄປຫາເອງນອກໂມງສອນແລ້ວແມ່ນຜູ້ຂ້າບໍ່ໄດ້ຈົກເງິນຈ່າຍຕະຫຼອດປີ,ເພາະວ່າຊາວບ້ານຫາກເກັບເກນກັນມາສົ່ງໃຫ້. ກ່ອນໜ້າສົກຮຽນຈະສິ້ນສຸດລົງຜູ້ຂ້າຖືກຮ້ອງຂໍຈາກຊາວບ້ານໃຫ້ສອນຢູ່ບ້ານດັ່ງກ່າວຕະຫຼອດໄປແລະຊອກຜູ້ສາວຜູ້ທີ່ເໝາະ ສົມກັບຖານະຂອງຜູ້ຂ້າໃຫ້ເພ່ືອມັດໃຈ ແຕ່ແລ້ວຜູ້ຂ້າກໍ່ຖືກໄປຮຽນຕໍ່ອີກລະດັບຂັ້ນສູງກວ່ານັ້ນອີກຊັ້ນນຶ່ງແລະຊັ້ນຕໍ່ໆໄປຈົນ ມາເຖິງປັດຈຸບັນນີ້.ຫຼາຍປີຕໍ່ມານ້ອງສາວຜູ້ຖັດໄປທີ່4ກໍ່ຮຽນຈົບວິຊາຄູຕື່ມອີກແລ້ວຖືກລົງໄປຝຶກຫັດຢູ່ແຖວນັ້ນລາວກໍ່ຖືກຮ່ວມມືແລະຕ້ອນຮັບຢ່າງອົບອຸ່ນທີ່ສຸດຈາກປະຊາຊົນໃນຂົງເຂດນັ້ນຕື່ມອີກເພາະເຂົາເຈົ້າຮູ້ວ່າແມ່ນນ້ອງສາວຂອງຜູ້ຂ້າ. (ນີ້ແມ່ນການຢັ້ງຢືນແລະການບອກເລົ່າຂອງຜູ້ເປັນນ້ອງສາວ) ພົວພັນພິເສດກັບນາຍຄູໝາຍຄວາມວ່າແນວໃດ ເຮົາຕ້ອງເຮັດແນວໃດ? ເອົາເງິນເດືອນເພີ່ມໃຫ້ເພິ່ນ ຂອງ ຕ້ອນ ຫລື??ຈາກຄຳຖາມຂອງທ່ານທີ່ຖາມມາເທິງນີ້ຜູ້ຂ້າໄດ້ເລົ່າເຫດການຕົວຈິງຂອງຜູ້ຂ້າເອງທີ່ໄດ້ກະທຳຕົວຈິງຂອງອາຊີບນາຍຄູມາ ເທິງນັ້ນ. ແລະທ່ານເດຄວນເຂົ້າກັບນາຍຄູຜູ້ທີ່ເປັນຄູຂອງລູກທ່ານແນວໃດ?ຄົນລາວມີນິດໄສໃຈຄໍຄ້າຍໆຄືກັນແລະຄືກັນຕັ້ງແຕ່ເໜືອຕະຫຼອດໃຕ້,ສະນັ້ນການກະທຳດີຕໍ່ກັນບໍ່ແມ່ນຈະວັດແທກດ້ວຍເງິນ ທອງຢ່າງດຽວ!ຂໍໂທດນຳທ່ານເຈົ້າຂອງກະທູ້ຫຼາຍໆເນີ, ເມື່ອທ່ານອ່ານແລ້ວກໍ່ຄືກັນກັບວ່າເປັນບົດເຂົ້າກະຕ່າຍໍຕົນເອງໝົດແຕ່ມັນຫາກແມ່ນຄວາມຈິງແທ້ໆທີ່ຜູ້ຂ້າໄດ້ກະທຳມາ, ຂໍໃຫ້ທ່ານກັ່ນຕອງແລະດັດແປງເອົາບັນຫາທີ່ມັນສອດຄ່ອງກັບຢຸກປັດຈຸບັນແລະສະໄໝສາມສິບກວ່າປີກ່ອນມາສົມທຽບກັນ.ດ້ວຍຄວາມນັບຖືແລະຮັກແພງຈາກອາດີດນາຍຄູບ້ານນອກອີກຄົນນຶ່ງ
ໃນປີ1976ຜູ້ຂ້າເຄີຍໄປສິດສອນຢູ່ບ່ອນທຸລະກັນດານທີ່ສຸດແຫ່ງນຶ່ງຊຶ່ງເປັນບ້ານຕັ້ງຢູ່ໃນແມ່ນ້ຳສາຂາຂອງແມ່ນ້ຳຂອງ
ຫຼັງຈາກຖືກແບ່ງປັນຈາກພະແນກສຶກສາເມືອງໃຫ້ໄປສອນຢູ່ໃນຂົງເຂດນັ້ນແລ້ວບັນດາເພື່ອນໆນາຍຄູທັງຫຼາຍກໍ່ຈະບໍ່ສະ
ບາຍໃຈປານໃດແຕ່ກໍ່ຝືນໃຈໄປຕາມການແຕ່ງຕັ້ງຂອງເພິ່ນ.
ສາຍເຫດບໍ່ມີຜູ້ໃດຢາກໄປສອນຢູ່ຂົງເຂດດັ່ງກ່າວນັ້ນຍ້ອນການສັນຈອນໄປມາບໍ່ສະດວກ,ຖ້າວ່າຍ່າງກໍ່ໃຊ້ເວລາສອງວັນໂດຍ
ຕ້ອງອົດທົນຂຶ້ນພູລົງຫ້ວຍ, ຖ້າວ່າໄປທາງເຮືອກໍ່ຕ້ອງໃຊ້ເວລາມື້ເຄິ່ງແລະສ່ຽງຕໍ່ອັນຕະລາຍຈາກແກ້ງເຝືອນທີ່ໂຫດຮ້າຍຂອງແມ່ນ້ຳສາຍນັ້ນ.
ແຕ່ແລ້ວຜູ້ຂ້າແລະໝູ່ເພື່ອນກໍ່ຕົກລົງໄປສອນໃນແຖວນັ້ນແຕ່ວ່າບັນດາເພື່ອນໆທີ່ໄປນຳກັນນັ້ນກໍ່ສອນໄດ້ແຕ່ເຄິ່ງປີແລ້ວກໍ່
ໜີໝົດແລ້ວນັກຮຽນຊົນເຜົ່າທີ່ຢູ່ບ້ານບໍ່ໄກປານໃດນັ້ນ,ສະເພາະຜູ້ທີ່ຍັງຢາກຮຽນກໍ່ຍ້າຍມາເຂົ້າຮຽນນຳຜູ້ຂ້າ. ເຫດຜົນການໜີອອກຈາກການສິດສອນຂອງເຂົາເຈົ້ານັ້ນມີຫຼາຍໆຢ່າງເຊັ່ນ:
1.ທຸລະກັນດານ
2.ປັບປຸງຕົນເອງເຂົ້າກັບສະພາບຂອງທ້ອງຖິ່ນບໍ່ໄດ້ເພາະມັນແມ່ນຊົນເຜົ່າສ່ວນນ້ອຍ
3.ຍັງມີການດັກລັດຍິງຂອງພວກກູ້ຊາດ ເພາະວ່າ1976ຫາກໍ່ປົດປ່ອຍໃໝ່ໆທົ່ວປະເທດ.
ສະນັ້ນຄວາມສັບສົນຫວຸ້ນວາຍໃຜໆກໍ່ຮູ້ຈັກດີໃນເວລານັ້ນແຕ່ແລ້ວຜູ້ຂ້າກໍ່ຜ່ານຜ່າອຸປສັກມາດ້ວຍດີດ້ວຍເຫດຜົນດັ່ງນີ້:
ປຸບປຸງຕົນເອງແລະນິໄສໃຈຄໍໃຫ້ເຂົ້າກັບປະຊາຊົນແລະທຸກໆສະພາບການຂອງບ້ານທີ່ຜູ້ຂ້າໄປສອນນັ້ນເພາະວ່າໃນບ້ານ
ນັ້ນມີຊົນເຜົ່າລາວລຸ່ມແລະລາວເທິງປົນກັນຢູ່ແຕ່ສະຖິຕິຊົນເຜົ່າລາວເທິງຂ້ອນຂ້າງສູງກ່ອນລາວລຸ່ມ.
ນອກຈາກຈະສິດສອນແລ້ວຜູ້ຂ້າແມ່ນພຽບພ້ອມທຸກໆຢ່າງເຊັ່ນຕ້ອງສະຫຼະເວລາທ້າຍອາທິດໄປຊ່ວຍວຽກງານນຳປະຊາຊົນ ແລະຮ່ວມສ້າງສັນກັບເຂົາເຈົ້າໃນສິ່ງທີ່ຕົນເອງສາມາດເຮັດໄດ້,ນອກຈາກນັ້ນຜູ້ຂ້າຍັງພານັກຮຽນລ້ຽງໄກ່ແລະເຮັດສວນຄົວ ເພ່ືອວ່າ ຈະເອົາຜົນຜະລິດນັ້ນມາຈັດງານລ້ຽງສະຫຼຸບສົກຮຽນ. ສຸດທ້າຍການກະທຳທຸກໆຢ່າງທີ່ຜູ້ຂ້າເຮັດຂຶ້ນມານັ້ນປະຊາຊົນກໍ່ເຂົ້າໃຈວ່າເຮົາພວມຕ້ອງການຫຍັງຈາກເຂົາເຈົ້າ!
ສ່ວນວ່າເຂົ້າ ແລະອາຫານການກິນນັ້ນນອກຈາກຈະໄປຫາເອງນອກໂມງສອນແລ້ວແມ່ນຜູ້ຂ້າບໍ່ໄດ້ຈົກເງິນຈ່າຍຕະຫຼອດປີ,
ເພາະວ່າຊາວບ້ານຫາກເກັບເກນກັນມາສົ່ງໃຫ້. ກ່ອນໜ້າສົກຮຽນຈະສິ້ນສຸດລົງຜູ້ຂ້າຖືກຮ້ອງຂໍຈາກຊາວບ້ານໃຫ້ສອນຢູ່ບ້ານດັ່ງກ່າວຕະຫຼອດໄປແລະຊອກຜູ້ສາວຜູ້ທີ່ເໝາະ
ສົມກັບຖານະຂອງຜູ້ຂ້າໃຫ້ເພ່ືອມັດໃຈ ແຕ່ແລ້ວຜູ້ຂ້າກໍ່ຖືກໄປຮຽນຕໍ່ອີກລະດັບຂັ້ນສູງກວ່ານັ້ນອີກຊັ້ນນຶ່ງແລະຊັ້ນຕໍ່ໆໄປຈົນ ມາເຖິງປັດຈຸບັນນີ້.
ຫຼາຍປີຕໍ່ມານ້ອງສາວຜູ້ຖັດໄປທີ່4ກໍ່ຮຽນຈົບວິຊາຄູຕື່ມອີກແລ້ວຖືກລົງໄປຝຶກຫັດຢູ່ແຖວນັ້ນລາວກໍ່ຖືກຮ່ວມມືແລະຕ້ອນ
ຮັບຢ່າງອົບອຸ່ນທີ່ສຸດຈາກປະຊາຊົນໃນຂົງເຂດນັ້ນຕື່ມອີກເພາະເຂົາເຈົ້າຮູ້ວ່າແມ່ນນ້ອງສາວຂອງຜູ້ຂ້າ. (ນີ້ແມ່ນການຢັ້ງຢືນແລະການບອກເລົ່າຂອງຜູ້ເປັນນ້ອງສາວ)
ຈາກຄຳຖາມຂອງທ່ານທີ່ຖາມມາເທິງນີ້ຜູ້ຂ້າໄດ້ເລົ່າເຫດການຕົວຈິງຂອງຜູ້ຂ້າເອງທີ່ໄດ້ກະທຳຕົວຈິງຂອງອາຊີບນາຍຄູມາ ເທິງນັ້ນ. ແລະທ່ານເດຄວນເຂົ້າກັບນາຍຄູຜູ້ທີ່ເປັນຄູຂອງລູກທ່ານແນວໃດ?
ຄົນລາວມີນິດໄສໃຈຄໍຄ້າຍໆຄືກັນແລະຄືກັນຕັ້ງແຕ່ເໜືອຕະຫຼອດໃຕ້,ສະນັ້ນການກະທຳດີຕໍ່ກັນບໍ່ແມ່ນຈະວັດແທກດ້ວຍເງິນ ທອງຢ່າງດຽວ!
ຂໍໂທດນຳທ່ານເຈົ້າຂອງກະທູ້ຫຼາຍໆເນີ, ເມື່ອທ່ານອ່ານແລ້ວກໍ່ຄືກັນກັບວ່າເປັນບົດເຂົ້າກະຕ່າຍໍຕົນເອງໝົດແຕ່ມັນຫາກແມ່ນຄວາມຈິງແທ້ໆທີ່ຜູ້ຂ້າໄດ້ກະທຳມາ, ຂໍໃຫ້ທ່ານກັ່ນຕອງແລະດັດແປງເອົາບັນຫາທີ່ມັນສອດຄ່ອງກັບຢຸກປັດຈຸບັນແລະສະໄໝສາມສິບກວ່າປີກ່ອນມາສົມທຽບກັນ.
ດ້ວຍຄວາມນັບຖືແລະຮັກແພງ
ຈາກອາດີດນາຍຄູບ້ານນອກອີກຄົນນຶ່ງ
Buk haa ni wao bor kao leung...
He only needs to know which is better school... don't talk non-sense too much
Anonymous wrote:Anonymous wrote:Anonymous wrote:ຂໍຖາມຄຳຄິດເຫັນວ່າ ຖ້າທ່ານມີລູກຫຼານ ຈະເອົາເຂົ້າຮຽນໂຮງຮຽນໃດ ທີ່ຄິດວ່າດີທີ່ສຸດແລະຍ້ອນຫຍັງ ເລີ່ມແຕ່ອະນຸບານ, ປະຖົມ, ມັດທະຍົມ ທັງໃນນະຄອນຫຼວງແລະຕ່າງແຂວງ ຕາມຜູ້ຂ້າຄິດຢູ່ໂຮງຮຽນໃດກໍ່ດີໝົດເພາະວ່າທຸກໆໂຮງຮຽນແມ່ນໄດ້ນຳເອົາຫຼັກສູດອັນດຽວກັນຈາກກະຊວງສຶກສາມາສິດສອນ, ແຕ່ວ່າສິ່ງສຳຄັນ ພໍ່ແລະແມ່ຂອງນັກຮຽນຕ້ອງພົວພັນກັບນາຍຄູແລະນາຍຄູເອງກໍ່ຕ້ອງພົວພັນກັບພໍ່ແມ່ຂອງນັກຮຽນໃຫ້ດີ ຕາມຫຼັກວິຊາການ''ວິຊາຄູຈິດຕະສາດແລະສຶກສາສາດ''ຖ້າວ່ານາຍຄູປະຕິບັດຕາມຫຼັກສູດແລະໂຄງການສິດສອນຂອງຕົນເອງໃຫ້ ຖືກຕ້ອງຕາມທີ່ຕົນໄດ້ຮຽນຈົບມານັ້ນ ມັນກໍ່ຈະເອກພາບກັນໝົດ ທັງຕ່າງແຂວງ,ໃນເມືອງໃຫຍ່ແລະໂຮງຮຽນເອກຊົນ.ເປັນຫຍັງຈຶ່ງເນັ້ນພິເສດວ່າ: ຕ້ອງພົວພັນກັບນາຍຄູໃຫ້ດີ?ຍ້ອນວ່າວ່ານາຍຄູເປັນຜູ້ສິດສອນແລະເກັບກຳໄດ້ຄວາມສາມາດ, ນິດໄສໃຈຄໍຂອງລູກເຮົາເອງໃນເວລາຮ່ຳຮຽນແລະການເຄື່ອນ ໄຫວຕ່າງໆໃນໂຮງຮຽນ. ຖ້າພໍ່ແມ່ຂອງນັກຮຽນຂາດບັນຫານີ້ແລ້ວເຮົາຈະບໍ່ເກັບກຳໄດ້ວ່າລູກຂອງຕົນເອງເປັນແນວໃດ?ປັດຈຸບັນຍິ່ງມີການທ້າທາຍສູງຂຶ້ນຊັກໄຊ້ໃຫ້ແກ່ຜູ້ເປັນພໍ່ແມ່ຍ້ອນວ່າ: ສະພາບເສຖກິດແລະການຂະຫຍາຍຕົວທີ່ກ້າວໜ້າຂອງ Technologie ກຳລັງລົງມາປົກຄຸມ, ຕໍ່ກັບບັນຫານີ້ພໍ່ແລະແມ່ຫຼືວ່າຄອບຄົວທີ່ມີຖານະດີແດ່ກໍ່ຄວນເອົາໃຈໃສ່ລູກເປັນພິເສດ,ເພາະການຕອບສະໜອງໃຫ້ແກ່ລູກນັ້ນ ຄວນມີການຊັ່ງຊາໃສ່ໄວຮຽນຂອງຜູ້ເປັນລູກເປັນຕົ້ນແມ່ນ: ພາຫະນະຫຼືເຄື່ອງຫຼິ້ນຕ່າງໆຕ້ອງຢູ່ໃນຂອບເຂດບໍ່ດັ່ງນັ້ນຜົນໄດ້ຈະມີຫຼາຍກ່ອນເສຽ. ສະເພາະນັກຮຽນທີ່ມາຈາກຄອບຄົວຊາວໄຮ່ນາກຳມະກອນທີ່ຂາດເຂີນກໍ່ຈະຕົກຢູ່ໃນກໍລະນີນຶ່ງຕື່ມອີກແລະຈະມີການສ່ຽງສູງຍ້ອນການຕອບສະໜອງຈາກຄອບຄົວທີ່ມັນບໍ່ສາມາດໄປດຸ່ນດ່ຽງກັບໝູ່ນັກຮຽນຜູ້ທີ່ມີຖານະດີເພາະບາງຄົນຈະແລ່ນນຳສັງຄົມ,ຖ້າຫາກບໍ່ໄດ້ດັ່ງຫວັງເຂົາເຈົ້າອາດຈະຕັດສິນໃຈໄປທາງຜິດ.ແຕ່ວ່າສິ່ງສະທ້ອນທາງແງ່ດີກໍ່ມີຫຼາຍເພາະນ້ຳໃຈຂອງນັກຮຽນທີ່ມາຈາກບ່ອນແຕກຕ່າງຂອງພໍ່ແມ່ທີ່ມີລາຍໄດ້ຕ່ຳແລະສູງກໍ່ມີການ ແຂ່ງຂັນກັນຮຽນດີຂຶ້ນ.ບ່ອນທີ່ຄວນແກ້ໄຂທີ່ຈຳເປັນທີ່ສຸດແມ່ນລັດຖະບານແລະກະຊວງສຶກສາຕ້ອງໄດ້ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງອາຈານສອນຫຼື ນາຍຄູໃຫ້ດີຂຶ້ນ. ນອກຈາກນັ້ນຍັງມີນັກຮຽນດີຮຽນເກ່ງກໍ່ມັກຈະແມ່ນມາຈາກຄອບຄົວຜູ້ທຸກຈົນ, ສະນັ້ນລັດຖະບານຕ້ອງສົ່ງເສີມໃຫ້ເຂົາເຈົ້າມີໂອກາດໄດ້ສຶກສາຮ່ຳຮຽນໂດຍທຶນພິເສດທີ່ເພິ່ນໄດ້ປະຕິບັດກັນມາໃຫ້ຫຼາຍຂຶ້ນກ່ວາເກົ່າ.ຖ້າທຸກສິ່ງທຸກຢ່າງທີ່ມັນເປັນໄປໄດ້ດັ່ງຜູ້ຂ້າຄິດແລ້ວສິ່ງທີ່ຫຍໍ້ທໍ້ກໍ່ຈະຄ່ອຍໝົດລົງໄປ ແລ້ວຄຸນນະພາບຂອງແຕ່ລະຊັ້ນຂອງໂຮງຮຽນ, ອາຈານສອນ,ນາຍຄູແລະນັກຮຽນກໍ່ຈະມີປະສິດທິພາບສູງຂຶ້ນ.ດ້ວຍຄວາມຮັກແພງ! Buk haa ni wao bor kao leung...(ບັກຫ່ານີ້ເວົ້າບໍ່ເຂົ້າເລື່ອງ) ໃຫ້ໄປຊອກໂລດເອົາພາສາລາວມາຂຽນແດ່ເນີ!He only needs to know which is better school... don't talk non-sense too muchທ້າວບໍ່ສີແຂ້ວເຮີຍຖ້າບໍ່ມີປັນຍາຂຽນພາສາລາວແລ້ວ ຢ່າມາອວດສະຫຼາດດ່າບັກຫ່າເຂົາຢູ່ນີ້!ນີ້ມັນແມ່ນແວັບພາສາລາວຂອງສະມາຄົມຄົນລາວ ເຂົາຂຽນພາສາລາວແລະອະທິບາຍໃຫ້ຮູ້ຈະແຈ້ງຢູ່ແລ້ວ.ຖ້າໂຕບໍ່ມັກອ່ານກໍ່ຢ່າອ່ານຂອງເຂົາແມ່ນຕີ? ໂຕຮຽນມາຈາກໂຮງຮຽນສາມັນຫຼັງໃດບອກໃຫ້ຮູ້ແດ່ແລະຮຽນຮອດຊັ້ນໃດ?ເຂົາເອົາວິຊາການມາເວົ້າຖ້າໂຕອ່ານບໍ່ເຂົ້າໃຈແລ້ວແມ່ນໂຕຫຶກທີ່ສຸດ!ທ້າວນີ້ແຫຼະມາຫາດ່າຄົນແບບບໍ່ໄວ້ໜ້າຜູ້ໃດຢູ່ໃນສະມາຄົມລາວນີ້, ໃຫ້ໂຕໄປຊອກວຽກເຮັດງານທຳແດ່ເນີແລ້ວຈຶ່ງມີເງິນຊື້ຂອງກິນ,ຖ້າເມື່ອໃດໂຕນອນຫຼັບດີແລ້ວເມື່ອນັ້ນລະອາລົມຂອງໂຕ ຈຶ່ງຈະດີແບບຄົນທຳມະດາເຂົາ.
Buk haa ni wao bor kao leung...(ບັກຫ່ານີ້ເວົ້າບໍ່ເຂົ້າເລື່ອງ) ໃຫ້ໄປຊອກໂລດເອົາພາສາລາວມາຂຽນແດ່ເນີ!
ທ້າວບໍ່ສີແຂ້ວເຮີຍຖ້າບໍ່ມີປັນຍາຂຽນພາສາລາວແລ້ວ ຢ່າມາອວດສະຫຼາດດ່າບັກຫ່າເຂົາຢູ່ນີ້!
ນີ້ມັນແມ່ນແວັບພາສາລາວຂອງສະມາຄົມຄົນລາວ ເຂົາຂຽນພາສາລາວແລະອະທິບາຍໃຫ້ຮູ້ຈະແຈ້ງຢູ່ແລ້ວ.
ຖ້າໂຕບໍ່ມັກອ່ານກໍ່ຢ່າອ່ານຂອງເຂົາແມ່ນຕີ? ໂຕຮຽນມາຈາກໂຮງຮຽນສາມັນຫຼັງໃດບອກໃຫ້ຮູ້ແດ່ແລະຮຽນຮອດຊັ້ນໃດ?
ເຂົາເອົາວິຊາການມາເວົ້າຖ້າໂຕອ່ານບໍ່ເຂົ້າໃຈແລ້ວແມ່ນໂຕຫຶກທີ່ສຸດ!
ທ້າວນີ້ແຫຼະມາຫາດ່າຄົນແບບບໍ່ໄວ້ໜ້າຜູ້ໃດຢູ່ໃນສະມາຄົມລາວນີ້, ໃຫ້ໂຕໄປຊອກວຽກເຮັດງານທຳແດ່ເນີແລ້ວຈຶ່ງມີເງິນຊື້ຂອງກິນ,ຖ້າເມື່ອໃດໂຕນອນຫຼັບດີແລ້ວເມື່ອນັ້ນລະອາລົມຂອງໂຕ ຈຶ່ງຈະດີແບບຄົນທຳມະດາເຂົາ.
ຂໍສະແດງຄວາມຍອ້ງຍໍສັນລະເສີນແລະຂອບໃຈຍ່າງຍິງມາຍັງທ່ານຄູຄົນນີ້
ຂພຈ ໄດ້ອ່ານບົດຊິວິດຂອງທ່ານແລ້ວ ຕາມທີ່ເຫດການທີ່ທ່ານໄດ້ເລົ່າສູ່ຟັງນັ້ນແມ່ນ
ທ່ານໄດ້ສະລະເວລາອັນມີຂ່າທີ່ສຸດ ເພ ື່ອປະເທດຊາດ ເມ ື່ອງກັນດານແຫ່ງນັ້ນຄົງຈະ
ແມ່ນເ ືມອງຊະນະຄາມ
ຂໍອະພັຍຖ້າຂຽນພາລາວພິດ
(ຂອບໃຈ)
Anonymous wrote:ຂໍສະແດງຄວາມຍອ້ງຍໍສັນລະເສີນແລະຂອບໃຈຍ່າງຍິງມາຍັງທ່ານຄູຄົນນີ້ຂພຈ ໄດ້ອ່ານບົດຊິວິດຂອງທ່ານແລ້ວ ຕາມທີ່ເຫດການທີ່ທ່ານໄດ້ເລົ່າສູ່ຟັງນັ້ນແມ່ນທ່ານໄດ້ສະລະເວລາອັນມີຂ່າທີ່ສຸດ ເພ ື່ອປະເທດຊາດ ເມ ື່ອງກັນດານແຫ່ງນັ້ນຄົງຈະແມ່ນເ ືມອງຊະນະຄາມຂໍອະພັຍຖ້າຂຽນພາລາວພິດ(ຂອບໃຈ)ຂໍຂອບນຳໃຈທ່ານຫຼາຍໆທີ່ເຂົ້າມາອ່ານບົດຂອງຂອງຜູ້ຂ້າຂຽນຢູ່ເທິງນີ້!ສ່ວນຢູ່ເມືອງໃດນັ້ນຜູ້ຂ້າຂໍສະຫງວນໄວ້ສາກ່ອນເນາະ, ເພາະວ່ານັກອ່ານທັງຫຼາຍທີ່ເຂົ້າມາໃນສະມາຄົມລາວນີ້ລ້ວນແຕ່ມີມູມມອງແຕກຕ່າງກັນເຊັ່ນຕົວຢ່າງ: ''ກະທູ້ຂອງທ່ານນຶ່ງທີ່ຍົກເອົານາງຄູແບບຢ່າງທີ່ມັນພົວພັນເຖິງວັນແມ່ຍິງສາກົນເຈັ່ຽລູກສອນນັກຮຽນຢູ່ນັ້ນ'' ບາງຄຳເຫັນແມ່ນໄປທາງປີ້ນເພາະວ່າຄວາມຮູ້ສຶກຂອງຄົນເຮົາມັນແຕກຕ່າງກັນ, ສະເພາະຄົນລາວເຮົາຜູ້ທີ່ໄດ້ຮັບການສຶກສາຫຼືວ່າມີນ້ຳໃຈມະນຸດສະທັມພຽງພໍ ແລ້ວເມື່ອເຫັນສະພາບແນວນັ້ນກໍ່ຈະເຂົ້າ ໃຈວ່າ: ແມ່ຍິງລາວກໍ່ສາມາດຜ່ານຜ່າຄວາມຫຍຸ້ງຍາກບາງສິ່ງບາງຢ່າງໄດ້ເໝືອນກັນເພ່ືອຜົນປະໂຫຍດລວມຂອງຊາດ.ດ້ວຍຄວາມຮັກແພງ!
ຂໍຂອບນຳໃຈທ່ານຫຼາຍໆທີ່ເຂົ້າມາອ່ານບົດຂອງຂອງຜູ້ຂ້າຂຽນຢູ່ເທິງນີ້!
ສ່ວນຢູ່ເມືອງໃດນັ້ນຜູ້ຂ້າຂໍສະຫງວນໄວ້ສາກ່ອນເນາະ, ເພາະວ່ານັກອ່ານທັງຫຼາຍທີ່ເຂົ້າມາໃນສະມາຄົມລາວນີ້ລ້ວນແຕ່ມີມູມມອງແຕກຕ່າງກັນເຊັ່ນຕົວຢ່າງ: ''ກະທູ້ຂອງທ່ານນຶ່ງທີ່ຍົກເອົານາງຄູແບບຢ່າງທີ່ມັນພົວພັນເຖິງວັນແມ່ຍິງສາກົນເຈັ່ຽລູກສອນນັກຮຽນຢູ່ນັ້ນ'' ບາງຄຳເຫັນແມ່ນໄປທາງປີ້ນເພາະວ່າຄວາມ
ຮູ້ສຶກຂອງຄົນເຮົາມັນແຕກຕ່າງກັນ, ສະເພາະຄົນລາວເຮົາຜູ້ທີ່ໄດ້ຮັບການສຶກສາຫຼືວ່າມີນ້ຳໃຈມະນຸດສະທັມພຽງພໍ ແລ້ວເມື່ອເຫັນສະພາບແນວນັ້ນກໍ່ຈະເຂົ້າ ໃຈວ່າ: ແມ່ຍິງລາວກໍ່ສາມາດຜ່ານຜ່າຄວາມຫຍຸ້ງຍາກບາງສິ່ງບາງຢ່າງໄດ້ເໝືອນກັນເພ່ືອຜົນປະໂຫຍດລວມຂອງຊາດ.
ໂຮງຮຽນໃດກໍ່ດີເໝິດເພາະຢູ່ພາຍໃຕການນຳທີ່ສະຫຼາດສ່ອງໃສ! ແຕ່ຖ້າທຽບໃສ່ບັນດາປະເທດອາຊຽນບໍ່ມີ ຮຮໃດດີ ເພາະຄຸນນະພາບການ ສສ ຂອງລາວຕົກຕ່ຳກ່ວາໝູ່ໃນບັນດາປະເທດອາຊຽນ!
ຈົບ!
Anonymous wrote:ໂຮງຮຽນໃດກໍ່ດີເໝິດເພາະຢູ່ພາຍໃຕການນຳທີ່ສະຫຼາດສ່ອງໃສ! ແຕ່ຖ້າທຽບໃສ່ບັນດາປະເທດອາຊຽນບໍ່ມີ ຮຮໃດດີ ເພາະຄຸນນະພາບການ ສສ ຂອງລາວຕົກຕ່ຳກ່ວາໝູ່ໃນບັນດາປະເທດອາຊຽນ!ຈົບ!ເປັນໄປໄດ້ບໍ່ຖ້າທ່ານອີກຄົນນຶ່ງຊອກວິທີທາງເພື່ອໃຫ້ເດັກນ້ອຍລາວ ກໍ່ຄືການສຶກສາລາວມີຄຸນນະພາບສູງເທົ່າທຽມກັບບັນດາ ປະເທດອາຊຽນ?ຕາມຜູ້ຂ້າສັງເກດແລ້ວລັດຖະບານເພິ່ນກໍ່ໄດ້ລົງທຶນໃສ່ການສຶກສາພາຍຫຼັງ1975ຫຼາຍສົມຄວນຄືສົ່ງນັກສຶກສາເປັນຈຳ ນວນຫຼວງຫຼາຍໄປຮຽນຢູ່ໃນບັນດາປະເທດສັງຄົມນິຍົມແຕ່ວ່າຜົນໄດ້ຮັບແລະຕອບແທນແມ່ນມີໜ້ອຍ, ນີ້ກໍ່ໜ້າເຫັນໃຈລັດຖະບານຄືກັນ. ຖ້າວ່າພວກເຮົາເຂົ້າໄປເບິ່ງການປະທ້ວງຂອງນັກສຶກສາທີ່ໄປຮຽນຢູ່ເຊັກໂກແລະໂປໂລຍແລ້ວຍິ່ງເປັນຕາສົງສານນຳລັດຖະບານ, ທັ້ງໆທີ່ວ່າປະເທດຊາດກໍ່ທຸກຍາກຢູ່ແລ້ວໃນເວລານັ້ນແລະຫວັງຢາກໄດ້ນັກສຶກສາຈຳນວນເຫຼົ່ານັ້ນກັບຄືນມາຮັບໃຊ້ປະເທດຊາດ, ຈຶ່ງໄປຂໍທຶນຈາກຕ່າງປະເທດແລະແມ່ນທຶນທີ່ເພິ່ນໃຫ້ທານນັ້ນແລ້ວພວກເພິ່ນຈຶ່ງມີໂອກາດໄປຢຽບຕ່າງປະເທດແຕ່ນັກສຶກສາ ເຫຼົ່ານັ້ນຊ້ຳພັດພາກັນເນລະຄຸນລຸກຂຶ້ນຕ້ານກັບລັດຖະບານ, ນີ້ແລ້ວເພິ່ນວ່າ: ''ໄສ້ໃນທ້ອງບັງເກີດເປັນໜອນ!''ມາຮອດມື້ນີ້ກໍ່ແມ່ນພວກເພິ່ນຫັ້ນລະດ່າລັດຖະບານແບບບໍ່ໄວ້ໜ້າແລະບໍ່ຮູ້ບຸນຄຸນຫຍັງເລີຍ. ຖ້າບໍ່ແມ່ນລັດຖະບານທີ່ເພິ່ນກຽດເພິ່ນຊັງທ່ີສຸດສົ່ງໄປຮຽນໃນເວລານັ້ນມາເຖິງເວລານີ້ເພິ່ນຈະເປັນແນວໃດ?ຖ້າເຈົ້າມາອວດດີແຕ່ຕົນເອງຢູ່ຕໍ່ໜ້າຄອັມພີວເຕີນີ້ມັນຈະໄດ້ຫຍັງຕ່ືມໃຫ້ແກ່ຊາດ ມືບໍ່ພາຍຢ່າເອົາຕີນລົງຈຸ່ມນ້ຳ!ໄປຟັງພວກເສັຽຫົວເຈົ້ານາຍເກົ່າຢູ່ປະເທດຝຣັ່ງເຈົ້າກໍ່ເສັຽຫົວແລະກິນແໜງຕະຫຼອດຊີວິດຫັ້ນລະ.
ເປັນໄປໄດ້ບໍ່ຖ້າທ່ານອີກຄົນນຶ່ງຊອກວິທີທາງເພື່ອໃຫ້ເດັກນ້ອຍລາວ ກໍ່ຄືການສຶກສາລາວມີຄຸນນະພາບສູງເທົ່າທຽມກັບບັນດາ ປະເທດອາຊຽນ?
ຕາມຜູ້ຂ້າສັງເກດແລ້ວລັດຖະບານເພິ່ນກໍ່ໄດ້ລົງທຶນໃສ່ການສຶກສາພາຍຫຼັງ1975ຫຼາຍສົມຄວນຄືສົ່ງນັກສຶກສາເປັນຈຳ ນວນຫຼວງຫຼາຍໄປຮຽນຢູ່ໃນບັນດາປະເທດສັງຄົມນິຍົມແຕ່ວ່າຜົນໄດ້ຮັບແລະຕອບແທນແມ່ນມີໜ້ອຍ, ນີ້ກໍ່ໜ້າເຫັນໃຈ
ລັດຖະບານຄືກັນ. ຖ້າວ່າພວກເຮົາເຂົ້າໄປເບິ່ງການປະທ້ວງຂອງນັກສຶກສາທີ່ໄປຮຽນຢູ່ເຊັກໂກແລະໂປໂລຍແລ້ວຍິ່ງເປັນຕາ
ສົງສານນຳລັດຖະບານ, ທັ້ງໆທີ່ວ່າປະເທດຊາດກໍ່ທຸກຍາກຢູ່ແລ້ວໃນເວລານັ້ນແລະຫວັງຢາກໄດ້ນັກສຶກສາຈຳນວນເຫຼົ່ານັ້ນກັບຄືນມາຮັບໃຊ້ປະເທດຊາດ, ຈຶ່ງໄປຂໍທຶນຈາກຕ່າງປະເທດແລະແມ່ນທຶນທີ່ເພິ່ນໃຫ້ທານນັ້ນແລ້ວພວກເພິ່ນຈຶ່ງມີໂອກາດໄປຢຽບຕ່າງປະເທດແຕ່ນັກສຶກສາ ເຫຼົ່ານັ້ນຊ້ຳພັດພາກັນເນລະຄຸນລຸກຂຶ້ນຕ້ານກັບລັດຖະບານ, ນີ້ແລ້ວເພິ່ນວ່າ: ''ໄສ້ໃນທ້ອງບັງເກີດເປັນໜອນ!''
ມາຮອດມື້ນີ້ກໍ່ແມ່ນພວກເພິ່ນຫັ້ນລະດ່າລັດຖະບານແບບບໍ່ໄວ້ໜ້າແລະບໍ່ຮູ້ບຸນຄຸນຫຍັງເລີຍ. ຖ້າບໍ່ແມ່ນລັດຖະບານທີ່ເພິ່ນ
ກຽດເພິ່ນຊັງທ່ີສຸດສົ່ງໄປຮຽນໃນເວລານັ້ນມາເຖິງເວລານີ້ເພິ່ນຈະເປັນແນວໃດ?
ຖ້າເຈົ້າມາອວດດີແຕ່ຕົນເອງຢູ່ຕໍ່ໜ້າຄອັມພີວເຕີນີ້ມັນຈະໄດ້ຫຍັງຕ່ືມໃຫ້ແກ່ຊາດ ມືບໍ່ພາຍຢ່າເອົາຕີນລົງຈຸ່ມນ້ຳ!
ໄປຟັງພວກເສັຽຫົວເຈົ້ານາຍເກົ່າຢູ່ປະເທດຝຣັ່ງເຈົ້າກໍ່ເສັຽຫົວແລະກິນແໜງຕະຫຼອດຊີວິດຫັ້ນລະ.
ທຸກໆທ່ານ ຂໍນຳຫຼາຍໆ...
ຢ່າພາກັນ ຂຽນແຖວດຽວຍາວຫຼາຍ...
ໃຫ້ລົງ ແຖວໃໝ່ ໃວໆ...
ເພາະວ່າ ຂ້ຽເມື່ອຍ move the mouse,
mouse ຂອງຂ້ຽ ກະເມື່ອຍ ຄືກັນ...
ຈຳເປັນ ຕ້ອງໄປຊອກເອົາ cheese ມາໃຫ້ກິນ 2-3 ເທື່ອແລ້ວ
ຄົນໃຕ້: ທີ່ຈິງຂ້າພະເຈົ້າກໍມີອາຊີບເປັນຄູມາກ່ອນ, ແລະກໍຮຽນຈົບປະຖົມຈາກໂຮງຮຽນບ້ານນອກແຕ່ກໍລິ້ນລົນຈົນຈົບມະຫາວິທະຍາໄລ. ເວົ້າສະເພາະໂຮງຮຽນຫຼືລະບົບການສຶກສາໃນລາວຊິວ່າດີກໍໄດ້ຊິວ່າບໍ່ດີກໍໄດ້ມັນຂຶ້ນກັບການຄຸ້ມຄອງບໍລິຫານຂອງຄູແລະສິ່ງສຳຄັນກໍຄືຕົວຂອງນັກຮຽນເອງ.
ຖ້າຫາກມີຄວາມຕັ້ງໃຈຮໍ່າຮຽນ,ຊອກອ່ານຂອກຂຽນ,ມີຄວາມຕັ້ງໃຈມັນກໍສາມາດເກັ່ງໃດ້ເຫມືອນປະເທດອື່ນໆ. ເພາະວ່າຄວາມຮູ້ບໍ່ແມ່ນຈະໄດ້ນຳຄູຢ່າງດຽວ.ຖ້ານັກຮຽນ
ສາມາດຊອກຫາປະສົບການຈາກສື່ຕ່າງ,ສະພາບແວດລ້ອມຫຼືແມ່ນແຕ່ສັງຄົມຕ່າງກໍສາມາດນຳມາປະສົມປະສານກໍສາມາດເກີດມີຄວາມຮູ້ໄດ້ຄືກັນ. ເວັ້ນເສັຍແຕ່ວ່າຕົວຂອງ
ນັກຮຽນເອງເກເລບໍ່ຕັ້ງໃຈຮຽນແມ່ນຈະຮຽນຢູ່ໂຮງຮຽທີ່ວ່າດີປານໃດກໍບໍ່ສາມາດມີຄວາມຮູ້ໄດ້.
ຫຼືທ່ານຄິດວ່າແນວໃດ???????????????