ຫໍພຣະແກ້ວ ວຽງຈັນ ໂດຍ: ໂຄຈອນ ແກ້ວມະນີວົງ ຫົວໜ້າອຳນວຍການ ຫໍພິພິດທະພັນຫໍພຣະແກ້ວ
http://vtetoday.la/%E0%BA%AB%E0%BB%8D%E0%BA%9E%E0%BA%A3%E0%BA%B0%E0%BB%81%E0%BA%81%E0%BB%89%E0%BA%A7-%E0%BA%A7%E0%BA%BD%E0%BA%87%E0%BA%88%E0%BA%B1%E0%BA%99/
ຮູບວາດ ຂອງ ຫໍພຣະແກ້ວ ອະດີດ
ເມືອງວຽງຈັນ ແມ່ນເມືອງໜຶ່ງທີ່ເກົ່າແກ່ຂອງລາວ ຕັ້ງຢູ່ຕາມລ່ອງ ແມ່ນໍ້າຂອງຕອນກາງ ເປັນເມືອງທີ່ມີບົດບາດ ແລະ ເປັນໃຈກາງ ທາງດ້ານການເມືອງ ເສດຖະກິດ ວັດທະນະທຳ ແລະ ສັງຄົມ ຜ່ານໄລຍະປະຫວັດສາດຍາວນານປະມານ 1.200 ກວ່າປີມາແລ້ວ ເຄີຍໄດ້ພົວພັນແລກປ່ຽນ ວັດທະນະທຳນຳກັບຈີນ ແລະ ອິນເດຍບູຮານ ກໍຄືກັບປະເທດອື່ນໆ ຢູ່ອາຊີອາຄະເນ. ເມືອງວຽງຈັນ ພາຍຫລັງທີ່ພຣະເຈົ້າຟ້າງຸ່ມ ສະຖາປະນາອານາຈັກລ້ານຊ້າງຢູ່ເມືອງຊວາ (ຊຽງດົງ,ຊຽງທອງ,ປັດຈຸບັນຫລວງພຣະບາງ) ໃນປີ ພ.ສ 1896 (ຄສ1353) ແລະໄດ້ເຕົ້າໂຮມ ບັນດາເມືອງລາວບູຮານ ເຂົ້າເປັນອານາຈັກລ້ານຊ້າງ ເອກະລາດ ເອກະພາບ ເມື່ອປີ ພ.ສ 1900 (ຄ.ສ 1357) ວຽງຈັນກໍໄດ້ສືບຕໍ່ຂະຫຍາຍຕົວມາເລື້ອຍໆ. ເມື່ອປີ ພ.ສ 2103 ( ຄ.ສ 1560 ) ໄດ້ຮັບການສະຖາປານາ ຂຶ້ນເປັນ “ ຈັນທະບູລີສີສະຕະນາຄະນາຫຸດອຸດຕະມະລາຊະທານີ ” ຈຸດໃຈກາງຂອງອານາຈັກ ລ້ານຊ້າງ ຈາກນັ້ນເມືອງວຽງຈັນກໍໄດ້ເປັນກຳລັງແຮງກໍ່ສ້າງພື້ນຖານເສດຖະກິດ ການເມືອງ ວັດທະນະທຳ ສັງຄົມໃຫ້ຈະເລີນຮຸ່ງເຮືອງຮອບດ້ານ. ພົງສາວະດານລາວກ່າວວ່າ: ເມືອງວຽງຈັນເປັນເມືອງໃຫຍ່ມີເຂດປົກຄອງ ຕິດຕໍ່ກັບເມືອງ ມະລຸກຂະນະຄອນ, ສີໂຄດຕະບອງ (ແຂວງຄຳມ່ວນ) ແຕ່ບໍ່ທັນມີເອກະສານ ຂໍ້ມູນໃດໆມາຢັ້ງຢືນ ເປັນຫລັກຖານທີ່ແນ່ນອນເທື່ອ. ຢູ່ໃນເຂດເມືອງວຽງຈັນນີ້ ເພິ່ນໄດ້ພົບເຫັນ ຮ່ອງຮອຍວັດທະນະທຳບູຮານຫລາຍເຊັ່ນ:ໃບເສມາຫີນ ສັນຍາລັກທາງພຸທະສາສະໜາ ສະໄໝຕົ້ນ ທີ່ ພຣະພຸທະສາສະໜາ ເຂົ້າມາໃນຂົງເຂດນີ້ ສິລາຈາລຶກມອນ ພຣະພຸທະຮູບຫີນ ສິລະປະ ບາຢອນ ຂອມ ຮູບເຈົ້າໄຊຍະວໍຣະມັນທີ VII ກະສັດຂອມ ສະຕະວັດທີ XII ແລະ ອື່ນໆ ຈິ່ງຢັ້ງຢືນວ່າ ເມືອງວຽງຈັນເປັນເມືອງບູຮານແທ້. ໃນປີ ພ.ສ 2108 ( ຄ.ສ 1565 ) ຫໍພຣະແກ້ວກໍໄດ້ຮັບການກໍ່ສ້າງຂຶ້ນ ຊຶ່ງເປັນໄລຍະ ໄລ່ເລຍກັບການສະຖາປານາ ເມືອງວຽງຈັນເປັນນະຄອນຫລວງ ຂອງອານາຈັກລ້ານຊ້າງ ໃຕ້ການນຳຂອງພຣະເຈົ້າໄຊຍະເຊດຖາທິຣາດ ໃນສະຕະວັດທີ XVI ຫໍພຣະແກ້ວນີ້ ສ້າງຂຶ້ນເປັນບ່ອນ ປະດິດສະຖານຂອງ ພຣະແກ້ວມໍຣະກົດ (ພຣະພຸທະຮູບທ່ີ່ເຮັດດ້ວຍແກ້ວມໍຣະກົດ) ຫໍນີ້ຕັ້ງ ຢູ່ໃນເຂດພຣະລາດຊະວັງເຈົ້າຊີວິດ ໄກຈາກຝັງແມ່ນ້ຳຂອງ ປະມານ 150 ແມັດ. ພຣະແກ້ວມໍຣະກົດ ແມ່ນມໍລະດົກທາງດ້ານວັດທະນະທຳ ທີ່ມີຄຸນຄ່າສູງ ໄດ້ປະດິດຢູ່ອານາຈັກລ້ານຊ້າງ ໃນສະຕະວັດທີ XVI ຫາ ສະຕະວັດທີ XVIII ຕາມພົງສາວະດານ ລາວໄດ້ບັນທືກໄວ້ວ່າ: ເມື່ອປີ ພ.ສ 2090 (ຄ.ສ 1547) ພຣະເຈົ້າ ໄຊຍະເຊດຖາທິລາດ ລາຊະໂອລົດຂອງພຣະເຈົ້າໂພທິສາລະລາດ ແຫ່ງນະຄອນຊຽງທອງ (ຫລວງພະບາງ) ໄດ້ຮັບການ ສະຖາປະນາຂຶ້ນເປັນເຈົ້າຊີວິດໄປປົກຄອງອານາຈັກລ້ານນາ (ຊຽງໃໝ່) ຕາມຄຳຂໍຮ້ອງຂອງຊາວນະຄອນຊຽງໃໝ່ ໃນເວລານັ້ນ ພຣະແກ້ວມໍລະກົດ ໄດ້ປະດິດສະຖານຢູ່ນະຄອນຊຽງໃໝ່ ນັ້ນແລ້ວ ພຣະເຈົ້າໄຊຍະເຊດຖາທິລາດ ໄດ້ມີຄວາມເຫລື້ອມໃສ ໃນພຣະແກ້ວມໍລະກົດເປັນຢ່າງຍິ່ງຈື່ງໄດ້ອັນເຊີນເອົາ ພຣະແກ້ວມໍຣະກົດ ມາປະດິດສະຖານໄວ້ນະຄອນຊຽງທອງ (ຫລວງພຣະບາງ) ເພື່ອຄວາມປອດໄພ ຍ້ອນວ່າເວລານັ້ນ ນະຄອນຊຽງໃໝ່ ເປັນເປົ້າໝາຍການຮຸກຮານຂອງ ພະມ້າ. ຕໍ່ມາໃນປີ ພ.ສ 2103 (ຄ.ສ 1560) ໄດ້ຍົກຍ້າຍນະຄອນຫລວງ ຈາກນະຄອນຊຽງທອງ ລົງມາສ້າງຕັ້ງເມືອງວຽງຈັນ ເຖິງປີ ພ.ສ 2108 (ຄ.ສ 1565) ພຣະເຈົ້າໄຊຍະເຊດຖາທິຣາດ ຈິ່ງໄດ້ໃຫ້ນາຍຊ່າງປຸກສ້າງ ຫໍພຣະແກ້ວຂຶ້ນເພື່ອເປັນບ່ອນປະດິດສະຖານ ຂອງພຣະແກ້ວມໍຣະກົດ ຢູ່່ພາຍໃນບໍລິເວນພຣະລາດຊະວັງ ຂອງພຣະອົງເອງ. ນັບແຕ່ນັ້ນມາ ພຣະແກ້ວມໍລະກົດໄດ້ປະດິດສະຖານ ຢູ່ນະຄອນຫລວງວຽງຈັນ ຕະຫລອດຈົນມາເຖິງ ປີ ພ.ສ 2322 (ຄ.ສ 1779) ພຣະແກ້ວມໍລະກົດ ຈື່ງຖືກແມ່ທັບ ຂອງກຸງທົນບູລີ ຢືດໄປໄວ້ ບາງກອກ ນັບວ່າພຣະແກ້ວ ໄດ້ປະດິດສະຖານ ຢູ່ກຸງສີສະຕະນາຄະນາຫຸດ ນານເຖິງ 219 ປີ. ເມື່ອເວລາຜ່ານມາເລີຍ ມາຮອດປີ ພ.ສ 2369 (ຄສ 1826 ) – ພ.ສ 2372 (ຄ.ສ 1829) ວຽງຈັນຖືກຈູດເຜົາ ຍ້ອນສົງຄາມ ຫໍພຣະແກ້ວ ກໍຄືສິ່ງ ກໍ່ສ້າງອື່ນໆ ໄດ້ຖືກມ້າງເພໄປ ນະຄອນຫລວງວຽງຈັນ ໄດ້ກາຍເປັນເມືອງຮ້າງໄປຊົ່ວໄລຍະໜຶ່ງ.
ຫໍພຣະແກ້ວຖືກໄພສົງຄາມ ລັດຊະການທີ III ຂອງ ກຸງຣັດຕະນະໂກສິນ ໄດ້ອອກຄຳສັ່ງໃຫ້ແມ່ທັບ ມາຈູດເຜົາວຽງຈັນ(ພາບຖ່າຍ ປີ ພ.ສ 2455,ຄ.ສ 1912)
ຜ່ານໄລຍະເວລາໜຶ່ງ ສະຕະວັດ XIX ທີ່ນະຄອນຫລວງວຽງຈັນ ຖືກຖີ້ມປະຮ້າງໄປ ຈົນມາຮອດປະມານປີ ພ.ສ 2443(ຄ.ສ 1900) ປະຊາຊົນລາວບັນດາເຜົ່າ ຈິ່ງໄດ້ທະຍອຍກັນເຂົ້າມາຕັ້ງຫລັກແຫລ່ງຢູ່ນະຄອນວຽງຈັນ ແລະ ກໍ່ສ້າງນະຄອນວຽງຈັນຄືນໃໝ່ ໃນເວລານັ້ນ ຍັງເຫລືອແຕ່ຖານຊັ້ນລຸ່ມ ສ່ວນເສົາ ແລະ ຝາໄດ້ຖິ້ມປະເປັນຊາກທີ່ຫັກເພຕັ້ງຢູ່ເທົ່ານັ້ນ ສ່ວນຫລາຍມີແຕ່ເຄືອໄມ້ ຕົ້ນໄມ້ ເກີດຂຶ້ນ ຖ້ວມທັບໄປໝົດ.
ມາເຖິງປີ ພ.ສ 2479 ( ຄ.ສ 1936 ) ຈິ່ງໄດ້ມີການບູລະນະສ້ອມແປງຄືນໃໝ່ ເພິ່ນໄດ້ຮັກສາຜັງກໍ່ສ້າງເດີມຂອງຫໍພຣະແກ້ວ ໄວ້ເກືອບໝົດ ມີແຕ່ຫລັງຄາເທົ່ານັ້ນ ໄດ້ເຮັດໃໝ່.
ຫໍພຣະແກ້ວໄດ້ປະຕິສັງຂອນຄືນໃຫມ່ ໃນປັດຈຸບັນ ເປັນຫໍພິພິດທະພັນແລະ ເປັນບ່ອນທ້ອນໂຮມວັດຖຸບູຮານ.(ເປີດບໍລິການຮັບໃຊ້ມວນຊົນ ແຕ່ ວັນຈັນ ເຖິງ ວັນອາທິດ)
ທີ່ມາຂອງຫໍຫລັກເມືອງວຽງຈັນ
ໂຄງການກໍ່ສ້າງຫໍຫລັກເມືອງວຽງຈັນ ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເປັນໂຄງການຂອງລັດຖະບານ ໂດຍແມ່ນກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເປັນຜູ້ຮັບຜິດຊອບຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 69/ນຍ, ລົງວັນທີ 10 ກໍລະກົດ 2007 ໂຄງການນີ້ເກີດຂຶ້ນພາຍ ຫລັງໄດ້ມີການຄົ້ນພົບເສົາຫລັກ ເມືອງບູຮານທີ່ເຮັດດ້ວຍຫີນ 3 ຄັ້ງໃນຕົ້ນປີ 2007, ທ້າຍປີ 2009 ແລະ ຕົ້ນປີ 2010 ຈໍານວນທັງຫມົດ 473 ຫລັກ.
ຈຸດປະສົງຫລັກຂອງໂຄງການເພື່ອປົກປັກຮັກສາວັດຖຸບູຮານທີ່ໄດ້ ຄົ້ນພົບ ແລະ ໄດ້ຄົ້ນຄວ້າວິໄຈ ໂດຍນັກບູຮານຄະດີລາວ ແລະ ຕ່າງປະເທດວ່າເປັນວັດຖຸປະກອບເຂົ້າໃນພິທີການກໍ່ຕັ້ງ ແລະ ສະເຫລີມສະຫລອງເສົາຫລັກເມືອງວຽງຈັນ ໃນສະໄຫມກ່ອນຕາມຮີດຄອງປະເພນີ ເກົ່າແກ່ບູຮານຂອງຊົນຊາດລາວເຮົາ, ເສົາຫລັກເມືອງຈໍານວນ 473 ຫລັກນີ້ ລ້ວນແຕ່ເຮັດດ້ວຍຫີນແກະສະຫລັກເປັນຫລາຍຮູບຫລາຍແບບຈົບງາມ ແລະ ສ່ວນໃຫຍ່ຟອກດ້ວຍຄຳປິວ ເຊິ່ງສະແດງອອກໃຫ້ເຫັນວ່າຄົນລາວບູຮານໄດ້ໃຫ້ຄຸນຄ່າ ແລະ ຄວາມຫມາຍສຳຄັນອັນສູງສົ່ງຕໍ່ວັດຖຸເຫລົ່ານັ້ນ. ຫີນຈໍານວນຫນຶ່ງເປັນຮູບເສົາ 6 ຫລ່ຽມ ມີຍອດເປັນຮູບດອກບົວຈູມ ແຕ່ສ່ວນຫລາຍເປັນຮູບໃບເສມາ, ເປັນແຜ່ນສີ່ຫລ່ຽມມີເສັ້ນຜ່າກາງທາງລວງຕັ້ງ ແລະ ມີຍອດສ້ວຍໃບໂພ, ບູຮານວັດຖຸເຫລົ່ານີ້ຈັດວາງໄວ້ເປັນ 3 ກຸ່ມຫ່າງກັນປະມານ 1,5 ແມັດ ແລະ ແຕ່ລະກຸ່ມກວມເນື້ອທີ່ເປັນຮູບສີ່ຫລ່ຽມຜືນຜ້າປະມານ 1,20x1,70 ແມັດ. ກ້ອນເສມາຈັດລຽງເປັນ 34 ຊັ້ນສູງປະມານ 60 ຊັງຕີແມັດ, ລວງຍາວສຸດວັດແທກຈາກຂອບນອກຂອງກຸ່ມທີ 1 ຫາ ຂອບນອກຂອງກຸ່ມທີ 3 ແມ່ນ 7 ແມັດ, ຈັດຢູ່ໃນແຖວເສັ້ນຊື່, ຫໍຫລັກເມືອງທີ່ສ້າງຂຶ້ນໃຫມ່ນີ້ແມ່ນກວມເອົາຫີນເສມາທັງ 3 ກຸ່ມນີ້ ແລະ ຖືເປັນຈຸດໃຈກາງ ທັງນີ້ ກໍ່ເພື່ອຮັກສາຄວາມຫມາຍທີ່ສັກສິດຂອງຈຸດທີ່ຕັ້ງເດີມ ເຊິ່ງບັນພະບຸລຸດຂອງເຮົາໄດ້ກໍານົດເອົາໄວ້ແລ້ວ.
ໃນຈໍານວນເສມາ 473 ຫລັກນີ້, ມີຫລັກຫນຶ່ງມີຄຳຈາລຶກ ເຊິ່ງຊີ້ບອກເຖິງຂອບເຂດປູຊະນີຍະສະຖານແຫ່ງນີ້ ແລະ ອີກຫລັກຫນຶ່ງມີດວງຊາຕາບັນທຶກວັນເວລາຕັ້ງເສມາເຫລົ່ານີ້. ຜ່ານການຄົ້ນຄວ້າວິໄຈທາງດາລາສາດຂໍ້ມູນທີ່ໄດ້ຈາລຶກຕ່າງໆຂອງດວງ ຊາຕານັ້ນໄດ້ ອະທິໄບາຍວ່າ: ພິທີກຳຄັ້ງນັ້ນ ໄດ້ຈັດຂຶ້ນໃນມື້ເດືອນ 3 ແຮມ 10 ຄ່ໍາປີກຸນ ຫລື ປີກັດໃຄ້ຈຸນລະສັງກາດ 901 ເຊິ່ງກົງກັບວັນຈັນ ວັນທີ 16 ກຸມພາ ຄຣິດຕະສັງກາດ 1540. ເມື່ອກວດເບິ່ງປະຫວັດສາດຂອງອານາຈັກລ້ານຊ້າງແລ້ວ ພວກເຮົາຈະເຫັນວ່າໄດ້ມີບາງເຫດການທີ່ສຳຄັນ ແລະ ຊ່ວຍອະທິບາຍການຈັດພິທີສະຫລອງເມືອງວຽງຈັນ ໃນປີ ຄສ 1540 ໄດ້ດັ່ງນີ້:
ປີ ຄສ 1520-1550 ແມ່ນລາຊະການຂອງເຈົ້າໂພທິສະລາດ, ພະອົງເປັນລາຊະບຸດຂອງເຈົ້າວິຊຸນນະລາດ ແລະ ເປັນພະບິດາຂອງເຈົ້າໄຊເສດຖາທິລາດ ຄສ 1527 ເຈົ້າໂພທິສະລາດ ໄດ້ອອກພະລາດຊະໂອງການ ໃຫ້ລຶບລ້າງການເຊື່ອຖືຜີສາງ ແລະ ຍົກເລີກຫໍຜີຕ່າງໆ ເພື່ອ ເປັນແບບຢ່າງພະອົງໄດ້ສັ່ງມ້າງຫໍຜີ ແລະ ສ້າງວັດສັງຄະໂລກຂຶ້ນແທນທີ່ເມືອງຊຽງດົງຊຽງທອງກໍ່ຄືຫລວງພະບາງ ໃນປະຈຸບັນ. ປີ ຄສ 1533 ເຈົ້າໂພທິສະລາດ ໄດ້ສະເດັດມາປະທັບຢູ່ເມືອງວຽງຈັນ ແລະ ໄດ້ລົງມືປັບປຸງຂະຫຍາຍໂຄງລ່າງພື້ນຖານຕົວເມືອງວຽງຈັນ ໃນສະ ໄຫມນັ້ນອອກໃຫ້ກວ້າງຂວາງ.
ປີ ຄສ 1536 ເຈົ້າໂພທິສະລາດ ສາມາດຕີເອົາຊະນະສົງຄາມແຊກແຊງຂອງສັກດີນາອາຍຸດທະຍາທີ່ໄດ້ ບຸກລຸກເຂົ້າມາດິນແດນລ້ານຊ້າງ ໃນສະໄຫມນັ້ນ. ຕໍ່ໄຊຊະນະດັ່ງກ່າວນີ້ ປະທານໄກສອນ ພົມວິຫານ ໄດ້ກ່າວໄວ້ໃນປຶ້ມ: “ບາງບົດຮຽນຕົ້ນຕໍ ແລະ ບາງບັນຫາກ່ຽວກັບທິດາງໃຫມ່ຂອງການປະຕິວັດລາວ” ທີ່ພິມໃນປີ 1979 ວ່າ: “ປະຊາຊົນເຮົາໄດ້ດຳເນີນສົງຄາມປົກປັກຮັກສາປິຕຸພູມ ແລະ ລຸກຮື້ຂຶ້ນຕໍ່ສູ້ຍາດເອົາອະທິປະ ໄຕແຫ່ງຊາດ ຕ້ານການຮຸກຮານ ແລະ ການຄອບຄອງຂອງບັນ ດາສັກດີນາສະຫຍາມ ແລະ ພະມ້າຕັ້ງຫລາຍຄັ້ງຕໍ່ເນື່ອງກັນ. ອັນເດັ່ນແມ່ນໄຊຊະນະທີ່ເມືອງວຽງຄຸກ ປີ 1536 ໃນລາຊະການເຈົ້າໂພທິສະລາດທີ່ໄດ້ທັບມ້າງກົນອຸບາຍແຜ່ຂະຫຍາຍອຳ ນາດຂອງເຈົ້າຈັກກະພັດອາຍຸດທະຍາໃຫ້ມຸ່ນທະລາຍໄປ...”.
ພາຍຫລັງໄຊຊະນະອັນຍິ່ງ ໃຫຍ່ນັ້ນເຈົ້າໂພທິສະລາດ ອາດຈະຍາດເອົາຖ່ວງທ່າອັນດີ ເພື່ອເພີ່ມທະວີຄວາມເຂັ້ມແຂງດ້ານການປ້ອງກັນຊາດດ້ວຍການບູລະນະ ຕົວເມືອງວຽງຈັນ ໃຫ້ກາຍເປັນປ້ອມຫມັ້ນ ແລະ ເປັນຕົວເມືອງທີ່ຈະເລີນຮຸ່ງເຮືອງ. ການເຕົ້າໂຮມກຳລັງມະຫາຊົນທີ່ແນໃສ່ຂະຫຍາຍຄວາມສາມັກຄີອັນ ມະຫາສານນັ້ນ ຈິ່ງຕ້ອງປຸກລະດົມປະຊາຊົນໃນຂອບເຂດກວ້າງຂວາງ ແລະ ນໍາເອົາວັດຖຸມິ່ງຂວັນຂອງບ້ານເມືອງ ເຊິ່ງແມ່ນເສົາຫີນນັ້ນມາເຮັດພິທີຮ່ວມກັນ ເພື່ອເຕົ້າໂຮມຄວາມເປັນເອກະພາບ ແລະ ເດັດດ່ຽວປະຕິບັດຕາມຄຳສັ່ງຂອງຜູ້ເປັນເຈົ້າຊີວິດປົກຄອງແຜ່ນດິນ ໃນເວລານັ້ນ. ດັ່ງນັ້ ຈິ່ງໄດ້ມີພິທີເຕົ້າໂຮມຫີນຫລັກເມືອງຈຳນວນ 473 ຫລັກ ໄວ້ຢູ່ບ່ອນດຽວກັນ ເຊິ່ງຖືວ່າເປັນຈຸດໃຈກາງຂອງຕົວເມືອງວຽງຈັນ ໃນເວລານັ້ນກິດຈະກໍາຕ່າງໆໃນການບູລະນະປັບປຸງຕົວເມືອງວຽງຈັນ ນັບແຕ່ປີ 1533 ຈົນເຖິງ 1550 ພາຍໃຕ້ການປົກຄອງແຜ່ນດິນຂອງເຈົ້າໂພທິສະລາດ ນັ້ນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ເຈົ້າໄຊເສດຖາທິ ລາດ ຍົກຍ້າຍນະຄອນຫລວງຈາກຊຽງດົງຊຽງທອງ ແຂວງຫລວງພະບາງ ໃນປະຈຸບັນມາຢູ່ນະຄອນຫລວງວຽງຈັນ ໃນປີ 1560 ພາຍຫລັງທີ່ເຈົ້າເສດຖາທິລາດ ຂຶ້ນຄອງອານາຈັກລ້ານຊ້າງ.
(ຄັດຈາກບົດສໍາພາດຂອງ ທ່ານ ຫມູນແກ້ວ ອໍລະບູນ ອະດີດລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທໍາປະທານຄະນະກຳມະການໂຄງການກໍ່ສ້າງ ແລະ ຈັດພິທີສົມໂພດຫໍຫລັກເມືອງວຽງຈັນ).
ຕັ້ງຢູ່ກົງກັນຂ້າມກັບວັດສີສະເກດ ຊຶ່ງແຕ່ກ່ອນເຄີຍເປັນວັດທີ່ສຳຄັນ ໃຊ້ໃນການປະຕິບັດພິທີກຳຕ່າງໆຂອງ ບ້ານເມືອງໃນອາດີດຕະ ການ.
ວັດນີ້ ສ້າງຂື້ນໃນປີ 1565 ສຳລັບເປັນບ່ອນປະດິດສະຖານ ຂອງພະແກ້ວມໍຣະກົດ, ໂດຍພະເຈົ້າໄຊເຊດຖາທິຣາດ ໃນເວ ລາທີ່ໄດ້ຕັດສິນໃຈ ຍົກຍ້າຍນະຄອນຫຼວງເດີມຂອງປະເທດ ແມ່ນຢູ່ຫຼວງພຣະບາງ ມາຕັ້ງຢູ່ວຽງຈັນ,ພາຍຫຼັງການສິ້ນພຣະຊົນຂອງ ພະເຈົ້າໂພທິຊາຣາດ ຜູ້ເປັນບິດາ.
ປະຈຸບັນວັດນີ້ກາຍເປັນຫໍພິພິດຕະພັນ.
ສ່ວນອົງພະແກ້ວມໍຣະກົດ ປະຈຸບັນແມ່ນຖືກເອົາໄປປະ ດິດສະຖານຢູ່ທີ່ ວັດພະສີຣັດຕະນະສາດສາສະດາຣາມ ຫຼື ວັດພະແກ້ວ ທີ່ ບາງກອກ ປະເທດໄທ.
ບູຣານສະຖານ ຫໍພະແກ້ວ ບໍລິເວນດ້ານນອກສິມ ແມ່ນອ້ອມຮອບໄປດ້ວຍ ພະພຸດທະຮູບຫຼໍ່ຈາກທອງແດງ ໃນປາງຕ່າງໆ ທີ່ແຕກຕ່າງກັນ ແລະ ມີຄວາມສະຫງ່າງາມໂດດເດັ່ນ ຊຶ່ງສະແດງອອກເຖິງ ສິລະ ປະທີ່ງົດງາມ ແລະ ໂດດເດັ່ນ ຂອງຄົນລາວໃນແຕ່ລະຍຸກສະໄໝ.
ວັດຫໍພະແກ້ວສະຖານທີ່ບູຮານສະຖານຂອງນະຄອນຫລວງວຽງຈັນ ທີ່ຊາວຕ່າງຊາດໃຫ້ຄວາມສົນໃຈເຂົ້າມາສຶກສາ ແລະສັກກາລະບູຊາ, ຍັງສ້າງລາຍໄດ້ເພື່ອບູລະນະວັດທັງເປັນການ ສ້າງລາຍຮັບໃຫ້ແກ່ນັກຖ່າຍພາບຫລາຍສິບຄົນ.
ຫໍພະແກ້ວຖືວ່າເປັນສູນກາງທີ່ສໍາຄັນຂອງສິລະປະແລະສະຖາປັດຕະຍະກໍາທີ່ເກົ່າແກ່ເປັນເອກະລັກຂອງຊາດລາວ, ອີງຕາມການຄົ້ນພົບຫລາຍສິ່ງຫລາຍຢ່າງເປັນຕົ້ນວ່າວັດຖຸທີ່ເຮັດ ດ້ວຍຫີນທີ່ພົບຕາມຖໍ້າ, ຕາມຜາ, ຕາມເຫວເຄື່ອງໃຊ້ທີ່ເປັນເຄື່ອງປັ້ນດິນເຜົາໃນສະໄຫມປະຖົມບູຮານສະແດງໃຫ້ເຫັນເຖິງທັກສະ ແລະ ຄວາມຄິດສ້າງສັນໃນງານປະຕິມາກໍາແລະສິລະ ປະກໍາຂອງຊ່າງຟື້ນເມືອງລາວ.
ທ່ານ ໂຄຈອນ ແກ້ວມະນີວົງ ຜູ້ອໍານວຍການພິພິທະພັນສະຖານບູຮານນະຄອນຫລວງວຽງຈັນເຜີຍໃຫ້ຮູ້ວ່າ: ຫໍພະແກ້ວເປັນພິພິທະພັນຫນຶ່ງທີ່ສໍາຄັນເບິ່ງຈາກສະຖິຕິຕົວເລກທີ່ນັກ ທ່ອງທ່ຽວເຂົ້າມາຊົມໃນແຕ່ລະວັນຢ່າງບໍ່ຂາດສາຍມື້ຫນຶ່ງປະມານ 100-200 ຄົນ, ໃນນີ້ບໍ່ສະເພາະແຕ່ຄົນລາວລວມທັງຊາວຕ່າງຊາດທີ່ເປັນນັກທ່ອງທ່ຽວເຂົ້າມາຊົມສະຖາປັດຕະຍະ ກໍາ ແລະໄດ້ສຶກສາອາລະຍະທໍາບູຮານຂອງລາວອີກດ້ວຍ.
ພາຍໃນຫໍພະແກ້ວເພິ່ນຍັງໄດ້ຈັດວາງສະແດງສະຖາປັດຕະຍະກໍາທີ່ເກົ່າແກ່ຫລາຍກວ່າ1 ພັນຊະນິດໃນນັ້ນມີພະພຸດທະຮູບທອງສໍາລິດ, ພະພຸດທະຮູບແກະສະຫລັດດ້ວຍໄມ້, ຄໍາບຸ, ເງິນບຸ (ພະພຸດທະຮູບທີ່ເຮັດດ້ວຍດິນໂອບດ້ວຍຄໍາ, ເງິນ) ວັດຖຸເຄື່ອງໃຊ້ຂອງຄົນໃນສະໄຫມບູຮານ: ຂວັນຫີນ, ເຄື່ອງປັ້ນດິນເຜົາ. ນອກນັ້ນຍັງມີສິລາຈາລຶກເປັນຕົວອັກສອນມອນ, ບາລີ-ສັນສະກິດ (ສະຕະວັດທີ 6 ຫາ 12), ສິລາຈາລຶກເປັນພາສາລາວເດີມ (ສະຕະວັດທີ 16 ຫາ17).
ທ່ານຜູ້ອໍານວຍການພິພິທະພັນບູຮານສະຖານນະຄອນຫລວງວຽງຈັນເປີດເຜີຍອີກວ່າ: ຄົນສ່ວນໃຫຍ່ທີ່ກ້າວເຂົ້າມາໃນສະຖານທີ່ແຫ່ງນີ້ຈະເປັນຊາວເອີຣົບ, ປະເທດເພື່ອນບ້ານທີ່ໃຫ້ ຄວາມສົນໃຈໃນສະຖາປັດຕະຍະກໍາທີ່ເກົ່າແກ່ແລະເຄີຍເປັນບ່ອນປະດິດສະຖານຂອງພະແກ້ວໃນສະໄຫມກ່ອນ. ນອກຈາກຈະເປັນພິພິທະພັນຍັງເປັນມໍລະດົກທາງວັດທະນະທໍາທີ່ເປັນ ເອກະລັກຂອງຊາດລາວເປັນຫນຶ່ງຄວາມພູມໃຈທີ່ສາມາດສະແດງໃຫ້ກັບແຂກຄົນທີ່ເຂົ້າມາຊົມແລະເຄົາລົບສະຖານທີ່ສັກສິດແຫ່ງນີ້.
ວັດສີສະເກດ
ຈາກ ວິກິພີເດຍ
ໄປຫາ: ນຳທິດ, ຄົ້ນຫາ
ວັດສີສະເກດ ສ້າງຂຶ້ນເພື່ອເປັນມູນລະສັດທາຝາກໄວ້ໃນພະພຸດທະສາສະຫນາ ເຊິ່ງຕັ້ງຢູ່ນະຄອນຫລວງວຽງຈັນທິດໃຕ້ຕິດກັບກຳ ແພງຂອງຫໍຄຳ ຫລື ສຳນັກງານປະທານປະເທດແຫ່ງ ສປປ ລາວ.
ຕາມເອກະສານຮິບໂຮມຂອງອາຈານສັງທອງ ສຸວັນນະລັງສີ ປີ 2004 ວ່າ ວັດສີສະເກດໄດ້ສ້າງຕັ້ງຂຶ້ນວັນພະຫັດອອກໃຫມ່ 9 ຄ່ຳ ເດືອນ 3 ປີ ພສ 2361 (ຄສ 1818) ໂດຍແມ່ນພະເຈົ້າອະນຸວົງກະສັດອົງສຸດທ້າຍແຫ່ງລາຊະວົງລ້ານຊ້າງວຽງຈັນເປັນຜູ້ນຳພາປະຊາ ຊົນລາວ ສ້າງຕັ້ງຂຶ້ນ ເພື່ອເປັນມູນລະສັດທາຝາກໄວ້ໃນພະພຸດທະສາສະຫນາ.
ວັດສີສະເກດ ເປັນວັດທີ່ສຳຄັນ ແລະ ເກົ່າແກ່ຢູ່ໃນນະຄອນຫລວງວຽງຈັນ ເຊິ່ງເປັນວັດທີ່ຕົກຢູ່ໃນສະໄຫມເສິກສົງຄາມຕ່າງດ້າວ ທີ່ ເຂົ້າມາຮຸກຮານອານາຈັກລ້ານຊ້າງວຽງຈັນ ແລະ ມີວັດດຽວ ເທົ່ານັ້ນທີ່ບໍ່ຖືກທຳລາຍ. ຫມາຍຄວາມວ່າວັດດັ່ງກ່າວຍັງຮັກສາໄດ້ຮູບເດີມ ແຕ່ຕອນສະໄຫມກໍ່ສ້າງພຸ້ນ
ຫາກນັກທ່ອງທ່ຽວສົນໃຈສິ່ງທີ່ເກົ່າໆ ແລະ ຮູບຊົງໃນສະໄຫມລ້ານຊ້າງ ນັ້ນກໍ່ສາມາດເຂົ້າໄປທ່ຽວຊົມ ແລະ ສຶກສາເບິ່ງຄວາມເກົ່າແກ່ຂອງວັດ, ສຶກສາກ່ຽວກັບປະຫວັດຄວາມເປັນມາ ແລະ ຄຳພີຕ່າງໆຢູ່ໃນວັດດັ່ງກ່າວ.
ວັດສີສະເກດ ສ້າງສຳເລັດ ໃນປີ ຄສ 1824 ພະເຈົ້າອະນຸວົງ ກໍ່ໄດ້ນຳພາປະຊາຊົນລາວ ແລະ ພຸດທະສາສະຫນາທັງຫລາຍບຳ ເພັນກຸສົນທຳການສະເຫລີມສະຫລອງຢ່າງເປັນທາງການ ແລະ ໄດ້ເປີດບໍລິການໃຫ້ມວນຊົນຕະຫລອດ 9 ມື້ 9 ຄືນ.
ທ່ານ ອາຈານ ສັງທອງ ໄດ້ຮິບໂຮມໄວ້ວ່າ: ສິ່ງທີ່ໄດ້ສ້າງໄວ້ ພ້ອມກັບວັດສີສະເກດນີ້ມີຫໍໄຕປີດົກ ແລະ ອື່ນໆອີກຫລາຍຢ່າງ ແຕ່ ໄດ້ສູນເສຍໄປຫມົດແລ້ວ.
ສຳລັບຢູ່ໃນບໍລິເວນຫໍພິພິທະພັນສີສະເກດນັ້ນ ມີກົມມະລຽນອ້ອມຮອບທັງ 4 ດ້ານ, ແຕ່ລະດ້ານມີພະພຸດທະ ຮູບນ້ອຍຢູ່ຕາມຝາຜະຫນັງທີ່ເຮັດດ້ວຍດິນເຜົາ, ໄມ້ ແລະ ເກສອນດອກໄມ້ ລວມທັງຫມົດມີ 6.840 ອົງ, ຢູ່ດ້ານເທິງເຮັດດ້ວຍປະທາຍ ເພັດ ມີຈຳນວນ 120 ອົງ ທີ່ເຮັດດ້ວຍແມ່ພິມດຽວກັນ.
ສ່ວນພະພຸດທະຮູບປະທານອົງໃຫຍ່ຢູ່ຂ້າງອຸໂບສົດ ຖືວ່າເປັນພະພຸດທະຮູບອົງສັກສິດ ແລະ ສຳຄັນຢູ່ໃນຫໍພິພິທະພັນແຫ່ງນີ້
ນອກ ນັ້ນ ຍັງມີພະພຸດທະຮູບທອງຫລໍ່ 2 ອົງປາງຫ້າມຍາດຢືນຢູ່ທາງກ້ຳຂວາ ແລະກ້ຳຊ້າຍມືຂອງປະທານອົງໃຫຍ່ເຊິ່ງສົມເດັດເຈົ້າອະນຸວົງ ໄດ້ສ້າງໄວ້ເທົ່າກັບເລົາຄີງຂອງພະອົງເອງ, ເປັນພະພຸດທະຮູບທີ່ມີສິລະປະສ້າງຂຶ້ນ ໃນທ້າຍສະຕະວັດທີ 19 ແລະ ພະພຸດທະຮູບອົງ ນ້ອຍທີ່ຢູ່ໃນຊ້ອງກຸດຝາຜະຫນັງສິມ ມີທັງຫມົດ 2.052 ອົງ ເຮັດດ້ວຍເງິນບຸ 276 ອົງ;
ພະພຸດທະຮູບເຫລົ່ານີ້ ໃນເມື່ອກ່ອນແມ່ນຫລໍ່ ປັ້ນດ້ວຍດິນເຜົາຟອກດ້ວຍນ້ຳຄຳປິວ, ແຕ່ຕໍ່ມາໄລຍະຫນຶ່ງກໍ່ໄດ້ຖືກເສຍຫາຍ, ຊຸດໂຊມ ແລະ ເປື່ອຍເພໄປຈຳນວນຫນຶ່ງຍ້ອນໄພທຳມະ ຊາດດິນຟ້າອາກາດ ແລະ ຖືກສົງຄາມທຳລາຍເຖິງຢ່າງໃດກໍ່ຕາມປະຊາຊົນລາວ ທີ່ເຊື່ອຖືພະພຸດທະສາສະຫນາກໍ່ໄດ້ພາກັນໃສ່ແທນຄືນ ໄວ້ຄືເກົ່າ.
ພະພຸດທະຮູບ ຈຳນວນຫລວງຫລາຍເຫລົ່ານີ້ແມ່ນຫມາຍເຖິງ ສິດສານຸສິດ ຫລື ວ່າສາວົກຂອງພະພຸດທະເຈົ້າຕາມພຸດທະປະຫວັດ ໄດ້ກ່າວໄວ້ວ່າເວລາພະພຸດທະເຈົ້າສະເດັດໄປປະທັບຢູ່ແຫ່ງຫົນໃດສາວົກ ແລະ ບໍລິວານຕ້ອງຕິດຕາມເພື່ອຟັງໂອວາດທຳມະຄຳສັ່ງສອນ ຂອງພະອົງບໍ່ໄດ້ຂາດ.
ທີ່ຫໍພິພິທະພັນສີສະເກດມີພະພຸດທະຮູບຫລາຍຍຸກຫລາຍສະໄຫມທີ່ແຕກຕ່າງກັນເຊັ່ນ ພະພຸດທະຮູບທີ່ເຮັດດ້ວຍທອງສຳລິດ, ຫີນ, ໄມ້, ພະປະທາຍເພັດ; ພະພຸດທະຮູບທີ່ຕິດຕັ້ງວາງຢູ່ຖ້ານລຸ່ມນັ້ນແມ່ນໄດ້ເກັບທ້ອນໂຮມມາຈາກສະຖານທີ່ຕ່າງໆ ພາຍໃນເຂດນະຄອນ ຫລວງວຽງຈັນ.
ເປັນຫຍັງສະຫຍາມຈີ່ງຈົງກຽດຈົງາຊັງລາວລ້ານຊ້າງມາຕະຫຼອດ ຢາມໃດໆກໍ່ຈອບແຕ່ສິມ້າງເພທຳລາຍ
ຊາດລາວຕະຫຼອດບໍ່ວ່າອະດິດແລະປັດຈຸບັນ ຊາດລາວເຄິຍເຮັດຫຍັງໃຫ້ມືງຫວະ
ມີໃຜແດ່ມີແນວຄິດຢາກສ້າງ ພະແກວ້ອົງໃຫມ່ຂຶ້ນມາ ໄຫ້ຄຶກັບອົງເກົ່າ
ວັດສະດຸທີ່ນຳມາສ້າງກໍແບບເກົ່າ 100 ເປີເຊັນເລີຍ
ແລວ້ທຳການສູດໄຫ້ຄວາມສັກສິດຂອງອົງເກົ່າ ເຂົ້າມາສະຖິດຢູ່ອົງໃຫມ່ໄປເລີຍ
Anonymous wrote:ສ້າງອົງໃຫມ່ ເຖິງວ່າຄືເກົ່າຫມົດທຸກຢ່າງ ແຕ່ຄຸນຄ່າ ທາງດ້ານໂບຮານບໍ່ໄດ້ ຄືກັບເພັດເກົ່າ ເພັດໃຫມ່ ນັ້ນລະ ແຕ່ຖ້າ ຈະໄຫ້ເປັນຂອງໃຫ່ມ ທັນສະໃຫມກໍເຮັດໄຫ້ເພິ່ນອອກແສງແລະສະເດັດເອງໄດ້ເລີຍ
ສ້າງອົງໃຫມ່ ເຖິງວ່າຄືເກົ່າຫມົດທຸກຢ່າງ ແຕ່ຄຸນຄ່າ ທາງດ້ານໂບຮານບໍ່ໄດ້ ຄືກັບເພັດເກົ່າ ເພັດໃຫມ່ ນັ້ນລະ ແຕ່ຖ້າ ຈະໄຫ້ເປັນຂອງໃຫ່ມ ທັນສະໃຫມກໍເຮັດໄຫ້ເພິ່ນອອກແສງແລະສະເດັດເອງໄດ້ເລີຍ
ໃໝ່ຫຼືເກົ່າມັນບໍ່ສຳຄັນ ທີ່ສຳຄັນກວ່ານັ້ນຄື ຄວາມສັດທາຂອງມະຫາຊົນ ໃໝ່ມື້ນີ້ອີກ 500 ປີຕໍ່ໄປໃນພາຍພາກໜ້າມັນກະເປັນສິ່ງທີ່ເກົ່າແກ່ແລະສັກສິດຄືກັນ
ຊາດລາວຢືນຢົງຄົງກະພັນ ສາທຸ
ໃຈລາວ wrote:Anonymous wrote:ສ້າງອົງໃຫມ່ ເຖິງວ່າຄືເກົ່າຫມົດທຸກຢ່າງ ແຕ່ຄຸນຄ່າ ທາງດ້ານໂບຮານບໍ່ໄດ້ ຄືກັບເພັດເກົ່າ ເພັດໃຫມ່ ນັ້ນລະ ແຕ່ຖ້າ ຈະໄຫ້ເປັນຂອງໃຫ່ມ ທັນສະໃຫມກໍເຮັດໄຫ້ເພິ່ນອອກແສງແລະສະເດັດເອງໄດ້ເລີຍ ໃໝ່ຫຼືເກົ່າມັນບໍ່ສຳຄັນ ທີ່ສຳຄັນກວ່ານັ້ນຄື ຄວາມສັດທາຂອງມະຫາຊົນ ໃໝ່ມື້ນີ້ອີກ 500 ປີຕໍ່ໄປໃນພາຍພາກໜ້າມັນກະເປັນສິ່ງທີ່ເກົ່າແກ່ແລະສັກສິດຄືກັນຊາດລາວຢືນຢົງຄົງກະພັນ ສາທຸ
Anonymous wrote: ມີໃຜແດ່ມີແນວຄິດຢາກສ້າງ ພະແກວ້ອົງໃຫມ່ຂຶ້ນມາ ໄຫ້ຄຶກັບອົງເກົ່າ ວັດສະດຸທີ່ນຳມາສ້າງກໍແບບເກົ່າ 100 ເປີເຊັນເລີຍແລວ້ທຳການສູດໄຫ້ຄວາມສັກສິດຂອງອົງເກົ່າ ເຂົ້າມາສະຖິດຢູ່ອົງໃຫມ່ໄປເລີຍ ເປັນ ແນວຄວາມຄິດທີ່ດີ, ຖ້າທ່ານຜູ້ອ່ານທ່ານໃດເຮັດວຽກມີສ່ວນພົວພັນ ກັບໜ່ວຍງານທີ່ກ່ຽວຂ້ອງກໍ່ຂໍເຊີນນຳເອົາບັນຫານີ້ ໄປສະເໜີເພີ່ນພິຈາລະນາກໍ່ເປັນການດີເນາະ, ນຳສະເໜີເພີ່ນໄວ້ກໍ່ບໍ່ມີຫຍັງເສຍຫາຍ. ສ່ວນວ່າຈະໄດ້ຮັບຜົນຄືແນວໃດນັ້ນ ກໍ່ແລ້ວແຕ່ຂັ້ນເທີງເພີ່ນຈະພິຈາລະນາ. ຂພຈ ຄິດວ່າ ປຊຊ ສ່ວນຫລວງຫລາຍຄົງຈະສະໜັບສະໜູນ
ເປັນ ແນວຄວາມຄິດທີ່ດີ, ຖ້າທ່ານຜູ້ອ່ານທ່ານໃດເຮັດວຽກມີສ່ວນພົວພັນ
ກັບໜ່ວຍງານທີ່ກ່ຽວຂ້ອງກໍ່ຂໍເຊີນນຳເອົາບັນຫານີ້ ໄປສະເໜີເພີ່ນພິຈາລະນາ
ກໍ່ເປັນການດີເນາະ, ນຳສະເໜີເພີ່ນໄວ້ກໍ່ບໍ່ມີຫຍັງເສຍຫາຍ. ສ່ວນວ່າຈະໄດ້ຮັບ
ຜົນຄືແນວໃດນັ້ນ ກໍ່ແລ້ວແຕ່ຂັ້ນເທີງເພີ່ນຈະພິຈາລະນາ. ຂພຈ ຄິດວ່າ ປຊຊ
ສ່ວນຫລວງຫລາຍຄົງຈະສະໜັບສະໜູນ
ຄົນສະໃຫມກອ່ນ ຖືເອາສາດສະຫນາເປັນຊີວິດຈິດໃຈ
ແລະຖືວ່າພະແກວ້ມໍລະກົດ ເປັນຂອງສັກສິດຄູ່ບ້ານຄູ່ເມືອງ
ໃນເມື່ອ ຄົນສະໃຫມນີ້ ຍັງເຫລື່ອມໃສນຳສາດສະຫນາຢູ່
ການສ້າງພະແກວ້ອົງໃຫມ່ຂຶ້ນມາ ແລວ້ຣອ້ງເອົາຄວາມສັກສິດຈາກອົງເດີມຄືນມາ
ປວງຊົນລາວກໍຈະຖືວ່າເປັນອົງແທ້ໄດ້ຄືກັນ
ແລະສຳຫລັບຄົນລຸ້ນຕໍ່ໄປຄວາມເຊື່ອດ້ານສາດສະຫນາກໍຈະນອ້ຍລົງ
ແລວ້ກໍຈະບໍ່ຮູ້ວ່າ ຄວາມສັກສິດ ແມ່ນຫຍັງ
ຖ້າບໍ່ມີຄວາມສັກສິດອັນນີ້ ປະໄວ້ໃຫ້ເຂົາ