Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍ້ອນຫຍັງຜູ້ທີ່ເຮັດວຽກຢູ່ຫ້ອງການສີ່ງແວດລ້ອມຈື່ງຮັ່ງໄວແທ້?
ຢາກຮູ້

Date:
ຍ້ອນຫຍັງຜູ້ທີ່ເຮັດວຽກຢູ່ຫ້ອງການສີ່ງແວດລ້ອມຈື່ງຮັ່ງໄວແທ້?

ເຫັນຄົນຢູ່ບ້ານດຽວກັນ ຫາກໍ່ຮຽນຈົບສາຍບໍ່ລິຫານປະລິນຍາຕີມາ ເຂົ້າເຮັດວຽກຢູ່ຫ້ອງການສີ່ງແວດລ້ອມບໍ່ທັນຮອດປີຊ້ຳ ພັດມີເງິນສ້າງເຮືອນຫຼັງ

ບັກໃຫ່ຍໆ ພ້ອມມີຮອດ BMW ຂີ່ນຳອີກ ບໍ່ຮູ້ວ່າເພິ່ນເອົາເງິນມາແຕ່ໃສຫຼາຍແທ້.

__________________
Anonymous

Date:
RE: ຍ້ອນຫຍັງຜູ້ທີ່ເຮັດວຽກຢູ່ຫ້ອງການສີ່ງແວດລ້ອມຈື່ງຮັ່ງໄວແທ້?

ຢາກຮູ້ wrote:

ເຫັນຄົນຢູ່ບ້ານດຽວກັນ ຫາກໍ່ຮຽນຈົບສາຍບໍ່ລິຫານປະລິນຍາຕີມາ ເຂົ້າເຮັດວຽກຢູ່ຫ້ອງການສີ່ງແວດລ້ອມບໍ່ທັນຮອດປີຊ້ຳ ພັດມີເງິນສ້າງເຮືອນຫຼັງ

ບັກໃຫ່ຍໆ ພ້ອມມີຮອດ BMW ຂີ່ນຳອີກ ບໍ່ຮູ້ວ່າເພິ່ນເອົາເງິນມາແຕ່ໃສຫຼາຍແທ້.

 ອາດຍ້ອນຂາຍສິ່ງແວດລ້ອມເປັນພິດໄປປ່ອນໂຮງງານຕ່າງຊາດ.

__________________
Anonymous

Date:

ບາງທີລາວເຮັດວຽກເສີມ, 8 ໂມງເຊົ້າຫາ 4 ໂມງແລງ ເຮັດວຽກໃຫ້ຣັຖບານ

ແລະຕອນ 6 ໂມງແລງຫາ 10 ໂມງກາງຄືນ ແລະທ້າຍສັບປະດາກໍ່ເຮັດວຽກ

ໃຫ້ເອກະຊົນ(ຕ່າງປະເທດ). ບາງທີລາວອາດຈະໄດ້ຂາຍໃຫ້ນາຍທຶນຕ່າງປະເທດ

ຕາແມັດນຶ່ງ 5000 ໂດລາ, ລາວອາດ 10 ເຮັກຕາ ໄລ່ເອົາຫ້ັນລະ.

__________________
Anonymous

Date:

stealing from or within his workplace (corruption) or involve in drug trafficking ???

whenever you get rich quick, that's likely what he's doing...

and...the smart one will not get caught easily...

__________________
Anonymous

Date:

ຍອ້ນທຸກໂຄງການໃຫຍ່ໆ ຕອ້ງໄດ້ຜ່ານການຮັບຮອງ ຈາກອົງການສິ່ງແວດລອ້ມ ຢາກຜ່ານໂຄງການຕອ້ງໄຊ້ເງິນ ເງິນຜ່ານ ພະນັກງານຜ່ານໄຫ້ ຜູ້ໄດ ຮັ່ງໄວຜິດປົກກະຕິ ແມ່ນເປັນໄພຕໍ່ສັງຄົມ

__________________

Member

Status: Offline
Posts: 23
Date:

khon mi ngern son lai leo men khon hen kae to eng,
khon meu yao, sao dai sao aow, bor hu juk hai khon eun dae,
khon bor mi nam jai, (khon son lai der)

__________________
kkpls
Anonymous

Date:

ຄືຊິເປັນໄປບໍ່ໄດ້ຕິ

ຫາກໍ່ເຮັດການຊິມາຮັ່ງໄວແທ້

ບາງເທື່ອພໍ່ແມ່ລາວອາດຂາຍຊັບສິນອັນໃດອັນໜຶ່ງມາຊື້ໃຫ້ລາວກະໄດ້

ຫາກໍ່ໄປເຮັດການບໍ່ມີສິດເຊັນອັນໃດໃຫ້ໃຜດອກ

ຊາ ຂພຈ ເຄິຍເຮັດການນຳລັດດອກ

ແລະ ຖ້າໂກງກິນເພີ່ນກໍ່ບໍ່ແບ່ງມາໃຫ້ໃຜດອກ

ຢ່າວ່າແຕ່ຊິໂກງເລີຍ

ແຕ່ໄປເຂົ້າຝຶກອົບຮົບ ຍັງບໍ່ມີສິດນຳເພີ່ນດອກ

ສັນຍາຈ້າງແຫ່ງໄກ

ເວົ້າບໍ່ໄດ້ຖ້າພໍ່ ແມ່ລາວມີອຳນາດໃນກະຊວງນັ້ນ

__________________
Anonymous

Date:

Anonymous wrote:

  ຂ້ອຍກໍ່ວ່າ ຢ້ານເປັນຄືຈັ່ງເຈົ້່ວ່າຫັ້ນລະ ເພາະເຄືອຍາດຂອງເພິ່ນແມ່ນແຕ່ລະດັບ Big..Big

__________________
Anonymous

Date:

ຂພຈ ກໍ່ຄິດຄືກັບຄຳເຫັນຫລາຍທ່ານຢູ່ຕອນທ້າຍຫັ້ນລະ, ກໍ່ຈີງຢູ່ວ່າທຸກໂຄງການກໍ່ສ້າງ, ໂຮງງານ,

ຂຸດຄົ້ນບໍ່ແຮ່ ຕ້ອງໄດ້ໃບຢັ້ງຢືນຈາກ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ. ແຕ່

ມູນຄ່າມັນກໍ່ບໍ່ສູງຄືມູນຄ່າໂຄງການ ຕາມທີ່ຮູ້ຄ່າອອກໃບຢັ້ງຢືນ ກໍ່ມີພຽງແຕ່ 200$ - 500$ ແຕ່ກໍບໍ່

ຫລອຍເອົາງ່າຍປານໃດເດີ ແລະ ກໍ່ບໍ່ແມ່ນຈະເຮັດໄດ້ທຸກໂຄງການອີກ ແລະ ກໍ່ບໍ່ແມ່ນຈະໄດ້ແຕ່ພຽງຄົນດຽວ.

ຊ້ຳບໍ່ພໍ ພະນັກງານເຂົ້າໃໝ່ ບໍ່ທັນມີໜ້າທີ່ຕຳແໜ່ງສູງ ບໍ່ມີສິດຕັດສີນ ຍີ່ງບໍ່ມີໂອກາດເລີຍ, ດີບໍ່ດີໄປຮຽກ

ຮ້ອງຜົນປະໂຢດນຳເຂົາ ຈະຖືກເຂົາເຮັດວຽກຊ້ຳ. ມັນຈະຕ່າງຈາກພວກພາສີ, ພວກອາກອນ ອັນນັ້ນເຂົາ

ເຮັດກັບເງີນໂດຍກົງເລິຍ.

ທີ່ລາວລ້ຳລວຍນັ້ນອາດຈະໄດ້ແຫລ່ງເງີນມາຈາກທາງອື່ນຫລາຍກວ່າ

__________________
Anonymous

Date:

ຢາກຮູ້ wrote:

ເຫັນຄົນຢູ່ບ້ານດຽວກັນ ຫາກໍ່ຮຽນຈົບສາຍບໍ່ລິຫານປະລິນຍາຕີມາ ເຂົ້າເຮັດວຽກຢູ່ຫ້ອງການສີ່ງແວດລ້ອມບໍ່ທັນຮອດປີຊ້ຳ ພັດມີເງິນສ້າງເຮືອນຫຼັງ

ບັກໃຫ່ຍໆ ພ້ອມມີຮອດ BMW ຂີ່ນຳອີກ ບໍ່ຮູ້ວ່າເພິ່ນເອົາເງິນມາແຕ່ໃສຫຼາຍແທ້.

 ເປັນຫຍັງທ່ານບໍ່ລອງຖາມເພິ່ນເບິ່ງ  ຄົນທີ່ເຮັດວຽກໃຫ້ລັດທີ່ສາມາດເຮັດໃຫ້ຕົນເອງຮັ່ງມີໄດ້ໄວກ່ອນເພິ່ນນັ້ນມີຫລາຍພາກສ່ວນເດີຊິບອກໃຫ້ ສ່ວນຫລາຍແມ່ນພາກສ່ວນທີ່້ຮັດວຽກກ່ຽວຂ້ອງກັບເງິນໆຄຳໆ  ເຊັ່ນທະນາຄານ (ພວກທີ່ກ່ຽວຂ້ອງກັບການໃຫ້ເງິນກູ້), ຕໍ່ມາແມ່ພວກພາສີ ແລະທີ່ດິນ ສ່ວນສິ່ງແວດລ້ອມຫາກໍ່ເປັນອົງການຈັດຕັ້ງໃຫມ່ກ່ວາຫມູ່ ການສໍ້ລາດບັງຫລວງຍັງບໍ່ທັນກ້ວງຂວາງປານໃດດອກ. ຢ່າງໃດກໍ່ຕາມເພິ່ນມີໂອກາດລວຍໄວໄດ້ຄືກັນຖ້າເພິ່ນໄດ້ຮັບຜິດຊອບໃນຂອດບໍລິຫານ ເພາະປະຈຸບັນນີ້ມີລະບຽບບັງຄັບໃຫ້ທຸກໂຄງການພັດທະນາຕ້ອງສຶກສາຜົນກະທົບ ແລ້ວທ່ານຮູ້ບໍ່ບ້ານເຮົາມີຈັກເຂື່ອນໄຟຟ້າ, ຈັກຂຸມບໍ່ແຮ່ທີ່ກຳລັງສຶກສາຫລືຂຸດຄົ້ນຢູ່ ແຕ່ລະໂຄງການຄົງຈະໄດ້ຈ່າຍຫລາຍຖ້າຢາກໃຫ້ບົດແຜນພັດທະນາຜ່ານໄດ້ໄວ

 ບັນຫານີ້ກໍຂໍໃຫ້ລັດຖະບານລົງກວດສອບໃໝ່ແດ່ເຖາະທ່ານເອີຍ,ຢາເມົາແຕ່ສັ່ງການກັບສັ່ງການຫລາຍເທາະ,ລູງຈູມມະລີຫລືທ່ານນາຍຍົກທອງສິງເຖິງວ່າທ່ານບໍ່ຍີ້ມກໍບໍ່ເປັນຫຍັງດອກ ແຕ່ຂ້າພະເຈົ້າຢາກສະເໜີໃຫ້ທ່ານລົງກກວດສອບບັນຫາການເກັບເງິນຂຽນບົດສະພາບແວດລ້ອມນີ້ແດ່ທ້ອນ

ມັນເປັນການບັງຄັບສໍ້ກົງເອົາເງີນເກີນໄປໂພດແລ້ວທ່ານເອີຍ ມັນບໍ່ສົມເຫດສົມຜົນ

ຜ່ານມານັ້ນເພີ່ນມີຂໍ້ບັງຄັບວ່າທຸກບໍລິສັດບໍ່ແຮ່ຕ້ອງຂຽນບົດປ້ອງກັນສະພາບແວດລ້ອມ ໂດຍໃຫ້ບໍລິສັດ

ປ້ອງກັນສະພາບແວດລ້ອມຂຽນໃຫ້ຈື່ງໄປຜ່ານອຳນາດລັດທີ່ກ່ຽວຂ້ອງນັ້ນໄດ້.ແຕ່ການຮຽກຮ້ອງຄ່າຂຽນນັ້ນມັນບໍ່

ສົມເຫດສົມຜົນເລີຍ ໂຄງການນ້ອຍໆກໍຮ້ອງເອົາແຕ່30000ຫາ100000ດອນລາ ໂລດໂດບບໍ່ສົມເຫດສົມຜົນ

ຂ້ອຍຄິດວ່າຖ້ານັກວິຊາການຂອງບໍລິສັດບໍ່ແຮ່ໃດສາມາດຂຽນໄດ້ກໍໃຫ້ເຂົາຂຽນເອງໂລດຖ້າຂຽນບໍ່ຖືກພາກສ່ວນຂອງລັດທີ່ກ່ຽວຂ້ອງ

ກໍບໍອະນຸຍາດໃຫ້ຜ່ານຕົວະ,ຖ້າເຂົາຂຽນໄດ້ກໍໃຫ້ເຂົາຜ່ານແບບນີຈະດີກວ່າຂ້ອຍວ່າ

ເພາະແນວໃດກໍດີບໍລິສັດເອກກະຊົນຂຽນໃຫ້ເຂົາກໍຍັງເອົາໄປຜ່ານລັດຄືເກົ່າຢູ່

ອັນນີ້ແມ່ນການບີບບັງຄັບກັນເກີນໄປໂພດ

ຜ່ານມາພວກເຈົ້າໜ້າທີ່ລັດຕອບວ່າ ພວກບໍລິສັດປ້ອງກັນສະພາບແວດລ້ອມຂຽນໃຫ້ເຂົ້າຈື່ງຮັບປະກັນຄວາມເສັຍຫານໃຫ້ອັນນີ້ແມ່ນການຕອບຂີ້ຕົວະ

ຂໍໃຫ້ເຈົ້າໜ້າທີ່ລັດລົງກວດເບີ່ງວ່າບໍ່ລິສັດບໍແຮ່ກັບບໍລິສັດຂຽນບົດປ້ອງ

ກັນສະພາບແວດລ້ອມນັ້ນໃຜຈະມີເງີນຫລາຍກວ່າກັນເພື່ອຮັບປະກັນການເສັຍຫາຍ

ຂໍໃຫ້ໍ່ຊວຍເບີ່ງບັນຫາດັ່ງກ່າວນີ້ແຄ່ເຖາະທ່ານເອີຍ ເພາະຂ້າພະເຈົ້າຄິດວ່າມັນເປັນການສໍ້ກົງກັນໂພດໂດຍຖືເອົາອຳນາດລັດເປັນເຄື່ອງມືໃນການກົງ

__________________
ແມ່ຮ້າງປະຜົວ

Date:

ບໍ່ກ່ຽວກັບປະເດັນໂສເຫຼ້ດອກເດີ  

ຢາກບອກແຕ່ວ່າຂ້ອຍມັກທີ່ ຈຂກທ  ໃຊ້ພາສາລາວໄດ້ດີອີຫຼີ

ເວົ້າຄຳວ່າ ຮັ່ງ  ທີ່ຄົນລາວເກືອບລືມແລ້ວແທນຄຳ  ລ້ຳລວຍ  

ຂໍຊົມເຊີຍ

__________________
Anonymous

Date:

ຢ່າຫາວ່າຂ້ອຍສອດເດີແມ່ຮ້າງປະຜົວ, ຂ້ອຍຄິດວ່າຮັ່ງແລະລວຍມີຄວາມໝາຍແຕກຕ່າງກັນໜ້ອຍນຶ່ງ.

ຄົນຮັ່ງໝາຍເຖິງຄົນທີ່ມີມູນມໍຣະດົກຊັບສິນເງິນຄໍາຫລວງຫລາຍ ຫລືຮັ່ງມີຈາກການຄ້າຂາຍຫລືຈາກ

ການປະກອບອາຊີບໃດນຶ່ງມາເປັນເວລາຍາວນານ, ສ່ວນຄົນລວຍແມ່ນຄົນທີ່ມີຊັບສິນເງິນຄໍາຫລວງຫລາຍ

ໃນທັນທີທັນໃດ ເຊັ່ນໄປຂຸດນາໂນນພໍ້ໃຫຄໍາ ຫລືກຖືກຫວຍລວຍເບີ ຫລືຄ້າຂາຍເຖື່່ອນ ຫລືປຸ້ນຈີ້ຊິງຊັບ

ຂອງຄົນອື່ນ ຫລືສໍ້ໂກງຊັບສິນຂອງຄົນອື່ນ.

ໂທດເດີຖ້າຂ້ອຍເຂົ້າໃຈຜີດ, ຖ້າເຈົ້າຍັງໂສດ ຂໍຕິດຕໍ່ເຈົ້າມາເປັນແມ່ເຖົ້າໄດ້ບໍ່ເພາະພໍ່ເຖົ້າຂ້ອຍຢາກມີຄູ່ຊ້ອນ?

 ເຈົ້າເຂົ້າໃຈຜິດອີຫຼີຫັ້ນແຫຼະ  ບັກຫຼ້າ

ຂ້ອຍຂີ້ຄ້ານອະທິບາຍໃຫ້ຟັງ  ປ່ອຍໃຫ້ພວກໝັ່ນມາຊີ້ແຈງແທນສາ

ພໍ່ເຖົ້າເຈົ້າຢາກມີຄູຊ້ອນຊິມາກ່ຽວຫຍັງກັບຂ້ອຍ

ຊ້ຳບໍໜຳເລົາມີຫຼານເປັນຕາຊັງຄືເຈົ້າ ພາກັນໄປໄກ ໆ ໂລດ

ອີກຢ່າງ  ຂ້ອຍມີອ້າຍເວັບເປັນຂວັນໃຈຢູ່ແລ້ວ

ຂ້ອຍບໍ່ົສົນໃຈຊາຍຜູ້ອື່ນດອກ  ຊິບອກໃຫ້

me/-  ນັ່ງປັກແພມົນເອົາໄວ້ໃຫ້ອ້າຍເວັບເຊັດເຫື່ອຕອນຫຼິ້ນຟິຕເນດຕໍ່

__________________
Anonymous

Date:

ນີ້ຄືງານແຕ່ງງານຂອງພະນັກງານກະຊວງຊັພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ພໍ່ເຈົ້າບ່າວເປັນລັດຖະມົນຕີສິ່ງແວດລ້ອມ ພໍ່ເຈົ້າສາວເປັນກຳມະການກົມການເມືອງສູນກາງພັກ

__________________
Anonymous

Date:

55a>

__________________
ຢາກຮູ້

Date:

ແມ່ຮ້າງປະຜົວ wrote:

ບໍ່ກ່ຽວກັບປະເດັນໂສເຫຼ້ດອກເດີ  

ຢາກບອກແຕ່ວ່າຂ້ອຍມັກທີ່ ຈຂກທ  ໃຊ້ພາສາລາວໄດ້ດີອີຫຼີ

ເວົ້າຄຳວ່າ ຮັ່ງ  ທີ່ຄົນລາວເກືອບລືມແລ້ວແທນຄຳ  ລ້ຳລວຍ  

ຂໍຊົມເຊີຍ

 ຂອບໃຈ

__________________
Anonymous

Date:

Anonymous wrote:

ນີ້ຄືງານແຕ່ງງານຂອງພະນັກງານກະຊວງຊັພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ພໍ່ເຈົ້າບ່າວເປັນລັດຖະມົນຕີສິ່ງແວດລ້ອມ ພໍ່ເຈົ້າສາວເປັນກຳມະການກົມການເມືອງສູນກາງພັກ

 971194_467078746710859_1846786178_n.jpg945524_466933143392086_728046896_n.jpg

__________________
ທວາຍເບິ່ງ

Date:

ນ້ອງຊາຍເຈົ້າບ່າວເຈົ້າຊູ້ອີຫຼີ  ຢາກເປັນລູກໄພ້ເພິ່ນເດ

me/- ຫາເງິນໄປດຶງໜ້າດຶງຄາງຢູ່ປະເທດເກົາຫຼີ

__________________
Anonymous

Date:

ຮູບເບື້ອງຊ້າຍແມ່ນຝ່າຍເຈົ້າສາວເດີ ນ້ອງຊາຍແມ່ນນ້ອງເຈົ້າສາວ ພໍ່ເຈົ້າສາວແມ່ນ ທ່ານ ບຸນປອນ ບຸດຕະນະວົງ ພໍ່ ແມ່ ແລະອ້າຍເຈົ້າບ່າວຢູ່ເບື້ອງຂວາມືເຮົາ ພໍ່ແມ່ນທ່ານ ໜູລິນ ສິນບັນດີດ

 ເອົ໊າ  ຊັ້ນເບາະ

ເປັນລູກໄພ້ຍາບຸນປອນກະໄດ້

ນ້ອງໄພ້ກັບປ້າງາມສ່ຳ ໆກັນ  ແຕ່ນ້ອງໄພ້ເຖົ້າໜ້ອຍໜຶ່ງເດີ

__________________
Anonymous

Date:

ຖ້າທຽບໃສ່ພວກເຮັດວຽກຢູ່ກະຊວງແຜນການແລະການລົງທຶນເຫັນວ່າພວກເຮັດຢູ່ຫ້ອງການສິ່ງແວດລ້ອມອາຍ

ແຕ່ກໍ່ບໍ່ແມ່ນເປັນທຸກຄົນດອກ ມີບາງກຸ່ມຄົນເທົ່ານັ້ນທີ່ບໍ່ມີຄວາມອາຍໃນຈິດໃຈ ບໍ່ຄິດຄໍານຶງເຖິງຜົນເສັຽຫາຍຂອງ

ປະເທດຊາດບ້ານເມືອງທີ່ຈະຕາມມາພາຍຫລັງຍ້ອນການກະທໍາຂອງຕົນ.

 ແມ່ນຄວາມທ່ານ, ມີເພື່ອນຮ່ວມງານ ຂພຈ ຄົນໜື່ງ ເມື່ອກ່ອນເຮັດວຽກນຳກັນ ຢູ່ ກຊ ແຫ່ງໜື່ງ

ຈາກນັ້ນ ຜູ້ກ່ຽວກໍ່ຂໍຍົກຍ້າຍໄປເຮັດວຽກຢູ່ ກຊ ແຜນການ ການລົງທືນ ແລະ ກໍ່ສັງກັດຢູ່ໃນກົມທີ່

ເຮັດໜ້າທີ່ຄຸ້ມຄອງການລົງທືນນີ້ລະ. ຜູ້ກ່ຽວເວົ້າສູ່ຟັງກ່ຽວກັບວຽກງານໃໝ່ຂອງຜູ້ກ່ຽວວ່າ ສະໜອງ

ຂໍ້ມູນໃຫ້ແກ່ພວກມາສະເໜີຂໍລົງທືນ, ແລະ ກໍ່ກວດກາເອກກະສານກ່ຽວກັບການສະເໜີຂໍລົງທືນນີ້ລະ.

ເຮັດໄປໄດ້ໄລຍະໜື່ງ ຊີວິດການເປັນຢູ່ຂອງຄອບຄົວກໍ່ປ່ຽນແປງ ໃຫ້ເຫັນຢ່າງຊັດເຈນ ແລະ ປ່ຽນໄວອີກ

ມີເງີນຊື້ທີ່ດີນທຳເລດີ ປຸກຮ້ານ ແລະ ເປີດຮ້ານຂາຍເຄື່ອງ ມີລົດໃຫຍ່ໃຊ້. ຂພຈ ກໍ່ວ່າຊົມເຊີຍເພື່ອນຮ່ວມ

ງານໃນອະດີດ ສາມາດພັດທະນາ ເສດຖະກິດຄອບຄົວກ້າວໜ້າໄວຂະໜາດນີ້

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard