Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຄືບໍ່ໄປປະກວດນາງງາມໂລກ
ນາງງາມອາຍຸ60

Date:
ລາວຄືບໍ່ໄປປະກວດນາງງາມໂລກ

ເປັນຫຍັງລາວເຮົາຄືບໍ່ສົ່ງນາງງາມໄປປະກວດ ນາງງາມໂລກ  ນາງງາມ.... 

ຫວຽດນາມພວກຮ່ວມອຸດົມການຂອງລາວ ສົ່ງໄປປະກວດທຸກເວທີ  ເປັນຮອດເຈົ້າພາບພ້ອມ

ການປະກວດນາງງາມຣະດັບນາ ໆ ຊາດ ເຂົາບໍ່ໄດ້ເອົາແຕ່ຄວາມງາມທໍ່ນັ້ນ

ຄວາມຮູ້  ແລະສະຫຼາດຫຼັກແຫຼມກໍ່ສຳຄັນ

ດັ່ງນັ້ນ ຖ້າລາວສົ່ງໄປປະກວດຕ່າງປະເທດ  

ຈະສົ່ງເສີມໃຫ້ແມ່ຍິງລາວມີແຮງຊຸກຍູ້  ຕັ້ງໃຈຮ່ຳຮຽນ  ໜັ່ນຫາຄວາມຮູ້ໃສໂຕເອງ

__________________

Guru

Status: Offline
Posts: 695
Date:

money, money..

__________________

 187557797.jpg

Anonymous

Date:

cheerball wrote:

money, money..

 ຫາສະປອນເຊີ້ມາອອກຄ່າໃຊ້ຈ່າຍໃຫ້ກະໄດ້

ບໍຣິສັດຕ່າງ ໆ ອອກຄົນລະໜ້ອຍ  ຫຼາຍບໍຣິສັດມັນກະຊິພໍຢູ່ຕີ

__________________
Anonymous

Date:

1894941036.jpg

tumblr_lrhb7lDHtQ1qf8p8no1_r1_1280.jpg

miss-universe-15_256427a.jpg

__________________
Anonymous

Date:

ໃຫ້ເພິ່ນສົ່ງເຂົ້າປະກວດນາງງາມທະວີບອາຊີຫັ້ນກ່ອນຈຶ່ງຄ່ອຍກ້າວໄປແຂ່ງນາງງາມໂລກ.

ເຫດຜົນທີ່ເພິ່ນບໍ່ສົ່ງເຂົ້າແຂ່ງແມ່ນຍ້ອນມັນຂັດກັບວັດທະນະທໍາອັນດີງາມຂອງຊາດລາວ

ທີ່ຈະໄປນຸ່ງນ້ອຍຫົ່ມນ້ອຍ(swimming suit)ໃຫ້ຄົນທັງໂລກເບິ່ງ, ເງິນຄ່າໃຊ້ຈ່າຍນັ້ນບໍ່ບັນ

ຫາດອກເພາະລັດຖະບານລາວຮັ່ງມີດີໄດ້ບໍ່ນ້ອຍໜ້າລັດຖະບານປະເທດອື່ນດອກ.

__________________
Anonymous

Date:

__________________
Anonymous

Date:

ສາວລາວຈະສົ່ງໄປປະກວດໄດ້ຈັ່ງໃດ ຄວາມຮູ້ກະບໍ່ໄດ້ ຕອບກະບໍ່ເປັນ  ຄົນກະເຕັ້ຽ ແຖມຂານ່ອງປັ້ນ ຕີນຈ່າງອີກ ໂອ່ຍ!!!!

__________________
Anonymous

Date:

Anonymous wrote:

ສາວລາວຈະສົ່ງໄປປະກວດໄດ້ຈັ່ງໃດ ຄວາມຮູ້ກະບໍ່ໄດ້ ຕອບກະບໍ່ເປັນ  ຄົນກະເຕັ້ຽ ແຖມຂານ່ອງປັ້ນ ຕີນຈ່າງອີກ ໂອ່ຍ!!!!

 ຂໍກົດໂປ້ລົງໃຫ້ຄໍາເຫັນເຈົ້າພັນເທື່ອ. ນາງງາມລາວມີພ້ອມທຸກຢ່າງ ທັງຄວາມງາມແລະຄວາມຮູ້.

ຖ້າບໍ່ຈົບມະຫາວິທະຍາໄລ ບໍ່ມີເງື່ອນໄຂເຂົ້າປະກສດເດີ.

__________________
Anonymous

Date:

ນາງງາມອາຍຸ60 wrote:

ເປັນຫຍັງລາວເຮົາຄືບໍ່ສົ່ງນາງງາມໄປປະກວດ ນາງງາມໂລກ  ນາງງາມ.... 

ຫວຽດນາມພວກຮ່ວມອຸດົມການຂອງລາວ ສົ່ງໄປປະກວດທຸກເວທີ  ເປັນຮອດເຈົ້າພາບພ້ອມ

ການປະກວດນາງງາມຣະດັບນາ ໆ ຊາດ ເຂົາບໍ່ໄດ້ເອົາແຕ່ຄວາມງາມທໍ່ນັ້ນ

ຄວາມຮູ້  ແລະສະຫຼາດຫຼັກແຫຼມກໍ່ສຳຄັນ

ດັ່ງນັ້ນ ຖ້າລາວສົ່ງໄປປະກວດຕ່າງປະເທດ  

ຈະສົ່ງເສີມໃຫ້ແມ່ຍິງລາວມີແຮງຊຸກຍູ້  ຕັ້ງໃຈຮ່ຳຮຽນ  ໜັ່ນຫາຄວາມຮູ້ໃສໂຕເອງ

 We're not up to the International standard yet that's why.

__________________

Guru

Status: Offline
Posts: 695
Date:

LAO WOMAN DOESNT DARE TO WEAR BIKINI...

__________________

 187557797.jpg

Anonymous

Date:

cheerball wrote:

LAO WOMAN DOESNT DARE TO WEAR BIKINI...

 ເຂົາກ້ານຸ່ງແທ້ ແທ່ລັດຖະບານ(ສະຫະພັນເພດຍິງ)ບໍ່ໃຫ້ນຸ່ງເພາະມັນຜິດຕໍ່ຮີດຄອງປະເພນີລາວ.

 ກໍລະນີພິເສດເພື່ອຊາດ ນ່າຈະເວົ້າກັນໄດ້ກັບ ສຫພ ແມ່ຍິງລາວ

__________________

 187557797.jpg

Anonymous

Date:

Anonymous wrote:
cheerball wrote:

LAO WOMAN DOESNT DARE TO WEAR BIKINI...

 ເຂົາກ້ານຸ່ງແທ້ ແທ່ລັດຖະບານ(ສະຫະພັນເພດຍິງ)ບໍ່ໃຫ້ນຸ່ງເພາະມັນຜິດຕໍ່ຮີດຄອງປະເພນີລາວ.

 ຢາກຮູ້ວ່າເວລາແມ່ຍິງລາວໄປລອຍນ້ຳຢູ່ສະລອຍນ້ຳ  ເຂົາໃສ່ຫຍັງ

ພວກ ສພຍ ປົກປ້ອງແທ້ ໆ ກຽດແລະສັກສີຂອງແມ່ຍິງລາວ

ຖ້າຮັກໃນກຽດແລະສັກສີອີຫຼີ

ເປັນຫຍັງບໍ່ຄືປົກປ້ອງແລະຫາທາງແກ້ໄຂປັນຫາທີ່ສາວລາວແຫ່ໄປຂາຍ.... ຢູ່ເມືອງໄທຍແໜ່

ໄທຍເຂົາອອກຂ່າວທຸກມື້  ສະຫະພັນເພດຍິງລາວບໍ່ອາຍແໜ່ເບາະ  

ຄັນເປັນຫ່ວງຮີດຄອງຢ່າງສຸດໃຈ  

ຊ່ອຍເຮັດຫຍັງທີ່ມີປະໂຫຍດແບບເປັນຮູບປະທັມໃຫ້ປະເທດຊາດແໜ່ 

ຊ່ອຍປູກຝັງຈິດສຳນຶກຂອງເດັກນ້ອຍຮຸ່ນໃໝ່ໄດ້ບໍ່

ຂ້ອຍເຫັນວີດີໂອຕາມຢູທູບ    ເດັກສາວລາວເປັນສາວລຳວົງ

ໃສ່ກະໂປງສັ້ນເຕັ້ນເດັ້ງໜ້າເດັ້ງຫຼັງຢູ່ຊຽງຂວາງຫັ້ນ ມັນແຮ່ງເປັນຕາຂີ້ດຽດ  ຄືບໍ່ໄປຫ້າມເຂົາ

ການໄປປະກວດນາງງາມຣະດັບນາ ໆ ຊາດ  ແມ່ນໄປສ້າງຊື່ສຽງໃຫ້ປະເທດ

ບໍ່ແມ່ນໄປຂາຍ ..

ຫຼາຍປະເທດໃນໂລກທີ່ເຂົາເຄັ່ງຄັດທັງສາສນາແລະປະເພນີກວ່າລາວ  ເຂົາຍັງສົ່ງແມ່ຍິງໄປປະກວດ

ໂຕຢ່າງພວກປະເທດນັບຖືສາສນາອິສະລາມທັງຫຼາຍ

ການປະກວດນາງງາມແມ່ນມີຜົນດີຕໍ່ຍິງສາວທັງທາງກົງແລະທາງອ້ອມ

ມັນເປັນຄວາມໃຝ່ຝັນຂອງສາວ ໆ ທີ່ຢາກເຂົ້າຮ່ວມປະກວດ

ເຮັດໃຫ້ສາວລາວມີໃຈດູແລສຸຂະພາບຮ່າງກາຍພ້ອມທັງຝຶກຝົນກິຣິຍາມາຣະຍາດຂອງໂຕເອງ

ນາງຈະຣະວັງບໍ່ປ່ອຍເນື້ອປ່ອຍໂຕເຮັດໃຫ້ເສັຽປະຫວັດຊື່ສຽງ

ນາງຈະຕັ້ງໃຈຮ່ຳຮຽນໃຫ້ມີຄວາມຮູ້ທັນໂລກ

ນອກຈາກນີ້ນາງຈະກ້າເວົ້າກ້າສະແດງອອກ  ເຊິ່ງສຳຄັນຫຼາຍກັບປະເທດກຳລັງພັດທະນາຄືລາວ

ລາວເຮົາຕ້ອງການໃຊ້ຊັບພະຍາກອນມະນຸດທຸກເພດທຸກວັຍໃຫ້ເປັນປະໂຫຍດ

ແມ່ຍິງລາວຕ້ອງມີຄຸນນະພາບບໍ່ໜ້ອຍກວ່າເພດຊາຍ

ເໝິດສະໄໝແລ້ວ  ທີ່ແມ່ຍິງຕ້ອງບໍ່ປາກບໍ່ເວົ້າຍ່າງຕາມກົ້ນຜົວ  ຄົວກິນແຕ່ໃນເຮືອນ

ຖ້າເມືອງລາວຢາກຈະເຣີນ  ເຮົາຕ້ອງອອກມາຊ່ອຍກັນເຮັດຖ້ວນທົ່ວໜ້າເດີ

ຖ້າຄົນລາວເຮົາບໍ່ຊ່ອຍກັນເຮັດເອງມື້ນີ້   ມື້ໜ້າຜືນແຜ່ນດິນນີ້ເຮົາຊິເປັນແຕ່ຜູ້ອາໄສທໍ່ນັ້ນໃດ

__________________
Anonymous

Date:

ຄລິປເດັກນ້ອຍນັກເຕັ້ນເດົ້າແອ໊ະເດົ້າແອ່ນທີ່ເຂົາເອົາໄປລົງຢູ່ Youtube ບໍ່ໄດ້ຜ່ານການ

ກວດສອບຂອງ ກຊວທ , ບົດເພງຕ່າງໆທີ່ອອກທາງໂທລະພາບຈຶ່ງແມ່ນໄດ້ຮັບອະນຸຍາດ

ຈາກ ກຊ.

__________________
Anonymous

Date:

Anonymous wrote:

ຄລິປເດັກນ້ອຍນັກເຕັ້ນເດົ້າແອ໊ະເດົ້າແອ່ນທີ່ເຂົາເອົາໄປລົງຢູ່ Youtube ບໍ່ໄດ້ຜ່ານການ

ກວດສອບຂອງ ກຊວທ , ບົດເພງຕ່າງໆທີ່ອອກທາງໂທລະພາບຈຶ່ງແມ່ນໄດ້ຮັບອະນຸຍາດ

ຈາກ ກຊ.

 ຊັ້ນຕິ

ກຊວທ ກວດສອບແຕ່ເພງຫຼືຮູບພາບທີ່ຕ້ອງອອກອາກາດທໍ່ນັ້ນ?

ສ່ວນຕາມຖນົນຫນທາງ  ຕາມບຸນຕາມງານໃຜຢາກເຮັດຫຍັງກະໄດ້ຕິ່?

ຢູ່ແຂວງຊຽງຂວາງບໍ່ມີຜູ້ໃດເຮັດວຽກຂອງ ກຊວທ ບໍ່ມີໃຜເປັນຫູເປັນຕາໃຫ້ເລີຍເບາະ ?

__________________
Anonymous

Date:

Miss-Egypt-Universe-2009-Elham-Wagdi-Pics.jpg

UNI2012_1432-L.jpg

ອິນໂດນີເຊັຽ

2012-12-15T103333Z_1812220601_GM1E8CF1FIA01_RTRMADP_3_USA.JPG

miss-universe.jpg     

__________________
Anonymous

Date:

Anonymous wrote:

ສາວລາວຈະສົ່ງໄປປະກວດໄດ້ຈັ່ງໃດ ຄວາມຮູ້ກະບໍ່ໄດ້ ຕອບກະບໍ່ເປັນ  ຄົນກະເຕັ້ຽ ແຖມຂານ່ອງປັ້ນ ຕີນຈ່າງອີກ ໂອ່ຍ!!!!

 ສາວລາວດາກດຳ ດັງຫັກ ຫີດຳ  ຮ່າໆໆ

__________________

Member

Status: Offline
Posts: 23
Date:

ນາງງາມອາຍຸ60 wrote:

ເປັນຫຍັງລາວເຮົາຄືບໍ່ສົ່ງນາງງາມໄປປະກວດ ນາງງາມໂລກ  ນາງງາມ.... 

ຫວຽດນາມພວກຮ່ວມອຸດົມການຂອງລາວ ສົ່ງໄປປະກວດທຸກເວທີ  ເປັນຮອດເຈົ້າພາບພ້ອມ

ການປະກວດນາງງາມຣະດັບນາ ໆ ຊາດ ເຂົາບໍ່ໄດ້ເອົາແຕ່ຄວາມງາມທໍ່ນັ້ນ

ຄວາມຮູ້  ແລະສະຫຼາດຫຼັກແຫຼມກໍ່ສຳຄັນ

ດັ່ງນັ້ນ ຖ້າລາວສົ່ງໄປປະກວດຕ່າງປະເທດ  

ຈະສົ່ງເສີມໃຫ້ແມ່ຍິງລາວມີແຮງຊຸກຍູ້  ຕັ້ງໃຈຮ່ຳຮຽນ  ໜັ່ນຫາຄວາມຮູ້ໃສໂຕເອງ

ເປັນ​ກຳ​ລັງ​ໃຈ​ໃຫ້ເດີ ນາງງາມອາຍຸ60 ຂໍ​ໃຫ້​ໂຊກ​ດີ​ໄດ້​ເປັນ ຕົວ​ແທນ​ນາງງາມລາ​ວ ອາຍຸນ້ອຍ​ກ່​ວາ60ເດີ

__________________
kkpls
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard