Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກໍ່ສ້າງສອ້ມແປງ ທາງເລກ 9
Anonymous

Date:
ກໍ່ສ້າງສອ້ມແປງ ທາງເລກ 9

ໂຄງການກໍ່​ສ້າງ​ສ້ອມ​ແປງ​ເສັ້ນ​ທາງຫຼວງ​ແຫ່ງ​ຊາດ ເລກ 9 (ຕອນ​ທາງ​ ເມືອງ​ອາດ​ສະ​ພັງ​ທອງ-ເມືອງ​ ພະ​ລານ​ໄຊ ແລະ ເຊ​ທ່າ​ມວກ-ເມືອງ​ພິນ)

ໂດຍແມ່ນທຶນ​ຊ່ວຍ​ເຫຼືອ​ລ້າ​ຈາກ​ລັດ​ຖະ​ບານ ​ຍີ່​ປຸ່ນ

 ​ເສັ້ນ​ທາງ​ດັ່ງ​ກ່າວມີຄວາມ​ຍາວ 85.1 ກມ  ແມ່ນ​ຈະ​ປູ​ດ້ວຍ​ຢາງ​ອັດ​ສະ​ຟານ 2 ຊັ້ນ ມີ​ຄວາມ​ໜາ 10 ຊັງ​ຕີ​ແມັດ ໜ້າ​ທາງ​ກວ້າງ 9 ແມັດ ມີ​

ລະ​ບົບ​ລະ​ບາຍ​ນ້ຳ​ສອງ​ຂ້າງ ທີ່ກໍ່​ສ້າງ​ດ້ວຍ​ເບ​ຕົງ ມີ​ຄວາມ​ສາ​ມາດ​ຮັບ​ນ້ຳ​ໜັກ 11 ໂຕນ/ເພົາ ຄວາມ​ໄວ​ສະ​ເລ່ຍ 56.3ກມ/ຊມ
 
ຊຶ່ງ​ມູນ​ຄ່າ​ຂອງ​ໂຄງ​ການ​ແມ່ນ 2.464 ລ້ານ​ເຢັນ( ປະມານ 26,64 ລ້ານ $)  ຕົກເປັນ ປະມານ 313 000$/ ກມ
 
ກຳ​ນົດ​ເວ​ລາ​ໃນ​ການກໍ່​ສ້າງ 3 ປີ (ເລີ່ມ​ແຕ່ 2012-2015).
 
04249414497129522883.jpg
 
__________________
Anonymous

Date:

ລາຄາ 26 ລ້ານ ສ້າງທາງຢູ່ວຽງຈັນໄດ້ຈັກກິໂລ

__________________
Anonymous

Date:

ທາງເລກ 9 ໄດ້ນຳປະໂຍດໄຫ້ປະເທດຊາດຢ່າງຫລວງຫລາຍ ເປັນເສັ້ນທາງຍຸດທະສາດ ທີ່ເຊືອມຕໍ່ພູມີພາກ. ແຕ່ລະມື້ ມີລົດບັນທຸກ ຫລາຍ ສິບໂຕນ ແລະລົດ ຂົນສົ່ງລະຫວ່າງປະເທດ ທຽວຕະຫລອດ 24 ຊົ່ວໂມງ ເປັນຕົ້ນແມ່ນຂົນສົ່ງແຮ່ທາດ ເຊັ່ນຫີນກາວ ທອງແດງ ໄມ້ທອ່ນ ໄມ້ສຳເລັດຮູບ ອອ້ຍ ແລະສິນຄ້າອື່ນໆ ລວມເຫລັກເສດຈາກສົງຄາມທີ່ຖິ້ມເຕັມແຖວເຊໂປນ ເມືອງພີນ ເມືອງນອງ ວິລະບູລີ ດັ່ງນັ້ນ ທາງເລກ 9 ທີ່ເປ່ເພແລະຕອ້ງໄດ້ສອ້ມແປງມາຕລອດຈຶ່ງຖືວ່າ ທຳມະດາ

__________________
Anonymous

Date:

ເສັ້ນທາງເລກທີ9 ເປັນເສັ້ນທາງຍຸດທະສາດທຸກຍຸກທຸກສະໃໝ, ກ່ອນປີ 1975 ວຽດນາມເໜືອ

ກໍ່ໃຊ້ທາງເສັ້ນນີ້ຂົນອາວຸດແລະທະຫານລົງໄປຕີວຽດນາມໃຕ້. ໃນຍຸກສັນຕິພາບ ວຽດນາມກໍ່ໃຊ້

ທາງເສັ້ນນີ້ຂົນຊັບພະຍາກອນທໍາມະຊາດຂອງລາວອອກໄປປ້ອນໂຮງງານອຸດສະຫະກໍາໃນບ້ານເຂົາ.

ຂອບໃຈຣັຖບານແລະປະຊາຊົນຍີ່ປຸ່ນທີ່ຊ່ອຍເຫຼືອຣັຖບານແລະປະຊາຊົນລາວຕະລອດມາ.

__________________
Anonymous

Date:

ເວົ້າເລືອ່ງ ທາງເລກ 9 ຄິດຮອດເພງ ເຊໂປນລຳ້ລຶກ ໃຜຮູ້ປະຫວັດ ຕາດສະໂຄ່ຍ ເວົ້າໄຫ້ຟັງແດ່

__________________
Anonymous

Date:

Anonymous wrote:

ລາຄາ 26 ລ້ານ ສ້າງທາງຢູ່ວຽງຈັນໄດ້ຈັກກິໂລ

 ລາຄາທີ່ພວກບໍລິສັດກໍ່ສ້າງກຳລັງແຂ່ງຂັນຂື້ນ

(ບໍ່ແມ່ນແຂ່ງຫລຸດ ແປກນໍບ້ານເຮົາ)

ໃນປະຈຸບັນນີ້ ທາງມາດຕະຖານນີ້ກໍ່ຈະໄດ້ບໍ່ເກີນ 10ກມ

ບາດທາງເລກ 9 ປູເບຕົງອາສຟານຕັ້ງ 10ເຊັນ ເພິ່ນຄືເຮັດໄດ້ຮອດ 85 ຫລັກພຸ້ນເດ ເປັນຫຍັງທາງວຽງຈັນ ເພິ່ນວ່າປູແຕ່ 5ເຊັນ ພັດໄດ້ ບໍ່ຮອດ 10 ຫລັກ ຊອ່ຍບອກສູດໄຫ້ແດ່ ເພາະກຳລັງຢາກປະມູນເຮັດ ຮາຍເວ

 ຂໍໂທດເດີ ຂພຈ ກໍ່ບໍ່ຮູ້ສູດນີ້ເພາະບໍ່ໄດ້ມີກິດຈະການຮັບເໝົາກໍ່ສ້າງຄືເພີ່ນມີແຕ່ເປັນ ວິສະວະກອນຊື່ໆ

ງົບປະມານຟື້ນຟູ (Rehabilitation) ທາງເລກ 9 ແມ່ນເງີນຊ່ວຍເຫລືອລ້າຈາກຣັຖບານຍີ່ປຸ່ນ, ທຸກຂັ້ນຕອນ

ດຳເນີນງານແມ່ນຍີ່ປຸ່ນເພີ່ນຈັດການເອງໝົດ, ດັ່ງນັ້ນມູນຄ່າກໍ່ສ້າງຈີ່ງຢູ່ໃນເກນແບບສົມເຫດສົມຜົນ.

ກົງກັນຂ້າມ ຖ້າເປັນໂຄງການທີ່ໃຊ້ງົບປະມານຂອງຣັຖບານລາວ ແມ່ນຈະບໍ່ເປັນໄປຕາມຫລັກການດຳເນີນໂຄງການ

ໂດຍສະເພາະແມ່ນໂຄງການທີ່ເພີ່ນນິຍົມໃຊ້ກັນຢູ່ປະຈຸບັນຄື: ໂຄງການລົງທືນກ່ອນ, ຖ້າຜູ້ຮັບເໝົາສົນໃຈຢາກເຮັດ

ຢູ່ບ່ອນໃດກໍ່ແມ່ນສເນີຫາອົງການກ່ຽວຂ້ອງເລີຍ ລາຄາມັກເທົ່າໃດກໍ່ແມ່ນໃຫ້ຜູ້ຮັບເໝົາສເນີເອງເລີຍ, ບໍ່ແມ່ນວ່າ

ຣັຖບານມີ ແຜນແມ່ບົດ, ມີການສືກສາຄວາມເປັນໄປໄດ້ (ຢ່າງໜ້ອຍ) ແລ້ວປະກາດປະມູນຄັດເລືອກ. ສະນັ້ນໃນກໍລະນີແບບນີ້ ຈື່ງວ່າພວກທຸລະກິດຮັບເໝົາກໍ່ສ້າງຈື່ງແຂ່ງຂັນກັນຂື້ນລາຄາ ຜູ້ເຮັດລຸນທຽບໃສ່ຜູ້ເຮັດກ່ອນ

ນັກທຸລະກິດລາວ ທຽບໃສ່ນັກທຸລະກິດຈີນ ແລ້ວກໍ່ຂື້ນໄປເລື້ອຍໆ, ແຕ່ກໍ່ຈະເຮັດໄດ້ແຕ່ໂຄງການລົງທືນກ່ອນເທົ່ານັ້ນເດີ

ຖ້າທ່ານສົນໃຈກໍ່ໄປຖອດຖອນບົດຮຽນນຳພວກເສັ່ຽລົງທືນຮັບເໝົາກໍ່ສ້າງທັງຫລາຍເດີ່

__________________
Anonymous

Date:

ເຂົາຊ່ວຍເຫຼືອລ້າໂດຍບໍ່ຄິດຜົນຕອບແທນ ແຕ່ພັດໂຄສະນາວ່າເປັນຜົນງານຍິ່ງໃຫຍ່ ແລະຍ້ອນຄວາມສະຫຼາດສ່ອງໃສ!

ເຮີເຮີ....!

__________________
ຮັບເຫມາ

Date:

Anonymous wrote:

ລາຄາ 26 ລ້ານ ສ້າງທາງຢູ່ວຽງຈັນໄດ້ຈັກກິໂລ

ທາງຢູ່ວຽງ ເພິ່ນເຮັດກວ້າງ ກວ່າທາງເລກ 9 ກວ່າ ສອງເທົ້າພຸ້ນເດີ ຊໍ້າຍັງມີທັງຮອ່ງລະບາຍ ມີທາງໄຫ້ຄົນຍ່າງ ມີໄຟເຍືອງທາງ ປູດວ້ຍຊີມັງນຳອີກ ທຽບກັນບໍ່ໄດ້ດອກ ກັບທາງເລກ 9 ຊຳ້ບໍ່ພໍຂອ້ຍຕອ້ງລົງທຶນກອ່ນ ຕອ້ງໄປກູ້ນຳທນະຄານ ດອກເບັ້ຍເພິ່ນເອາໄປແລວ້ 5ປີ ກໍກວ່າ 70%ແລວ້ ຖ້າບໍ່ໄລ່ເອາຈັກ 4-5ລ້ານຕໍ່ກິໂລ ແລວ້ ຂອ້ຍສີໄດ້ກິນຫຍັງ ຊຳ້ບໍ່ພໍຄ່າກິນນຳ້ກິນໃນເດ ສຸດທ້າຍຂອ້ຍສີ ໄດ້ຂາຍຮອດເຮືອນ ເອາເງິນໄປຈ່າຍຫນີ້ພຸ້ນຕວາ

__________________
Anonymous

Date:

ອາກາດບ້ານເຮົາຮ້ອນເອົາແທ້ເບ໊າະຈຶ່ງຕ້ອງມີຄ່ານໍ້າຄ່າໄນທຸກໆໂຄງການ?

ເທື່ອໜ້າຮ່າຍນໍ້າໃສ່ກະຕຸກຫັ້ນໃຫ້ເພິ່ນຖ້າເພິ່ນຫິວນໍ້າຈຶ່ງບໍ່ສິ້ນເປືອງເງິນ

ພາສີອາກອນຂອງປະຊາຊົນ.

__________________
Anonymous

Date:

Anonymous wrote:

ເວົ້າເລືອ່ງ ທາງເລກ 9 ຄິດຮອດເພງ ເຊໂປນລຳ້ລຶກ ໃຜຮູ້ປະຫວັດ ຕາດສະໂຄ່ຍ ເວົ້າໄຫ້ຟັງແດ່

ຕຳນານຕາດສະໂຄ່ຍຄື ສະໃຫມ ໄທຍຶດຄອງລາວ ມັນໄດ້ກວາດເອາໄທບ້ານເຊໂປນໄປໄວ້ຝັ່ງນັ້ນ ຂົນໄປເທື່ອໃດ ກໍພາກັນກັບຄືນມາ ຍອ້ນຕາດສະໂຄ່ຍຮອ້ງຫາ ສຸດທ້າຍເຂົາເລີຍຕັດລີ້ນ ຕາດສະໂຄຍ ເລີຍຮອ້ງບໍ່ເປັນ ຄົນຜູ່ໄທເຊໂປນເລີຍກັບເມືອບໍ່ໄດ້ ເລື່ອງນີ້ ອາດເປັນຈິງ ເພາະບອ່ນຕາດສະໂຄ່ຍເປັນຜາຫີນປູນ ແຕ່ກອ່ນອາດເປັນນຳ້ຕົກໃຫຍ່ ດັງໄປຮອດຟາກຂອງໄດ້ ແຕ່ຍອ້ນນຳ້ເຊາະແຮງຕາດມັນກໍພັງລົງແບບດຽວກັບຕາດກອງຊີຢູ່ເມືອງຫລວງ ສ່ວນປະຊາຊົນທີ່ຖືກກວາດໄປ ດຽວນີ້ກໍມີຜູ່ໄທຢູ່ຝັ່ງນັ້ນທີ່ມີເຊື້ອສາຍທາງເຊໂປນເມືອງພີນຢຸ່

__________________
Anonymous

Date:

ສະຫລາດສອງໃສ ຂີ້ໂມ້ ອວດອົ່ງຖະນົງຕົວ ແບມືຂໍທານຢູ່ຕະຫລອດເວລາ ຍາມໃດ ຈະເປັນໂຕຂອງເອງ ຈັກເທື່ອແດ່, ເງີນທີ່ຂາຍຊັບພະຍາກອນ ຂອງຊາຕ ເອົາໄປທາງໃດຫມົດ 100ປີກາຍັງຈະ ແບຂໍທານຢູ່ຈັງຊີ້ເບາະ?

__________________
Anonymous

Date:

ຍີ່ປຸ່ນຄຸມເອງ ເສນາອາມາດ ເພີ່ນໄດຊິໄດ້ສວບ  ໄດ້ແຫບ ອີ່ຕົນຊາດເດ ສໍ້ຫຼວງບັງລາດຊິຫມົດກໍ່ຍ້ອນຍີ່ປຸ່ນນິລະນໍ

__________________
Anonymous

Date:

ຮັບເຫມາ wrote:
Anonymous wrote:

ລາຄາ 26 ລ້ານ ສ້າງທາງຢູ່ວຽງຈັນໄດ້ຈັກກິໂລ

ທາງຢູ່ວຽງ ເພິ່ນເຮັດກວ້າງ ກວ່າທາງເລກ 9 ກວ່າ ສອງເທົ້າພຸ້ນເດີ ຊໍ້າຍັງມີທັງຮອ່ງລະບາຍ ມີທາງໄຫ້ຄົນຍ່າງ ມີໄຟເຍືອງທາງ ປູດວ້ຍຊີມັງນຳອີກ ທຽບກັນບໍ່ໄດ້ດອກ ກັບທາງເລກ 9 ຊຳ້ບໍ່ພໍຂອ້ຍຕອ້ງລົງທຶນກອ່ນ ຕອ້ງໄປກູ້ນຳທນະຄານ ດອກເບັ້ຍເພິ່ນເອາໄປແລວ້ 5ປີ ກໍກວ່າ 70%ແລວ້ ຖ້າບໍ່ໄລ່ເອາຈັກ 4-5ລ້ານຕໍ່ກິໂລ ແລວ້ ຂອ້ຍສີໄດ້ກິນຫຍັງ ຊຳ້ບໍ່ພໍຄ່າກິນນຳ້ກິນໃນເດ ສຸດທ້າຍຂອ້ຍສີ ໄດ້ຂາຍຮອດເຮືອນ ເອາເງິນໄປຈ່າຍຫນີ້ພຸ້ນຕວາ

 ຜູ້ເຂົາປະເມີນທຽບກໍ່ບໍ່ແມ່ນຈ້າຈົນບໍ່ຮູ້ອັນໃດເປັນອັນໃດຕີ້ ເຂົາກໍ່ທຽບໃສ່ທາງໃນມາຕຖານດຽວກັນ

ຫລືໃກ້ຄຽງກັນຕວາ, ແມ່ນໃຜຈັ່ງວ່າຊິຈ້າ ຈົນເອົາທາງປູຢາງ ມາທຽບທາງປູຄອນກຣີດ ເອົາທາງກວ້າງ

12ມ ມາທຽບທາງກວ້າງ 24ມ. ເວົ້າຫຍັງກໍ່ຄືວ່າສລາດແຕ່ໂຕແທ້ນໍ

__________________
Anonymous

Date:

Anonymous wrote:

ເຂົາຊ່ວຍເຫຼືອລ້າໂດຍບໍ່ຄິດຜົນຕອບແທນ ແຕ່ພັດໂຄສະນາວ່າເປັນຜົນງານຍິ່ງໃຫຍ່ ແລະຍ້ອນຄວາມສະຫຼາດສ່ອງໃສ!

ເຮີເຮີ....!

 ກໍ່ແມ່ນຜົນງານທີ່ຍິ່ງໃຫຍ່ແລະສະຫຼາດສ່ອງໃສຂອງເພິ່ນແທ້ທີ່ສາມາດຍາດແຍ່ງການຊ່ອຍເຫຼືອລ້າມາໄດ້

ຖ້າບໍ່ເອົາໜ້າປະຊາຊົນລາວຜູ່ທຸກຈົນໄປອ້າງ ບໍ່ເອົາປະເທດທີ່ບໍ່ມີທາງອອກທະເລໄປອ້າງ ເຂົາຈະຊ່ອຍຫວາ?

__________________
Anonymous

Date:

The road too narrow is hard to commute faster, I think Lao needs to build to lens road each sides and rest area.

__________________
Anonymous

Date:

Anonymous wrote:

ຍີ່ປຸ່ນຄຸມເອງ ເສນາອາມາດ ເພີ່ນໄດຊິໄດ້ສວບ  ໄດ້ແຫບ ອີ່ຕົນຊາດເດ ສໍ້ຫຼວງບັງລາດຊິຫມົດກໍ່ຍ້ອນຍີ່ປຸ່ນນິລະນໍ

ເພິ່ນຄຸມເອງ ໄຊ້ຄົນຍີ່ປຸ່ນມາຄຸມກິນເງິນເດືອນຕັ້ງ ຫລາຍສິບພັນໂດລາ ເພື່ອຢາກໄຫ້ໄດ້ມາດຖານສາກົນ ແລະລາຄາກໍສາກົນນຳອີກ ຖ້າລາວເຮົາຫາກຈ້າງວິສາວະກອນສາກົນ ແລະຜ່ານການປະມູນສາກົນ ລອງເບິ່ງດູວ່າລາຄາກໍ່ສ້າງທາງຢູ່ວຽງຈັນສີໄດ້ສຳ່ໃດ

 ຖ້າເປັນໂຄງການຊ່ວຍເຫລືອຈາກສາກົນ ບໍ່ວ່າຈະຢູ່ໃນຮູບແບບຊ່ວຍເຫລືອລ້າ, ສົມທົບ,

ຫລືກູ້ຢືມດ້ວຍດອກເບ້ຍຕ່ຳ ຊຳລະຍາວ (ຍົກເວັ້ນຈີນ) ແມ່ນເພີ່ນຈະກຳນົດ ເງື່ອນໄຂ ແລະ

ລະບຽບຫລັກການໃນການດຳເນີນໂຄງການມາພ້ອມ ຕ້ອງໃຫ້ເຂົ້າກັບເງື່ອນໄຂຂອງເພີ່ນ ແລະ

ຕ້ອງມີວິສະວະກອນທີ່ປືກສາຂອງຕ່າງປະເທດເຂົາຮ່ວມນຳ, ນອກນັ້ນເພີ່ນກໍ່ຍັງມີຜູ້ຕາງໜ້າເພີ່ນ

ປະຈຳຢູ່ລາວຕິດຕາມເບີ່ງຢູ່ ເຊັ່ນ: ADB, WB, JICA ນອກນັ້ນຍັງມີ Mission ຂອງເພີ່ນທີ່ເປັນຄົນ

ປະເທດທີ 3 ທັງໝົດທຽວມາຕິດຕາມກວດກາ ປະເມີນຜົນທຸກ 6 ເດືອນ, ການຮັບຮອງເອົາບໍລິສັດ

ຮັບເໝົາ ແລະ ການຊຳລະເງີນກໍ່ຕ້ອງໄດ້ຜ່ານການເຫັນດີຮັບຮອງຈາກເພີ່ນຄືກັນ.

ສະເພາະໂຄງການຊ່ວຍເຫລືອຂອງຍີ່ປຸ່ນແລ້ວ ຖ້າຢາກໄດ້ທາງ ເພີ່ນເອົາທາງມາໃຫ້ເລີຍ, ຢາກໄດ້ຂົວ

ເພີ່ນກໍ່ເອົາຂົວມາໃຫ້ເລີຍ, ຢາກໄດ້ອາຄານເພີ່ນກໍ່ຍົກອາຄານມາໃຫ້ເລີຍ ເພີ່ນຈະບໍ່ເອົາເງີນມາໃຫ້ໄປ

ຊອກຊື້ເອງ ຄືການຊ່ວຍເຫລືອຂອງປະເທດອື່ນ (ແປກເນາະເຮັດບໍ່ຄືໝູ່ 55555)

__________________
Anonymous

Date:

   ກຸ່ມ​ບໍ ລິ ສັດພອນ​ສັກ ຈຳກັດ ຈະ​ໃຊ້​ເງິນ​ເກືອບ​ເຖິງ 1.000 ຕື້ ສ້າງ​ຕົວ​ເມືອງ​ກະ ລຶມ​ໃຫມ່ ລວມ​ເຖິງ​ການ​ຍົກ ຍ້າຍ​ຕົວ​ເມືອງກະ ລຶມ​ເກົ່າ​ອອກ​ຈາກ​ສະ ຖານ ທີ່ໃນ​ປະ ຈຸ​ບັນ, ເນື່ອງ​ຈາກ​ມີ​ຄວາມສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ (ນ້ຳຖ້ວມ) ແລະ ຜົນ​ກະ ທົບ​ຈາກການ​ຂຸດ​ຄົ້ນ​ບໍ່​ຖ່ານ​ຫີນ.    ເມືອງ​ກະ ລຶມ​ຕັ້ງ​ຢູ່​ແຂວງ​ເຊກອງ ແລະ ນອນ​ໃນ 47 ເມືອງທຸກ​ຍາກ​ທົ່ວ​ປະ ເທດ​ເນື້ອ ທີ່​ຂອງເມືອງ​ກວມ 94% ແມ່ນ​ພູ​ດອຍ ແລະ ຫ່າງ​ຈາກ​ເຂດ​ເທດ ສະ ບານແຂວງ 74 ກິ ໂລ ແມັດ, ສ້າງຄວາມ​ບໍ່​ສະ ດວກ​ໃນ​ການ​ບໍ​ລິຫານ​ການ​ປົກ ຄອງ, ຂະ ນະ​ດຽວກັນ​ກໍ່​ມີ​ຄວາມ​ສ່ຽງ​ເກີດ​ສະ ພາບນ້ຳ​ຖ້ວມ​ຈາກ​ການ​ສ້າງ​ເຂື່ອນໄຟ ຟ້າ​ເຊ​ກອງ 4 ທັງ​ການ​ຂຸດຄົ້ນ​ບໍ່​ຖ່ານ​ຫີນ​ໃນ​ເຂດ​ດັ່ງ ກ່າວ; ລັດ ຖະ ບານ​ຈິ່ງ​ອະ ນຸ ຍາດ​ໃຫ້​ບໍ​ລິສັດ​ພອນ​ສັກ ກຣຸບ ເປັນ​ຜູ້​ຮັບເຫມົາ​ການ​ກໍ່ ສ້າງ​ຍົກ ຍ້າຍ​ສຳນັກ​ເມືອງ​ກະ ລຶມ​ເກົ່າ​ໄປ​ຍັງ​ເຂດບ້ານ​ວັກ (ບ່ອນ​ຕັ້ງ​ສຳ ນັກ ງານເມືອງ​ໃຫມ່) ທີ່​ເຫັນ​ວ່າ​ເຫມາະສົມ ແລະ ສະ ດວກ​ກວ່າ​ຈຸດ​ທີ່ເມືອງ​ກະ ລຶມ​ຕັ້ງ​ຢູ່​ໃນ​ປະ ຈຸ​ບັນ.    ພິ ທີ​ລົງ​ນາມ​ໃຫ້​ບໍ ລິ ສັດ​ພອນສັກ​ດຳ ເນີນ​ໂຄງ ການ​ສ້າງ​ຕົວເມືອງ​ກະ ລຶມ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມັງ ກອນ​ຜ່ານ​ມາ ທີ່​ໂຮງແຮມ​ລາວ​ພລາ​ຊາ ນະ ຄອນຫລວງ​ວຽງ​ຈັນ ຕາງ ຫນ້າ​ຝ່າຍລັດ ຖະ ບານ​ເຊັນ​ໂດຍ ທ່ານ ຄຳເຜີຍ ບຸດ​ດາ​ວຽງ ເຈົ້າ ແຂວງ​ເຊກອງ ແລະ ເຊັນ​ໃນ​ນາມ​ຝ່າຍ​ບໍ​ລິສັດ​ແມ່ນ ທ່ານ ພອນ​ສັກ ວິ ໄລ​ສັກ ປະ ທານ​ບໍ ລິ ສັດ​ພອນ​ສັກ ກຣຸບ ເຂົ້າ​ຮ່ວມ​ເປັນ​ສັກ ຂີ​ພິ ຍານ​ໂດຍ ທ່ານ ສົມ​ສະ ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ ຍົກ ລັດ ຖະ ມົນ ຕີຜູ້​ຊີ້​ນຳວຽກ​ງານ​ເສດ ຖະ ກິດ.    ໂຄງ ການ​ດັ່ງ ກ່າວ ​ແມ່ນ​ຈະດຳ ເນີນ​ການ​ສ້ອມ ແປງ​ທາງ​ແຕ່ເມືອງ​ກະ ລຶມ​ເກົ່າ​ຫາ​ເມືອງ​ກະລຶມ​ໃຫມ່; ກໍ່ ສ້າງ​ສຳ ນັກ ງານຫ້ອງ ການ​ຂອງ​ລັດ; ສ້າງ​ທີ່ ຢູ່​ອາໄສ​ຂອງ​ປະ ຊາ ຊົນ; ເສັ້ນ ທາງ​ໃນ ເທດ ສະ ບານ​ເມືອງ​ກະ ລຶມ​ໃຫມ່; ສ້າງ​ທາງ​ໃນ​ເທດ ສະ ບານແຂວງ, ກໍ່ ສ້າງ​ໄຟ ຟ້າ​ແຮງ​ກາງ, ແຮງ​ຕ່ຳ ແລະ ໄຟ​ເຍືອງ​ທາງ​ໃນ ເທດ ສະ ບານ​ເມືອງ, ກໍ່ ສ້າງ​ລະບົບ​ນ້ຳ​ປະ ປາ​ໃນ​ເມືອງ​ໃຫມ່; ຈັດສັນ​ບ່ອນ​ທຳ​ມາ​ຫາ​ກິນ ແລະ ອາຊີບ​ໃຫ້​ປະ ຊາ ຊົນ, ເກັບ​ກູ້​ລະ ເບີດບໍ່​ທັນ​ແຕກ, ຊົດ​ເຊີຍ​ຜົນ​ກະ ທົບດ້ານ​ສັງ ຄົມ ແລະ ສິ່ງ ແວ ດລ້ອມ, ຂົນ ສົ່ງ, ຍົກ ຍ້າຍ​ສຳ ນັກ ງານຂອງ​ລັດ ແລະ ປະ ຊາ ຊົນ.    ທັງ​ຫມົດ​ນີ້ ຈະ​ໃຊ້​ເງິນ​ທັງຫມົດ 930,5 ຕື້​ກວ່າ​ກີບ ຫລືປະມານ 116.318.670 ໂດ​ລາສະ ຫະ ລັດ, ໂດຍ​ບໍ ລິ ສັດ​ພອນ​ສັກລົງ ທຶນ​ກ່ອນ ແລະ ລັດ​ຈະ​ຊຳ ລະຄືນ​ໃນ​ໄລ ຍະ​ເວ ລາ 5 ປີ, ພາຍຫລັງ​ມອບ​ໂອນ​ໂຄງ ການ. ໂຄງການ​ນີ້​ໃຊ້​ເວ ລາ​ການ​ກໍ່ ສ້າງ 3 ປີ.

__________________
Anonymous

Date:

(ຂປລ) : ​ໂຄງການ​ກໍ່ສ້າງ​ເສ້ັນທາງ​ວຽງ​ຈັນ 450 ປີ ແຕ່​ດົງ​ໂດກ ຫາ ດົງ​ໂພ​ສີ ແມ່ນ​ໂຄງການ​ໜຶ່ງ​ທີ່​ນອນ​ໃນ 21 ໂຄງການ​ເພື່ອ​ກະກຽມ​ແກ່​ການ ສະ​ເຫລີ​ມສະ ຫລອງ​ງານ​ວຽງ​ຈັນ​ເປັນ​ນະຄອນຫລວງ​ຄົບ ຮອບ 450 ປີ ທີ່​ເລີ່​ມລົງມື​ກໍ່ສ້າງ​ແຕ່​ວັນ​ທີ 18/6/2008​​ ​ໄດ້ກໍ່ສ້າງ​ສຳ​ເລັດ ​ແລະ ​ເປີດ​ການນຳ​ໃຊ້​ຢ່າງ​ເປັນ​ທາງ ​ການ ​ແລ້ວ​ໃນ​ວັນ​ທີ 11 ພະຈິກ 2010. ໃຫ້​ກຽດ​ເຂົ້າຮ່ວມ​ໃນ​ພິທີ​ດັ່ງກ່າວ ​ໂດຍ ທ່ານ ສົມ​ສະຫວາດ ​ເລັ່ງ ສະ ຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳການ​ລັດຖະບານ, ທ່ານ​ເຈົ້າຄອງ​ນະຄອນ ຫລວງ​ ວຽງ​ ຈັນ ແລະ ​ແຂກ​ທີ່​ມີ​ກຽດ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ. ​ ເສັ້ນທາງ​ວຽງ​ຈັນ 450 ປີ ເປັນ​ທາງ​ວົງ​ແຫວນ​ຮອບ​ໃນ ທີ່​ນອນ​ໃນ​ແຜນຜັງ​ເມືອງ​ ຂອງ​ນະ ຄອນ​ຫລວງ​ວຽງ​ຈັນ,​ເມື່ອ​ໂຄງການ​ກໍ່ສ້າງ​ສຳ​ເລັດ​ຈະສາມາດ​ລະບາຍ​ລົດ​ບັນທຸກ​ອອກຈາກ​ ຂົວ​ມິດຕະພາບ ຫາ ​ເສ້ັນທາງ​ເລກທີ 13 ໃຕ້ ແລະ 13 ເໜືອ​ໄດ້​ດີ​, ​ເປັນ​ໂຄງ ການ​ທີ່​ມີ​ ຄວາມ​ສຳຄັນ​ດ້ານ​ເສດຖະກິດ ​ແລະ ​ເປັນ​ໂຄງການ​ທຳ​ອິດ ທີ່​ທົດ​ລອງ​ປະ ຕິບັດ​ນະ​ ໂຍ ບາຍ​ຫັນ​ຊັບ​ສິນ​ເປັນ​ທຶນ,​ໂດຍ​ກຳນົດ​ເອົາ​ດິນ​ຢູ່​ສອງ​ຝາກທາງ​ເປັນ​ບ່ອນ​ທົດ​ລອງ​ເພື່ອ​ເອົາ ​ ເງິນ​ຈາກ​ການ​ຫັນ​ດິນ ​ເປັນ​ທຶນ​ມາ​ເປັນ​ຄ່າ​ ກໍ່ສ້າງ​ໂຄງການ.ເສັ້ນທາງ​ກດັ່ງກ່າວ​ມີ​ຄວາມ​ ກວ້າງ​ໜ້າ​ທາງ 33 ແມັດ, ມີ 6 ເລນ​ລົດ​ແລ່ນ, ປູ​ດ້ວຍ​ເບ​ຕົງ​ເສີມ​ເຫລັກ​ໜາ 13 ຊັງ​ຕີ​ແມັດ ​ແລະ ມີດ​ອນກາງ​ທາງ 5 ແມັດ, ​ໂດຍ​ແມ່ນ​ວິ​ວິສະວະກອນ​ຄົນ​ລາວ​ເປັນ​ຜູ້​ອອກ​ແບບ, ຄວບ​ຄຸມ​ການ​ກໍ່ສ້າງ ​ແລະ ​ແມ່ນ​ກຸ່ມບໍ ລິສັດ​ດວງ​ຈະ​ເລີ​ນ ກໍ່ສ້າງ ຊຶ່ງ​ເປັນ​ບໍລິສັດ​ຂອງ​ຄົນ ​ລາວ ​ເປັນ ​ຜູ້​ກໍ່ສ້າງ, ​ໃຊ້ເວລາ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 28 ເດືອນ ດ້ວຍມູນ​ຄ່າ​ການ​ກໍ່ສ້າງ 78 ລ້ານ​ໂດ​ລາ​ສະຫະລັດ./.

__________________
Anonymous

Date:

....... ຄວາມ ຄືບໜ້າໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກແຕ່ພະແນກການເງິນແຂວງວຽງຈັນ-ສາມແຍກປາກແຈ້ງ ຄວາມຍາວ 6,2 ກິ ໂລແມັດ (ທາງເທດສະບານແຂວງວຽງຈັນ) ໂດຍບາງຕອນທ່ານໄດ້ກ່າວວ່າ: ບໍລິສັດ..ພັດທະນາກໍ່ສ້າງ ຄົບວົງ ຈອນ ຈຳກັດ ໄດ້ເຊັນສັນຍາກໍ່ສ້າງເສັ້ນທາງດັ່ງກ່າວກັບອຳນາດການປົກຄອງແຂວງວຽງຈັນ ໃນວັນທີ 31 ທັນວາ 2012 ມູນຄ່າ 27.670.000 ໂດລາສະຫະລັດ ຫຼື ປະມານ 219.082.225.000 ກີບ ພາຍຫຼັງການເຊັນສັນຍາແລ້ວ ບໍລິສັດໄດ້ລົງມື ກໍ່ສ້າງຕົວຈິງ ໃນວັນທີ 20 ມັງກອນ 2013 ເປັນຕົ້ນມາ

__________________
Anonymous

Date:

Anonymous wrote:

(ຂປລ) : ​​ ເສັ້ນທາງ​ວຽງ​ຈັນ 450 ປີ ເປັນ​ທາງ​ວົງ​ແຫວນ​ຮອບ​ໃນ ທີ່​ນອນ​ໃນ​ແຜນຜັງ​ເມືອງ​ ຂອງ​ນະ ຄອນ​ຫລວງ​ວຽງ​ຈັນ,​ ມີ​ຄວາມ​ ກວ້າງ​ໜ້າ​ທາງ 33 ແມັດ, ມີ 6 ເລນ​ລົດ​ແລ່ນ, ປູ​ດ້ວຍ​ເບ​ຕົງ​ເສີມ​ເຫລັກ​ໜາ 13 ຊັງ​ຕີ​ແມັດ ​ແລະ ມີດ​ອນກາງ​ທາງ 5 ແມັດ, ​ໂດຍ​ແມ່ນ​ວິ​ວິສະວະກອນ​ຄົນ​ລາວ​ເປັນ​ຜູ້​ອອກ​ແບບ, ຄວບ​ຄຸມ​ການ​ກໍ່ສ້າງ ​ແລະ ​ແມ່ນ​ກຸ່ມບໍ ລິສັດ​ດວງ​ຈະ​ເລີ​ນ ກໍ່ສ້າງ ຊຶ່ງ​ເປັນ​ບໍລິສັດ​ຂອງ​ຄົນ ​ລາວ ​ເປັນ ​ຜູ້​ກໍ່ສ້າງ, ​ໃຊ້ເວລາ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 28 ເດືອນ ດ້ວຍມູນ​ຄ່າ​ການ​ກໍ່ສ້າງ 78 ລ້ານ​ໂດ​ລາ​ສະຫະລັດ./.

 ໂອ່ຍຈັ່ງແມ່ນເນາະ ທາງຫລວງລະດັບເປັນທາງວົງແຫວນຂນາດນີ້ ແມ່ນໃຜຊິໄປປູໜາ

13ຊມ ທ່ານເອີຍ, ບໍ່ແມ່ນຂ່າວສານຜິດພາດບໍ່?

ຖ້າຫາກໜາ 13ຊມ ມັນຊິບໍ່ມຸ່ນອຸ້ຍປຸ້ຍແລ້ວຫວາດຽວນີ້ນ່າ

ຫນັງສືພິມຜິດ ຫນ້າຈະເປັນ 23 ຊມ

__________________
Anonymous

Date:

ສົມທຽບໃສ່ທາງລົດໄຟ...... ໂຄງການກໍ່ສ້າງເສັ້ນທາງລົດໄຟລະຫວ່າງ ສປປ ລາວ-ສປ.ຈີນ ແຕ່ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ຫານະຄອນຫຼວງວຽງຈັນ ໄດ້ ຮັບຮອງເອົາຢູ່ກອງປະຊຸມສະໄໝວິສາມັນ ຄັ້ງທີ 1 ສະພາແຫ່ງຊາດ ຊຸດທີ VII ໃນວັນທີ 18 ຕຸລາ 2012 ໂຄງການພັດທະນາກໍ່ ສ້າງເສັ້ນທາງລົດໄຟແຕ່ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ຫານະຄອນຫຼວງວຽງຈັນ ມີມູນຄ່າ 6 ຕື້ກວ່າໂດລາສະຫະລັດ ຊຶ່ງມີຄວາມ ຍາວ 417,68 ກິໂລແມັດ ແລ່ນໃນຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ ມີເນື້ອທີ່ນຳໃຊ້ທີ່ດິນຖາວອນ 3.058 ເຮັກຕາ. (ສະເລັ່ຍ 14.388 ລ້ານໂດລາ ຕໍ່ ຫລັກ ??)

__________________
Anonymous

Date:

ນະຄອນຫຼວງວຽງຈັນ ໄດ້ອະນຸຍາດໃຫ້ບໍລິສັດ ແພງລຳພັນກໍ່ສາງ ຈຳກັດ ແລະ ບໍລິສັດ ທອງພູນພານອຸດົມສິນກໍ່ສ້າງສ້ອມແປງຂົວ ທາງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງທາງ ແຕ່ສາມແຍກດອນໜູນ-ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍພິທີລົງນາມສັນ ຍາໂຄງການນີ້ໄດ້ມີຂຶ້ນວັນທີ 17 ມັງກອນ 2013 ຢູ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ.ນວ) ລະ ຫວ່າງທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກ ຍທຂ.ນວ ທ່ານ ວິໄຊ ຊາວັນນາ ຫົວໜ້າພະແນກແຜນການ ແລະ ການລົງ ທຶນ ນວ ກັບທ່ານນາງ ກົງໃຈ ນະຈັນທີ ຮອງຜູ້ອຳນວຍການບໍລິສັດ ແພງລຳພັນກໍ່ສາງ ຈຳກັດ ແລະ ທ່ານ ຈັນທະວິໄລ ພຸດທະວົງ ຮອງຜູ້ອຳນວຍການບໍລິສັດ ທອງພູນພານອຸດົມສິນກ່ໍສ້າງສ້ອມແປງຂົວທາງ ຈຳກັດ ໂດຍຊ້ອງໜ້າທ່ານ ດຣ. ອານຸພາບ ຕຸນາລົມ ຮອງເຈົ້າຄອງ ນວ ແລະ ພະນັກງານກ່ຽວຂ້ອງ. ເສັ້ນທາງແຕ່ສາມແຍກດອນໜູນ-ທ່າງ່ອນ ແມ່ນເສັ້ນທາງທີ່ນອນຢູ່ໃນເສັ້ນທາງຫຼວງແຫ່ງຊາດ ເລກ 10 ມີຄວາມຍາວທັງໝົດ 33 ກິ ໂລແມັດ (ແຕ່ສາມແຍກດອນໜູນ-ຊາຍແດນ ນວ ກັບແຂວງວຽງຈັນ) ເປັນເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງວຽງຈັນ ເຂົ້າສູ່ນະຄອນ ຫຼວງວຽງຈັນ ໂດຍຜ່ານເຂດຊຸມຊົນ ສະຖານທີ່ທ່ອງທ່ຽວແຫຼງທຳມະຊາດ ແລະ ມີການສັນຈອນຢ່າງຫຼວງຫຼາຍໃນແຕ່ລະວັນ ຜ່ານ ການສຳຫຼວດເສັ້ນທາງນີ້ ຈະກໍ່ສ້າງໄລຍະທຳອິດ ຍາວ 12 ກິໂລແມັດ ໃຫ້ເປັນເສັ້ນທາງປູຢາງອັສຟານ 2 ຊັ້ນ ຄວາມກວ້າງທັງໝົດ 25,2 ແມັດ ໂດຍຈະຂະຫຍາຍອອກສອງເບື້ອງຂອງທາງເກົ່າ ໃນນີ້ໜ້າທາງກວ້າງ 19 ແມັດ ມີຮ່ອງລະບາຍນ້ຳ ທາງຍ່າງ 2 ຟາກ ມີດອນກາງທາງ ໄຟເຍືອງທາງ ສະຖານຈອດລົດ ແລະ ບ່ອນພັກຜູ້ໂດຍສານ ໂຄງການນີ້ຈະເລີ່ມກໍ່ສ້າງພາຍຫຼັງ ການລົງນາມຄັ້ງນີ້ 45 ວັນ ແລະ ມີໄລຍະການກໍ່ສ້າງ 36 ເດືອນ ລວມມູນຄ່າການກໍ່ສ້າງ 445.651.920.380 ກີບ ເຊິ່ງບໍລິສັດ ແພງລຳພັນກໍ່ສາງ ຈຳກັດ ແລະ ບໍລິສັດ ທອງພູນພານອຸດົມສິນກໍສ້າງສ້ອມແປງຂົວທາງ ຈຳກັດ ເປັນຜູ້ລົງທຶນກ່ອນ ແລະ ໃຫ້ລັດຊຳລະພາຍໃນ 5 ປີ. (ເສັ້ນນີ້ ປະມານ 4.6 ລ້ານ$/ກມ)

__________________
Anonymous

Date:

Anonymous wrote:

The road too narrow is hard to commute faster, I think Lao needs to build to lens road each sides and rest area.

Don't matter how many "lanes" of traffic you have, Lao people will still drive down the middle and cause traffic jams cause they have no concept of "the right of way" so they basically don't know how to drive like the rest of the world but they still say they are "geng lai" when it comes to anything. The roads don't help either that they suckk. Bigger vehicles have right of way and when there is an accident, the bigger car is always wrong, how stupid can you get? There is always someone doing something stupid like trying to make a u turn in the middle of the entire road that leads to traffic being stopped. At every intersection, there is always uncertainty and only the "brave" go first as my friend put it. Lao people always tell me that they barely have any accidents or deaths from car accidents, but that's cause they don't go very fast cause the roads are shiet or some stupid driver is holding up traffic so you can't go fast. I don't even know why they bother painting the roads to mark the "lanes", Lao people just drive all over the place, it's just wild.

 it's the real freedom of driving..calles LAOS!!!

__________________
Anonymous

Date:

ຖ້າເຮັດໄດ້ແບບທາງເລກ 9 ທາງ13 ລະຫວ່າງ ຫລັກ 21ຮອດ ທ່າບົກ ຫລື ສີໃຄຮອດຫີນເຫີບກໍຈະມີທາງເບຕົງອາສຟັນແບຍດຽວກັນໄດນໍ ອີ່ພໍ່

__________________
Anonymous

Date:

Anonymous wrote:
Anonymous wrote:

The road too narrow is hard to commute faster, I think Lao needs to build to lens road each sides and rest area.

Don't matter how many "lanes" of traffic you have, Lao people will still drive down the middle and cause traffic jams cause they have no concept of "the right of way" so they basically don't know how to drive like the rest of the world but they still say they are "geng lai" when it comes to anything. The roads don't help either that they suckk. Bigger vehicles have right of way and when there is an accident, the bigger car is always wrong, how stupid can you get? There is always someone doing something stupid like trying to make a u turn in the middle of the entire road that leads to traffic being stopped. At every intersection, there is always uncertainty and only the "brave" go first as my friend put it. Lao people always tell me that they barely have any accidents or deaths from car accidents, but that's cause they don't go very fast cause the roads are shiet or some stupid driver is holding up traffic so you can't go fast. I don't even know why they bother painting the roads to mark the "lanes", Lao people just drive all over the place, it's just wild.

 ໂອ່ຍກໍ່ຈັ່ງແມ່ນມັກເວົ້າເນາະ ກໍ່ຮູ້ຢູ່ວ່າມັນບໍ່ແມ່ນ freeway/motorway ຄືຢູ່ສະຫະຣັຖ

ປຊຊ ລາວກໍ່ແມ່ນຄົນປະເທດດ້ອຍພັດທະນາ ລະດັບຄວາມຮັບຮູ້ ແລະ ຈິດສຳນຶກ

ເຂົາມັນກໍ່ບໍ່ເທົ່າຄົນປະເທດຈເລີນລະ. ອີກໜື່ງຈຸດພິເສດຂອງການຈະລາຈອນຕາມ

ທ້ອງຖນົນຢູ່ລາວກໍ່ໄດ້ຮັບຜົນກະທົບຈາກພາຫະນະ ແລະ ບຸກຄົນຈາກປະເທດໃກ້ຄຽງ

ເຂົ້າມາອີກດ້ວຍ

__________________
Anonymous

Date:

ສັ້າງໄດ້ 10km ທາງເບຕົງ ກ້ວງ 19 ຫນາ 23 

__________________
Anonymous

Date:

ແນວເຈົ້າຂອງໂຄງການຫັກເອົາຕັ້ງ 30% ຂອງມູນຄ່າໂຄງການ ແລະຈ່າຍສົດ ຈ່າຍລ່ວງໜ້າອີກ ນອກນັ້ນຍັງມີຄ່າ ດອກເບັ້ຍທະນາຄານ ຄ່າ 10% ເວລາຖອນເງີນຈາກກົມຄັງເງີນ ຄ່າເອົາເຂົ້າແຜນລາຍຈ່າຍ 5% ຂອງກົມງົບປະມານ ຄ່າຄະນະກຳມະການກວດກາໂຄງການ 5% ຈ້າງພະນັກງານອາກອນບໍ່ໃຫ້ຄິດໄລ່ຄ່າອາກອນທຸລະກິດຕາມຈິງ 5% ໂອຍຈ່າຍໄປປະມານ 50% ແລ້ວ ຈຶ່ງມີຄວາມຈຳເປັນບວກເຂົ້າຫັ້ນແລ້ວ ໂຄງການທີ່ວ່ານີ້ມີໂຄງການສ້າງທາງ ສ້າງຊົນລະປະທານ ສ້າງຮ່ອງລະບາຍນ້ຳ ສ້າງ ອາຄານ ສຳນັກງານລັດ ຄັນມື້ໃດລັດປາບໄດ້ພວກຂ້ອຍກໍ່ຊີ່ບໍ່ສະເໜີລາຄາແພງປານນີ້ດອກ ຄັນກວດເຫັນຄວາມຜິດແລ້ວຂ້າຖີ້ມຄືຈີນ ໂອຍຢ້ານບໍ່ຍັງຈັກຄົນດອກເຈົ້ານາຍ

__________________
Anonymous

Date:

Anonymous wrote:

ສັ້າງໄດ້ 10km ທາງເບຕົງ ກ້ວງ 19 ຫນາ 23 

ແໜ້ນໜາຖາວອນກ່ວາທາງຈາກ Prune ຫາ Mumbai ຫລາຍເທົ່າ.

ສໍາລັບຂ້ອຍຈະຫລີກລ້ຽງການໃຊ້ເສັ້ນທາງທີ່ປູເບຕົງຖ້າມື້ໃດຝົນຕົກ

ເພາະມັນມື່ນ ແລະບໍ່ເຫັນແຈ້ງລົດທີ່ຢູ່ເບື້ອງໜ້າ.

__________________
Anonymous

Date:

ກະທູ້ຈັງແມ່ນຄັກນໍສົມທຽບກັນເຫັນໆ ລະຫວ່າງທາງໃນນະຄອນຫລວງກັບເສັ້ນທາງເລກ9 ສໍ່ສະແດງເຖິງຄວາມມາດຂອງຜູ້ບໍລິຫານວ່າມີສາມາດໂປ່ງໃສຮັບປະຊາຊົນຈິງໆແທ້ບໍຂະນາດ ຕ່າງປະເທດ ໄກຮອດຍີ່ປູ່ນໃຫ້ທືນລ້າໆເຂົາກວດສອບກວດກາເອງ ມູນຄ່າການລົງ ທືນສົມທຽບກັນແລ້ວສ້າງໄດ້ມາດຕະຖານກ່ອນ ດີກ່ອນໄດ້ຍາດລື່ນກັນເປັນສິບຊາວເທົ່າ ມູນຄ່າການລົງທືນສົມທຽບກັນແລ້ວ ມັນແຕກໂຕນກັນຢ່າງຂາດຂັ້ນ ສະແດງວ່າຜູ້ໃຫ້ທືນຊ່ວຍເຫລືອເຂົາເຮັດໃຫ້ໂປ່ງໃສຂາວສະອາດກ່ອນ ບາງລາວເຮັດເອງລົງທືນຈັດສັນຈັດການເອງ ມູນຄ່າ ສົມທຽບກັນແລ້ວ ມັນເປັນຕາອາຍເຂົາແທ້ ເຂົາວ່າ ສົມຄວນເຊົາໃຊ້ແລ້ວ ຄຳວ່າ ຜູ້ບໍລິຫານສະຫລາດສ່ອງໃສ ສົມຄວນໃຊ້ ເຮັດອັນໄດສະຫລາດໂກງ ສະຫລາດເອົາລັດເອົາປຽບເງິນພາສີຂອງປະຊາຊົນ ສະຫລາດ ເອົາຊັບສິນຂອງຊາດເປັນຂອງຕົນເອງແລະພວກພ້ອງ ສ່ວນປະຊາຊົນ ຂ້ອຍຊີນົກໃຫ້ເປັນນົກຊີ້ປາໃຫ້ເປັນຄວາຍພວກເຈົ້າກະຕ້ອງເປັນ ຄວາຍນຳ ຜູ້ທີ່ເອົາມາສົມທຽບກະເອົາມາຄັກມາແນ່ ເອົາມາແລ້ວພວກດີ້ນໆ ພວກໄດ້ຮັບັຜົນປະໂຫຍດ ຕອບບໍໄດ້ແທ້ໆຄຳຖາມສົມທຽບແນວນີ້ ຢາກໃຫ້ຜູ້ມີອຳນາດ ຜູ້ສລາດສ່ອງໃສມາເບິງ ເວບນີ້ດຸໆແດ່ເດນໍ ມັນກະຊິມີຢ່າງອາຍນຳເຂົາແດ່ຫວ່າເຮັດເພືອຊາດຫ້ານນະ ມັນຊາດຈັງໄດລະ ເຊີນມາອະທິບາຍມາແກ້ໂຕ ແດ່ດູ ເຂົ້າໄປເບິງເວບກະຊວງການເງິນກະ ເອົາຄວາມຈິງມາເວົ້າ ຄັກອີກ ລັດຖະມົນຕີກ້າເອົາຄວາມຈິງ ກ້າເຫັນຄວາມເຫັນຂອງມວນຊົນ ແຕ່ຊິແກ້ໄຂໄດ້ຫລືບໍ່ກໍຍ້ອນຜູມີອຳນາດ ຖ້າຍັງບໍແກ້ໄຂ ການສໍ້ໂກງໃນລາວປະຈຸບັນມັນຕັ້ງຮູນແຮງແທ້ໆ ໄຜເຮັດນຳອັນໄດກິນນຳອັນນັ້ນແທ້ໆ ບ້ານເມືອງຊິຫລົ້ມຈົມຍ້ອນການສໍ້ໂກງນີ້ລະ ຜູ້ໄດ້ຮັບກຳກະປະຊາຊົນ ຕາສີຕາສາ ຊາວໄຮ່ຊາວນາ ຫ້ານລະ ສ່ວນຜູ້ນຳມີແຕ່ຮັ່ງກັບມີ ມີແຕ່ລວຍກັບລວຍ. 

__________________
Anonymous

Date:

ກະທູ້ເປັນປະໂຫຍດ ແຕ່ຄົນທີຮັບຜິດຊອບບໍ່ກ້າເຂົ້າມາຕອບຍ້ອນ ເປັນຄວາມຈິງທີຮັບບໍໄດ້ ຍ້ອນວ່າການສໍ້ໂກງ ມັນແຜ່ລະບາດຢ່າງຫນັກຫນ່ວງໃນລາວ ເຮົາ ການແກ້ໄຂກະຍາກ ສ່ວຍຫນ້າກີດຮູດັງ ໄຍແມງມູມ ຖ້າເຮັດຖືກມີຂອງວິເສດຈັງຜ່ານພົ້ນໄປດ້ວຍດີ.

 ຂະຫນາດຄວາມກວ້າງແມ່ນ ພໍໆ ກັນກັບເສັ້ນທາງຊີມັງ ຮອ່ງແຊງ- ຫນອງທາ- ຫວຍຫົງ- ແຕ່ລະຄາຕາມຫນັງສືພິມ ຫລຸດລື່ນກັນ ເປັນ ເກືອບ ສິບເທົ່າ ຖ້າຈື່ບໍ່ຜິດ 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard