Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາທີ່ຄວນແກ້ໄຂ
Anonymous

Date:
ບັນຫາທີ່ຄວນແກ້ໄຂ


ເດັກນ້ອຍໃນວັນນີ້ຄືຜູ້ໃຫບາໃນວັນໜ້າ ແລະຈະເປັນຜູ້ສືບທອດອານະຄົດຂອງຊາດ.

ແຕ່ນ່າເປັນຫ່ວງເດັກນ້ອຍລາວທົ່ວປະເທດທີ່ນິຍົມເບິ່ງໂທລະທັດ(ລະຄອນກ່ອນຂ່າວ ແລະຫຼັງຂ່າວ) ກ່ອນະຈົບແຕ່ລະຄືກໍ່ເກືອບ11ໂມງ ທັງໆທີ່ໂທລະທັດນັ້ນບໍ່ແມ່ນຂອງລາວ.

ບັນຫານີ້ຕ້ອງສົ່ງຜົນກະທົບຕໍ່ການຮຽນຂອງເດັກນ້ອຍແນ່ນອນ ແລະເປັນການປູກນິໃສໃຫ້ເດັກນ້ອຍໃນທາງລົມຢ່າງຫຼີກລຽງບໍ່ໄດ້ ສັງກດເຫັນວ່າເດັກທໍ່ຫົວໝາກກອກຮ້ອງເພງຊາດ xxxxx ໄດ້ໝົດທຸກຄົນ!

ແລ້ວພວກເຮົາຈະແກ້ໄຂບັນຫານີ້ແນວໃດ ຜູ້ທີ່ມີບົດບາດຄືພາກລັດຈະເມີນເລີຍບໍຢູ່ແບບນີ້ບໍ?

ຖ້າຜິດພາດຂໍອະໄພ!
ຂອບໃຈ!



__________________
Anonymous

Date:

ລັດຖະບານຄວນຈະເພິ້ມງົບປະມານໃນການປັບປຸງລະບົບໂທລະພາບລາວ

ໃຫ້ດີກ່ວາໂທລະພາບຊາດອື່ນ.



__________________
Anonymous

Date:

ອັນນັ້ນກໍບໍ່ທັນແນ່ດອກວ່າມີງົປະມານພຽງພໍແລ້ວ ຄຸນນະພາບລາຍການມັນຈະດີຂຶ້ນ ມາເບິ່ງວ່າຖ້າຂຶ້ນເງິນເດືອນໃໝ່ແລ້ວວຽກມັນຈະໄປ ພະນັກງານຈະຫ້າວຫັນ ແຕ່ສຸດທ້າຍກໍແມ່ນອ່ອນແອບແຍບຄືເກົ່າ ຂຶ້ນເງິນເດືອນຄືບໍ່ມີຄວາມໝາຍຫຍັງເສຽເງິນປະຊາຊົນຊື່ໆ ຄວາມຈິງມັນຕ້ອງມີກົນໄກອື່ນດີກວ່ານີ້ ໃນນີ້ນັບທັງປັດໄຈຂອງຄົນ ຄວນໄດ້ເລືອກເຟັ້ນ ເຮັດແທ້ທຳຈິງລະຫວ່າງຄົນມີຄຸນນະພາບແລະຄົນບໍ່ມີຄຸນນະພາບໃຜດີມີຜົນງານແລະມີຄວາມຮູ້ທ່ີແນ່ນອນມີຄວາຮມຮັບຜິດຊອບສູງຕໍ່ຊາດແລະປະຊາຊົນເອົາໄວ້ ໃຜໝົດຄຸນນະພາບໃຫ້ສືບຕໍ່ ເຮັດເດັດຂາດຄືແນວນັ້ນຈຶ່ງຈະແກ້ໄຂໄດ້ ທັງໝົດ ບໍ່ແມ່ນແຕ່ວຽກງານTVແນວດຽວ ຜິດພາດຂໍອະໄພ ຖືກໃຈ ໃຫ້ປະຕິບັດ ຈົບ.,



__________________
Anonymous

Date:

ໃຜໝົດຄຸນນະພາບໃຫ້ເອົາອອກໄປ ເອົາຜູ້ໃໝ່ທີ່ມີຄຸນນະພາບເຂົ້າມາເຮັດວຽກ ເຮັດໄດ້ແນວນັ້ນບ້ານເມືອງຈຶ່ງຈະເລີນໄວ ຖ້າຢູ່ດົນກໍເປັນການກົດໜ່ວງຄວາມກ້າວໜ້າຂອງປະເທດຊາດຊື່ໆ ຢູ່ບ່ອນນີ້ລະ ແມ່ນຄຳວ່າຮັກຊາດແທ້ ຕ້ອງສ້າງຊາດ ບໍ່ແມ່ນກິນຊາດ



__________________
Anonymous

Date:

ຊ່ອງເກົ່າๆປັບປຸງຄົງຈະຍາກວັດທະນະທຳແບບເດີມມັນຄອບງຳຫົວເຂົາເຈົ້າແລ້ວຍາກທີ່ຈະປ່ຽນ

ອີກຢ່າງມັນຂື້ນກັບແນວທາງແລະນະໂຍບາຍຂອງພັກລັດໃຫ້ປະຕິບັດໄປຕາມແນວທາງຂອງເພີ່ນ

ທາງທີ່ວົງການໂທລະພາບລາວຈະພັດທະນາຕ້ອງເປີດໃຫ້ມີການແຂ່ງຂັນກັນຂອງທຸລະກິດນີ້

ອະນຸຍາດໃຫ້ເພີ້ມຊ່ອງໂທລະພາບທີ່ເປັນຂອງເອກະຊົນ ເປີດກວ້າງແນວຄວາມຄິດແລະການນຳສະເຫນີ

ໃຫ້ມີສິດເສລີ ຫລາກຫລາຍ ພາຍໃຕ້ກົດຫມາຍຂອງບ້ານເມືອງ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard