ບັນດິດເອກລາວ ທ່ານ ມະຫາສີລາ ວີຣະວົງສ໌ ເກີດເມຶ່ອ ວັນທີ 10 ສິງຫາຄົມຄ.ສ 1905 ແລະ ມໍຣະນະກັມເມຶ່ອວັນທີ 18 ກຸມພາພັນ ຄ.ສ 1987.ທ່ານໄດ້ແຕ່ງງານກັບ ຍານາງ ມາລີ ທີ່ຄຸ້ມອູບມຸງ ນະຄອຣຫລວງ ວຽງຈັນທນ໌ມີລູກດ້ວຍກັນ 14 ຄົນ. ບ້ານທີ່ຢູ່ອາສັຍ ທີ່ຄຸ້ມນາຄໍາ ປັຈຸບັນນີ້ ສ່ວນຫນຶ່ງໄດ້ດັດແປງເປັນຫໍສະມຸດ ແລະເປັນທີ່ສະສົມ ສິ່ງຂອງບາງຢ່າງ ໄວ້ເປັນຫລັກຖານ.ກ່ອນເສັຍຊີວິດ ໃນທ້ອງເດືອນກຸມພາພັນ 1987 ທ່ານ ມະຫາສີລາ ວີຣະວົງສ໌ເປັນຜູ່ສ່ຽວຊານຢູ່ສະຖາບັນ ຄົ້ນຄ້ວາ ວິທຍາສາຕສັງຄົມ ເຊິ່ງຈັດເຂົ້າໃນກະຊວງສຶກສາທິການ. ທ່ານເປັນຜູ່ຊົງຄຸນນະວຸດທິ ທີ່ໃຫ້ຄໍາທີ່ປຶກສາຫລາຍດ້ານ ຢູ່ໃນສະຖາບັນເຊັ່ນ: ປະວັດສາຕ, ພາສາ-ວັນນະຄະດີ, ອັກສອນສາຕ, ໂຫລາສາຕ ຯລຯ.ໃນພິທີປະນາກິຈສົບຂອງທ່ານ ມີແຂກຜູ້ມີກຽດ ທັງຊາວລາວ ແລະຕ່າງປະເທດໄປຮ່ວມສະແດງຄວາມເຄົາຣົບ ແລະໄວ້ອາລັຍແດ່ທ່ານ ເປັນຈໍານວນມາກມາຍໃນນັ້ນຮ່ວມດ້ວຽ ທ່ານ ພູມີ ວົງວິຈິຕ ຜູ່ວ່າການແທນປະທານປະເທດ ໃນຄະນະນັ້ນກໍໄດ້ໃຫ້ກຽດ ໄປຮ່ວມໃນງານພິທີນີ້ດ້ວຍ.ຕະລອດຊີວິດຂອງທ່ານ ມະຫາສີລາ ວີຣະວົງສ໌ ໄດ້ອຸທິດຕົນເອງ ເພຶ່ອການຟື້ນຟູພາສາ-ວັນນະຄະດີ ແລະອັກສອນສາຕລາວ ແລະໄດ້ຮ່ວມການຕໍ່ສູ້ ຕໍ່ຕ້ານກັບພວກທີ່ຢາກ ຈະເອົາອັກສອນລາວແດງ ມາໃຊ້ແທນອັກສອນລາວ. ໃນຕົ້ນປີ 1930 ແລະເມື່ອມີມັດຕິ ຕົກລົງ ໃຫ້ປັບປຸງອັກສອນລາວ ໃຫ້ທັນສມັຍຂື້ນ ໂດຍເພີ້ມວັນນະຍຸດເຂົ້າໄປເພຶ່ອໃຫ້ອ່ານຫນັງສືລາວງ່າຍຂື້ນ, ແຕ່ງຫລັກໄວຍະກອນລາວ ເພຶ່ອໃຫ້ການຂຽນຫນັງສືລາວເປັນຣະບຽບ ຖູກຕ້ອງຕາມຫລັກເກນ, ແຕ່ງພົຈນະນຸກົມພາສາລາວ,ປະວັດສາດ ແລະຫນັງສື ວັນນະຄະດີ ໂບລານມາເປັນອັກສອນສມັຍໃຫມ່ ດັ່ງທີ່ເຮົາໄດ້ອ່ານກັນຢູ່ໃນທຸກວັນນີ້ ເຊັ່ນເລຶ່ອງ: ສັງຊ໌ ສີນໄຊ, ນາງຕັນໄຕ, ສຽວສະວາດ,ເວດສັນດອນຊາດົກ, ທ້າວຮຸ່ງ ທ້າວເຈຶອງ ແລະອື່ນໆ.................ໃນທາງພຸທສາສນາ ມະຫາສີລາ ເປັນອາຈາຣສອນ ພາສາບາລີ ຢູ່ໃນໂຮງຮຽນສົງຊິ່ງຂື້ນກັບ ພຸທບັນດິດ ພາຈັນບູຣີ ອັນເປັນສະຖາບັນແຫ່ງທໍາອິດ ຂອງປະເທດໃນປີ 1930. ທ່ານໄດ້ຂຽນຕໍາລາຮຽນ ພາສາບາລີ, ຕວຈສອບ ຫນັງສຶສວດມົນແລະຕໍາຣາຕ່າງໆ ສໍາລັບໄຊ້ໃນ ໂຮງຮຽນດັ່ງກ່າວນີ້. ນອກຈາກນັ້ນ ຍັງໄດ້ຄໍານວນປະຕິທີນລາວ ອອກມາຮັບໃຊ້ ເປັນຄັ້ງທໍາອິດ ຄູ່ກັບປະຕິທີນສາກົນອີກດ້ວຍ.ໃນດ້ານປະວັດສາດ ທ່ານໄດ້ຮວບຮວມປະວັດສາດລາວໄດ້ເປັນຜູ່ທໍາອິດ ຫລັງຈາກປະວັດສາດລາວຂາດສະບັ້ນ ເມຶ່ອປາງສົງຄາມ ຣະຫວ່າງວຽງຈັນທນ໌ ກັບກຸງສີອະຍຸດທະຍາ ພິມໂດຍກະຊວງສຶກສາທິການ. ໃນຄະນະທີ່ທ່ານເອງເປັນນັກເຄຶ່ອນໄຫວຢູ່ໃນຄະບວນລາວອິດສຣະ ທ່ານຈິ່ງມີສ່ວນຮ່ວມໃນການປະກາດ ເອກກະຣາຊລາວໃນວັນທີ່ 12 ຕຸລາ 1945 ທັງຍັງໄດ້ຮັບກຽດ ເປັນທີ່ປຶກສາຂອງ ຣັຖບານລາວອິສຣະ ແລະເປັນຜູ່ນຶ່ງທີ່ຮ່ວມອອກແບບ ທຸງກາວົງເດຶອນ ທີ່ກາຍມາເປັນທຸງຊາດໃນປັຈຸບັນ.ທ່ານມະຫາສີລາ ວີຣະວົງສ໌ ເກີດທີ່ບ້ານ ຫນອງຫມື່ນຖານ ຈັງຫວັດຮ້ອຍເອັດປະເທດໄທຍ໌ ຈາກຄອບຄົວຊາວນາ ທີ່ສືບເຊຶ້ອສາຍມາຈາກ ຈໍາປາສັກດ໌ ເລີ້ມຮຽນຫນັງສືຕັ້ງທ່ານເປັນຈົວນ້ອຍ. ໃນຄະດຽວກັນພໍ່ເຖົ້າ (ພໍ່ຂອງແມ່) ກໍໄດ້ສອນຫນັງສືລາວໃຫ້ ໂດຍອາສັຍຫນັງສືໄບລານ ອັນມີທັງນິທານ ແລະຫນັງສືເລຶ່ອງກ່ຽວກັບເຈົ້າຣາຊວົງສ໌ລາວ ທີ່ທໍາການຕໍ່ສູ້ກັບສະຍາມ (ສຶກສົງຄາມ ຣະຫວ່າງວຽງຈັນທນ໌ ແລະກຸງສິອະຍຸດທະຍາ) ຈົນທໍາໃຫ້ ມະກາສີລາ ວີຣະວົງສ໌ ມີແນວຄິດ ກາຍເປັນຄົນຮັກຊາດ ຢ່າງແຮງກ້າ ໄປໃນຕົວ ແລະບໍ່ມີວັນຈະປ່ຽນແປງ.ເມຶ່ອຮຽນຈົບ ປະລິນຍາທັມ 5ປະໂຫຍກ ທີ່ບາງກອກແລ້ວ ທ່ານເດີນທາງມາວຽນຈັນທນ໌ ໃນປີ 1930 ແລະທໍາງານກັບເຈົ້າເພັຊຣາຊ ໃນການຟືນຟູ ການສຶກສາ, ພຣະພຸທສານາ, ພາສາ ແລະ ວັນນະຄະດີລາວ.ພາຍຫລັງການປົດປ່ອຍ ໃນປີ 1975 ມະຫາສີລາ ວີຣະວົງສ໌ ໄດ້ສະນອງຕອບຄໍາຮຽກຮ້ອງ ຂອງກະຊວງສຶກສາທິການ ໂດຍຮັບຫ້ນາທີ່ ເປັນຜູ້ຊ້ຽວຊານ ທັງໆທີ່ທ່ານ ໄດ້ອອກຮັບບໍານານມາແຕ່ປີ 1963 ແລ້ວ. ກໍເພາະວ່າເປັນຮ່ວງ ເປັນໃຍກັບພາສາ-ວັນນະຄະດີລາວ ທີ່ມີເອກກະລັກ ທາງວັນນະກັມລາວ, ທ່ານໄດ້ທໍາງານຄົ້ນຄ້ວາ ຈົນເຖິງວາຣະສຸດທ້າຍຂອງຊີວິດ ແລະຜະລິດງານອັນເປັນ ມໍຣະດົກທາງດ້ານວັທນະທັມ ໄວ້ໃຫ້ເຍົາວະຊົນລຸ້ນຫລັງ ໄດ້ສຶກສາສຶບທອດຢ່າງໃຫ່ຍຫລວງ.
ຂອບໃຈທີ່ນໍາເອົາສາຣະຄະດີທີ່ໜ້າສົນໃຈມາໃຫ້ອ່ານປະດັບສະໝອງ, ຂອບໃຈຫຼາຍໆ.
ຮວ່ງ= ? ເປັນພາສາແກວໄປແລ້ວ ຊີວ່າຮວ່ງໝາກໄມ້ ຫຼື ຮ່ວງເຂົ້າ ກໍ່ບໍຖືກ
ຫ່ວງ = ເປັນຫ່ວງ ຫ່ວງຫາ
Anonymous wrote:ຮວ່ງ= ? ເປັນພາສາແກວໄປແລ້ວ ຊີວ່າຮວ່ງໝາກໄມ້ ຫຼື ຮ່ວງເຂົ້າ ກໍ່ບໍຖືກຫ່ວງ = ເປັນຫ່ວງ ຫ່ວງຫາ
ຢ່າຈັບຜິດ ກັນຫລາຍ
****ing idiot numnut.
Anonymous wrote:Anonymous wrote:ຮວ່ງ= ? ເປັນພາສາແກວໄປແລ້ວ ຊີວ່າຮວ່ງໝາກໄມ້ ຫຼື ຮ່ວງເຂົ້າ ກໍ່ບໍຖືກຫ່ວງ = ເປັນຫ່ວງ ຫ່ວງຫາ ຢ່າຈັບຜິດ ກັນຫລາຍ
ຂໍໂທດນໍາຫລາຍເດີ ທີ່ ຂພຈ ຂຽນພາດພັງ ເພາະ ຜຂ ແປ ຫລຶກ່າຍ ອອກຈາກ ປື້ມ ວັນນະຄະດີໄທຍ໌
ກໍໄຊ້ເວລາແນ່ ໃນການຂຽນ ໂປດສັງເກດ ພາສາໄທຍ໌ ທີ່ຕອນຂ້າງລ້າງ ຂອງຮູບ ເລີຍຂຽນຜິດ.
ດັ່ງນັ້ນ ໃນຖານະສ່ວນຕົວ ສິ່ງໄດທີ່ ຂພຈ ຂຽນພາດພັງ ຂໍອະໂຫສີໃນເວທີແຫ່ງ. ຜຂ ຢາກແບ່ງປັນ
ຜົນງານຂອງຄົນດີໆ ຢ່າງທ່ານ ມະຫາ ສີລາ ວິຣະວົງສ໌ ໃນສັຕວັດຫນຶ່ງ ກໍບໍ່ພໍເທົ່າໃດຄົນ ໃນສັງຄົມລາວ
ແລ້ວເປັນຫຍັງ ນັກຂຽນ ຫລຶ ພວກບັນນາທີການ ຕ່າງໆ ບໍ່ເຄີຍຂຽນເລຶ່ອງຄົນດີໆແບບນີ້ ໃຫ້ຄົນໃນຊາດ
ໄດ້ອ່ານ.
ຮັກແພງ,
ແມ່ນລູກສາວເພິ່ນເບ໊າະເປັນຜູ່ສືບທອດພາຣະກິດຂອງເພິ່ນ?
ເພີ່ນເປັນບຸກຄົນທີ່ໜ້າຢົກຢ້ອງ ແລະ ສັນລະເສີນອີຫຼີ ໂດຍສະເພາະເລື້ອງ ພາສາລາວ ວັນນະຄະດີ ແລະ ເອກະສານກ່ຽວກັບປະວັດສາດ
ໃນຄວາມຄິດສ່ວນຕົວ ຄວນຈະໃຫ້ເພີ່ນເປັນບິດາແຫ່ງພາສາລາວ ສະໃໝໃໝ່
ທ່ານຕຽງ ສີຣິຂັນ ຄົນອິສານຢາກໃຫ້ ອິສານຮ່ວມກັນກັບລາວ ຖືກຈອມພົນປໍ ລອບສັງຫານ ຂໍໂທດຖ້າບໍ່ຖືກ. ສະໜັຍຫຼັງສົງຄາມໂລກຄັນທີ2 ເສດຖະກິດແລະການພັດທະນາລະຫວ່າງປະເທດໄທກັບລາວຍັງບໍ່ໄກກັນ ຫຼັງຈາກໃດ້ເອກກະຣາຊ ແຕ່ລາວບໍ່ມີຄວາມສາມາຄີແລະປອງດອງກັນ, ບໍ່ສ້າງສາພັດທະນາ, ມີແຕ່ຍາດຕຳແນງ, ຍາດອຳນາດກັນ, ນຳເອົາສົງຄາມວຽດນາມເຂົ້າມາລົບກັນຢູ່ໃນປະເທດໂຕເອັງຈົນເຖີງ 1975.ແຖມຍັງ ມາປິດປະຕູປະເທດກັບນາຯຊາດຈົນເຖີງ 1990 ຈືງທັມໃຫ້ການສືກສາແລະການພັດທະນາລ້າຫຼັງປະເທດໄທເປັນ 100ປີ. ຢ່າໄປໂທດວ່າປະເທດລາວ ດ້ອຍພັດທະນາເພາະບໍ່ມີທາງອອກທະເລ ແລະອາເມຣິກັນມາຖີມລະເບີດໃສ່ທະຫານວຽດນາມຢູ່ໃນດີນລາວ. 38ປີຢູ່ໃນຄວາມສະຫງົບ ປະເທດຍັງດ້ອຍພັດທະນາ ແລະປະຊາຊົນທຸກຍາກລຳບາກກະເພາະ ການສໍ້ຣາຊບັງຫຼວງຕ່າງຫາກ.