Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສາເຫດຢູ່ລາວ ແກ້ຄະດີ ຊັກຊ້າ ເພາະຫົວໜ້າ ມັກໄປຕ່າງປະເທດ !
Anonymous

Date:
ສາເຫດຢູ່ລາວ ແກ້ຄະດີ ຊັກຊ້າ ເພາະຫົວໜ້າ ມັກໄປຕ່າງປະເທດ !


ສາເຫດຂອງການດຳເນີນຄະດີຊັກຊ້າ ຢູ່ອົງການໄອຍະການປະຊາຊົນສູງສຸດ

(ຂປລ): ຕາມຂໍ້ມູນບົດລາຍງານການຈັດຕັ້ງປະຕິບັດ ກົນໄກການຕິດຕາມກວດກາການຄຸ້ມຄອງການແກ້ໄຂຄະດີຄົບວົງຈອນ ຢູ່ອົງການໄອຍະການປະຊາຊົນ ໃນກອງປະຊຸມວຽກ ງານໄອຍະການປະຊາຊົນ ທົ່ວປະເທດ ສົກປີ 2011-2012 ທີ່ຈັດຂຶ້ນແຕ່ວັນທີ 7-8 ມັງກອນ 2013 ທີ່ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ເຖິງການສົ່ງສຳນວນຄະດີ, ການພິຈາ ລະນາແກ້ໄຂຄະດີ, ຄຳຮ້ອງ, ສາເຫດທີ່ພາໃຫ້ການດຳເນີນຄະດີຊັກຊ້າ ການຈັດຕັ້ງຜັນຂະະຫຍາຍ ຢູ່ອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນ ແລະ ອື່ນໆ. ເລີ່ມແຕ່ເດືອນ 10 ປີ 2011 ຫາ ເດືອນ 9 ປີ 2012 ອົງການໄອຍະການປະຊາຊົນສູງສຸດ ມີຄະດີແພ່ງ ຈຳນວນ 302 ເລື່ອງ, ໃນນັ້ນ ຄະດີຄ້າງມາແຕ່ປີ 2009 ມີ 1 ເລື່ອງ, ຄ້າງມາແຕ່ປີ 2010 ມີ 10 ເລື່ອງ ໄດ້ພິຈາລະນາແກ້ໄຂຕາມ ກຳນົດເວລາ 129 ເລື່ອງ, ບໍ່ໄດ້ຕາມກຳນົດເວລາ 173 ເລື່ອງ ແລະ ມີຄະດີອາຍາ ຈຳນວນ 129 ເລື່ອງ ພິຈາລະນາແກ້ໄຂທັນຕາມກຳນົດ ເວລາ 119 ເລື່ອງ, ບໍ່ທັນຕາມກຳນົດເວລາ 10 ເລື່ອງ ຊຶ່ງສາເຫດທີ່ພາໃຫ້ການດຳເນີນຄະດີຊັກຊ້າ ໂດຍໄດ້ສັງລວມເອົາບັນດາເຫດຜົນ ທີ່ພາກສ່ວນກ່ຽວຂ້ອງຂຽນລົງໃນໃບຕິດ ຕາມການຈໍລະຈອນສຳນວນຄະດີ ແລະ ຄຳຮ້ອງ ແມ່ນພະນັກງານວິຊາການທີ່ຮັບຜິດຊອບຄະດີ ເຂົ້າຮ່ວມກອງປະຊຸມ ຫລື ໄປຝຶກອົບຮົມຕ່າງໆຢູ່ພາຍໃນ ຫລື ຕ່າງປະເທດ, ໄປເຮັດວຽກຕ່າງແຂວງ, ບາງຄະດີຢູ່ໃນຂັ້ນຕອນກາຍກຳນົດເວລາແລ້ວຂຽນເຫດຜົນໃສ່ວ່າ: ” ເຂົ້າຮ່ວມກອງປະຊຸມຢູ່ພາຍໃນ ຫລື ຕ່າງປະເທດ, ກວດຄຳຖະແຫລງຄືນ” ມີຄະດີ ຈຳນວນໜຶ່ງລໍຖ້າຜ່ານກອງປະຊຸມຄະນະນຳ, ສະພາແຫ່ງຊາດ ຫລື ຫລາຍພາກສ່ວນ; ຄະດີລໍຖ້າເກັບກຳຂໍ້ມູນຄືນ, ລໍຖ້າກວດຄຳຖະແຫລງທີ່ໄດ້ພິມແລ້ວ ຫລື ພິມແລ້ວກັບໄປ ແປງຄືນ; ຄວາມຮັບຜິດຊອບຂອງພະນັກງານ ແຕ່ລະຂັ້ນຈຳ ນວນໜຶ່ງ ຍັງບໍ່ທັນສູງ ຕໍ່ການແກ້ໄຂຄະດີ ອອກໃຫ້ທັນຕາມກຳນົດເວລາ.

ສຳລັບການຈັດຕັ້ງຜັນຂະຫຍາຍ ວຽກງານຢູ່ຂັ້ນທ້ອງຖິ່ນ ໄດ້ມອບໃຫ້ຫ້ອງການຈັດຕັ້ງຜັນຂະຫຍາຍກົນໄກ ຄຸ້ມຄອງການແກ້ໄຂຄົບວົງຈອນ ໄປສູ່ອົງການໄອຍະການ ປະຊາຊົນ ແຕ່ລະຂັ້ນ ໃນທົ່ວປະເທດ. ໃນສົກປີຜ່ານມາ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ເພື່ອຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ ຢູ່ອົງການໄອຍະການປະຊາຊົນທ້ອງຖິ່ນຈຳນວນໜຶ່ງ ແລະ ກໍເຫັນໄດ້ວ່າຢູ່ອົງການໄອຍະການປະຊາຊົນພາກ, ບັນດາແຂວງ ແລະ ເຂດໄດ້ມີຂັ້ນຕອນການຈໍລະຈອນຄະດີ ແລະ ຄຳຮ້ອງຢ່າງເປັນລະບົບ, ກຳຂັ້ນຕອນຢ່າງຈະແຈ້ງ ແລະ ອື່ນໆ./.

KPL



__________________


Member

Status: Offline
Posts: 11
Date:
RE: ສາເຫດຢູ່ລາວ ແກ້ຄະດີ ຊັກຊ້າ ເພາະຫົວໜ້າ ມັກໄປຕ່າງປະເທດ !


ພວກຄະນະນຳພັກລັດເຂົາບໍ່ມີເວລາຈະແກ້ຄະດີຂອງໃຜດອກ, ມີແຕ່ເວລາແກ້ ສະຫຼິບເມັຽຂອງພວກເຂົາຫັ້ນຫຼະ!

ແລະໄປປະຊຸມ ກີນອົບໝາຢູ່ຮ່າໂນ້ຍພຸ້ນ ສ່ວນເລື້ອງຄະດີນັ້ນ ຖ້າມີເງິນໃສ່ໃນຊອງຫຼາຍ..ໆແລ້ວບໍ່ຍາກທໍ່ແກ້ສະຫຼິບ

ເມັຽຂອງພວກເຂົາດອກ! ພວກຍາດໝາມາເກີດ.



__________________
Anonymous

Date:

ຈັ່ງແມ່ນເວົ້າຄືບ້ານເມືອງບໍ່ມີລະບຽບນໍ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard