Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານປ່ຽນໃຈຫຼັງຈາກ ຖືກອົບຮົມ
Anonymous

Date:
ຊາວບ້ານປ່ຽນໃຈຫຼັງຈາກ ຖືກອົບຮົມ


ຊາວບ້ານ ໃນເຂດ ບຶງທາດຫລວງ ເຣີ້ມອ່ອນຂໍ້ ໃຫ້ກັບ ຣັຖບານ ຍ້ອນຖືກ ເອີ້ນໄປ ຝຶກອົບຮົມ.

 

ຊາວບ້ານຜູ້ນຶ່ງ ໃນເຂດ ບຶງທາດຫລວງ ເປີດເຜີຍ ກ່ຽວກັບ ບັນຫາ ການຮ້ອງຂໍ ຄ່າຊົດເຊີຍ ທີ່ສູງກ່ວາເດີມ ນັ້ນວ່າ ມາເຖິງ ປັຈຈຸບັນນີ້ ຊາວບ້ານ ເຫລົ່ານັ້ນ ເຣີ້ມອ່ອນຂໍ້ ໃຫ້ກັບ ຣັຖບານແລ້ວ ຍ້ອນຖືກເອີ້ນໄປ ຝຶກອົບຮົມ ແລະ ເຖິງແມ່ນວ່າ ໂຄງການ ບຶງທາດຫລວງ ເຣີ້ມລົງ ມືກໍ່ສ້າງ ແລ້ວກໍຕາມ ແຕ່ຍັງມີປະຊາຊົນ ທີ່ບໍ່ພໍໃຈ ແລະ ຄຶດວ່າ ກ່ອນການຈັດຕັ້ງ ໂຄງການຕ່າງໆ, ເຈົ້າໜ້າທີ່ ກ່ຽວຂ້ອງ ຄວນຈະຖາມ ຄວາມເຫັນ ຂອງປະຊາຊົນ ຢູ່ໃນບ່ອນດັ່ງກ່າວນັ້ນ ເສັຍກ່ອນ:

“ເຮົາກໍຕ້ອງ ຖາມຄວາມເຫັນ ທີ່ວ່າ ປະຊາຊົນ ທີ່ວ່າ ບ່ອນມັນຈະຖືກດິນ ຂອງຂະເຈົ້າບໍ່ ຂະເຈົ້າ ຊິເຫັນດີບໍ່ ໂຕນີ້ ເຮົາກໍບໍ່ຮູ້ ເພາະວ່າ ເຮົາກໍເປັນຊາວບ້ນ ທັມມະດາ ເຮົາກໍບໍ່ຮູ້ນໍາເພິ່ນ.”

ນາງກ່າວຕື່ມວ່າ ໂດຍສ່ວນຕົວແລ້ວ ຄຶດວ່າ ຄ່າຊົດເຊີຍ ທີ່ຣັຖບານ ຈ່າຍໃຫ້ນັ້ນ ມັນບໍ່ພຽງພໍ ແລະ ບໍ່ກຸ້ມຄ່າ ຕໍ່ການທີ່ຈະຕ້ອງຍ້າຍ ໄປຢູ່ບ່ອນອື່ນ, ຊຶ່ງໂຕເອງ ມີອາຊີບຄ້າຂາຍ, ບໍ່ໄດ້ຮັ່ງມີ ຄືກັນກັບ ຄົນອື່ນ ດັ່ງນັ້ນ ຣັຖບານ ຄວນໃຫ້ສິ່ງທີ່ດີ ກ່ວານີ້ ແກ່ປະຊາຊົນ. ການທີ່ ກຸ່ມຊາວບ້ານ ຮຽກຮ້ອງ ຄ່າຊົດເຊີຍ ເພີ້ມຂຶ້ນນັ້ນ ອາດຈະເປັນໄປໄດ້ ວ່າ ຂະເຈົ້າ ເດືອດຮ້ອນແທ້ໆ ຫລືວ່າ ອາດຈະເປັນພຽງ ຕ້ອງການ ຄ່າຊົດເຊີຍ ທີ່ສູງ ກ່ວາເດີມ ກໍບໍ່ຮູ້.

ຂະນະດຽວກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ກໍໄດ້ອະທິບາຍ ເຖິງສິ່ງຕ່າງໆ ທີ່ເກີດຂຶ້ນ ແລະ ໝັ້ນໃຈວ່າ ປະຊາຊົນ ຈະໄດ້ ຮັບຄວາມຍຸຕິທັມ:

“ໂຄງການດັ່ງກ່າວນີ້ ກໍເປັນໂຄງການ ຣະດັບຊາດ ສໍາລັບ ປະຊາຊົນແລ້ວ ພື້ນທີ່ ຈະຈັດສັນ ສ່ວນຫລາຍ ມັນຈະເປັນພື້ນທີ່ ດິນຮົ້ວດິນສວນ ຂອງປະຊາຊົນ, ອາຄານນີ້ ກໍມີບາງເລັກນ້ອຍ. ໝາຍເຖິງວ່າ ຖ້າຖືກ ແຕະຕ້ອງ ຈໍາເປັນຫລີກລ້ຽງ ບໍ່ໄດ້ແທ້ໆ ອັນນັ້ນ ກໍຈໍາເປັນ ຕ້ອງໄດ້ ມີການຊົດເຊີຍ ຕາມຣະບຽບ ຂອງຣັຖພວກເຮົາ.”

ທ່ານ ກ່າວຕື່ມວ່າ ປະເທດລາວ ກໍາລັງ ຢູ່ໃນຂັ້ນຕອນ ການພັທນາ ດັ່ງນັ້ນ ການພັທນາຕ່າງໆ ບາງຄັ້ງ ອາດຈະມີຄວາມບໍ່ໃຈກັນ ຣະຫວ່າງ ຣັຖບານ ແລະ ປະຊາຊົນ ຈຶ່ງຢາກໃຫ້ ປະຊາຊົນ ເຂົ້າໃຈ ແລະ ຮ່ວມມືກັນ ພັທນາ ໃຫ້ປະເທດຊາດ ຫລຸດພົ້ນ ຈາກຄວາມດ້ອຍພັທນາ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard