Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພະນັກງານຢູ່ພິພິດຕະພັນທາດຫລວງ
ຄົນວຽງຈັນ

Date:
ພະນັກງານຢູ່ພິພິດຕະພັນທາດຫລວງ

ຜູ້ຂ້າຂໍອານຸຍາດບາດຄຳນຳບັນດາທ່ານທີ່ເຮັດວຽກກ່ຽວກັບພິພິດຕະພັນພະທາດຫລວງ, ສີ່ງທີ່ຜູ້ຂ້າຢາກຍົກມາສົນທະນາແລກປ່ຽນຄຳເຫັນກັບບັນດາທ່ານຢູ່ໃນທີ່ນີ້ແມ່ນ:

1. ການຂາຍປີ້ ຂາຍບັດໃຫ້ຄົນເຂົ້າຊົມ ເຂົ້າໄຫວ້ພະທາດຫລວງນັ້ນ ແມ່ນບໍ່ມີປ້ອມ ບໍ່ມີບູດ ມີແຕ່ໃຫ້ຄົນໄປຢືນຈີກປີ້ຢູ່ປະຕູເລີຍ ແລະ ກໍ່ເຫັນໜ້າຄົນໄທກໍ່ເວົ້າເປັນເງີນບາດ

ເຫັນວ່າຄວນປັບປຸງບໍ, ຊາເຫັນຢູ່ປະເທດອື່ນເຂົາເຮັດແມ່ນໄປຊື້ປີ້ຢູ່ບ່ອນຂາຍປີ້ທີ່ຈັດໄວ້ຕ່າງຫາກ, ຄົນເຝົ້າປະຕູກໍ່ມີແຕ່ກວດປີ້ເທົ່ານັ້ນ ເຫັນເປັນລະບຽບດີ ສວຍງາມກວ່າ

2. ລະບຽບຂອງການເຂົ້າໄປຊົມ ໄປໄຫວ້ພະທາດຫລວງ, ສຳລັບຜູ້ຍີງລາວແມ່ນເພີ່ນໃຫ້ນຸ່ງສີ້ນຈື່ງໃຫ້ເຂົ້າ. ແຕ່ພະນັກງານທີ່ຢືນຈີກປີ້ຢູ່ປະຕູຊ້ຳພັດນຸ່ງໂສ້ງ ໝາຍຄວາມວ່າ

ຕົນເອງບໍ່ປະຕິບັດເປັນແບບຢ່າງ ມີແຕ່ບັງຄັບຜູ້ອື່ນປະຕິບັດ. ຊ້ຳບໍ່ພໍເພີ່ນເວົ້າພາສາໄທກັບຄົນໄທອີກ ຄ່າປີ້ກໍ່ເວົ້າເປັນເງີນບາດນຳເຂົາ ບໍ່ມີສະຕິຊາດເລີຍ

ຖ້າຄຳເຫັນຂອງຜູ້ຂ້າບໍ່ເປັນປະໂຢດໃຫ້ສັງຄົມແລ້ວກໍ່ໂຢນຖີ້ມລົງບືງທາດຫລວງເລີຍເດີ

ຂອບໃຈ

__________________
Anonymous

Date:

ຂໍຊົມເຊີຍຄວາມເຫັນຂອງທ່ານ ທ່ີເປັນລາວແທ້ໆ

ຊົມເຊີຍ ຊົມເຊີຍ ຊົມເຊີຍ.................

__________________
Anonymous

Date:

Anonymous wrote:

 ຊົມເຊີຍ....ຄົນທີ່ຂາຍເຄື່ອງຢູ່ນັ້ນ ກໍເວົ້າໄທສອດໆ ຄ່ອງກ່ວາເວົ້າລາວ ຖ້າເປັນໄປໄດ້ປ່ຽນຄົນທີ່ເວົ້າລາວໄດ້ດີນັ້ນໄປຂາຍສາ ເພາະພວກນີ້ຄົງບໍ່ແມ່ນຄົນລາວຮ້ອຍເປີເຊັນດອກ...

__________________
Anonymous

Date:

ຄົນວຽງຈັນ wrote:

ຜູ້ຂ້າຂໍອານຸຍາດບາດຄຳນຳບັນດາທ່ານທີ່ເຮັດວຽກກ່ຽວກັບພິພິດຕະພັນພະທາດຫລວງ, ສີ່ງທີ່ຜູ້ຂ້າຢາກຍົກມາສົນທະນາແລກປ່ຽນຄຳເຫັນກັບບັນດາທ່ານຢູ່ໃນທີ່ນີ້ແມ່ນ:

1. ການຂາຍປີ້ ຂາຍບັດໃຫ້ຄົນເຂົ້າຊົມ ເຂົ້າໄຫວ້ພະທາດຫລວງນັ້ນ ແມ່ນບໍ່ມີປ້ອມ ບໍ່ມີບູດ ມີແຕ່ໃຫ້ຄົນໄປຢືນຈີກປີ້ຢູ່ປະຕູເລີຍ ແລະ ກໍ່ເຫັນໜ້າຄົນໄທກໍ່ເວົ້າເປັນເງີນບາດ

ເຫັນວ່າຄວນປັບປຸງບໍ, ຊາເຫັນຢູ່ປະເທດອື່ນເຂົາເຮັດແມ່ນໄປຊື້ປີ້ຢູ່ບ່ອນຂາຍປີ້ທີ່ຈັດໄວ້ຕ່າງຫາກ, ຄົນເຝົ້າປະຕູກໍ່ມີແຕ່ກວດປີ້ເທົ່ານັ້ນ ເຫັນເປັນລະບຽບດີ ສວຍງາມກວ່າ

2. ລະບຽບຂອງການເຂົ້າໄປຊົມ ໄປໄຫວ້ພະທາດຫລວງ, ສຳລັບຜູ້ຍີງລາວແມ່ນເພີ່ນໃຫ້ນຸ່ງສີ້ນຈື່ງໃຫ້ເຂົ້າ. ແຕ່ພະນັກງານທີ່ຢືນຈີກປີ້ຢູ່ປະຕູຊ້ຳພັດນຸ່ງໂສ້ງ ໝາຍຄວາມວ່າ

ຕົນເອງບໍ່ປະຕິບັດເປັນແບບຢ່າງ ມີແຕ່ບັງຄັບຜູ້ອື່ນປະຕິບັດ. ຊ້ຳບໍ່ພໍເພີ່ນເວົ້າພາສາໄທກັບຄົນໄທອີກ ຄ່າປີ້ກໍ່ເວົ້າເປັນເງີນບາດນຳເຂົາ ບໍ່ມີສະຕິຊາດເລີຍ

ຖ້າຄຳເຫັນຂອງຜູ້ຂ້າບໍ່ເປັນປະໂຢດໃຫ້ສັງຄົມແລ້ວກໍ່ໂຢນຖີ້ມລົງບືງທາດຫລວງເລີຍເດີ

ຂອບໃຈ

 ຍົກຍ້ອງນຳ 1000% ພຸ້ນລະ ຂພຈ ກໍບໍ່ເຫັນດີນຳການປະຕິບັດໜ້າທີ່ຂອງພະນັກງານ ສ້າງພາບພົດ

ບໍ່ດີແກ່ແຂກຕ່າງດ້າວທ້າວຕ່າງ ຊາວຕ່າງຊາດເຂົາຈະເວົ້າຂັວນຕໍ່ ໆ ກັນໄປ ການເກັບເງີນຄ່າທຳນຽມ ຄ້າງ ໆ ກັບ

ເກັບໃສ່ຖົງໂຕເອງ ແຕ່ລະເທື່ອປຽ່ນໜ້າກັນມາເກັບ ບໍມີບູດຫຼືຕູບຕັ້ງເກັບແບບເປັນທາງການ ທັ້ງ ໆ ທີ່ພຼະທາດ

ຫລວງເປັນມູນມໍລະດົກຂອງປວງຊົນລາວທັງຊາດ ວິທະຍຸແລະໂທລະພາບປະກາດໂປ້ງ ໆ ວ່າໄຫ້ປະຊາຊົນລາວໄຊ້ແຕ່ເງີນກີບ

ບັດພະນັກງານຢູ່ທາງເຂົ້າໄຫ້ວພຼະທາດຫຼວງເພີ່ນພັດແຮງມັກເງີນຕຼາຕ່າງປະເທດ  ຖ້າເຮົາຕ້ອງການຕິຊົມໃຜຮູ້ແດ່ບໍ່ຫອ້ງ

ການໃດທີ່ກ່ຽວຂ້ອງກັບວຽກງານດ້ານນີ້ ?

__________________
Anonymous

Date:

ຂ້າພະເຈົ້າ ຂໍປະກອບຄຳເຫັນນຳ  ເປັນຫຍັງ ຢູ່ເຮືອນວັດທະນະທຳ

Maison de la culture ຢູ່ທີ່ບ້ານນາໄຊ  ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເປັນບອ່ນ ບໍລິການຂາຍເຫລົ້າ ມັນສົມຄວນຢູ່ບໍ ກັບຄຳວ່າ ເຮືອນ ວັດທະນະທຳ 

ຂໍຄຳຕອບ ຈາກກະຊວງຖະແຫລງຂ່າວ ແດ່?

__________________
Anonymous

Date:

Anonymous wrote:
ຄົນວຽງຈັນ wrote:

ຜູ້ຂ້າຂໍອານຸຍາດບາດຄຳນຳບັນດາທ່ານທີ່ເຮັດວຽກກ່ຽວກັບພິພິດຕະພັນພະທາດຫລວງ, ສີ່ງທີ່ຜູ້ຂ້າຢາກຍົກມາສົນທະນາແລກປ່ຽນຄຳເຫັນກັບບັນດາທ່ານຢູ່ໃນທີ່ນີ້ແມ່ນ:

1. ການຂາຍປີ້ ຂາຍບັດໃຫ້ຄົນເຂົ້າຊົມ ເຂົ້າໄຫວ້ພະທາດຫລວງນັ້ນ ແມ່ນບໍ່ມີປ້ອມ ບໍ່ມີບູດ ມີແຕ່ໃຫ້ຄົນໄປຢືນຈີກປີ້ຢູ່ປະຕູເລີຍ ແລະ ກໍ່ເຫັນໜ້າຄົນໄທກໍ່ເວົ້າເປັນເງີນບາດ

ເຫັນວ່າຄວນປັບປຸງບໍ, ຊາເຫັນຢູ່ປະເທດອື່ນເຂົາເຮັດແມ່ນໄປຊື້ປີ້ຢູ່ບ່ອນຂາຍປີ້ທີ່ຈັດໄວ້ຕ່າງຫາກ, ຄົນເຝົ້າປະຕູກໍ່ມີແຕ່ກວດປີ້ເທົ່ານັ້ນ ເຫັນເປັນລະບຽບດີ ສວຍງາມກວ່າ

2. ລະບຽບຂອງການເຂົ້າໄປຊົມ ໄປໄຫວ້ພະທາດຫລວງ, ສຳລັບຜູ້ຍີງລາວແມ່ນເພີ່ນໃຫ້ນຸ່ງສີ້ນຈື່ງໃຫ້ເຂົ້າ. ແຕ່ພະນັກງານທີ່ຢືນຈີກປີ້ຢູ່ປະຕູຊ້ຳພັດນຸ່ງໂສ້ງ ໝາຍຄວາມວ່າ

ຕົນເອງບໍ່ປະຕິບັດເປັນແບບຢ່າງ ມີແຕ່ບັງຄັບຜູ້ອື່ນປະຕິບັດ. ຊ້ຳບໍ່ພໍເພີ່ນເວົ້າພາສາໄທກັບຄົນໄທອີກ ຄ່າປີ້ກໍ່ເວົ້າເປັນເງີນບາດນຳເຂົາ ບໍ່ມີສະຕິຊາດເລີຍ

ຖ້າຄຳເຫັນຂອງຜູ້ຂ້າບໍ່ເປັນປະໂຢດໃຫ້ສັງຄົມແລ້ວກໍ່ໂຢນຖີ້ມລົງບືງທາດຫລວງເລີຍເດີ

ຂອບໃຈ

 ຍົກຍ້ອງນຳ 1000% ພຸ້ນລະ ຂພຈ ກໍບໍ່ເຫັນດີນຳການປະຕິບັດໜ້າທີ່ຂອງພະນັກງານ ສ້າງພາບພົດ

ບໍ່ດີແກ່ແຂກຕ່າງດ້າວທ້າວຕ່າງ ຊາວຕ່າງຊາດເຂົາຈະເວົ້າຂັວນຕໍ່ ໆ ກັນໄປ ການເກັບເງີນຄ່າທຳນຽມ ຄ້າງ ໆ ກັບ

ເກັບໃສ່ຖົງໂຕເອງ ແຕ່ລະເທື່ອປຽ່ນໜ້າກັນມາເກັບ ບໍມີບູດຫຼືຕູບຕັ້ງເກັບແບບເປັນທາງການ ທັ້ງ ໆ ທີ່ພຼະທາດ

ຫລວງເປັນມູນມໍລະດົກຂອງປວງຊົນລາວທັງຊາດ ວິທະຍຸແລະໂທລະພາບປະກາດໂປ້ງ ໆ ວ່າໄຫ້ປະຊາຊົນລາວໄຊ້ແຕ່ເງີນກີບ

ບັດພະນັກງານຢູ່ທາງເຂົ້າໄຫ້ວພຼະທາດຫຼວງເພີ່ນພັດແຮງມັກເງີນຕຼາຕ່າງປະເທດ  ຖ້າເຮົາຕ້ອງການຕິຊົມໃຜຮູ້ແດ່ບໍ່ຫອ້ງ

ການໃດທີ່ກ່ຽວຂ້ອງກັບວຽກງານດ້ານນີ້ ?

 ຂ້າພະເຈົ້າກໍ່ບໍ່ຮູ້ວ່າແມ່ນອົງການໃດຮັບຜິດຊອບບໍລິການຢູ່ທີ່ນັ້ນ ຈະແມ່ນ ກະຊວງວັດທະນະທຳບໍ່ ຫລື ແມ່ນ ພະແນກວັດທະນະທຳ ນວ, ຫລື ເມືອງ ໄຊເຊດຖາ.

ເຖີງຈະແມ່ນອົງການໃດກໍດີ ຄວນພິຈາລະນາປັບປຸງໃຫ້ຖືກຕ້ອງເໝາະສົມຫັ້ນລະ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard