Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຢູ່ບ້ານຂ້ອຍພາກັນຂາຍດິນໃຫ້ນາຍທືນຈີນເກືອບໝົດເພື່ອຍາກໄດ້ເງິນໄປໃຊ້ໜີ້
Anonymous

Date:
ຊາວບ້ານຢູ່ບ້ານຂ້ອຍພາກັນຂາຍດິນໃຫ້ນາຍທືນຈີນເກືອບໝົດເພື່ອຍາກໄດ້ເງິນໄປໃຊ້ໜີ້

ບໍລິສັດດນາຍໜ້າຂາຍດຶນມາຊອກຫາທຳເລ່ດີີດີແລ້ວຖາມຊື້ດຶນຈາກປະຊາຊົນ

__________________
Anonymous

Date:
RE: ຊາວບ້ານຢູ່ບ້ານຂ້ອຍພາກັນຂາຍດິນໃຫ້ນາຍທືນຈີນເກືອບໝົດເພື່ອຍາກໄດ້ເງິນໄປໃຊ້ໜີ້

Anonymous wrote:

ບໍລິສັດດນາຍໜ້າຂາຍດຶນມາຊອກຫາທຳເລ່ດີີດີແລ້ວຖາມຊື້ດຶນຈາກປະຊາຊົນ

 ບາດນີ້ຮູ້ແລ້ວເບາະວ່າແມ່ນໃຜຂາຍຊາດຂາຍແຜ່ນດິນ?????

ປະຕິການ???????? ຫລື

ແນວລາວ???????? ກັນແທ້?????????

ລາວປະຕິການໜີອອກຈາກເມືອງລາວດ້ວຍສອງມືເປົ່າແລະສ່ຽງຕາຍໄປດ້ວຍ

ບໍ່ເຫັນປະຕິການຄົນໃດຫອບຫລືແບກເອົາຂີ້ດິນ ຕົ້ນໄມ້ ແລະສັພະຍາກອນຂອງ

ຊາດໄປນຳຈັກຄົນ. ອີກບໍ່ດົນ ບໍ່ຮອກ 50 ປີທາງໜ້ານີ້ດອກ ເຈັກ ກັບ ແກວຈະ

ກືນກິນລາວລົງທ້ອງ ແລ້ວບາດນັ້ນລະຈັ່ງຈະໂອາອ່າວແລະຮູ້ສຶກໂຕ. ດີແລ້ວທີ່ມີ

ຄົນລາວຢູ່ຕ່າງປະເທດຊ່ອຍເປັນກະບອກປາກກະບອກສຽງໃຫ້ ໝູ່ເຈົ້າລາວໃນຢ່າ

ຫລົງໄປມີປາກມີສຽງກັບ ລຖບ ເດີ້ຄັນບໍ່ຢາກແຈບບັກຍອດ.

 ຍ້ອນພວກ ອາດຍາສິດ ເຈົ້ານາຍ, ປະຕິການຂາຍຊາດ ເປັນຜູ້ເຮັດເປັນແບບຢ່າງໄວ້ໃຫ້ເຂົາ

__________________
Anonymous

Date:

Anonymous wrote:

ບໍລິສັດດນາຍໜ້າຂາຍດຶນມາຊອກຫາທຳເລ່ດີີດີແລ້ວຖາມຊື້ດຶນຈາກປະຊາຊົນ

 ເທື່ອໜ້າຂຽນຫຍັງມາໃຫ້ບອກແນ່ວ່າ ບ້ານ, ເມືອງ ແລະແຂວງໃດ????????

 ຕາມຜູ້ຂ້າໄດ້ຍີນມາ ເປັນຫມົດທຸກໆແຂວງ ຂາຍໄຮ່ ຂາຍນາ ໄປຊື້ຣົດ ໄປຊື້ມືຖື ໄປຊື້ເຄຶ່ອງ High Tech

__________________
ຊະນະໄພ

Date:

ທີ່ຈິງແລ້ວການທີ່ປະຊາຊົນພາກັນຂາຍດິນ ຂາຍເຮືອນ ທີ່ເປັນກຳມະສິດສ່ວນຕົວຂອງເຂົາເຈົ້າ ຖືວ່າຖືກຕ້ອງຕາມກົດໝາຍ ແລະລັດຖະບານບໍ່ມີສິດເຂົ້າໄປຫຍຸ້ງກ່ຽວໄດ້ ຊີ່ໄປກ່າວຫາວ່າລັດຖະບານຂາຍແຜ່ນດີນກໍ່ບໍ່ຖືກ ແຕ່ວ່າກົດໝາຍກໍ່ໄດ້ມີຂໍ້ຫ້າມໄວ້ວ່າ ຄົນຕ່າງປະເທດບໍ່ສາມາດຊື້ຂາຍດິນ ໂດຍກົງກັບປະຊາຊົນ ຖ້າໃຜຕ້ອງການຊື້ຕ້ອງມາລົງທຶນໃນມູນຄ່າ 400,000$ ຂຶ້ນໄປ ແລະຕ້ອງຊື້ຈາກລັດເທົ່ານັ້ນ. ແຕ່ບັນຫາທີ່ເກີດຂຶ້ນໃນປະຈຸບັນ ປະຊາຊົນພາກັນຂາຍ ຫຼື ໃຫ້ເຊົ່າດີນ ແບບຊະຊາຍເພື່ອຢາກໜີຈາກຄວາມທຸກຍາກ ແນວມີດີນມາເປັນ 100 ປີກໍ່ເປັນດີນຄືເກົ່າ ເຮັດນາກໍ່ບໍ່ກຸ້ມກີນ ເຮັດສວນກໍ່ບໍ່ກຸ້ມກີນ ຂາຍດິນໄດ້ເປັນ 100.000 ເປັນລ້ານໂດລາ ເອົາເງີນມາປຸກເຮືອນດີໆຢູ່ ຊື້ລົດງາມໆຂັບ ຊີ່ເປັນຫັຍງ ແຕ່ຈະຜົນກະທົບໃນໄລຍະຍາວຖ້າໃຜຂາຍຈົນໝົດ ແຕ່ສ່ວນຫຼາຍເຂົາກໍ່ຂາຍບາງສ່ວນດອກ. ສ່ວນຄົນຕ່າງປະເທດທີ່ມາຊື້ດີນເຂົາກໍ່ສະຫຼາດເຂົາອອກຊື່ຄົນອື່ນ ຢາກທີ່ຈະກວດກາ.

ສະຫຼຸບແລ້ວການອະນຸຍາດໃຫ້ຕ່າງຊາດມາຊີ້ດີນ ຫຼື ອະສັງຫາລິມະຊັບ ບໍ່ມີແຕ່ລາວດອກ ແຖວຢູຣົບ, ອາເມລິກາ ແຮງມີແຕ່ດົນ, ຄະລືຫາດໃຫ່ຍໆຢູ່ຝຣັ່ງ, ເກາະງາມໆຢູ່ກາງມະຫາສະມຸດປາຊີຟິກ ລ້ວນແຕ່ແມ່ນມະຫາເສດຖີຕາເວັນອອກກາງ, ອິນເດຍ ເປັນເຈົ້າຂອງ, ອີກແນວຄິດນຶ່ງຂອງບັນດາລັດຖະບານຕ່າງໆຄິດກ່ຽວກັບການອະນຸຍາດໃຫ້ຕ່າງປະເທດມີກຳມະສິດອະສັງຫາລິມະຊັບຍ້ອນວ່າຊື້ແລ້ວເອົາໃສ່ກະເປົາໄປປະເທດຕົນເອງກໍ່ບໍ່ໄດ້, ການເປັນເຈົ້າກຳມະສິດບໍ່ໄດ້ໝາຍວ່າຢູ່ເໜືອກົດໝາຍຂອງປະເທດນັ້ນ, ຕ້ອງໄດ້ເສຍພາສີໃຫ້ລັດອີກ, ສະນັ້ນໃຫ້ແຍກກັນຈະແຈ້ງວ່າການຂາຍດິນໂດຍຕັດອອກຈາກແຜນທີ່ປະເທດພຸ້ນຈຶ່ງຄ່ອຍວ່າກັນ.

__________________
Anonymous

Date:

ຊະນະໄພ wrote:

 ຂໍປະກອບຄຳເຫັນນຳທ່ານ ຊະນະໄພ, ຂພຈ ເຫັນດີນຳທີ່ທ່ານກ່າວວ່າ ການຂາຍເຮືອນ ຂາຍທີ່ດີນ ທີ່ເປັນກຳມະສິດສ່ວນບຸກຄົນນັ້ນ ແມ່ນສິດທິສ່ວນບຸກຄົນ ກົດໝາຍບໍ່ໄດ້ຫ້າມ.

ແຕ່ ຂພຈ ຢາກມີຄຳເຫັນຕໍ່ບັນຫາທີ່ວ່າຄົນຕ່າງຊາດທີ່ມາລົງທືນດ້ວຍມູນຄ່າ 400,000$ ຂື້ນໄປແລ້ວແມ່ນມີສິດຊື້ກຳມະສິດທີ່ດີນໄດ້. ທີ່ຈີງແລ້ວ ຂພຈ ກໍ່ບໍ່ແມ່ນນັກກົດໝາຍ

ແລະ ກໍ່ບໍ່ແມ່ນນັກທຸລະກິດໃຫຍ່ ຊັ້ນນຳຫຍັງດອກ ເປັນພຽງສາມັນຊົນ ຈີ່ງບໍ່ຮູ້ວ່າຢູ່ປະເທດອື່ນທີ່ຈະເລີນແລ້ວເພີ່ນເຮັດແນວໃດກ່ຽວກັບບັນຫານີ້, ຕາມຄວາມເຂົ້າໃຈຂອງ ຂພຈ

ແລ້ວ ຖ້າເຮົາເບີ່ງບັນຫາໃຫ້ຮອບດ້ານ ແລະ ມອງໄປໃນອະນາຄົດ ແມ່ນມີຜົນສະທ້ອນດ້ານລົບທີ່ປະຊາຊົນຄົນລາວ ແນ່ນອນ ກໍ່ຈີງຢູ່ທີ່ວ່າເຂົາຕັດແຜ່ນດີນຂົນເມືອບ້າບໍ່ໄດ້ ແຕ່ເຂົາມີສິດເປັນເຈົ້າຂອງຢ່າງຖືກຕ້ອງຕາມກົດໝາຍແລ້ວ, ລູກ ຫລານ ເຫລັນ ຫລອນ ເຮົາເກີດຂື້ນມາ ຂະຫຍາຍ ຕົວຂື້ນມາຈະຫາທີ່ດີນໃສຢູ່ ຊິບໍ່ໄດ້ໄປເຊົ່າຄອນໂດນາຍທືນຕ່າງ

ຊາດຢູ່ບໍ່?, ໃນປະຈຸບັນນີ້ ເພີ່ນຍັງບໍ່ອານຸຍາດໃຫ້ຊື້ໄດ້ ນາຍທືນຕ່າງຊາດທີ່ເກນກຳໄລທີ່ດີນເຂົາພຽງແຕ່ໃຊ້ໜ້າຄົນລາວອອກອ້າງ ລາຄາທີ່ດີນກໍ່ຍັງຖີບຕົວຂື້ນໄວແຕ່ລະມືລະວັນຢ່າງ

ບໍ່ຢຸດບໍ່ຢັ້ງ. ລົງທືດ້ວຍມູນຄ່າ 400,000$ ຖືວ່າເປັນເລື່ອງເລັກແລ້ວສຳລັບນາຍທືນຕ່າງຊາດ, ພຽງແຕ່ຈີນມາຊື້ກໍ່ໝົດແລ້ວ ທີ່ດີນປະເທດລາວ. ຕາມທີ່ ຂພຈ ຮູ້ຢູ່ປະເທດໃກ້ຄຽງ

ເຮົາເຂົາກໍ່ຈະເລີນຮັ່ງມີຄືກັນ ແຕ່ເພີ່ນກໍ່ມີແຕ່ອານຸຢາດໃຫ້ເຊົ່າແບບມີກຳນົດເທົ່ານັ້ນ, ຖ້າຈື່ບໍ່ຜິດມີໄລຍະໜື່ງປະເທດໃກ້ຄຽງເຮົາເພີ່ນ ພຽງແຕ່ມີແຜນວ່າຈະອານຸຍາດໃຫ້ຕ່າງຊາດ

ຊື້ຫ້ອງໃນຄອນໂດມີນຽມໄດ້ເທົ່ານັ້ນ ກໍ່ຍັງມີການຄັດຄ້ານກັນຢ່າງໃຫຍ່ຈົນໄດ້ຢຸດຕິແຜນນັ້ນລົງ

 ຄິດວ່າລັດຖະບານກໍ່ຄືຊີ່ບໍ່ປະປ່ອຍເຖິງຂັ້ນນັ້ນດອກ ຄຳວ່າ 400.000ໂດລາສາມາດເປັນເຈົ້າຂອງແຕ່ໃນຕົວຈິງກໍ່ຊີ່ມີເງື່ອນໄຂຫລາຍກ່ວານັ້ນດອກ ສິ່ງທີ່ຫນ້າເປັນຫ່ວງແມ່ນຢ້ານພະນັກງານລັດສົມຮູ້ຮ່ວມຄິດນຳ

__________________
Anonymous

Date:

ບໍ່ຖ້າບອກບ້ານກໍ່ໄດ້ໄປເລາະເບີ່ງແຖວ ທາງຫຼັງດົງໂດກແຕ່ເຂດດອນໜູນໄປຫາໜອງຍາວ ສວ່ນໜືງກາຍເປັນດິນຄົນຈີນໝົດເພາະຈີນໃຫ້ພວກນາຍໜ້າມາກວານຊື້ ເອົາໄປເກືອບໝົດແລ້ວ ເພາະດິນແຖວນັ້ນເປັນເຂດສຳປະທານຂຸດຄົ້ນເກຶອກາລີ Potassium ແຕ່ວ່າບໍລິສັດບໍ່ໄດ້ຊື້ ດອກ , ມັນແມ່ນຄົນຈີນຫົວໃສຈຳນວນໜື່ງມາ ໃຫ້ພວກນາຍໜ້າມາກວານຊື້ເອົາໄວ້ ແຕ່ກອ່ນດິນແຖວນັ້ນໄລ ລະແສນບາດ ຂຈມາກວານຊື້ໃນລາຄາສາມແສນບາດ ປະຈຸບັນນີ້ໄລ ລະ ຫ້າ-ແປດແສນບາດແລ້ວ!

__________________
Anonymous

Date:

ຢ່າ​ວ່າ​ແຕ່​ລາວ​ເລີຍ​ຢູ່​ປະ​ເທດ​ໃກ້​ຄຽງ​ເຮົາ​ກໍ​ມີ​ບັນຫາ​ຄື​ກັນ:

ที่ดินกว่า 1 ใน 3 ของประเทศไทย หรือประมาณ 100 ล้านไร่ ถูกถือครองโดยชาวต่างชาติ

ອ່ານ​ລາຍ​ລະ​ອຽດ​ໄດ້​ຈາກ​ເວັບ​ນີ້:

http://www.dailynews.co.th/article/439/17125

__________________
Anonymous

Date:

ຂ້ານ້ອຍຂໍກົດ LIKE ໃຫ້ທ່ານຊະນະໄພ 2 ເທື່ອເຄິ່ງ. 7-8 ເດືອນຜ່ານມາ ເຄີຍໄດ້ຍິນຂ່າວວ່າ

ນັກທຸຣະກິດວຽດນາມໄດ້ໄປຊື້ເມືອງ Buford ຣັຖ Wyoming ເມືອງໆນີ້ມີເນື້ອທີ່ປະມານ 10 Acres

ໃນຣາຄາປະມານ 900000 ໂດລາ. ສໍາລັບເສດຖີລາວທີ່ໄປຊື້ສັງຫາລິມະຊັບຢູ່ປະເທດອາເມຣິກາ

ກໍ່ມີຫຼາຍຄົນເດີທ່ານ ແລະບາງຄົນກໍ່ຊື້ເຮືອ yacht ຣາຄາຫຼາຍລ້ານໃຫ້ລູກຫຼານຂີ່ຕາກອາກາດໃນ

ຍາມພັກແລ້ງ.

ສິ່ງທີ່ແຕກຕ່າງອາດຈະແມ່ນກົດໝາຍເດີທ່ານ ເພາະຕາມທີ່ຮູ້ປະເທດທີ່ພັດທະນາແລ້ວ ກົດໝາຍ

ບໍ່ມີຊ່ອງໄວ່ຄືກົດໝາຍບ້ານເຮົາ ແລະ Uncle Sam ບໍ່ຍອມໃຫ້ບຸກຄົນໃດຫຼັກພາສີແມ້ແຕ່ເຊັນດຽວ.

 ພວກນີ້ບໍ່ແມ່ນເຂົາໄດ້ສິດອາໄສຢູ່ສະຫະຣັດແລ້ວບໍ່?

__________________
Anonymous

Date:

ໂອ້ຊາດລາວຂອງພວກເຮົາທີ່ຮັກຫອມ         ແສນຫ້ວງແຫ້ນຢ່າງແໜ້ນແຝ້ນເຂົ້າສາຍເລືອດ

ສຸດທີ່ແສນຈະຖະໝອມໄວ້ຊົ່ວນິລັນ             ແຕ່ກັບຜັ້ນມາປ່ຽນໄປດ້ວຍມືນາຍ

ຜູ້ມີສິດສູງສົ່ງເໝືອໃຜໆ                         ອາຍຸໄຂພາໃຫ້ຕ້ອງເຮ່ງຮີບ

ໃຫ້ກອບໂກ່ຍ                                                       ຂາຍດິນຖິ້ມໃຫ້ຄົນຕ່າງຖິ່ນ                                          

ຄົນລາວສິ້້ນບ່ອນທຳກິນຈາກຊາດອືນ                    ບ່ອນນີ້ດີບ່ອນນັ້ນໄດ້ໃຫ້ໂອກາດ                                         

ຄົນຕ່າງຊາດໄດ້ຈັບຈອງເປັນເຈົ້າຂອງ                   ວ່າແມ່ນເຊົ່າບໍ່ໄດ້ຂາຍກົດໝາຍຮັບຮອງ                           ແຕ່ມາໝອງບ່ອນທີ່່ໃຫ້ເຊົ່າ80ປີ.                             ຫຽວໄປໃສເຫັນແຕ່

ຄົນຕ່າງປະເທດ                                                        ໜ້າສັງເວດຄົນພວກນີ້ມາແຕ່ໃສ        

ຄົງຈະດີຖ້າການມາຂອງພວກເຂົາ                             ມາຊ່ວຍຊູຄົນລາວໃຫ້ພົ້ນຈາກທຸກ           

ນີ້ແຮງມາຊ້ຳລາວໃຫ້ແຮງທຸກ                                      ຕັດໂອກາດຫລາຍໆດ້ານຈາກຄົນລາວ 

(ບໍ່ແມ່ນກອນທີ່ຄ້ອງຈອງແຕ່ແມ່ນຄຳເວົ້າທີ່ມາຈາກຄວາມຈິງ)

__________________
Anonymous

Date:

ກໍ່ແນວວ່າ ຄົນລາວມັກເຫຼັກ ຄົນເຈັກມັກດິນ ມັນກະຖືກ ຕາມຄຳສຸພາສິດແລ້ວເດ່!
ຜຂ ເອງກໍ່ຢາກຂາຍຄືກັນຖ້າມັນໄດ້ລາຄາທີພໍໃຈ ມີດິນຕອນໜືງຫ່າງຈາກຖະໜົນ 13 ໃຕ້ປະມານ 1.5 ເຮັກຕາ ໆລະ  50 ພັນດອລລາ USA.

 ຢ່າໄປໂທດແຕ່ເຈັກເທາະ ພວກພໍ່ຄ້າຫາເກັນກຳໄລທີ່ດີນຫັ້ນ ຫວຽດ ກໍ່ບໍ່ແມ່ນທຳມະດາ, ໄທ, ເກົາຫລີ, ລວມທັງນາຍທືນລາວອີກ ທັງຢູ່ໃນ ຢູ່ນອກ ອືກກະທືກໄປໝົດ, ພວກຍາແມ່

ສະໄໝໃໝ່ກໍ່ບໍ່ແມ່ນທຳມະດາພີ່ນ້ອງເອີຍຈັກເພີ່ນເອົາເງີນມາແຕ່ໃສ ຈ່າຍບໍ່ອັ້ນປານກຳຮູດໃບໄມ້ຖີ້ມພຸ້ນລະ ລາຄາທີ່ດີນມັນຈີ່ງຖີບຕົວຂື້ນສູງ ພິລືກພິໂລໃນທຸກມື້ນີ້

__________________
Anonymous

Date:

First, foreigners cannot buy land in Laos. But smart Chinese can work around the rule very easily, especially in very weak country like Laos and African countries where corruption is rampant.

Selling land for money is typical for what short-sighted and uneducated people do. They earn the money by selling land left to them for generations by their ancestors, they suddenly spend the money quickly and fight each other for the money and became even poorer than before. That's how a poor country became under the control of richer and more greedy people. Many Lao people in Laos are very primitive and have no notion of patriotism. The land doesn't belong to them because they did not buy it in the first place, it's left down from their ancestors, why bother, right? 

__________________
Anonymous

Date:

 ພວກນີ້ບໍ່ແມ່ນເຂົາໄດ້ສິດອາໄສຢູ່ສະຫະຣັດແລ້ວບໍ່?

 ເສດຖີລາວອາດຈະໄດ້ Green card ໝົດແລ້ວເດີເພາະຖ້າຊື້ສັງຫະອະລິມະຊັບດ້ວຍເງິນສົດ

ທີ່ມີຣາຄາ 500000 ໂດລາຂຶ້ນໄປແລະໄດ້ຢູ່ອາເມຣິກາເປັນເວລາ 180 ວັນ ຈະມີສິດປະກອບ

ຄໍາຮ້ອງຂໍບັດຂຽວໄດ້ ແລະເມື່ອໄດ້ບັດຂຽວແລ້ວກໍ່ສາມາດທຽວເຂົ້າທຽວອອກອາເມຣິກາໄດ້

ຢ່າງສະບາຍ, ຖ້າຢາກໄປນອນກອດສາວນ້ອຍຢູ່ປະເທດລາວຫຼາຍກ່ວານຶ່ງປີກໍ່ຕ້ອງໄດ້ຂໍໜັງສື

ອະນຸຍາດເດີນທາງ. ການປະກອບໜັງສືເດີນທາງນີ້ ຖ້າແລ່ນເອງຈະເສັຽນ້ອຍແຕ່ໄດ້ຊ້າ, ຖ້າໃຫ້

ພວກທະນາຍຄວາມຝ່າຍຄົນເຂົ້າເມືອງປະກອບໃຫ້ຈະໄດ້ໄວກ່ວາແລະຄ່າທັມນຽມຈະແພງກວ່າ

ປະມານສອງເທົ່າ.

__________________
Anonymous

Date:

Anonymous wrote:

ຂ້ານ້ອຍຂໍກົດ LIKE ໃຫ້ທ່ານຊະນະໄພ 2 ເທື່ອເຄິ່ງ. 7-8 ເດືອນຜ່ານມາ ເຄີຍໄດ້ຍິນຂ່າວວ່າ

ນັກທຸຣະກິດວຽດນາມໄດ້ໄປຊື້ເມືອງ Buford ຣັຖ Wyoming ເມືອງໆນີ້ມີເນື້ອທີ່ປະມານ 10 Acres

ໃນຣາຄາປະມານ 900000 ໂດລາ. ສໍາລັບເສດຖີລາວທີ່ໄປຊື້ສັງຫາລິມະຊັບຢູ່ປະເທດອາເມຣິກາ

ກໍ່ມີຫຼາຍຄົນເດີທ່ານ ແລະບາງຄົນກໍ່ຊື້ເຮືອ yacht ຣາຄາຫຼາຍລ້ານໃຫ້ລູກຫຼານຂີ່ຕາກອາກາດໃນ

ຍາມພັກແລ້ງ.

ສິ່ງທີ່ແຕກຕ່າງອາດຈະແມ່ນກົດໝາຍເດີທ່ານ ເພາະຕາມທີ່ຮູ້ປະເທດທີ່ພັດທະນາແລ້ວ ກົດໝາຍ

ບໍ່ມີຊ່ອງໄວ່ຄືກົດໝາຍບ້ານເຮົາ ແລະ Uncle Sam ບໍ່ຍອມໃຫ້ບຸກຄົນໃດຫຼັກພາສີແມ້ແຕ່ເຊັນດຽວ.

 ຖ້າເປັນດັ່ງຄຳເຫັນຂອງທ່ານຂ້າງເທີງນີ້ ແລະ ຄຳເຫັນຂອງທ່ານຊະນະໄພ ໃນສ່ວນທີ່ວ່າ ພວກມະຫາເສດຖີ ຊື້ ຫລື ພວກນັກທຸລະກິດຊັ້ນນຳ ທີ່ມີຕົນມີຕົວ

ຊື້ເພື່ອຕັ້ງໂຮງຈັກ ໂຮງງານຜະລິດສີນຄ້າ ຜູ້ຄ້າແມ່ນເຫັນດີນຳ ເພາະພວກນີ້ເຂົາບໍ່ແມ່ນຈະກວດຊື້ເອົາໄວ້ຊື້ເພື່ອຂາຍຕໍ່ກີນກຳໄລ ແລະ ພວກນີ້ແມ່ນລົງທືນແທ້

ມີຜົນດີໃຫ້ແກ່ເສດຖະກິດຂອງຊາດແທ້. ອັນທີ່ ຜູ້ຂ້າບໍ່ເຫັນດີນຳນີ້ ແມ່ນພວກພໍ່ຄ້າທີ່ດີນ ຕັ້ງມາຊອກຫາຊື້ກັກຕູນໄວ້ ເພື່ອຂາຍເກນກຳໄລ ນີ້ຕີ້ ມັນບໍ່ໄດ້ມີຜົນດີຫຍັງ

ໃຫ້ແກ່ສັງຄົມ ເສດຖະກິດ, ມີແຕ່ສ້າງຄວາມປັ່ນປ່ວນ ຄວນອາຢັບຊັບຈຳນວນນັ້ນໄວ້ ແລະ ປັບໄໝອີກຈື່ງຈະສົມ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard