ການກໍ່ສ້າງ ເສັ້ນຖນົນ ຫົນທາງ ໃນສປປລາວ ເປັນໂຄງການ ທີ່ມີການ ຮົ່ວໄຫລ ສໍ້ໂກງ ຈາກ ງົບປະມານ ຫລາຍທີ່ສຸດ.
RFA/Somnet
ທາງສະດວກ ນໍ້າໄຫລ ໄຟສວ່າງ ປະຊາຊົນ ຢູ່ຊຸ່ມກິນເຢັນ
ການກໍ່ສ້າງ ຖນົນຫົນທາງ ຢູ່ ສປປ ລາວ ເປັນໂຄງການ ທີ່ງົບປະມານ ຂອງຊາດ ຮົ່ວໄຫລໄປສູ່ ຜູ້ມີອໍານາດ ຫລາຍທີ່ສຸດ ໂດຍຈະເຫັນໄດ້ ຈາກເສັ້ນທາງ ທີ່ເພພັງ ກ່ອນກໍານົດ ແລະ ການກໍ່ສ້າງ ເສັ້ນທາງ ບໍ່ແລ້ວຕາມ ກໍານົດເວລາ ຫລືສ້າງໄປແລ້ວ ບໍ່ໄດ້ມາຕຖານ ຕາມແຜນການ ທີ່ວາງໄວ້. ຕາມການເປີດເຜີຽ ຂອງ ພະນັກງານ ຜແນກ ກວດກາຣັດ ກະຊວງຍຸຕິທັມ ໃນວັນທີ 11 ທັນວາ ນີ້. ເຈົ້າໜ້າທີ່ຜແນກ ກວດກາຣັດ ທ່ານນຶ່ງເວົ້າວ່າ:
"ຄືສົມມຸດວ່າ ເງິນເຮັດ ທາງມັນໄປຕົກ ບ່ວງຂັ້ນເທິງ ຣັຖບານທັງສິ້ນ ຫລື ເຈົ້ານາຍທັງສິ້ນ ຄ່າທາງ ມັນບໍ່ໄດ້ຕົກຢູ່ ໃນຂັ້ນພື້ນຖານ ສົມມຸດ ມາຕຖານ ທາງ 100% ເຂົາກວດກາ ມີພຽງແຕ່ 60% ທາງເຫລົ່ານັ້ນໄດ້ ມາຕຖານ ແຕ່ສ່ວນເຫລືອ ນັ້ນຖືກຄໍຣັບຊັ້ນ ຈ່າຍນາຍໜ້າ ຈ່າຍຣາຍທາງ ຈ່າຍຣາຍເຊັນ ມັນກໍເປັນ ຢ່າງນັ້ນ ການກໍ່ສ້າງ ທັງສິ້ນໄປ ຮົ່ວໄຫລ ນໍາການຈັດຕັ້ງ ທັງສິ້ນ".
ທ່ານເວົ້າ ຕໍ່ໄປວ່າ ຈະສັງເກດ ໄດ້ວ່າ ເສັ້ນທາງ ຢູ່ທຸກເຂດ ໃນປະເທດລາວ ຈະບໍ່ໄດ້ ມາຕຖານ ໂດຍສະເພາະ ຢູ່ນອກຕົວເມືອງ. ມັນມີການສໍ້ຣາສ ບັງຫລວງ ແຕ່ການ ສໍ້ຣາສບັງຫລວງ ໃນເຣື່ອງ ກໍ່ສ້າງທາງ ຢູ່ແຂວງຕ່າງໆ ຈະເຮັດໄດ້ ສະດວກກວ່າຢູ່ ໃນນະຄອນຫລວງ ວຽງຈັນ ທີ່ມີໜ່ວຍງານ ຕ່າງໆກວດກາ ເຄັ່ງຄັດ. ສ່ວນຢູ່ ນອກເເມືອງ ເຈົ້າໜ້າທີ່ ບໍ່ຄ່ອຽສົນໃຈ ປານໃດ. ທ່ານວ່າ ການສໍ້ຣາສ ບັງຫຼວງ ສ່ວຍຫຼາຽຈະເປັນ ຜູ້ມີອໍານາດ:
"ບັນດາ ປະກົດການ ຜູ້ນໍາ ອັນດັບຕົ້ນຕໍ ຖ້າຜູ້ນໍາ ຄໍຣັບຊັ້ນ ໄປເທົ່າໃດ ປະເທດຊາດ ກໍຈະແຢ້ລົງ ຄວາມທຸກຈົນ ຂອງ ປະຊາຊົນມີສູງ ການຄໍຣັບຊັ້ນ ຈາກຜູ້ໃຫຍ່ ຂອງ ບ້ານເມືອງ ຍຸຕິລົງໄດ້. ແນ່ນອນເງິນຄໍາ ເຫລົ່ານີ້ສູງ ສາມາດພັທນາ ປະເທດຊາດໄດ້.
ກ່ຽວກັບບັນຫາ ທີ່ວ່ານີ້ ອົງການ ຈັດຕັ້ງສາກົນ ໃນລາວ ເວົ້າວ່າ ການໃຊ້ ຈ່າຍງົບປະມານ ເຂົ້າໃນ ໂຄງການພັທນາ ທີ່ທາງການລາວ ໄດ້ຮັບການ ຊ່່ວຍເຫລືອ ຈາກປະເທດ ຕ່າງໆນັ້ນ ຍັງບໍ່ເປັນໄປ ຕາມແຜນການ ທີ່ວາງໄວ້ ບໍ່ມີ ປະສິດທິພາບ ແລະ ປາກົດວ່າ ມີການຮົ່ວໄຫລ ໄປເປັນຂອງ ກຸ່ມຄົນ ໃນວົງການ ຣັຖບານລາວ.
ຂອບໃຈທີ່ສະລະເວລາໄປກັອປເອົາຂ່າວນີ້ມາໃຫ້ອ່ານ, ຖ້າເປັນຂ່າວຈາກໜັງສືພິມວຽງຈັນໃໝ່
ຄົງມີນໍ້າໜັກຫຼາຍກ່ວານີ້.
ຂ່າວ RFA ທີ່ມີຄວາມຈິງທີ່ສຸດແມ່ນຂ່າວນີ້ແຫຼະ ໃຜໆກໍ່ຮູ້ ກໍ່ເຫັນ ມະຫາເສດຖີລາວທີ່ມີເງີນເພີ້ມຂຶ້ນເປັນ 100ໆ ລ້ານໂດລາໃນເວລາ 10ປີ ກໍ່ແມ່ນບໍລິສັດກໍ່ສ້າງ ຂົວທາງ (ທີ່ມີເສັ້ນໃຫ່ຍ) ເທົ່ານັ້ນ ໃຫ້ລອງຄິດຫຼິ້ນໆເບິ່ງໂຄງການກໍ່ສ້າງຂອງລັດຖະບານຍຸກນີ້ທີ່ສະພາຮັບຮອງປີນຶ່ງ ຫຼາຍກ່ວາ 1000ລ້ານໂດລາ ໂດຍສະເພາະໂຄງການທີ່ໃຫ້ເອກະຊົນລົງທຶນກ່ອນແມ່ນຄິດອັດຕາເງີນເຟີ້ 20%, ດອກເບັ້ຍ 25%, ຄ່ານາຍໜ້າ 15% ລວມກັນຊັດໄປແລ້ວ 60% ແລະຄ່າອື່ນໆອີກ ແລ້ວຈະໃຫ້ທາງໄດ້ມາດຕະຖານໄດ້ແນວໃດ. ວິທີໂກງກິນເພິ່ນໃຊ້ສາມວິທີຫຼັກຄື: 1. ເງີນກູ້ແທນທີ່ຈະໄປກູ້ທະນາຄານເພິ່ນກໍ່ໃຫ້ ລມຕ ຫຼື ເຈົາແຂວງ ເຊັນໃຫ້ຢືມເງີນຄັງເງີນໂດຍບໍ່ມີດອກເບັ້ຍ ສ່ວນດອກເບັ້ຍທີ່ບໍ່ໄດ້ຈ່າຍກໍ່ຫານສາມ (ຄັງເງີນ, ບໍລິສັດ, ຈຂ ຫຼື ລມຕ); 2. ເຮັດບໍ່ໄດ້ມາດຕະຖານເຊັ່ນ: ໃຊ້ວັດສະດຸລາຄາຕ່ຳ, ອັດແໜ້ນບໍ່ໄດ້ມາດຖານ, ບໍ່ເຮັດຝາປິດຮ່ອງລະບາຍນ້ຳ, ບໍ່ເຮັດທາງເຊື່ອມທາງຊອຍ, ບໍ່ຕິດຕັ້ງໄຟສັນຍານເຕືອນໄພເວລາກໍ່ສ້າງ, 3. ຄິດໄລ່ວັດສຸດຸນຳເຂົ້າຈາກຕ່າງປະເທດໂດຍມີຄ່າພາສີຂາເຂົານຳ ແຕ່ໃນຕົວຈິງເວລານຳເຂົ້າພັດມີຄຳສັ່ງໃຫ້ຍົກເວັ້ນພາສີ.
ໃຜວ່າບໍ່ຖືກຕ້ອງເຊີນມາຊີ້ແຈງ
ຂໍມີຄຳເຫັນແລກປ່ຽກັບບັນດາທ່ານຜູ້ອ່ານທັງຫລາຍ ຖ້າຜິດພາດປະການໃດກໍ່ຂໍອະໄພນຳ ຖືວ່າສົນທະນາແລກປ່ຽນຄຳຄິດ ຄຳເຫັນນຳກັນເນາະ.
1. ບັນຫາທີ່ເພີ່ນເວົ້າຢູ່ຂ້າງເທີງນີ້ກໍ່ບໍ່ໄດ້ໝາຍວ່າບໍ່ມີປະກົດການ, ແຕ່ກໍ່ບໍ່ໄດ້ເປັນມົດທຸກໂຄງການ. ໂຄງການທີ່ມີບັນຫາ ແມ່ນໂຄງການທີ່ຢູ່ໃນຮູບແບບ
ລົງທືນກ່ອນ (Turnkey) ບໍ່ວ່າຈະເປັນນັກລົງທືນຈາກພາຍໃນ ຫລື ຕ່າງຊາດ ລາຄາແມ່ນສູງຕິດເມກ, ຄຸນນະພາບກໍ່ບໍ່ຄ່ອຍຈະໄດ້ຕາມມາດຕະຖານ,
ແຕ່ກໍ່ບໍ່ແມ່ນຍ້ອນຜູ້ກວດກາສົມຮູ້ຮ່ວມຄິດແນວບໍ່ດີ ມັນເປັນຍ້ອນຜູ້ກວດກາບໍ່ສາມາດໃຊ້ສິດຂອງຕົນເອງໄດ້.
ຍ້ອນສາເຫດໃດນັ້ນ ບັນດາທ່ານຫາຄຳຕອບເອງເດີ ...
2. ຖ້າເປນໂຄງການຊ່ວຍເຫລືອຂອງຕ່າງປະເທດ ຫລືໂຄງການກູ້ຢືມຈາກ ADB, WB, etc. ຈະບໍ່ມີບັນຫາແບບນັນດອກ ເພາະເຂົາຈະບໍ່ປ່ອຍໃຫ້ເຈົ້າ
ເຮັດຕາມໃຈມັກໄດ້ ເຂົາມີຂໍ້ບັງຄັບໃນສັນຍາກູ້ ແລະ ເຂົາກໍ່ມີ mission ຂອງເຂົາຈາກປະເທດທີ 3 ເຂົ້າມາຕິດຕາມ
3. ບາງໂຄງການ ໂດຍສະເພາະແມ່ນໂຄງການທືນພາຍໃນ ແລະ ລົງທືນກ່ອນນັ້ນ, ສ່ວນຫລາຍນັກວິສະວະກອນບໍ່ໄດ້ເຮັດຕາມຫລັກການດ້ານເຕັກນິກ
ວິຊາການ, ຕ້ອງໄດ້ເຮັດຕາມຄຳສັ່ງຂອງຜູ້ມີອຳນາດ ກໍ່ຄືເຈົ້ານາຍທັງຫລາຍ, ຖ້າຫາກໄປຖຽງເພີ່ນ ຫລື ບໍ່ເຮັດຕາມເພີ່ນບອກ ເພີ່ນກໍ່ບໍ່ໃຫ້ເຈົ້າເຮັດອີກ,
ຫລື ຮ້າຍແຮງໄປກວ່ານັ້ນ ເຖີງຂັ້ນໄດ້ອອກການ ແລ້ວກໍ່ມີມົນທີນຕິດຕົວໄປນຳຫາກີນຢູ່ເມືອງລາວບໍ່ໄດ້ອີກ, ແລ້ວຊິໄປຫາເຮັດວຽກຕາມວິຊາສະເພາະ
ຂອງຕົນຢູ່ໃສໄດ້ອີກ ບັນດາທ່ານຫາຄຳຕອບເອງເດີ ....
ຂໍຈົບໄວ້ເທົ່ານີກ່ອນ
ເຫັນດີນຳ ທ່ານທີອອກຄຳເັຫນຂ້າງເທີງ 1,000,000%
ເຫັນຢູ່ຫົວຂໍ້ ສຸດຍອດຂີ້ຝຸ່ນ
Anonymous wrote:ຂ່າວ RFA ທີ່ມີຄວາມຈິງທີ່ສຸດແມ່ນຂ່າວນີ້ແຫຼະ ໃຜໆກໍ່ຮູ້ ກໍ່ເຫັນ ມະຫາເສດຖີລາວທີ່ມີເງີນເພີ້ມຂຶ້ນເປັນ 100ໆ ລ້ານໂດລາໃນເວລາ 10ປີ ກໍ່ແມ່ນບໍລິສັດກໍ່ສ້າງ ຂົວທາງ (ທີ່ມີເສັ້ນໃຫ່ຍ) ເທົ່ານັ້ນ ໃຫ້ລອງຄິດຫຼິ້ນໆເບິ່ງໂຄງການກໍ່ສ້າງຂອງລັດຖະບານຍຸກນີ້ທີ່ສະພາຮັບຮອງປີນຶ່ງ ຫຼາຍກ່ວາ 1000ລ້ານໂດລາ ໂດຍສະເພາະໂຄງການທີ່ໃຫ້ເອກະຊົນລົງທຶນກ່ອນແມ່ນຄິດອັດຕາເງີນເຟີ້ 20%, ດອກເບັ້ຍ 25%, ຄ່ານາຍໜ້າ 15% ລວມກັນຊັດໄປແລ້ວ 60% ແລະຄ່າອື່ນໆອີກ ແລ້ວຈະໃຫ້ທາງໄດ້ມາດຕະຖານໄດ້ແນວໃດ. ວິທີໂກງກິນເພິ່ນໃຊ້ສາມວິທີຫຼັກຄື: 1. ເງີນກູ້ແທນທີ່ຈະໄປກູ້ທະນາຄານເພິ່ນກໍ່ໃຫ້ ລມຕ ຫຼື ເຈົາແຂວງ ເຊັນໃຫ້ຢືມເງີນຄັງເງີນໂດຍບໍ່ມີດອກເບັ້ຍ ສ່ວນດອກເບັ້ຍທີ່ບໍ່ໄດ້ຈ່າຍກໍ່ຫານສາມ (ຄັງເງີນ, ບໍລິສັດ, ຈຂ ຫຼື ລມຕ); 2. ເຮັດບໍ່ໄດ້ມາດຕະຖານເຊັ່ນ: ໃຊ້ວັດສະດຸລາຄາຕ່ຳ, ອັດແໜ້ນບໍ່ໄດ້ມາດຖານ, ບໍ່ເຮັດຝາປິດຮ່ອງລະບາຍນ້ຳ, ບໍ່ເຮັດທາງເຊື່ອມທາງຊອຍ, ບໍ່ຕິດຕັ້ງໄຟສັນຍານເຕືອນໄພເວລາກໍ່ສ້າງ, 3. ຄິດໄລ່ວັດສຸດຸນຳເຂົ້າຈາກຕ່າງປະເທດໂດຍມີຄ່າພາສີຂາເຂົານຳ ແຕ່ໃນຕົວຈິງເວລານຳເຂົ້າພັດມີຄຳສັ່ງໃຫ້ຍົກເວັ້ນພາສີ.ໃຜວ່າບໍ່ຖືກຕ້ອງເຊີນມາຊີ້ແຈງ
ນັກທຸລະກິດລາວທີ່ຮັບເໝົາກໍ່ສ້າງໂຄງການ ດ້ວຍຮູບແບບລົງທືນກ່ອນ ມີຜູ້ໃດແດ່ສາມາດເຮັດໄດ້ຖ້າລົງທືນກ່ອນແບບນີ້?
ມາເບິ່ງໂຄງການສ້າງທາງເບຕົງຈາກກົມມະລຽນພະທາດຫຼວງຫາຖະໜົນໄກສອນພົມວິຫານ ເສັ້ນນຶ່ງທະລຸອອກຂ້າງບໍລິສັດນ້ຳປະປາ ແລະອີກເສັ້ນນຶ່ງທະລຸອອກຕະລາດນ້ອຍໂພນເຄັງ ບໍ່ມີການອັດໜ້າດີນເລີຍເຮັດຮ່ອງລະບາຍນ້ຳແລ້ວເອົາລົດມາເກດໜ້າທາງແລ້ວກໍ່ເທເບຕົງໂລດ, ຝາຮ່ອງລະບາຍນ້ຳກໍ່ເອົາໄມ້ມາປິດແທນຝາເບຕົງເຮັດເປັນຕາຢ້ານຫຼາຍ, ທາງຊອຍທີ່ມາຄົບໃສ່ກໍ່ບໍ່ມີການເຮັດເລື່ອມໄປໃສ່, ຮ່ອງລະບາຍນ້ຳລະຫ່ວາງທາງຊອຍຄົບໃສ່ທາງເບຕົງເພິ່ນ ແທນທີ່ຈະເທເບຕົງປິດ ຫຼື ໃສ່ທໍ່ ເພິ່ນພັດເຮັດເປັນຮ່ອງເປີດຄືຂ້າງທາງທົ່ວໄປ ຂ້ອຍກໍ່ບໍ່ເຄີຍເຫັນຈັກເທື່ອການອອກແບບຄືແນວນີ້, ບໍ່ແຕ້ມເສັນແບ່ງຈາລະຈອນ ປານນັ້ນ ອີ່ນາຍຫົວໜ້າບໍລິສັດໃຫ້ສຳພາດອອກໂທລະທັດວ່າໂຄງການສຳເລັດ 100% ແລະດີໃຈທີ່ມີສ່ວນໃນການສ້າງທາງເພື່ອອຳນວຍຄວາມສະດວກໃຫ້ແກ່ ປຊຊ ວ່າຊັ້ນ ແທນທີ່ມັນຈະຂອບໃຈທີ່ເອົາເງີນພາສີ ປຊຊ ໄປແດກ.
ຕາມທີ່ຜູ້ຂ້າເຄີຍເຫັນມາຫຼາຍໂຄງການທີ່ບໍລິສັດລາວຮັບເມົາມັກຈະມີສີ່ງບໍ່ສົມມາພາຄວນຄື: ການນຳເຂົ້າວັດສະດຸກໍ່ສ້າງ, ນ້ຳມັນ, ກົນຈັກ, ລົດຮັບໃຊ້
ນຳເຂົາເກີນບໍລິມາດທີ່ຕ້ອງການຕົວຈີງ, ບາງອັນບໍ່ໄດ້ໃຊ້ກໍ່ມີໃນລາຍການນຳເຂົ້າ, ລົດຮັບໃຊ້ວຍກກໍ່ມີຮອດລົດ Benz, Lexus. ເລື່ອງປະຕິບັດພັນທະ
ບໍ່ແມ່ນແຕ່ພາສີນຳເຂົ້າເທົ່ານັ້ນ ຄ່າຊັບພະຍາກອນທີ່ເປັນບັນຫາເລັກນ້ອຍກໍ່ຍັງຍົກເວັ້ນ
ພວກເສດຖີລາວກະຈອກທີ່ສຸດໃນໂລກ ຂີ່ລົດນຳເຂົ້າລາຄາເປັນ 200.000 ຫາ 1.000.000$ ແຕ່ບໍ່ເຄີຍເສຍພາສີໃຫ້ລັດ ໃຫ້ພວກທ່ານສັງເກດໂລດ ລົດແພງໆຕິດປ້າຍທະບຽນສີຂາວ ໝາຍຄວາມວ່າເສຍພາສີ 1% ບາງຄົນໂດຍສະເພາະຢູ່ຕ່າງແຂວງຕິດປ້າຍສີຟ້າອີກ ໂດຍແມ່ນເຈົ້າແຂວງສັ່ງໃຫ້ອອກໃຫ້ ແຂວງທີ່ສັ່ງໃຫ້ອອກປ້າຍສີຟ້າໃຫ້ນັກທຸລະກິດຫຼາຍທີ່ສຸດໄດ້ແກ່ ແຂວງຫຼວງພະບາງ, ບໍ່ແກ້ວ, ຊຽງຂວາງ, ນະຄອນຫຼວງວຽງຈັນ ສ່ວນຄົນທົ່ວໄປຄືພວກເຮົາຂີ່ລົດເສຍພາສີ.
Anonymous wrote:ພວກເສດຖີລາວກະຈອກທີ່ສຸດໃນໂລກ ຂີ່ລົດນຳເຂົ້າລາຄາເປັນ 200.000 ຫາ 1.000.000$ ແຕ່ບໍ່ເຄີຍເສຍພາສີໃຫ້ລັດ ໃຫ້ພວກທ່ານສັງເກດໂລດ ລົດແພງໆຕິດປ້າຍທະບຽນສີຂາວ ໝາຍຄວາມວ່າເສຍພາສີ 1% ບາງຄົນໂດຍສະເພາະຢູ່ຕ່າງແຂວງຕິດປ້າຍສີຟ້າອີກ ໂດຍແມ່ນເຈົ້າແຂວງສັ່ງໃຫ້ອອກໃຫ້ ແຂວງທີ່ສັ່ງໃຫ້ອອກປ້າຍສີຟ້າໃຫ້ນັກທຸລະກິດຫຼາຍທີ່ສຸດໄດ້ແກ່ ແຂວງຫຼວງພະບາງ, ບໍ່ແກ້ວ, ຊຽງຂວາງ, ນະຄອນຫຼວງວຽງຈັນ ສ່ວນຄົນທົ່ວໄປຄືພວກເຮົາຂີ່ລົດເສຍພາສີ. ບັນຫາທີ່ທ່ານກ່າວນີ້ ຂພຈ ເຄີຍໄດ້ຍີນໝູ່ເວົ້າສູ່ຟັງວ່າ ພວກນັກທຸລະກິດລາຍໃຫຍ່ ມີອິດທິພົນ ແລ້ວກໍ່ດຳເນີນທຸລະກິດແບບບໍ່ໂປ່ງໃສນີ້ມັກໃຊ້ປ້າຍລົດລັດຖະການ (ສີຟ້າ) ແຕ່ຂ້າພະເຈົ້າຍັງບໍ່ເຊື່ອເຂົາວ່າ: ເປັນໄປໄດ້ແນວໃດ? ເພາະປ້າຍສີຟ້າແມ່ນໃຊ້ກັບຊັບສົມບັດຂອງລັດຕ້ອງໄດ້ຂື້ນບັນຊີຢູ່ນຳໜ່ວຍງານຄຸ້ມຄອງຊັບສີນຂອງລັດ, ໝູ່ ຂພຈ ວ່າ: ".. ງ ..". ຕໍ່ມາກໍ່ເຫັນນັກທຸລະກິດເສັ້ນໃຫຍ່ຜູ້ໜື່ງຂີ່ລົດຕິດປ້າຍສີຟ້າ ຂີ່ອວດໂກ້ເກ້ຢູ່ຟັງຄວາມເວົ້າເພີ່ນ ພໍປານກັບເປັນການນຳຂັ້ນສູງ ຂພຈ ກໍ່ງົງເປັນໄປໄດ້ແນວໃດ? ຄືຈັ່ງວ່າບໍ່ມີລະບົບ ລະບຽບຫຍັງເລີຍ, ລົດຂອງລັດວິສະຫະກິດທີ່ເປັນຊັບສີນຂອງລັດ ແທ້ໆ ກໍ່ຍັງໃຫ້ຕິດປ້າຍສີຂາວ ໂຕໜັງສືສີດຳ?ແຕ່ມື້ນີ້ເຫັນຄຳເຫັນຂອງທ່ານ ກໍ່ຄິດໄດ້ວ່າແມ່ນດັ່ງຄວາມໝູ່ ຂພຈ ເວົ້າແທ້
ບັນຫາທີ່ທ່ານກ່າວນີ້ ຂພຈ ເຄີຍໄດ້ຍີນໝູ່ເວົ້າສູ່ຟັງວ່າ ພວກນັກທຸລະກິດລາຍໃຫຍ່ ມີອິດທິພົນ ແລ້ວກໍ່ດຳເນີນທຸລະກິດແບບບໍ່ໂປ່ງໃສ
ນີ້ມັກໃຊ້ປ້າຍລົດລັດຖະການ (ສີຟ້າ) ແຕ່ຂ້າພະເຈົ້າຍັງບໍ່ເຊື່ອເຂົາວ່າ: ເປັນໄປໄດ້ແນວໃດ? ເພາະປ້າຍສີຟ້າແມ່ນໃຊ້ກັບຊັບສົມບັດຂອງລັດ
ຕ້ອງໄດ້ຂື້ນບັນຊີຢູ່ນຳໜ່ວຍງານຄຸ້ມຄອງຊັບສີນຂອງລັດ, ໝູ່ ຂພຈ ວ່າ: ".. ງ ..". ຕໍ່ມາກໍ່ເຫັນນັກທຸລະກິດເສັ້ນໃຫຍ່ຜູ້ໜື່ງຂີ່ລົດຕິດປ້າຍ
ສີຟ້າ ຂີ່ອວດໂກ້ເກ້ຢູ່ຟັງຄວາມເວົ້າເພີ່ນ ພໍປານກັບເປັນການນຳຂັ້ນສູງ ຂພຈ ກໍ່ງົງເປັນໄປໄດ້ແນວໃດ? ຄືຈັ່ງວ່າບໍ່ມີລະບົບ ລະບຽບຫຍັງເລີຍ,
ລົດຂອງລັດວິສະຫະກິດທີ່ເປັນຊັບສີນຂອງລັດ ແທ້ໆ ກໍ່ຍັງໃຫ້ຕິດປ້າຍສີຂາວ ໂຕໜັງສືສີດຳ?
ແຕ່ມື້ນີ້ເຫັນຄຳເຫັນຂອງທ່ານ ກໍ່ຄິດໄດ້ວ່າແມ່ນດັ່ງຄວາມໝູ່ ຂພຈ ເວົ້າແທ້
Anonymous wrote:ພວກເສດຖີລາວກະຈອກທີ່ສຸດໃນໂລກ ຂີ່ລົດນຳເຂົ້າລາຄາເປັນ 200.000 ຫາ 1.000.000$ ແຕ່ບໍ່ເຄີຍເສຍພາສີໃຫ້ລັດ ໃຫ້ພວກທ່ານສັງເກດໂລດ ລົດແພງໆຕິດປ້າຍທະບຽນສີຂາວ ໝາຍຄວາມວ່າເສຍພາສີ 1% ບາງຄົນໂດຍສະເພາະຢູ່ຕ່າງແຂວງຕິດປ້າຍສີຟ້າອີກ ໂດຍແມ່ນເຈົ້າແຂວງສັ່ງໃຫ້ອອກໃຫ້ ແຂວງທີ່ສັ່ງໃຫ້ອອກປ້າຍສີຟ້າໃຫ້ນັກທຸລະກິດຫຼາຍທີ່ສຸດໄດ້ແກ່ ແຂວງຫຼວງພະບາງ, ບໍ່ແກ້ວ, ຊຽງຂວາງ, ນະຄອນຫຼວງວຽງຈັນ ສ່ວນຄົນທົ່ວໄປຄືພວກເຮົາຂີ່ລົດເສຍພາສີ.
ຢ່າວ່າຊັ້ນຢ່າວ່າຊີ້ເດີ ຂໍກົດ LIKE ໃຫ້ທ່ານແດ່ຈັກ 3 ເທື່ອ ຢາກກົດຫຼາຍກ່ວານັ້ນແຕ່ຢ້ານຜິດກົດຂອງເຈົ້າຂອງເວັບ.
Anonymous wrote:Anonymous wrote:ພວກເສດຖີລາວກະຈອກທີ່ສຸດໃນໂລກ ຂີ່ລົດນຳເຂົ້າລາຄາເປັນ 200.000 ຫາ 1.000.000$ ແຕ່ບໍ່ເຄີຍເສຍພາສີໃຫ້ລັດ ໃຫ້ພວກທ່ານສັງເກດໂລດ ລົດແພງໆຕິດປ້າຍທະບຽນສີຂາວ ໝາຍຄວາມວ່າເສຍພາສີ 1% ບາງຄົນໂດຍສະເພາະຢູ່ຕ່າງແຂວງຕິດປ້າຍສີຟ້າອີກ ໂດຍແມ່ນເຈົ້າແຂວງສັ່ງໃຫ້ອອກໃຫ້ ແຂວງທີ່ສັ່ງໃຫ້ອອກປ້າຍສີຟ້າໃຫ້ນັກທຸລະກິດຫຼາຍທີ່ສຸດໄດ້ແກ່ ແຂວງຫຼວງພະບາງ, ບໍ່ແກ້ວ, ຊຽງຂວາງ, ນະຄອນຫຼວງວຽງຈັນ ສ່ວນຄົນທົ່ວໄປຄືພວກເຮົາຂີ່ລົດເສຍພາສີ. ບັນຫາທີ່ທ່ານກ່າວນີ້ ຂພຈ ເຄີຍໄດ້ຍີນໝູ່ເວົ້າສູ່ຟັງວ່າ ພວກນັກທຸລະກິດລາຍໃຫຍ່ ມີອິດທິພົນ ແລ້ວກໍ່ດຳເນີນທຸລະກິດແບບບໍ່ໂປ່ງໃສນີ້ມັກໃຊ້ປ້າຍລົດລັດຖະການ (ສີຟ້າ) ແຕ່ຂ້າພະເຈົ້າຍັງບໍ່ເຊື່ອເຂົາວ່າ: ເປັນໄປໄດ້ແນວໃດ? ເພາະປ້າຍສີຟ້າແມ່ນໃຊ້ກັບຊັບສົມບັດຂອງລັດຕ້ອງໄດ້ຂື້ນບັນຊີຢູ່ນຳໜ່ວຍງານຄຸ້ມຄອງຊັບສີນຂອງລັດ, ໝູ່ ຂພຈ ວ່າ: ".. ງ ..". ຕໍ່ມາກໍ່ເຫັນນັກທຸລະກິດເສັ້ນໃຫຍ່ຜູ້ໜື່ງຂີ່ລົດຕິດປ້າຍສີຟ້າ ຂີ່ອວດໂກ້ເກ້ຢູ່ຟັງຄວາມເວົ້າເພີ່ນ ພໍປານກັບເປັນການນຳຂັ້ນສູງ ຂພຈ ກໍ່ງົງເປັນໄປໄດ້ແນວໃດ? ຄືຈັ່ງວ່າບໍ່ມີລະບົບ ລະບຽບຫຍັງເລີຍ, ລົດຂອງລັດວິສະຫະກິດທີ່ເປັນຊັບສີນຂອງລັດ ແທ້ໆ ກໍ່ຍັງໃຫ້ຕິດປ້າຍສີຂາວ ໂຕໜັງສືສີດຳ?ແຕ່ມື້ນີ້ເຫັນຄຳເຫັນຂອງທ່ານ ກໍ່ຄິດໄດ້ວ່າແມ່ນດັ່ງຄວາມໝູ່ ຂພຈ ເວົ້າແທ້
ສິ່ງທີ່ຂ້ອຍເວົ້າຢູ່ຂ້າງເທິງແມ່ນມີຄວາມຈິງ 100% ເພາະຂ້ອຍເອງກໍ່ເປັນເຈົ້າໜ້າທີ່ລັດທີ່ຖືກແຕ່ງຕັ້ງໂດຍລັດຖະມົນຕີລົງໄປກວດກາ ແລະແກ້ໄຂບັນຫາດັ່ງກ່າວ ແຕ່ກໍ່ບໍ່ສາມາດເຮັດໄດ້ເພາະເວລາກວດກາຕົວຈິງມັນແມ່ນປ້າຍທີ່ເຈົ້າແຂວງອະນຸຍາດໃຫ້ໃສ່ ໄດ້ແຕ່ລາຍງານຂໍ້ມູນໃຫ້ລັດຖະມົນຕີຊາບເພິ່ນກໍ່ມິດຊ້ອຍມ້ອຍຄືເກົ່າ ນອກຈາກປ້າຍສີຟ້າແລ້ວຍັງມີປ້າຍ ປກສ ປກຊ ອີກ ເປັນ 100ໆ ຄັນ, ແຂວງຊຽງຂວາງແຮງໂຫດ ລົດຂາຍຢູ່ຮ້ານຂາຍລົດຢູ່ນະຄອນຫຼວງແຕ່ໄປເສຍພາສີຢູ່ຊຽງຂວາງ ແລະເສຍເປັນລົດມືສອງອີກ ແຕ່ໃນຕົວຈິງມີແຕ່ Vigo, Land cruiser, Camry ຂ້ອຍຈົນເບື່ອ ແລະບໍ່ຂໍລົງໄປກວດກາອີກ