Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເວັບພາສາລາວປ່ຽນປີ້ນ
ນັກສັງເກດ

Date:
ເວັບພາສາລາວປ່ຽນປີ້ນ

4-5 ປີກ່ອນ ເຫັນສະມາຊິກເອົາແຕ່ຮູບສາວນ້ອຍງາມໆມາໂພສໃຫ້ເບິງ

ແຕ່ດຽວນີ້ຈັກແມ່ນຜູ່ໃດ໋ມືໄວໃຈກ້າເອົາຮູບຜູ່ສາວນຸ່ງຊຸດວັນເກີດມາໂພສ

ເບິ່ງແລ້ວຫົວໃຈເຕັ້ນໄວຜິດປົກກະຕິ. ບາງຄົນກໍ່ອອກຄໍາເຫັນດ້ວຍຄໍາ

ຫຍາບທີ່ຂຸດມາຈາກຕະລາດຮ່ອງແກຊຶ່ງອາດຈະເຮັດໃຫ້ຄົນຕ່າງປະເທດ

ເຂົ້າໃຈຜິດໃນນິໃສທີ່ອ່ອນນ້ອມຂອງຄົນລາວ. ທ່ານຄິດວ່າແນວໃດ?

__________________
Anonymous

Date:

ນັກສັງເກດ wrote:

 I like it

__________________
ຄົນພາກບ້ານ

Date:

 I like it

 ເຈົ້າມັກບົດສົນທະນາຂອງນັກສັງເກດຫຼືມັກຮູບໂປ້ທີ່ເຂົາເອົາມາລົງ? ໂທດເດີທີ່ຖາມແບບນີ້

ເພາະບໍ່ເຂົ້າໃຈຄວາມໝາຍຂອງເຈົ້າ.

ຂ້ອຍຂ້ອງໃຈວ່າທີ່ເຫັນ webmaster ລຶບບົດສົນທະນາທີ່ເວົ້າເຖິງມາດາມແອນໂຊຟີ, ເປັນບົດ

ສົນທະນາທີ່ຫຼໍ່ແຫຼມຂັດກັບນະໂຍບາຍຂອງເວັບພາສາລາວບໍຫຼືແນວໃດ? ຂອບໃຈທີ່ໃຫ້ຄໍາກະຈ່າງແຈ້ງ.

ຂ້ອຍຄິດວ່າເປັນການດີຫຼາຍທີ່ຄົນລາວທົ່ວໂລກຫັນມາສົນໃຈເລື້ອງວຽກບ້ານການເມືອງດີກ່ວາເຂົາ

ຈະຫັນຄວາມສົນໃຈໄປຫາຄວາມມືນເມົາປູຜ້າຂາວເພາະຖ້າຄົນລາວບໍ່ຮູ້ສຶກຕື່ນໂຕ ໃນອະນາຄົດ

ຈະບໍ່ມີໂອກາດໄດ້ຕື່ນໂຕແກ້ໄຂບັນຫາ.

__________________
Anonymous

Date:

ຄົນພາກບ້ານ wrote:

                      Talk only about poo sao noii but nothing about all those greedy comrades...Sad.

__________________
ຂໍສະຫງວນ

 ຂ້ອຍຍອມຮັບວ່າບໍ່ມີຄວາມກ້າຫານພໍທີ່ຈະເອົາເລື້ອງຂອງຕະກູນທີ່ດູດເລືອດລັດຖະບານຂຶ້ນມາເວົ້າ

ເພາະເວົ້າໄປກໍ່ຈະເຮັດໃຫ້ຕົນເອງເສຍໜ້າທີ່ຕໍາແໜ່ງ ດີບໍ່ດີຈະຖືກເພິ່ນເອົາໄປງົມຫອຍ ເພາະຂ້ອຍ

ຢູ່ໃນບ້ານເມືອງທີ່ກົດໝາຍໃຊ້ບໍ່ໄດ້ກັບຊົນຊັ້ນປົກຄອງ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard