Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຖອນເງິນຂ້າມລະບົບ ບໍ່ໄດ້ເສຍຄ່າລະເດີ້ !!!
Anonymous

Date:
ຖອນເງິນຂ້າມລະບົບ ບໍ່ໄດ້ເສຍຄ່າລະເດີ້ !!!


ເອທີເອັມຕູ້ດຽວໃຊ້ໄດ້ 8 ທະນາຄານຄາດພື້ນທີ່ 95% ທົ່ວປະເທດຈະມີໃຊ້

 

ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ ມະ­ຫາ­ຊົນ, ທະ­ນາ­ຄານ​ລາວ-ຫວຽດ, ທະ­ນາ­ຄານ​ລາວ​ຝຣັ່ງ, ທະ­ນາ­ຄານ​ພັດ­ທະ­ນາ​ລາວ, ທະ ນາ​ຄານ​ສົ່ງ­ເສີມ​ກະ­ສິ­ກຳ, ທະ­ນາ­ຄານ​ເອັດສ໌​ທີ, ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ແລະ ທະ­ນາ­ຄານ​ອິນ­ດູ­ຈີນ​ຈັບ​ມື​ກັນ​ເຊື່ອມ​ໂຍງ​ລະ­ບົບ​ຕູ້ ATM  ເພື່ອ​ຫລຸດ­ຜ່ອນ​ຕົ້ນ​ທຶນ, ສ້າງ​ຄວາມ​ອາດ​ສາ­ມາດ​ໃນ​ການ​ກະ­ຈາຍ-ຂະ­ຫຍາຍ​ຕູ້ ATM ໃຫ້​ຄວບ​ຄຸມ​ພື້ນ​ທີ່ 95% ທົ່ວ​ປະ­ເທດ ແລະ ສ້າງສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ຮູບ​ແບບ​ໃຫມ່​ໃຫ້​ແກ່​ການ​ບໍ­ລິ­ການ ຜ່ານ​ຕູ້ ATM ຢູ່ ສປປ ລາວ.

  ໃນ​ໄລ­ຍະ​ຜ່ານ​ມາ ຈົນ​ເຖິງ​ປະ­ຈຸ​ບັນ​ນີ້ ເຫັນ​ວ່າ ບໍ­ລິ­ເວນ​ສະ­ຖານ­ທີ່​ບ່ອນ​ເຕົ້າ​ລວມ​ຂອງ​ບັນ­ດາ​ຝຸງ​ຊົນ​ໃນ​ຂົງ­ເຂດ​ສູນ​ກາງ​ທຸ­ລະ​ກິດ ແລະ ສະຖານ​ທີ່​ສາ­ທາ­ລະ­ນະ​ຕ່າງ​ເຊັ່ນ: ບໍ­ລິ­ເວນ​ສຳ­ນັກ ງານ​ອົງ​ການ­ຈັດ­ຕັ້ງ​ຕ່າງໆ, ສະ ຖາ​ນີ​ລົດ​ໂດຍ­ສານ, ໂຮງ­ຮຽນ, ໂຮງ­ຫມໍ, ຕະ­ຫລາດ, ສູນ​ການຄ້າ,   ບັນ­ດາ​ຫ້າງ​ຮ້ານ ແລະ  ບ່ອນ​ແລກ­ປ່ຽນ​ຊື້-ຂາຍ​ທີ່​ມີ​ຝຸງ​ຊົນ​ຂ້ອນ​ຂ້າງ​ຫນາ​ແຫນ້ນ​ຕາມ​ສະ­ຖານ­ທີ່​ຕ່າງໆ​ຈະ​ປາ­ກົດ​ເຫັນ​ວ່າ ມີ​ຕູ້ ATM ຂອງ​ບັນ­ດາ​ທະ​ນາ ຄານ​ຕ່າງໆ​ຕັ້ງ​ລຽນ​ກັນ​ເປັນ​ແຖວ​ຍາວ ແລະ ທີມ​ງານ​ຂ່າວ​ພວກ​ເຮົາ​ກໍ່​ໄດ້​ຂ່າວ​ມາ​ວ່າ ແຕ່​ລະ​ຕູ້​ມີ​ລາ ຄາ​ສູງ ແລະ ຄ່າ​ໃຊ້​ຈ່າຍ​ອື່ນ​ອີກ ນັບ​ເປັນ​ຈຳ­ນວນ​ບໍ່​ຫນ້ອຍ.

ຕໍ່​ບັນ­ຫາ​ດັ່ງ­ກ່າວ, ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ ມະ­ຫາ­ຊົນ (ທຄຕລ) ຈຶ່ງ​ເກີດ ແນວ​ຄວາມ​ຄິດ​ລິ​ເລີ່ມ​ທີ່​ຈະ ເຊື່ອມ​ໂຍງ​ເອົາ​ລະ­ບົບ​ຕູ້ ATM ຂອງ​ແຕ່​ລະ​ທະ­ນາ­ຄານ​ເຂົ້າ­ກັນ ເພື່ອ​ໃຫ້​ລູກ​ຄ້າ​ຂອງ​ແຕ່​ລະ​ທະ​ນາ ຄານ​ສາ­ມາດ​ນຳ​ໃຊ້​ຕູ້ ATM ຂອງ​ກັນ ແລະ ກັນ​ໄດ້,ອີກ​ຢ່າງ​ຫນຶ່ງ​ກໍ່​ເພື່ອ​ເປັນ​ການ​ຫລຸດ​ຕົ້ນ​ທຶນ​ໃນ​ການ​ໃຊ້​ຈ່າຍ​ຕ່າງໆ, ປະ­ຢັດ​ເນື້ອ­ທີ່ ແລະ ຈະ​ສາ­ມາດ​ກະ ຈາຍ​ຕູ້ ATM ລົງ​ສູ່​ເຂດ​ທ້ອງ­ຖິ່ນ​ເພື່ອ​ເພີ່ມ​ຄວາມ​ສະ­ດວກ​ໃຫ້​ແກ່​ຜູ້​ໃຊ້​ບໍ­ລິ­ການ​ໄດ້​ຫລາຍ​ຂຶ້ນ.

  ທ່ານ ພັນ​ຊະ­ນະ ຄຸນ​ນຸ​ວົງ, ຮອງ​ຜູ້­ອຳ­ນວຍ­ການ​ໃຫຍ່​ທະ​ນາ ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ ມະ­ຫາ­ຊົນ​ໃຫ້​ຮູ້​ວ່າ: ອີງ­ໃສ່​ສະ­ພາບ​ການ​ແຂ່ງ­ຂັນ​ໃນ​ຂົງ­ເຂດ ການ​ທະ­ນາ­ຄານ​ທີ່​ນັບ​ມື້​ສູງ​ຂຶ້ນ, ທຸກໆ​ທະ­ນາ­ຄານ​ຕ່າງ​ກໍ່​ຂະ ຫຍາຍ​ເຄືອ​ຂ່າຍ​ບໍ­ລິ­ການ, ຈາກ​ສະ­ພາບ​ການ​ແຂ່ງ­ຂັນ​ດັ່ງ­ກ່າວ ເຮັດ​ໃຫ້​ຈຳ­ນວນ​ຕູ້ ATM ເພີ່ມ​ຂຶ້ນ​ຢ່າງ​ໄວ­ວາ, ສະ­ເພາະ 8 ທະ­ນາ­ຄານ ມີ​ຕູ້ ATM ຫລາຍ​ກວ່າ 400 ກວ່າ​ຫນ່ວຍ,  ຢ່າງ­ໃດ​ກໍ່​ຕາມ​ແຕ່​ລະ​ທະ­ນາ­ຄານ​ກໍ່​ບໍ່​ອາດ ສາ­ມາດ​ຈະ​ຂະ­ຫຍາຍ​ຕູ້ ATM ໄປ​ຍັງ​ທຸກ​ພື້ນ​ທີ່​ໃນ​ທົ່ວ​ປະ­ເທດ​ໄດ້ ເນື່ອງ​ຈາກ​ຂໍ້​ຈຳ­ກັດ​ທາງ​ດ້ານ​ທຶນ, ຄວາມ​ປອດ​ໄພ ແລະ ຈຳ ນວນ​ລູກ​ຄ້າ​ຜູ້​ໃຊ້​ບັດ ATM ໃນ ພື້ນ​ທີ່​ດັ່ງ­ກ່າວ.

  ດັ່ງ­ນັ້ນ 8 ທະ­ນາ­ຄານ​ຈຶ່ງ​ໄດ້ ຕົກ­ລົງ​ຮ່ວມ​ມື​ກັນ​ທີ່​ຈະ​ເຊື່ອມ​ໂຍງ ລະ­ບົບ​ຕູ້ ATM ເຂົ້າ­ກັນ ເພື່ອ​ຈະ​ສາ­ມາດ​ຂະ­ຫຍາຍ​ການ​ບໍ­ລິ­ການ​ຜ່ານ​ຕູ້ ATM ໃຫ້​ຄຸມ​ພື້ນ​ທີ່ ທົ່ວ​ປະ­ເທດ​ໃຫ້​ໄດ້ 95%, ການ ເຊື່ອມ​ໂຍງ​ໃນ​ຄັ້ງ​ນີ້ ທຄຕລ ຈະ ເປັນ​ຜູ້​ພັດ­ທະ­ນາ​ເຄືອ​ຂ່າຍ​ຫລັກ ເພື່ອ​ເປັນ​ສູນ​ກາງ​ເຊື່ອມ​ໂຍງ ເອົາ​ລະ­ບົບ ATM ຂອງ​ແຕ່​ລະ​ທະ­ນາ­ຄານ​ທີ່​ເຂົ້າ​ຮ່ວມ​ໂຄງ­ການ​ໄວ້​ນຳ​ກັນ​ໂດຍ ທຄຕລ ຈະ​ໄດ້​ເຊັນ​ສັນ­ຍາ​ກັບ​ຜູ້​ສະ­ຫນອງ​ຕ່າງ­ປະ­ເທດ​ເພື່ອ​ດຳ­ເນີນ​ການ​ພັດ­ທະ­ນາ ແລະ ຕິດ​ຕັ້ງ​ລະ­ບົບ ເຊື່ອມ​ໂຍງ​ດັ່ງ­ກ່າວ, ຄາດ​ວ່າ ຈະ​ສາ­ມາດ​ທົດ​ລອງ​ນຳ​ໃຊ້​ໃນ​ຕົ້ນ​ປີ 2013 ເປັນ­ຕົ້ນ​ໄປ, ເບື້ອງ​ຕົ້ນ​ຈະ​ໃຫ້​ບໍ­ລິ­ການ​ຖອນ­ເງິນ​ສົດ ແລະ ກວດ​ເຊັກ​ຍອດ​ເງິນ​ໃນ​ບັນ­ຊີ​ກ່ອນ​ຈາກ​ນັ້ນ​ຈິ່ງ​ຄ່ອຍໆ​ພັດ ທະ​ນາ​ການ​ບໍ­ລິ­ການ​ອື່ນໆ​ອີກ​ໃນ​ຂັ້ນ​ຕໍ່​ໄປ.

  ນອກ­ຈາກ​ນັ້ນ, ທ່ານ ສອນ​ໄຊ ສິດ​ພະ​ໄຊ, ຮອງ​ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ ໃຫ້​ຮູ້​ຕື່ມ​ວ່າ: ໂຄງ­ການ​ດັ່ງ­ກ່າວ​ຈະ ເປັນ​ການ​ລິ​ເລີ່ມ​ທີ່​ສຳ­ຄັນ​ສຳ­ລັບ​ທະ­ນາ­ຄານ​ພາຍ​ໃນ​ປະ­ເທດ ເຊິ່ງ​ເປັນ​ວິ­ວັດ­ທະ­ນາ​ການ​ໃຫມ່ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ພ້ອມ​ດຽວ​ກັນ​ກໍ່​ເພື່ອ​ຮອງ​ຮັບ​ການ​ເຊື່ອມ ໂຍງ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ ຊຽນ​ໃນ​ປີ 2015 ຈະ​ມາ​ເຖິງ​ນີ້, ພ້ອມ​ດຽວ​ກັນ​ຍັງ​ມີ​ແຜນ­ທີ່​ຈະ​ເຊື່ອມ​ໂຍງ​ລະ­ບົບ ATM ກັບ​ບັນ­ດາ​ທະ­ນາ­ຄານ​ປະ­ເທດ ອ້ອມ​ຂ້າງ​ອີກ​ດ້ວຍ, ຫາກ​ເປັນ​ໄປ​ໄດ້​ຄາດ​ວ່າ​ຈະ​ກຳ­ນົດ​ເອົາ ວັນ​ທີ 14 ກຸມ­ພາ 2013 ເປັນ​ມື້​ເປີດ​ນຳ​ໃຊ້​ຕົວ​ຈິງ.

Ecom 



__________________
Anonymous

Date:

ເປັນຂ່າວດີຫຼາຍ, ຫວັງວ່າຈະມີທະນາຄານຢົງຊິນໃນຈໍານວນ 8 ທະນາຄານນັ້ນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard