Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄິດແນວໃດກັບພາສາລາວ
Anonymous

Date:
ທ່ານຄິດແນວໃດກັບພາສາລາວ

ຄຳວ່າ ຂ້າພະເຈົ້າ

ຕາມຄິດນ່າຈະເລີກໃຊ້ ຄຳວ່າ ຂ້າພະເຈົ້າ 

ຕາມບູຮານອາດຈະໃຊ້ຄຳນີກັບ ເຈົ້ານາຍຫລືເຈົ້າ ຊິວິດ

ໃນພາສາໄທ  ຂ້າພະເຈົ້າກໍມີຄືກັນ

ແຕ່ເຂົາໃຊ້ໃນເວລາການເວົ້າກັບເຈົ້າຊິວິດ

ຄຳຄ້າຍຄື

ຂ້ານອ້ຍ.......

ຂອ້ຍຄິດວ່າໃຊ້ຄຳວ່າຂອ້ຍນ່າຈະເໝາະສົມກວ່າ ຫລື ພວກໝູ່ເພື່ອນຄິດແນວໃດ

__________________
ນາງສົມພອນ

Date:

ຂ້ອຍບໍ່ເຫັນດີທີ່ຈະເນຣະເທດຂັບໄລ່ໃສສົ່ງຂ້າພະເຈົ້າອອກການເປັນວົງຄະນາຍາດຂອງສັບລາວ

ເພາະວ່າຖ້າຂາດຄໍານີ້ແລ້ວຈະເຮັດໃຫ້ພາສາລາວທີ່ກໍາລັງອ່ອນແອມີຄວາມອ່ອນແຫຼວລົງຕື່ມອີກ.

ຂ້າພະເຈົ້າເປັນບຸຣຸດສັບພະນາມທີ່ໃຊ້ແທນບຸຣຸດທີນຶ່ງ, ຄໍານີ້ໃຊ້ໃນສັບຣັດຖະການ ຈະເອົາຂ້ອຍມາ

ໃຊ້ແທນແມ່ນບໍ່ຖືກຕ້ອງ ບໍ່ເໝາະສົມແລະຟັງກໍ່ມ່ວນຫູອີກດ້ວຍ.

ຂ້ານ້ອຍແມ່ນຄໍາສັບພະນາມບຸຣຸດທີນຶ່ງທີ່ໃຊ້ກັບຜູ່ສູງອາຍຸ ຜູທີ່ມີຍົດຖາບັນດາສັກສູງກ່ວາ ໃຊ້ກັບ

ພໍ່ແມ່ ພໍ່ລຸງແມ່ປ້າອາວອາ ພໍ່ເຖົ້າແມ່ເຖົ້າ ປູ່ຍ່າ ນ້າບ່າວນ້າສາວ.

ຂ້າພະບາດແມ່ນຄໍາຣາຊາສັບ ໃຊ້ແທນສັບພະນາມບຸຣຸດທີນຶ່ງ.

__________________
Anonymous

Date:

ນາງສົມພອນ wrote:

 ເຫັນດີນຳຫຼາຍແທ້ເດີ້

__________________
Anonymous

Date:

Anonymous wrote:

ຄຳວ່າ ຂ້າພະເຈົ້າ

ຕາມຄິດນ່າຈະເລີກໃຊ້ ຄຳວ່າ ຂ້າພະເຈົ້າ 

ຕາມບູຮານອາດຈະໃຊ້ຄຳນີກັບ ເຈົ້ານາຍຫລືເຈົ້າ ຊິວິດ

ໃນພາສາໄທ  ຂ້າພະເຈົ້າກໍມີຄືກັນ

ແຕ່ເຂົາໃຊ້ໃນເວລາການເວົ້າກັບເຈົ້າຊິວິດ

ຄຳຄ້າຍຄື

ຂ້ານອ້ຍ.......

ຂອ້ຍຄິດວ່າໃຊ້ຄຳວ່າຂອ້ຍນ່າຈະເໝາະສົມກວ່າ ຫລື ພວກໝູ່ເພື່ອນຄິດແນວໃດ

 ຂ້າພະເຈົ້າແມ່ນເປັນຄຳທີ່ໃຊ້ທາງການ
ຂ້ອຍແມ່ນຄຳທີ່ໄຊ້ລົມແບບເປັນກັນເອງໄນລະວ່າງໝູ່ຄູ່ລຸ້ນລາວຄາວດຽວກັນ

__________________

Senior Member

Status: Offline
Posts: 268
Date:

ນາງສົມພອນ wrote:

ຂ້ອຍບໍ່ເຫັນດີທີ່ຈະເນຣະເທດຂັບໄລ່ໃສສົ່ງຂ້າພະເຈົ້າອອກການເປັນວົງຄະນາຍາດຂອງສັບລາວ

ເພາະວ່າຖ້າຂາດຄໍານີ້ແລ້ວຈະເຮັດໃຫ້ພາສາລາວທີ່ກໍາລັງອ່ອນແອມີຄວາມອ່ອນແຫຼວລົງຕື່ມອີກ.

ຂ້າພະເຈົ້າເປັນບຸຣຸດສັບພະນາມທີ່ໃຊ້ແທນບຸຣຸດທີນຶ່ງ, ຄໍານີ້ໃຊ້ໃນສັບຣັດຖະການ ຈະເອົາຂ້ອຍມາ

ໃຊ້ແທນແມ່ນບໍ່ຖືກຕ້ອງ ບໍ່ເໝາະສົມແລະຟັງກໍ່ມ່ວນຫູອີກດ້ວຍ.

ຂ້ານ້ອຍແມ່ນຄໍາສັບພະນາມບຸຣຸດທີນຶ່ງທີ່ໃຊ້ກັບຜູ່ສູງອາຍຸ ຜູທີ່ມີຍົດຖາບັນດາສັກສູງກ່ວາ ໃຊ້ກັບ

ພໍ່ແມ່ ພໍ່ລຸງແມ່ປ້າອາວອາ ພໍ່ເຖົ້າແມ່ເຖົ້າ ປູ່ຍ່າ ນ້າບ່າວນ້າສາວ.

ຂ້າພະບາດແມ່ນຄໍາຣາຊາສັບ ໃຊ້ແທນສັບພະນາມບຸຣຸດທີນຶ່ງ.

 ເຫັນດີນຳເດີ ບໍ່ຄວນຕັດອອກ ຖ້າຕັດອອກລະມັນຊິເປັນແນວນີ້ໃດ...

"...ຂ້ອຍຂໍນິມົນຍາພໍ່ໄດ້ສູດຂື້ນເຮືອນໃໝ່ໃຫ້ຂ້ອຍແດ່..."

"....ຂ້ອຍຂໍເຊີນບັນດາທ່ານ ມາຮ່ວມກິນທານໃນງານບຸນກັນຖິນ..."

ຄືວ່າບໍ່ມ່ວນປານໃດ... 

__________________
Anonymous

Date:

เຈົ້າຍັງບໍ່ທັນເຂົ້າໃຈວັດທະນະທຳຂອງພາສາ. 

ສົມມຸດວ່າ ເຈົ້າເປັນຜູ້ອາວຸໂສ ຍົກຕົວຢ່າງວ່າມີຕຳແໜ່ງທາງການເມືອງດີ ເມື່ອເວລາເຈົ້າເວົ້າຢູ່ສາທາລະນະ ຫຼື ສະຖານະການອື່ນໆທີ່ສົມຄວນໃຊ້ສັບໃຫ້ເໝາະສົມ ສຸພາບ ເປັນທາງການ ເຈົ້າຊິໃຊ້ຄຳວ່າ ກູ, ຂ້ອຍ, ເຮົາ, ຂ້ານ້ອຍ...ຊ້ຳບໍ?

ຄຳວ່າ ຂ້ານ້ອຍ ແລະ ຂ້າພະເຈົ້າ ເປັນຄຳແທນນາມບູລູດທີໜຶ່ງຄືກັນຢູ່ ແຕ່ການໃຊ້ນັ້ນແມ່ນແຕກຕ່າງກັນອີງຕາມຄວາມເໝາະສົມຕາມສະຖານະການ. ຄັນເວົ້າກັບຜູ້ອາວຸໂສກວ່າ ເພື່ອໃຫ້ສຸພາບ ອ່ອນໂຍນ ຄວນຕ້ອງໃຊ້ຄຳວ່າ "ຂ້ານ້ອຍ" ສວ່ນຄຳວ່າ ຂ້າພະເຈົ້ານັ້ນ ເປັນສັບທາງການ ສຸພາບ ໃຊ້ໃນສາທາລະນະ ຫຼື ສະຖານທີ່ ທີ່ຄວນໃຊ້ສັບທາງການ ທົ່ວໄປ ສ່ວນຫຼາຍ ຜູ້ໃຫຍ່ກັບຜູ້ໃຫຍ່ມັກໃຊ້ຄຳນີ້ ຍົກຕົວຢ່າງ ຢູ່ໃນສະພາ, ໃນການປາໄສຕ່າງໆ. 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard