Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການປະຕິບັດໜ້າທີ່ຂອງຕຳຫລວດຈະລາຈອນ
ຄົນວຽງຈັນ

Date:
ການປະຕິບັດໜ້າທີ່ຂອງຕຳຫລວດຈະລາຈອນ


ການປະກອບຄຳເຫັນຂອງຂ້າພະເຈົ້າຢູ່ໃນທີ່ນີ້ບໍ່ໄດ້ຕຳນິວ່າຕຳຫລວດຈະລາຈອນລາວບໍ່ດີເດີ, ການປະຕິບັດໜ້າທີ່ວຽກງານຂອງຂະເຈົ້າເພື່ອດູແລຄວາມເປັນ

ລະບຽບຮຽບຮ້ອຍ ອຳນວຍໃຫ້ການຈະລາຈອນຕາມທ້ອງຖະໜົນສະດວກ ປອດໄພ ຂະເຈົາເຮັດໄດ້ດີແລ້ວ. ສີ່ງທີ່ຂ້າພະເຈົ້າຢາກປະກອບຄຳເຫັນຢູ່ໃນນີ້ແມ່ນສີ່ງ

ເລັກໆ ນ້ອຍໆ ແຕ່ບໍ່ຄວນເບີ່ງຂ້າມເພາະມັນດຕິພັນກັບຄວາມປອດໄພຂອງເຈົ້າໜ້າທີ່ເອງໃນເວລາປະຕິບັດວຽກງານລະບາຍການສັນຈອນຢູ່ຕາມທ້ອງຖະນົນ

ຂ້າພະເຈົ້າຂໍອານຸຍາດມີຄຳເຫັນດັ່ງນີ້:

1. ເທົ່າທີ່ພົບເຫັນເວລາປະຕິບັດງານ ສ່ວນຫລາຍແມ່ນບໍ່ໃສ່ເສື້ອສີສະທ້ອນ ເພື່ອໃຫ້ຜູ້ຂັບຂີ່ແນມເຫັນປະຈັກຕາໄດ້ໄວຂື້ນ

2. ຂ້າພະເຈົ້າຄິດວ່າຄວນນຳໃຊ້ກະຖັງເປັນບ່ອນຍືນໂບກມືໃຫ້ສັນຍານລົດຄືເຄີຍນໃຊ້ແຕ່ກ່ອນນັ້ນ ເພາະມັນຈະສູງພົ້ນເດັ່ນເຮັດໃຫ້ຜູ້ຂັບຂີ່ແນມເຫັນໄດ້

ຢ່າງຊັດເຈນໃນໄລຍະໄກ. ໃນປະຈຸບັນນີ້ ຈົນມາເຖີງຈຸດຕຳຫລວດຢືນຢູ່ຜູ້ຂັບຂີ່ຈື່ງເຫັນ ເຊີ່ງມັນພາໃຫ້ມີຄວາມສ່ຽງຕໍ່ຄວາມປອດໄພ

3. ຢູຈຸດທາງຄົບທີ່ມີໄຟສັນຍານ ໃນເວລາເຈົ້າໜ້າທີ່ຕຳຫລວດລົງໄປປະຕິບັດງານລະບາຍການສັນຈອນແລ້ວ, ບໍ່ໄດ້ໃຊ້ໄຟສັນຍານແລ້ວ ກໍ່ຄວນມອດໄວ້

ຫລືປັບໄປໃສ່ໄຟເຫລືອງກະພິບ ເພື່ອຫລີກເວັ້ນຄວາມສັບສົນໃຫ້ແກ່ຜູ້ຂັບຂີ່





__________________
Anonymous

Date:

ຂ້າພະເຈົ້າເຫັນດີນຳຄຳສະເໜີນີ້ ມີປະໂຫຍດຫລາຍ ຄວນນຳເອົາໄປໃຊ້ໃຫ້ເກີດປະໂຫຍດ ທ່ານດຣ.ພົນຈັດຕະວາ ບຸນຊູນາມມະຈັກ ຫົວໜ້າກອງບັນຊາການນະຄອນຫລວງຮີບຮ້ອນເຮັດຊະ ລໍຖ້າໃຜສັ່ງອີກ4ບກທະລຸມີແລ້ວ ນອກຈາກນັ້ນໃຫ້ເບິ່ງແດ່ເວລາເຮັດວຽກຕຳຫລວດໃນປົດຍາມມັກນັ່ງຊຸມກັນຈຸ້ມຫົວໃສ່ກັນ ເມີນເສີຍບໍ່ສົນນຳການສັນຈອນໄປມາມປະປ່ອຍໃຫ້ນັກຂັບຂີ່ທ່ີລະເມີດກົດຈາລະຈອນໄປເສີຍ ຈຳນວນໜຶ່ງລໍຖ້າແຕ່ຈັບຜິດເອົາເງິນປະຊາຊົນມຕຳຫລວດບາງຄົນປະຜົມຍາວຄືຈີ່ໂກະກະມີ ບ່ອນໃດມັນສັບສົນກໍຄວນຈັດກັນໄປດູແລແດ່ ຖ້າເຮັດໄດ້ແນວນັ້ນບ້ານເມືອງຄືຊີ່ດີເດີທ່ານເອົາໃຈໃສ່ແດ່.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard