Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສວນປະຕິບັດທໍາໃໜ່ ຢູ່ຈໍາປາສັກ ຫຍິ່ງໃຫຍ່ ແລະ ງົດງາມທີ່ສຸດ
Anonymous

Date:
ສວນປະຕິບັດທໍາໃໜ່ ຢູ່ຈໍາປາສັກ ຫຍິ່ງໃຫຍ່ ແລະ ງົດງາມທີ່ສຸດ


(ຂປລ): ກຸ່ມ​ບໍລິສັດ​ດາວ​ເຮືອງ ​ໄດ້​​ໃຫ້ການ​ສະໜັບສະໜູນທຶນ ​ໃນ​ການກໍ່ສ້າງ​ເສັ້ນທາງ​ເບ​ຕົງ​ເສີມ​ເຫລັກ ​ຂຶ້ນສູ່​ສູນ​ປະຕິບັດ​ທຳ ​ແລະ ເຂດ​ພັດທະນາ​ເປັນ​ແຫ​ລ່ງທ່ອງ​ທ່ຽວທຳ​ມະ ​ຊາດ ພູ​ສະ​ເຫລົ້າ ​ເມືອງ​​ໂພນ​ທອງ ​ແຂວງ​ຈຳປາ​ສັກ ຊຶ່ງຮັບເໝົາໂດຍບໍລິສັດ ແອລທີວີ ກໍ່ສ້າງຂົວທາງ ປະຈຸບັນສຳ​ເລັດ​ແລ້ວ​ເກືອບ 100%, ມູນຄ່າການກໍ່ສ້າງທັງໝົດ 27 ຕື້ ກວ່າກີບ ເພື່ອພັດທະນາ​ໃຫ້​ເປັນ​ແຫ່ງ​ທ່ອງ​ທ່ຽວສຳຄັນ ຟື້ນຄືນ​ຕຳນານ​ຮັກ​ລະຫວ່າງ ​ທ້າວ ​ບາ​ຈຽງ ​ແລະ ນາງ ​ມະ​ໂລງ ແນໃສ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວແຂວງຈຳປາສັກ ໃຫ້ຫລາຍຂຶ້ນ.

ທ່ານ ສີ​ ສຸພັນ​ທອງ, ຮອງ​ຜູ້ອຳນວຍການ ບໍລິສັດ ​ແອ​ລທີ​ວີ ເປີດເຜີຍຕໍ່ນັກຂ່າວວ່າ: ການກໍ່ສ້າງເສັ້ນທາງສາຍນີ້ ໄດ້​ເລີ່​ມຈັດຕັ້ງປະຕິບັດ​ແຕ່​ຕົ້ນ​ປີ 2011 ເປັນທາງເບຕົງເສີມ ເຫລັກ, ມີຄວາມໜາ 1,8 ຊັງຕີແມັດ, ກວ້າງ 8 ແມັດ ແລະ ຍາວ 6 ກິໂລແມັດ, ປະຈຸບັນຍັງເຫລືອ ໜ້າວຽກປັບປຸງຢຽບແໜ້ນສອງຝາກຂ້າງທາງ ແລະ ສ້ອມແປງຮ່ອງລະບາຍ ນ້ຳຕ່າງໆ ໃຫ້ມີຄວາມຮັບປະກັນການຊຸໄຫລຂອງນ້ຳເຮັດໃຫ້ທາງມີຄຸນນະພາບໃຊ້ໄດ້ຍາວນານ ແລະ ຈະໄດ້ມີການມອບ-ຮັບໃນໄວໆນີ້. ອັນ​ໄດ້​ອຳນວຍ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່ ມ​ວນຊົນ ຫລື ນັກ​ທ່ອງ​ທ່ຽວ ທີ່​ມີ​ຄວາມ​ຕັ້ງ​ໃຈຂຶ້ນ​ໄປ​ທ່ຽວ ​ແລະ ​ສັກກາລະ​ບູຊາສິ່ງ​ສັກສິດ ຊຶ່ງຢູ່ເທິງພູສະເຫລົ້າ ໃນປະຈຸບັນ ກຳລັງມີການກໍ່ສ້າງອາຄານສູນປະຕິບັດທຳ, ຫໍກອງ, ພະພຸດທະຮູບອົງຕື້ ຂະໜາດໃຫຍ່ ແລະ ມີພະພຸດທະຮູບ ຂະໜາດນ້ອຍສົມ​ໂພດ​ແລ້ວ 108 ອົງ.

ສຳລັບ​ນັກ​ທ່ອງ​ທ່ຽວທີ່​ຂຶ້ນ​ໄປ​ເບື້ອງເທິງ ຈະ​ຫລຽວ​ເຫັນທິວ​ທັດທຳ​ມະ​ຊາດ​ທີ​ສວຍ​ງາມ ຂອງ​ຕົວ​ເມືອງ​ໂພນ​ທອງ, ສາຍ​ນ້ຳ​ຂອງ ​ແລະ ຂົວ​ຂ້າມ​ນ້ຳຂອງ, ຕົວ​ເມືອງ​ປາກ​ເຊ, ​ເມືອງ​ ບາ​ຈຽງຈະ​ເລີ​ນສຸກ ​ແລະ ບໍລິ​ເວນ​ອ້ອມ​ຮອບ. ສິ່ງ​ສຳຄັນ​ຈະ​ຊອກ​ຮູ້ເຖິງສະຖານ​ທີ່​ເກົ່າ​ແກ່ ຕາມ​ທີ່​​ເຄີຍ​ໄດ້​ຍິນ​ໃນ​​ນະ​ວະນິຍາຍ ຫລື ພົງ​ສະ​ວາດາ​ນ ຕະຫລອດ​ເຖິງ​ການ​​ເລົ່າ​ຂານ​​ ກັນ​ມາ ແມ່ນ​ເປັນ​ແຫ​ລ່ງອະລິຍະ​ທຳ​ຕຳນານ​ຮັກ ທີ່​ບໍ່ສົມ​ຫວັງ​ຂອງ​ທ້າວ​ບາ​ຈຽງ ​ແລະ ນາງ​ ມະ​ໂລງ ​​ແຕ່​ສະ​ໄໝດຶກ​ດຳ​ບັນ ທີ່​ຫລາຍ​ຄົນ​​ໄດ້ຮູ້ມາ​ແຕ່​ດົນ​ນານ./.



__________________


Guru

Status: Offline
Posts: 695
Date:
RE: ສວນປະຕິບັດທໍາໃໜ່ ຢູ່ຈໍາປາສັກ ຫຍິ່ງໃຫຍ່ ແລະ ງົດງາມທີ່ສຸດ


ດີໃຈນຳ
ສາດສະໜາເປັນທີ່ອາໃສຂອງຈິດໃຈ

__________________

 187557797.jpg

Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard