Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປີດໂຕປະຕິທິນນາງສາວລາວ ປີ 2013
Anonymous

Date:
ເປີດໂຕປະຕິທິນນາງສາວລາວ ປີ 2013


 

ບໍລິສັດ ເບຍລາວ ຈຳກັດ (LBC) ຈັດງານເປີດໂຕປະຕິທິນເບຍລາວ ປີ 2013 ຂຶ້ນໃນວັນທີ 13 ພະຈິກ 2012 ຜ່ານມານີ້ ທີ່ຮ້ານ
ອາຫານມິກສ (ນ້ຳພຸ) ໂດຍການເຂົ້າຮ່ວມຂອງທ່ານ ບຸນກັນ ກຸລະບຸດ ຜູ້ຊ່ວຍອຳນວຍການບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍບັນ
ດາພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ບຸນກັນ ກຸລະບຸດ ກ່າວວ່າ: ປະຕິທິນເບຍລາວ ເຄີຍມີມູນເຊື້ອປະກອບສ່ວນເຂົ້າໃນການສ້າງຊື່ສຽງໃຫ້ກັບບໍລິສັດ ເບຍລາວ ກໍ
ຄືປະເທດຊາດ ເຮັດໃຫ້ຕ່າງປະເທດຮັບຮູ້ ສປປ ລາວ ຫຼາຍຂຶ້ນ.

ປະຕິທິນເບຍລາວ ປະຈຳປີ 2013 ຍັງໄດ້ສືບທອດເອກະລັກ ໃນການນຸ່ງຖືຂອງແມ່ຍິງລາວ ທີ່ຖືກຕ້ອງຕາມຮີດຄອງປະເພນີ ເພື່ອປະ
ກອບສ່ວນໃນການປົກປັກຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໂດຍສະແດງອອກໃນການນຸ່ງຖືຂອງ
6 ນ້ອງນາງສາວ ທີ່ຜ່ານການປະກວດຂອງທາງບໍລິສັດໄດ້ຈັດຂຶ້ນ.

ໃນພິທີເປີດໂຕ ຍັງໄດ້ມີການຍ່າງສະແດງຂອງທັງ 6 ນ້ອງນາງສາວ ແລະ ທາງບໍລິສັດ ຍັງໄດ້ມອບເງິນລາງວັນໃຫ້ກັບນ້ອງນາງສາວ
ທັງ 6 ທີ່ໄດ້ຮັບການຄັດເລືອກເປັນນາງແບບຂອງປະຕິທິນເບຍລາວ.

ສຳລັບບໍລິສັດ ເບຍລາວ ຈຳກັດ ແມ່ນໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງໃນມໍ່ໆມານີ້ແມ່ນຫາກໍເປີດໂຮງງານພາກຂະຍາຍ ເພື່ອ
ຂະຫຍາຍຄວາມສາມາດຂອງການຜະລິດເບຍເພີ່ມຈາກ 2 ລ້ານເຮັກໂຕລິດຕໍ່ປີ (ປະມານ 200 ລ້ານລິດ) ໃນປີ 2010 ໃຫ້ເປັນ 2,8
ລ້ານເຮັກໂຕລິດຕໍ່ປີ (ປະມານ 280 ລ້ານລິດ) ໃນປີ 2013 ແລະ ຈະສູ້ຊົນຂະຫຍາຍຕື່ມ ໃຫ້ສາມາດຜະລິດໃຫ້ໄດ້ 4 ລ້ານເຮັກໂຕ
ລິດຕໍ່ປີ (ປະມານ 400 ລ້ານລິດ) ໃນປີ 2015 ນອກຈາກຜະລິດເບຍແລ້ວ ພວກເຮົາຍັງມີຜະລິດຕະພັນອື່ນໆ ເຊັ່ນ: ນ້ຳດື່ມກາຫົວ
ເສືອ ນ້ຳຫວານ (ນ້ຳອັດລົມ) ໂສດາ ແລະ ປະເພດເຄື່ອງດື່ມອື່ນໆ ແລະ ຈະສືບຕໍ່ຄົ້ນຄວ້າວາງແຜນເຮັດຜະລິດຕະພັນເຄື່ອງດື່ມຊະ
ນິດໃໝ່ ອອກສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ບໍລິສັດ ກາຍເປັນຜູ້ນຳໜ້າທາງດ້ານການຜະລິດເຄື່ອງດື່ມທີ່ມີຫຼາກ
ຫຼາຍຜະລິດຕະພັນໃນ ສປປ ລາວ.


__________________
Anonymous

Date:

want to see the calendar with interested pictures instead of Lao girls..



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard