ຂ້າພະເຈົ້າມີໂອກາດໄດ້ລົງເຮັດວຽກຕາມຊົນະບົດໃນເຂດພາກເໜືອຂອງລາວ
ຍັງເຫັນມີເດັກຫຼາຍຄົນທີ່ບໍ່ມີໂອກາດໄດ້ເຂົ້າໂຮງຮຽນ ຕາມການສ້ອບຖາມຜູ້ປົກຄອງ
ແລະເດັກສ່ວນໃຫ່ຍໃຫ້ຄຳຕອບດຽວກັນວ່າ: ໂຮງຮຽນຢູ່ໄກ, ບໍ່ມີເງິນທີ່ຈະຊື້
ອຸປະກອນການຮຽນ, ບໍ່ມີຜູ້ເອົານ້ອງແລະຊ່ວຍພໍ່ແມ່ໃນການຫາກິນລ້ຽງຊີບໃນ
ແຕ່ລະວັນ , ເມື່ອໄດ້ງິນແນວນັ້ນກໍ່ອົດສົງສານເດັກບໍ່ໄດ້ ຜູ້ທີ່ຢາກຮຽນຊ້ຳພັດ
ບໍ່ໄດ້ຮຽນ; ຜູ້ໄດ້ຮຽນຊ້ຳພັດບໍ່ຕັ້ງໃຈຮຽນນ ເມື່ອຄິດແລ້ວກໍ່ໜ້າເສົ້າໃຈນຳເດັກ
ຈຳນວນນີ້ແທ້ໆ ກໍ່ໄດ້ແຕ່ຫວັງວ່າພາກສ່ວນທີ່ກ່ຽວຂ້ອງຈະຍື່ນມາເຂົ້າມາຊ່ວຍ
ເຫຼືອແລະເຫັນຄວາມສຳຄັນເດັກທີ່ຢູ່ຫ່າງໄກຊອກຫຼີກໃຫ້ຫຼາຍກວ່ານີ້ຕື່ມອີກ.
Kunepenlao wrote:ຂ້າພະເຈົ້າມີໂອກາດໄດ້ລົງເຮັດວຽກຕາມຊົນະບົດໃນເຂດພາກເໜືອຂອງລາວຍັງເຫັນມີເດັກຫຼາຍຄົນທີ່ບໍ່ມີໂອກາດໄດ້ເຂົ້າໂຮງຮຽນ ຕາມການສ້ອບຖາມຜູ້ປົກຄອງແລະເດັກສ່ວນໃຫ່ຍໃຫ້ຄຳຕອບດຽວກັນວ່າ: ໂຮງຮຽນຢູ່ໄກ, ບໍ່ມີເງິນທີ່ຈະຊື້ອຸປະກອນການຮຽນ, ບໍ່ມີຜູ້ເອົານ້ອງແລະຊ່ວຍພໍ່ແມ່ໃນການຫາກິນລ້ຽງຊີບໃນແຕ່ລະວັນ , ເມື່ອໄດ້ງິນແນວນັ້ນກໍ່ອົດສົງສານເດັກບໍ່ໄດ້ ຜູ້ທີ່ຢາກຮຽນຊ້ຳພັດບໍ່ໄດ້ຮຽນ; ຜູ້ໄດ້ຮຽນຊ້ຳພັດບໍ່ຕັ້ງໃຈຮຽນນ ເມື່ອຄິດແລ້ວກໍ່ໜ້າເສົ້າໃຈນຳເດັກຈຳນວນນີ້ແທ້ໆ ກໍ່ໄດ້ແຕ່ຫວັງວ່າພາກສ່ວນທີ່ກ່ຽວຂ້ອງຈະຍື່ນມາເຂົ້າມາຊ່ວຍເຫຼືອແລະເຫັນຄວາມສຳຄັນເດັກທີ່ຢູ່ຫ່າງໄກຊອກຫຼີກໃຫ້ຫຼາຍກວ່ານີ້ຕື່ມອີກ.
ຄືເວົ້າຫັນລະ ເອົາລົດເບັນທີ່ໃຊ້ຮັບແຂກໃນຊວ່ງກອງປຊ ອາເຊັມໃປປະມູນຂາຍຈັກສອງສາມຄັນ ກໍຄົງມີທືນໃປສ້າງໂຮງຮຽນໃນຊົນະບົດ
Anonymous wrote:ຄືເວົ້າຫັນລະ ເອົາລົດເບັນທີ່ໃຊ້ຮັບແຂກໃນຊວ່ງກອງປຊ ອາເຊັມໃປປະມູນຂາຍຈັກສອງສາມຄັນ ກໍຄົງມີທືນໃປສ້າງໂຮງຮຽນໃນຊົນະບົດ
ໂອ໊ຍ!..ຄັນເວົ້າຫຼາຍກໍ່ຜິດຫູເພິ່ນ ປ່ອຍໃຫ້ເດັກພວກນີ້ຢູ່ໄປຕາມເວນຕາມກຳຂອງເຂົາເຈົ້າຊະ ແລ້ວແຕ່ມັນຊິເປັນ
ເຮົາໂຕແມງເມົານ້ອຍໆ ຊິໄປຊ່ວຍຫຍັງເຂົາໄດ້ ກໍ່ໄດ້ພາວະນາແຕ່ວ່າຈັກມື້ເຂົາເຈົ້າເລົ່ານັ້ນຈະຫຼຸດພົ້ນອອກຈາກເຫວເລິກ.