Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທີ່ຕັ້ງສະຖານທູດບຣູໄນ

Senior Member

Status: Offline
Posts: 140
Date:
ທີ່ຕັ້ງສະຖານທູດບຣູໄນ

Anonymous wrote:

ສະຖານທູດບູຣໄນປະຈໍາລາວຫຼັງໃໝ່ແມ່ນທາງຂ້າງໂຮງແຮມລ້ານຊ້າງແມ່ນເພິ່ນແລກປ່ຽນດິນກັນແລະຫວ່າງລັດຖະບານລາວກັບລັດຖະບານ

ບູຣໄນແລະລັດຖະບານບູຣໄນໄດ້ສ້າງສະຖານທູດລາວແລະບ້ານພັກທູດປະຈໍາບູຣໄນໄຫ້ລັດຖະບານລາວເພື່ອແລກປ່ຽນກັນ

ເອີ ! ວ່າຈັ່ງຊີ້ ກະພໍຟັງແດ່

ຄົນບູໄນເຮັດວຽກຢູ່ທູດຫັ້ນ ເປັນຕາຊັງ ເປັນຕາຊັງ

-- Edited by Champa on Friday 26th of October 2012 01:32:55 AM

__________________
state of mind

Date:

ເຖິງ ກົມກົງສູນ ກະຊວງການຕ່າງປະເທດ ແລະພາກສ່ວນທີ່ກ່ຽວຂອ້ງ.

ສະບາຍດີ ບັນດາທ່ານ ຂ້າພະເຈົ້າແມ່ນປະຊາຊົນຄົນລາວ ຜູ້ໜຶ່ງ

ຂ້າພະເຈົ້າມີເລື່ອງຢາກຖາມບັນດາທ່ານວ່າ ແມ່ນແທ້ບໍ່ທີ່ເຮືອນ ວິນລາ

ສອງຫຼັງທີ່ກຳລັງກໍ່ສ້າງຢູ່ທາງຂ້າງບື້ອງຕາເວັນຕົກສ່ຽງເໜືອຂອງ ຫໍຄຳ

ແມ່ນສະຖານທູດບຣູໄນແຫ່ງໃໝ່?, ຖ້າແມ່ນແທ້ ຂໍຄວາມກະລຸນາຊ່ວຍອະທິບາຍ

ເຫດຜົນໃຫ້ຟັງແນ່ວ່າເປັນຫຍັງຄືຕົກລົງໃຫ້ເຂົາເຈົ້າສ້າງຢູ່ໃກ້ສະຖານທີ່ສຳຄັນຂອງຊາດ

ແທ້.

ໃນນາມສ່ວນຕົວ ເມື່ອເບິ່ງຄືນຄວາມສຳຄັນຂອງສະຖານທີ່ດັ່ງກ່າວ ແມ່ນຕິດພັນກັບຫຼາຍສາກ

ສຳຄັນທາງປະຫວັດສາດຂອງລາວ. ສົມຄວນແທ້ບໍ່ທີ່ໃຫ້ບຣູໄນ ສ້າງສະຖານທູດຢູ່ດິນຕອນນັ້ນ.

ຫຼື ວ່າມັນມີເບື້ອງຫຼັງເບື້ອງໜ້າທີ່ບໍ່ໂປງໃສ່ບໍ່.

ເອີ້ ພໍດີ ຂໍຝາກຖາມອີກຄຳຖາມໜຶ່ງ ແຕ່ລະມື້ຂີ່ລົດໄປວຽກຕ້ອງໃຊ້ເສັ້ນທາງນີ້ຢາກຖາມ

ມາແຕ່ດົນແລ້ວວ່າ ເປັນຫຍັງຄືສ້າງຫຼັງຄາກວມໃສ່ຫໍຄຳ, ມີເຫດຜົນແນວໃດກໍ່ຊີ້ແຈງໃຫ້ຊາບນຳແດ່ຂອບໃຈ

ຈົບ

__________________
Anonymous

Date:

ຕໍາໜິບໍ່ໄດ້ແລ້ວ ເພາະເພິ່ນຂາຍດິນໃຫ້ບລູໄນໄປແລ້ວ

ໄດ້ຍິນຂ່າວວົງໃນເວົ້າກັນວ່າ

ເພິ່ນຂາຍ 1m2 = 5,000 $ ຄົນບລູໄນ ເລີຍຍິ້ມ ແລະ ຊື້ໄວ້ແບບສະບາຍສະບາຍ 

__________________
Anonymous

Date:

ສະຖານທູດບູຣໄນປະຈໍາລາວຫຼັງໃໝ່ແມ່ນທາງຂ້າງໂຮງແຮມລ້ານຊ້າງແມ່ນເພິ່ນແລກປ່ຽນດິນກັນແລະຫວ່າງລັດຖະບານລາວກັບລັດຖະບານ

ບູຣໄນແລະລັດຖະບານບູຣໄນໄດ້ສ້າງສະຖານທູດລາວແລະບ້ານພັກທູດປະຈໍາບູຣໄນໄຫ້ລັດຖະບານລາວເພື່ອແລກປ່ຽນກັນ

__________________
Anonymous

Date:

ບູຣໄນເປັນປະເທດຮັ່ງມີແຕ່ວ່າຄົນບູຣໄນສ່ວນຫຼາຍກະຍັງບໍ່ທັນພັດທະນາ,ການບໍລິການຫຼຶວ່າ(Human development)

ຍັງຕ້ອງປັບປຸງຫຼາຍ ກະຄຶກັນກັບປະເທດລາວເຮົານີ້ແລ້ວ

ເຈົ້້າກະລອງໄປພົວພັນວຽກນໍາໜ່ວຍງານຂອງລັດເບິ່ງດຸແລ້ວເຈົ້າຈະຮູ້ວ່າເປັນແນວໃດເພິ່ນວ່າເພິ່ນເຮັດວຽກນັ່ງ

ໂຕາະນັ່ງຕັ່ງແລ້ວວ່າແຕ່ວ່າໂຕຜູ້ນຶ່່ງຄັນເພິ່ນໄດ້ຜົນປະໂຫຍດນໍາລະເວົ້າດີຢູ່

__________________
Anonymous

Date:

ຮູ້ບໍ່ວ່າສະຖານທູດລາວຢູ ບຣູໄນ ກະຕັ້ງຕິດກັບສະຖານທີ່ສຳຄັນຂອງບຣູໄນບໍ່

ລາວເຮົາຄືມາເອົາດິນໃກ້ສຳນັກງານປະເທດແທ້ໃຫ້ເຂົາເຈົ້ານະ

__________________
Anonymous

Date:

ຢູ່ໄກ້ ມັນຊິເປັນຫຍັງ ຢ່າຄິດຫລາຍ ມັນຊິຈອ່ຍ ?

ລັດຖະບານເພິ່ນຄົ້ນຄວ້າແລ້ວ  ?

__________________
Anonymous

Date:

Anonymous wrote:

ຢູ່ໄກ້ ມັນຊິເປັນຫຍັງ ຢ່າຄິດຫລາຍ ມັນຊິຈອ່ຍ ?

ລັດຖະບານເພິ່ນຄົ້ນຄວ້າແລ້ວ  ?

ເປັນຄຳມ ຫຼືຄຳຕອບນິ ງົງ

__________________
Anonymous

Date:

Anonymous wrote:
Anonymous wrote:

ຢູ່ໄກ້ ມັນຊິເປັນຫຍັງ ຢ່າຄິດຫລາຍ ມັນຊິຈອ່ຍ ?

ລັດຖະບານເພິ່ນຄົ້ນຄວ້າແລ້ວ  ?

ເປັນຄຳຖາມ ຫຼືຄຳຕອບນິ ງົງ

 ຕາມຄວາມຄິດຂອງຂ້າພະເຈົ້າຄິດວ່າ ບໍ່ສົມຄວນ ເພາະມັນໃກ້ກັບສະຖານທີ່ສຳຄັນໂພດ ຄັນໃຫ້ກະໃຫ້ບ່ອນອື່ນສາ
ບ່ອນນັ້ນຄວນຈະໃຫ້ເປັນຂອງລັດຕະຫລອດໄປ ເພື່ອອະນາຄົດໄວ້ສ້າງສິ່ງອື່ນທີ່ເປັນຂອງລັດ
ດີແທ້ບັນດາສະຖານທູດຕ່າງໆ ຄວນເອົາໄປໄວ້ໂຊນດຽວກັນໝົດ ແຕ່ຄົງເປັນໄປບໍ່ໄດ້ແລ້ວແຫລະ
ເພາະທຸກມື້ນີ້ມັນກະຈັດກະຈາຍຢູ່ທຸກທິດທຸກທາງ
ສ່ວນສຳລັບຫໍຄຳນັ້ນ ຄິດວ່າແບບເກົ່າມັນເປັນເອກະລັກຂອງລາວກ່ວາ
ດິນຫໍສະໝຸດແຫ່ງຊາດນັ້ນກະຄືກັນ ມອບໃຫ້ເອກະຊົນໄປແລ້ວ ແລກປ່ຽນກັບການໃຫ້ເຂົາເຈົ້າໄປປຸກຫໍສະໝຸດຫຼັງໃໝ່ໃຫ້ຢູ່ບ່ອນໃໝ່
ຮັກແພງ

__________________
ມົດເເດງ

Date:

ເວົ້າໄປເເລ້ວກໍ່ຄິດເປັນຕາໜ່າຍຣັຖບານທຸກມື້ນີ້ ຈັງເເມ່ນພວກເພິ່ນບໍ່ຄິດກ້ວາງມອງໄກເເທ້ໆ ຄວາມຈິງເເລ້ວ ດິນຕອນນີ້ເເມ່ນເຄີຍເປັນສະຖານທີ່ພັກຂອງພະມະຫາເຈົ້າຊີວິດ ເເລະພະມະເຫສີ ໃນຍາມທີ່ພະອົງສະເດັດລົງມາວຽງຈັນ. ຫລັງຈາກໄດ້ມີການປ່ຽນລະບອບການປົກຄອງ ລຶບລ້າງລະບອບກະສັດຖິ້ມໄປ ເຮືອນພັກຫລັງນີ້ກໍ່ຖືກປະຖິ້ມ ບໍ່ມີຄົນຮັກສາ ຊຶ່ງຄວາມຈິງເເລ້ວເເມ່ນເປັນເຮືອນ ວິນລາ ສອງຊັ້ນງາມໆ ຫາກເເຕ່ວ່າສ້ອມເເປງບູລະນະເເດ່ຈັກໜ້ອຍເເມ່ນສົມບູນທີ່ສຸດ. ຕໍ່ມາບໍ່ດົນກໍ່ເຫັນເພິ່ນທຸບຖີ້ມ ເຊິ່ງເຮັດໃຫ້ຂ້າພະເຈົ້າອົດເສຍດາຍບໍ່ໄດ້ ເເລະກໍ່ຮູ້ສຶກອີ່ດູຕົນພະອົງທ່ານ ເເມ່ນຢູ່ທີ່ບໍ່ມີອົງກະສັດເເລ້ວ ເເຕ່ປະຫວັດສາດກໍ່ຢ່າຊູລຶບຖີ້ມຫລາຍ ອັນໃດມັນມີເເລ້ວກໍ່ຄວນຮັກສາໄວ້ໃຫ້ເປັນປະສາດຂອງຍຸກທີ່ເເຕກຕ່າງກັນໃນເເຕ່ລະທົດສະວັດ ຄືອານຸສາວະລີ (ປະຕູໄຊ) ກໍ່ຄືກັນ ເເຕ່ກ່ອນຂອງທັງສີ່ດ້ານຢູ່ເທິງຈອມຂອງປະຕູເເມ່ນເປັນຮູບສະລັກຂອງຊ້າງສາມຫົວ ພັດໄຫທຸບຖິ້ມ ເເລ້ວໃສ່ເປັນຮູບນາງຟ້າທິດາບາງຢ່າງນີ້ລ່ະ ເຊິ່ງຄວາມຈິງເເລ້ວມັນຖືກສ້າງຂື້ນໄນໄລຍະນັ້ນ ເເລະມີຄວາມໝາຍຂອງມັນຢູ່ເເລ້ວພັດເຮັດໄປເເນວໃໝ່. ຮູ້ຢູ່ດອກວ່າພວກເພິ່ນເຫັນເປັນຊ້າງສາມຫົວ ຄິດບໍ່ມັກຍ້ອນເປັນເຄື່ອງໝາຍຂອງລະບອບ ພຣະຣາຊອານາຈັກ ກໍ່ເລີຍປ່ຽນ ດີໜ້ອຍໜຶ່ງທີ່ເຂົາບໍ່ປ່ຽນເປັນກາ ຄ້ອນຕີ ເເລະກ່ຽວ ຫລືດາວ. ເຫັນເເລ້ວກໍ່ຄິດເຖິງ ເເລະສົງສານບັນພະບູລຸດທີ່ສ້າງໄວ້ຄິດອີ່ດູຕົນລູກຫລານທີ່ຈະບໍ່ໄດ້ເຫັນຄວາມເເຕ່ງຕ່າງປະຫວັດສາດຂອງເເຕ່ລະທົດສະວັດ.

__________________
Anonymous

Date:

ມົດເເດງ wrote:

 ຊາວບ້ານ: ລອງເຈົ້າໄປເວົ້າໃກ້ຜູ້ໃດຜູ້ໜື່ງໃນການນຳເພີ່ນເບີ່ງຫັ້ນ, ຄຳຕອບ ແບບອ້າງເຫດອ້າງຜົນ

ໄຫລອອກມາປານນ້ຳຕົກຕາດຫລີ່ຜີພຸ້ນລະ

__________________
Anonymous

Date:

ຍ່າເວົ້າຫລາຍທອ້ນ

ຖ້າເບິ່ງໂລດ

ແຖວແຄມຂອງ ສີກາຍເປັນເມືອງເນລະມິດ

ບໍ່ດົນດອກທ່າເອີຍ

__________________
Anonymous

Date:

Anonymous wrote:

ຍ່າເວົ້າຫລາຍທອ້ນ

ຖ້າເບິ່ງໂລດ

ແຖວແຄມຂອງ ສີກາຍເປັນເມືອງເນລະມິດ

ບໍ່ດົນດອກທ່າເອີຍ

 ບະ ຄືສິມາເຮັດງາມແທ້ ຂ້ອຍສິຖ້າເບິ່ງເດີ້ ສ້າງໄວໆແນ່ ຢາກເຫັນໃນຊາດນີ້ເດີ ບໍ່ແມ່ນຊາດຫນ້າເດີ້ ....

__________________
Anonym

Date:

ມົດເເດງ wrote:

ເວົ້າໄປເເລ້ວກໍ່ຄິດເປັນຕາໜ່າຍຣັຖບານທຸກມື້ນີ້ ຈັງເເມ່ນພວກເພິ່ນບໍ່ຄິດກ້ວາງມອງໄກເເທ້ໆ ຄວາມຈິງເເລ້ວ ດິນຕອນນີ້ເເມ່ນເຄີຍເປັນສະຖານທີ່ພັກຂອງພະມະຫາເຈົ້າຊີວິດ ເເລະພະມະເຫສີ ໃນຍາມທີ່ພະອົງສະເດັດລົງມາວຽງຈັນ. ຫລັງຈາກໄດ້ມີການປ່ຽນລະບອບການປົກຄອງ ລຶບລ້າງລະບອບກະສັດຖິ້ມໄປ ເຮືອນພັກຫລັງນີ້ກໍ່ຖືກປະຖິ້ມ ບໍ່ມີຄົນຮັກສາ ຊຶ່ງຄວາມຈິງເເລ້ວເເມ່ນເປັນເຮືອນ ວິນລາ ສອງຊັ້ນງາມໆ ຫາກເເຕ່ວ່າສ້ອມເເປງບູລະນະເເດ່ຈັກໜ້ອຍເເມ່ນສົມບູນທີ່ສຸດ. ຕໍ່ມາບໍ່ດົນກໍ່ເຫັນເພິ່ນທຸບຖີ້ມ ເຊິ່ງເຮັດໃຫ້ຂ້າພະເຈົ້າອົດເສຍດາຍບໍ່ໄດ້ ເເລະກໍ່ຮູ້ສຶກອີ່ດູຕົນພະອົງທ່ານ ເເມ່ນຢູ່ທີ່ບໍ່ມີອົງກະສັດເເລ້ວ ເເຕ່ປະຫວັດສາດກໍ່ຢ່າຊູລຶບຖີ້ມຫລາຍ ອັນໃດມັນມີເເລ້ວກໍ່ຄວນຮັກສາໄວ້ໃຫ້ເປັນປະສາດຂອງຍຸກທີ່ເເຕກຕ່າງກັນໃນເເຕ່ລະທົດສະວັດ ຄືອານຸສາວະລີ (ປະຕູໄຊ) ກໍ່ຄືກັນ ເເຕ່ກ່ອນຂອງທັງສີ່ດ້ານຢູ່ເທິງຈອມຂອງປະຕູເເມ່ນເປັນຮູບສະລັກຂອງຊ້າງສາມຫົວ ພັດໄຫທຸບຖິ້ມ ເເລ້ວໃສ່ເປັນຮູບນາງຟ້າທິດາບາງຢ່າງນີ້ລ່ະ ເຊິ່ງຄວາມຈິງເເລ້ວມັນຖືກສ້າງຂື້ນໄນໄລຍະນັ້ນ ເເລະມີຄວາມໝາຍຂອງມັນຢູ່ເເລ້ວພັດເຮັດໄປເເນວໃໝ່. ຮູ້ຢູ່ດອກວ່າພວກເພິ່ນເຫັນເປັນຊ້າງສາມຫົວ ຄິດບໍ່ມັກຍ້ອນເປັນເຄື່ອງໝາຍຂອງລະບອບ ພຣະຣາຊອານາຈັກ ກໍ່ເລີຍປ່ຽນ ດີໜ້ອຍໜຶ່ງທີ່ເຂົາບໍ່ປ່ຽນເປັນກາ ຄ້ອນຕີ ເເລະກ່ຽວ ຫລືດາວ. ເຫັນເເລ້ວກໍ່ຄິດເຖິງ ເເລະສົງສານບັນພະບູລຸດທີ່ສ້າງໄວ້ຄິດອີ່ດູຕົນລູກຫລານທີ່ຈະບໍ່ໄດ້ເຫັນຄວາມເເຕ່ງຕ່າງປະຫວັດສາດຂອງເເຕ່ລະທົດສະວັດ.

 ເຫັນດີນໍາຄໍາເຫັນຂອງທ່ານ. ສະຖານທີ່ທາງປະວັດສາດກໍ່ຄວນຮັກສາໃຫ້ລູກຫຼານເບິ່ງ, ຊື່ໂຮງຮຽນ ໂຮງໝໍ

ແລະຖະໜົນເສັ້ນຕ່າງໆກໍ່ຄວນຮັກສາໄວ້ເພື່ອໃຫ້ລູກຫຼານທີ່ຈະເກີດຂຶ້ນມາໃນສັດຕະວັດໜ້າໄດ້ຮູ້ເຖິງບັນພະ

ບຸຣຸດຂອງຕົນ. ລຸງຂ້ອຍຖືກປົດຕໍາແນ່ງແລະຖືກສົ່ງໄປສໍາມະນາກໍ່ຍ້ອນສະເໜີໃຫ້ເພິ່ນຮັກສາຊື່ໂຮງຮຽນມັດ

ທະຍົມຟ້າງຸ່ມ, ກັບເມືອຢາມບ້ານເຫັນເພິ່ນປ່ຽນຊື່ຖະໜົນຈາກຊື່ເຈົ້ານັ້ນເຈົ້ານີ້ເປັນເລກນັ້ນເລກນີ້ຮູ້ສຶກຕ່າງ

ຫູຫຼາຍ ເພິ່ນລົບລ້າງສັກດິນາແຕ່ເພິ່ນກາຍມາເປັນສັກດິນາເອງ.

__________________
Anonymous

Date:

Anonymous wrote:
Anonymous wrote:

ຍ່າເວົ້າຫລາຍທອ້ນ

ຖ້າເບິ່ງໂລດ

ແຖວແຄມຂອງ ສີກາຍເປັນເມືອງເນລະມິດ

ບໍ່ດົນດອກທ່າເອີຍ

 ບະ ຄືສິມາເຮັດງາມແທ້ ຂ້ອຍສິຖ້າເບິ່ງເດີ້ ສ້າງໄວໆແນ່ ຢາກເຫັນໃນຊາດນີ້ເດີ ບໍ່ແມ່ນຊາດຫນ້າເດີ້ ...

ໃຫ້ພຍາຍາມທຳບຸນຫລາຍໆເດີ່ ຈື່ງຊິທັນໄດ້ເຫັນ, ຕາມຈີນຜູ້ລົງທືນມັນໂຄສນາກໍ່ແມ່ນອີກ 20ປີ ວ່າຊັ້ນ

 confuseconfuseທ່ານລອງໄປຖາມໆ ເບິ່ງດູ ແຖວສີເມືອງ ເພັຍວັດ ທາດຂາວ ຫລັກ ໓

ພີ່ນອ້ງແຖວນັ້ນເລົ່າໄຫ້ຟັງແດ່

no

 ດີໄຈເດ ແມດກາເລລະພັນ

ສີໄດ້ໄປທຽ່ວເມກາແທ້ໆລະບາດນີ້

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard