Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການລົງທຶນອາດຄຶກຄັກຂຶ້ນ ຫລັງກົດຫມາຍວ່າດ້ວຍເສດຖະກິດພິເສດເກີດ
Anonymous

Date:
ການລົງທຶນອາດຄຶກຄັກຂຶ້ນ ຫລັງກົດຫມາຍວ່າດ້ວຍເສດຖະກິດພິເສດເກີດ

ການລົງທຶນໃນຊຸມປີຜ່ານມາຢູ່ສປປລາວຖືໄດ້ວ່າມີບັນຍາກາດຄຶກຄັກດີນັກລົງທຶນທັງໃນແລະຕ່າງປະເທດແຫ່ເຂົ້າມາ ລົງໃສ່ຂະແຫນງການຕ່າງໆຢ່າງຕໍ່ເນື່ອງໂດຍສະເພາະແມ່ນຢູ່ບັນດາເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະຢ່າງໃດ ກໍ່ຕາມມາຮອດປະຈຸບັນຍັງບໍ່ມີກົດຫມາຍຄຸ້ມຄອງເຂດດັ່ງກ່າວແບບສະເພາະຂະນະທີ່ລັດໃຫ້ສິດທິພິເສດດ້ານນະໂຍ ບາຍຈິ່ງເຮັດໃຫ້ນັກລົງທຶນບາງຄົນບໍ່ກ້າທີ່ຈະຕັດສິນໃຈນຳເມັດເງິນເຂົ້າມາລົງທຶນໃນເຂດເສດຖະກິດພິເສດຕາມ ຄວາມສົນໃຈ.

     ແນວໃດກໍ່ດີກ່ຽວກັບບັນຫາຄວາມກັງວົນດັ່ງກ່າວຂອງນັກລົງທຶນກໍ່ອາດຈະບໍ່ແກ່ຍາວໄປອີກຫລາຍປີເພາະພາກສ່ວນ ທີ່ກ່ຽວຂ້ອງເປັນຕົ້ນແມ່ນຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດແລະເສດຖະກິດສະເພາະກຳລັງສຸມ ສ້າງຮ່າງກົດຫມາຍວ່າດ້ວຍເຂດເສດຖະກິດພິເສດເຊິ່ງປະຈຸບັນຮ່າງກົດຫມາຍສະບັບດັ່ງກ່າວຍັງຢູ່ໃນຂັ້ນຕອນທາບທາມ ຂອງບັນດາທ່ານການນຳອົງການປົກຄອງທ້ອງຖິ່ນ, ສະມາຊິກສະພາແຫ່ງຊາດລວມທັງພະແນກທີ່ກ່ຽວຂ້ອງຂອງທ້ອງຖິ່ນເພື່ອໃຫ້ຮັບປະກັນໄດ້ທາງດ້ານຮູບການແລະເນື້ອໃນ ທີ່ຄົບຖ້ວນສາມາດຮັບຮອງໄດ້ໃນກອງປະຊຸມສະໄຫມສາມັນຂອງສະພາແຫ່ງຊາດໃນວາລະທ້າຍປີ2012 ນີ້.

      ໂດຍໃນວັນທີ9 ຕຸລານີ້ຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດແລະເສດຖະກິດສະເພາະກໍ່ໄດ້ຈັດກອງປະຊຸມທາບທາມ ຮ່າງກົດຫມາຍສະບັບດັ່ງກ່າວຂຶ້ນທີ່ນະຄອນຫລວງວຽງຈັນເປັນປະທານຂອງທ່ານນາງບຸນເພັງມູນໂພໄຊລັດຖະມົນຕີປະຈຳ ຫ້ອງວ່າການລັດຖະບານທັງເປັນຮອງປະທານຜູ້ປະຈຳການຄະນະກຳ ມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດແລະເສດຖະກິດສະເພາະ, ມີທ່ານປະທານກຳມາທິການເສດຖະກິດແຜນການແລະການເງິນສະພາແຫ່ງຊາດ, ທ່ານຮອງເຈົ້າຄອງ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງລວມເຖິງຜູ້ຕາງຫນ້າຈາກຫນ່ວຍງານທີ່ກ່ຽວຂ້ອງໃຫ້ກຽດເຂົ້າຮ່ວມ.

       ທ່ານນາງບຸນເພັງມູນໂພໄຊກ່າວວ່າ: ຜ່ານມາຮ່າງກົດຫມາຍສະບັບດັ່ງກ່າວໄດ້ຖືກທາບທາມແລ້ວ13 ແຂວງໃນນີ້ຢູ່5 ແຂວງພາກໃຕ້ແລະ8 ແຂວງພາກເຫນືອແລະມີຜູ້ເຂົ້າຮ່ວມທັງຫມົດ211 ທ່ານເຊິ່ງໃນສອງຄັ້ງຜ່ານມາຜູ້ເຂົ້າຮ່ວມໄດ້ມີຄວາມເປັນເອກະພາບກັນໃນດ້ານຫລັກການເພື່ອນຳສະເຫນີຕໍ່ກອງປະ ຊຸມສະໄຫມສາມັນຂອງສະ ພາແຫ່ງຊາດເພື່ອປັບປຸງກົດຫມາຍສະບັບນີ້ໃຫ້ມີເນື້ອໃນຄົບຖ້ວນແລະຮັດກຸມກວ່າເກົ່າ.

ກົດຫມາຍວ່າດ້ວຍເຂດເສດຖະກິດພິເສດເປັນກົດຫມາຍທີ່ກຳນົດລະບຽບການຄຸ້ມຄອງແລະພັດທະນາຮອບດ້ານມີລັກສະນະສະ ເພາະແຕກຕ່າງຈາກກົດຫມາຍອື່ນເພື່ອສົ່ງ ເສີມແລະດຶງດູດການລົງທຶນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕາມເນື້ອໃນຈິດໃຈ4 ບຸກທະລຸຂອງພັກເຊື່ອມຕົວເຂົ້າເສດຖະກິດຂອງພາກພື້ນແລະສາກົນຕາມກົນໄກການຕະຫລາດທີ່ມີລັກສະນະສະເພາະຂອງປະ ເທດ, ສ້າງເປັນຫນໍ່ແຫນງອຸດສາຫະກຳແລະທັນສະໄຫມເພື່ອປະກອບສ່ວນເຮັດໃຫ້ປະເທດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ2020.

     ຂະນະທີ່ທ່ານອະນຸພາບຕຸນາລົມຮອງເຈົ້າຄອງນະຄອງຫລວງວຽງຈັນກ່າວຢືນຢັນວ່າ: ຖ້າຫາກກົດຫມາຍສະບັບດັ່ງກ່າວຖືກຮັບຮອງແລະປະກາດໃຊ້ຢ່າງເປັນທາງການກໍ່ຈະເປັນເຄື່ອງມືນິຕິກຳທີ່ສຳຄັນ ເພື່ອດຶງດູດການລົງທຶນແລະການພັດທະນາເຂດເສດຖະກິດພິເສດຢູ່ສປປລາວໃຫ້ປາກົດຜົນເປັນຈິງແລະມີປະສິດທິຜົນ ເພື່ອປະກອບ ສ່ວນໃນການພັດທະນາເສດຖະກິດສັງຄົມຂອງຊາດ.

__________________
Anonymous

Date:
RE: ການລົງທຶນອາດຄຶກຄັກຂຶ້ນ ຫລັງກົດຫມາຍວ່າດ້ວຍເສດຖະກິດພິເສດເກີດ

Anonymous wrote:

 ເຈັກໃນລາວ ເພີ້ມຂື້ນເລື້ອຍໆ ວຽງຈັນຈະກາຍເປັນເມືອງຈີນແລ້ວດຽວນີ້ 

__________________
Anonymous

Date:

ພະມ້າສະຫຼາດຫຼາຍ ບໍ່ຄືສປປລາວ.

ພະມ້າໄດ້ລົບລາ້ງແຜນການສາ້ງເຂື່ອນໄຟຟ້າໃຫ່ຍທີ່ຈີນມາລົງທຶນສາ້ງຢູ່ພາກເໜືອຂອງພະມ້າເພື່ອເອົາໄຟຟ້າໄປຂາຍໃຫ້ຈິນ. ແຕ່ວ່າລັດທະບານພະມ້າປຽ່ນໃຈເພາະເຂົາຮູ້ວ່າຄົນຈີນຕອ້ງການແຕ່ຊັບໄນດິນຂອງພະມ້າເທົ່ານັ້ນແລະບໍ່ມີຄວາມນັບຖືປະເພນີແລະຄົນພະມ້າຫຍັງເໝິດ. ຄົນຈີນເຫັນປະເທດພະມ້າແລະລາວເປັນປະເທດຂີ້ທຸກບໍ່ມີການສຶກສາ, ແຕ່ປະເທດທັງສອງມີປ່າໄມ້ແລະຊັບໄນດິນທີ່ຈີນຕອ້ງການ.

ໂດຍສະເພາະຄົນພະມ້າບໍ່ຍອມໃຫ້ຄົນຈີນເປັນພັນໆຫຼັ່ງໄຫຼເຂົ້າມາສາ້ງເຂື່ອນຢູ່ປະເທດມັນແລ້ວບໍ່ຍອມກັບແລະຢູ່ຕໍ່ປະເທດມັນ.

__________________
Anonymous

Date:

Anonymous wrote:

This construction is mainly for the Chinese because it will be controlled and supervised by the Chinese, and the money will go to China. 

__________________
Anonymous

Date:

ຊົມເຊີຍທີ່ມີຄວາມກ້າຫານຮ່າງກົດໝາຍເພື່ອເຮັດໃຫ້ນັກລົງທຶນຕ່າງຊາດໝັ້ນໃຈໃນການລົງທຶນ

ຢ່າໃຫ້ມັນເກີດເລື້ອງແບບບໍຣິສັດ Sanum ອີກກໍ່ດີແລ້ວ.

__________________
Anonymous

Date:

Anonymous wrote:
Anonymous wrote: can you tell us. where this picture.....what province, what part of Laos ?

ການລົງທຶນໃນຊຸມປີຜ່ານມາຢູ່ສປປລາວຖືໄດ້ວ່າມີບັນຍາກາດຄຶກຄັກດີນັກລົງທຶນທັງໃນແລະຕ່າງປະເທດແຫ່ເຂົ້າມາ ລົງໃສ່ຂະແຫນງການຕ່າງໆຢ່າງຕໍ່ເນື່ອງໂດຍສະເພາະແມ່ນຢູ່ບັນດາເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະຢ່າງໃດ ກໍ່ຕາມມາຮອດປະຈຸບັນຍັງບໍ່ມີກົດຫມາຍຄຸ້ມຄອງເຂດດັ່ງກ່າວແບບສະເພາະຂະນະທີ່ລັດໃຫ້ສິດທິພິເສດດ້ານນະໂຍ ບາຍຈິ່ງເຮັດໃຫ້ນັກລົງທຶນບາງຄົນບໍ່ກ້າທີ່ຈະຕັດສິນໃຈນຳເມັດເງິນເຂົ້າມາລົງທຶນໃນເຂດເສດຖະກິດພິເສດຕາມ ຄວາມສົນໃຈ.

     ແນວໃດກໍ່ດີກ່ຽວກັບບັນຫາຄວາມກັງວົນດັ່ງກ່າວຂອງນັກລົງທຶນກໍ່ອາດຈະບໍ່ແກ່ຍາວໄປອີກຫລາຍປີເພາະພາກສ່ວນ ທີ່ກ່ຽວຂ້ອງເປັນຕົ້ນແມ່ນຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດແລະເສດຖະກິດສະເພາະກຳລັງສຸມ ສ້າງຮ່າງກົດຫມາຍວ່າດ້ວຍເຂດເສດຖະກິດພິເສດເຊິ່ງປະຈຸບັນຮ່າງກົດຫມາຍສະບັບດັ່ງກ່າວຍັງຢູ່ໃນຂັ້ນຕອນທາບທາມ ຂອງບັນດາທ່ານການນຳອົງການປົກຄອງທ້ອງຖິ່ນ, ສະມາຊິກສະພາແຫ່ງຊາດລວມທັງພະແນກທີ່ກ່ຽວຂ້ອງຂອງທ້ອງຖິ່ນເພື່ອໃຫ້ຮັບປະກັນໄດ້ທາງດ້ານຮູບການແລະເນື້ອໃນ ທີ່ຄົບຖ້ວນສາມາດຮັບຮອງໄດ້ໃນກອງປະຊຸມສະໄຫມສາມັນຂອງສະພາແຫ່ງຊາດໃນວາລະທ້າຍປີ2012 ນີ້.

      ໂດຍໃນວັນທີ9 ຕຸລານີ້ຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດແລະເສດຖະກິດສະເພາະກໍ່ໄດ້ຈັດກອງປະຊຸມທາບທາມ ຮ່າງກົດຫມາຍສະບັບດັ່ງກ່າວຂຶ້ນທີ່ນະຄອນຫລວງວຽງຈັນເປັນປະທານຂອງທ່ານນາງບຸນເພັງມູນໂພໄຊລັດຖະມົນຕີປະຈຳ ຫ້ອງວ່າການລັດຖະບານທັງເປັນຮອງປະທານຜູ້ປະຈຳການຄະນະກຳ ມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດແລະເສດຖະກິດສະເພາະ, ມີທ່ານປະທານກຳມາທິການເສດຖະກິດແຜນການແລະການເງິນສະພາແຫ່ງຊາດ, ທ່ານຮອງເຈົ້າຄອງ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງລວມເຖິງຜູ້ຕາງຫນ້າຈາກຫນ່ວຍງານທີ່ກ່ຽວຂ້ອງໃຫ້ກຽດເຂົ້າຮ່ວມ.

       ທ່ານນາງບຸນເພັງມູນໂພໄຊກ່າວວ່າ: ຜ່ານມາຮ່າງກົດຫມາຍສະບັບດັ່ງກ່າວໄດ້ຖືກທາບທາມແລ້ວ13 ແຂວງໃນນີ້ຢູ່5 ແຂວງພາກໃຕ້ແລະ8 ແຂວງພາກເຫນືອແລະມີຜູ້ເຂົ້າຮ່ວມທັງຫມົດ211 ທ່ານເຊິ່ງໃນສອງຄັ້ງຜ່ານມາຜູ້ເຂົ້າຮ່ວມໄດ້ມີຄວາມເປັນເອກະພາບກັນໃນດ້ານຫລັກການເພື່ອນຳສະເຫນີຕໍ່ກອງປະ ຊຸມສະໄຫມສາມັນຂອງສະ ພາແຫ່ງຊາດເພື່ອປັບປຸງກົດຫມາຍສະບັບນີ້ໃຫ້ມີເນື້ອໃນຄົບຖ້ວນແລະຮັດກຸມກວ່າເກົ່າ.

ກົດຫມາຍວ່າດ້ວຍເຂດເສດຖະກິດພິເສດເປັນກົດຫມາຍທີ່ກຳນົດລະບຽບການຄຸ້ມຄອງແລະພັດທະນາຮອບດ້ານມີລັກສະນະສະ ເພາະແຕກຕ່າງຈາກກົດຫມາຍອື່ນເພື່ອສົ່ງ ເສີມແລະດຶງດູດການລົງທຶນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕາມເນື້ອໃນຈິດໃຈ4 ບຸກທະລຸຂອງພັກເຊື່ອມຕົວເຂົ້າເສດຖະກິດຂອງພາກພື້ນແລະສາກົນຕາມກົນໄກການຕະຫລາດທີ່ມີລັກສະນະສະເພາະຂອງປະ ເທດ, ສ້າງເປັນຫນໍ່ແຫນງອຸດສາຫະກຳແລະທັນສະໄຫມເພື່ອປະກອບສ່ວນເຮັດໃຫ້ປະເທດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ2020.

     ຂະນະທີ່ທ່ານອະນຸພາບຕຸນາລົມຮອງເຈົ້າຄອງນະຄອງຫລວງວຽງຈັນກ່າວຢືນຢັນວ່າ: ຖ້າຫາກກົດຫມາຍສະບັບດັ່ງກ່າວຖືກຮັບຮອງແລະປະກາດໃຊ້ຢ່າງເປັນທາງການກໍ່ຈະເປັນເຄື່ອງມືນິຕິກຳທີ່ສຳຄັນ ເພື່ອດຶງດູດການລົງທຶນແລະການພັດທະນາເຂດເສດຖະກິດພິເສດຢູ່ສປປລາວໃຫ້ປາກົດຜົນເປັນຈິງແລະມີປະສິດທິຜົນ ເພື່ອປະກອບ ສ່ວນໃນການພັດທະນາເສດຖະກິດສັງຄົມຂອງຊາດ.

 ເຈັກໃນລາວ ເພີ້ມຂື້ນເລື້ອຍໆ ວຽງຈັນຈະກາຍເປັນເມືອງຈີນແລ້ວດຽວນີ້ 

__________________
Anonymous

Date:

ຮູບເພິ່ນແຕ້ມອອກມາໃຫ້ເບິ່ງມີແຕ່ຄັກໆ. ນີ້ແມ່ນຮູບໂຄງການເຂດເສດຖະກິດພິເສດແຖວໃດ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard