Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາການປູກຜີ່ນຢູ່ແຂວງຫລວງນ້ຳທາ ບໍ່ມີທີທ່າວ່າຈະຫລຸດລົງ!
Kunepenlao

Date:
ບັນຫາການປູກຜີ່ນຢູ່ແຂວງຫລວງນ້ຳທາ ບໍ່ມີທີທ່າວ່າຈະຫລຸດລົງ!


ອີງໃສ່ ຕາມການລາຍງານຂອງຄົນໃນທ້ອງຖີ່ນໃຫ້ຮູ້ວ່າ ການປູກຝີ່ນຢູ່ແຂວງຫລວງນ້ຳທາໃນປະຈຸບັນນີ້ບໍ່ມີທ່າທີວ່າຈະ

ຫລຸດນ້ອຍຖອຍລົງຄືດັ່ງທີ່ລັດຖະບານປະກາດອອກມາໃນຊ່ວງທີ່ຜ່ານໆມາ ສາເຫດກໍ່ຢ້ອນມາຈາກປະຊາຊົນຍັງບໍ່ທັນ

ມີອາຊີບທີ່ຄົງທີ່ແລະໝັ້ນທ່ຽງ ຈື່ງໄດ້ພາກັນປູກຝີ່ນຂາຍເພື່ອລ້ຽງປາກທ້ອງ ແຕ່ປັນຫາຫຼັກໆແມ່ນລັດຂາດປະສິດຕິພາບ

ໃນການຊຸກຍູ້ແລະປະກອບອາຊີບແບບຖາວອນໃຫ້ຄົນໃນທ້ອງຖີ່ນເພື່ອຫັນໄປການຢຸດຕິປູກຝີ່ນແບບຖາວອນໃນອະນາ

ຄົດ ແລະ ພະນັກງານທີ່ກ່ຽວຂ້ອງອີກສ່ວນໜື່ງຍັງຖືເບົາໃນການປາບປາມຄວບຄຸມທີ່ລັດມອບໝາຍໃຫ້ ທີ່ຮ້າຍແຮງໄປ

ກວ່ານັ້ນແມ່ນໄປຮຽກຮັບຊ່ວຍນຳຜູ້ທີ່ປູກຝີ່ນເພື່ອເປັນການບໍ່ໃຫ້ໄປທຳລາຍຫຼືເອົາຜິດຕໍ່ຜູ້ທີ່ປູກ ໄດ້ງີນຂ່າວວ່າໜື່ງລະດູ

ການປູກແມ່ນເກັບເອົານຳແຕ່ລະຄອບຄົວທີ່ປູກແມ່ນ 500,000 ກີບ ຖ້າຄຳນວນແລ້ວບ້ານໜື່ງມີປະມານ 40 ຄອບຄົວ

ມີ 12 ບ້ານທີ່ນອນຢູ່ໃນເປົ້າໝາຍທີ່ປູກຫຼາຍທີ່ສຸດ 30ບ້ານ X 40ຄອບຄົວ X 500,000ກີບ   = ຈະຕົກເປັນເງິນ

600,000,000 ກີບ ຕໍ່ໜື່ງລະດູການ ທ່ານຜູ້ອ່ານລອງຄິດເບີ່ງວ່າເງິນຈຳນວນທີ່ວ່າມານີ້ຫຼາຍກວ່າເງິນເດືອນພະນັກ

ງານລັດ ໜື່ງອາຍຸການຊ້ຳ 

    ຖ້າໃຜບໍ່ເຊື່ອຮອດລະດູການປູກ ແລະ ການເກັບກ່ຽວມາຫລວງນ້ຳທາເດິ! ຂ້າພະເຈົ້າຈະພາໄປເບີ່ງໃຫ້ເຫັນກັບຕາ

http://laoload.com/image/links/L9Yu7x0kQZ/ff-097.jpg


 



__________________


Veteran Member

Status: Offline
Posts: 67
Date:
RE: ບັນຫາການປູກຜີ່ນຢູ່ແຂວງຫລວງນ້ຳທາ ບໍ່ມີທີທ່າວ່າຈະຫລຸດລົງ!


ເປັນຂ້ອຍ ຂ້ອຍກະບໍ່ເຊົາດອກ ເຊົາໄປແລ້ວບໍໍ່ມີຫັຍງລ້ຽງປາກທ້ອງ ຖ້າເວົ້າວາຊ່ວຍເຫືລອ ກະຊ່ອຍແຕ່ພໍມັນຄື

ບໍເຣັດໃຫ້ເຂົາມີເງິນຄືແຕ່ກ່ອນ


__________________
Anonymous

Date:

Bob svk wrote:

ເປັນຂ້ອຍ ຂ້ອຍກະບໍ່ເຊົາດອກ ເຊົາໄປແລ້ວບໍໍ່ມີຫັຍງລ້ຽງປາກທ້ອງ ຖ້າເວົ້າວາຊ່ວຍເຫືລອ ກະຊ່ອຍແຕ່ພໍມັນຄື

ບໍເຣັດໃຫ້ເຂົາມີເງິນຄືແຕ່ກ່ອນ


 ແມ່ນຄວາມເຈົ້າ ໃນເມື່ອຄົນອາເມລິກາຈຳນວນໜຶ່ງຍັງມີຄວາມຕ້ອງການ ແລະ ຍັງໃຫ້ລາຄາສູງຢູ່ ພວກເຂົາກໍປູກຂາຍ ເພື່ອລ້ຽງຊີບ...



__________________
Anonymous

Date:

ຜູ້ຂຽນຫົວຂໍ້ຄືຊິແມ່ນຄົນສະຫວັນນະເຂດນໍ ”ປູກຜີ່ນ” ຄືກັນກັບໄປກີນ ”ເຜີ” ຫລື ວ່າ ”ເປັນພືນ ເປັນໄພ”

ຂໍໂທດນຳຄົນສະຫວັນນະເຂດເດີ ເວົ້າຢອກຫລີ້ນ




__________________
Anonymous

Date:

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard