Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເມືອງ ຕົ້ນເຜີ້ງ, ແຂວງ ບໍ່ແກ້ວ
Anonymous

Date:
ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເມືອງ ຕົ້ນເຜີ້ງ, ແຂວງ ບໍ່ແກ້ວ

ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ  ຮ່ວມກັບເຈົ້າໜ້າທີ່ຝ່າຍລາວ ທຸກໆຂັ້ນ ,ກຳລັງກຽມໄລ່ ປະຊາຊົນອອກຈາກ ດິນໄຮ່, ດິນສວນ ຂອງເຂົາເຈົ້າ  ເພື່ອເອົາດິນໃຫ້ ກາສີໂນ :

1. ເພິ່ນເຮັດແຈ້ງການ ບໍ່ອອກໃບຕາດິນ ໃຫ້ປະຊາຊົນ ເຂດກາສີໂນ ແລະ ເຂດໄກ້ຄຽງ ກາສີໂນ ( ຜ່ານມາ ກາສີໂນໄດ້ແລ້ວ 827 ເຮັກຕາ ) ເພິ່ນວ່າ ຕ້ອງໃຫ້ກາສີໂນ ເຖີງ 3.000 ເຮັກຕາ, ຖືກດິນສວນ ດິນນາ

ຜູ້ໃດບໍ່ກ່ຽວ, ຜູ້ໃດບໍ່ຍອມ  ຕ້ອງສັ່ງຈັບ ວ່າຊັ້ນ.

2. ພູຜາປ່າດົງ ຕິດກັບເຂດກາສີໂນ  7.000 ເຮັກຕາ, ເອົາໃຫ້ເຂົາແລ້ວ , ຖ້າໃຫ້ຄົນລາວ ຊອກຫາເຄື່ອງປ່າ  ຂອງກິນ ຕາມທຳມະຊາດ, ທ່ານ ບຸນມີ ເພິ່ນວ່າ: ຄົນລາວ ບໍ່ຟັງຄວາມກັນ  ວ່າຊັ້ນ !

3. ການຊົດເຊີຍ ເພິ່ນຕ້ອງຊົດເຊີຍ ປະຊາຊົນ ໜ້ອຍທີ່ສຸດ,  ເພິ່ນວ່າ  ຢ້ານຈ້າວເຫວີ້ຍ  ເຈົ້າຂອງກາສີໂນ ບໍ່ມີເງິນຈ່າຍ,  ສ່ວນປະຊາຊົນ ຕາຍຊ່າງຫົວມັນ,  ຕາຍເທົ່າໃດ  ກໍເອົາຄົນຈີນມາແທນເທົ່ານັ້ນ !

4. ເຈົ້າໜ້າທີ່ ທຸກໆຂັ້ນ, ລ້ວນແຕ່ເອົາເງິນ ນຳຈ້າວເຫວີ້ຍ  ທັງນັ້ນ.

5. ຢູ່ໃສຄຳຂວັນ : ທຸກສິ່ງທຸກຢ່າງ ເພື່ອປະຊາຊົນ, ມາຈາກ ປະຊາຊົນ ແລະ ຮັບໃຊ້ປະຊາຊົນ ?

6. ຂັ້ນເທິງ ບໍ່ເປັນແບບຢ່າງ,  ຂັ້ນລຸ່ມ ບໍ່ປະຕິບັດຕາມ,  ບໍ່ມີໃຜເອົາຜິດໃຜ, ພໍໆກັນ.       ຄິດຮອດ ເຈົ້າຟ້າງຸ່ມເດ !

__________________
Anonymous

Date:
RE: ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເມືອງ ຕົ້ນເຜີ້ງ, ແຂວງ ບໍ່ແກ້ວ

ສະບາຍດີປະຕິການລາວພັດຖິ່ນ ຫາແຕ່ເລືອງໃສ່ຮ້າຍປ້າຍສີຄົນອື່ນເກັງເນາະ, ເຊີນເອົາຫຼັກຖານມາຊີ້ແຈງເບິງດູແມ່ນແນວນັ້ນແທ້ບໍ ຫຼື ວ່າເສດເລື່ອງຂຶ້ນມາ 55555

__________________
Anonymous

Date:

ນີ້ອາດແມ່ນສາຍລັບຂາຍຊາດທີ່ຄອຍຊອກຂ່າວທົ່ວລາວແລ້ວນຳໄປຂາຍໃຫ້ພວກເອເຊັຍເສລີເພື່ອອອກຂ່າວໃສ່ຮ້າຍປ້າຍສີປະເທດລາວຕະຫລອດເວລາ ສັງເກດໄດ້ຂໍ້ມູນທີ່ໃຊ້ສ່ວນໃຫ່ຍຈະເປັນຂໍ້ມູນຊຸດດຽວກັນແລະຈະພົບເຫັນໄດ້ໃນອີກເວັບແຫ່ງຫນຶ່ງຂອງໄທຍນັ້ນກໍ່ສະແດງວ່າ ພວກເອເຊັຍເສລີທີ່ຄອຍຂຽນຂ່າວດ່າລາວເປັນປະຈຳທີ່ຈີງແລ້ວມັນຢູ່ປະເທດໄທຍນີ້ເອງ

ພວກນີ້ມັກຈະສ້າງເລື່ອງຂຶ້ນເອງແລ້ວອ້າງວ່າເປັນເຈົ້າຫນ້າທີ່ລາວຫລືປະຊາຊົນລາວເປັນຜູ້ເວົ້າ

ບາດທາງການກວດສອບແລ້ວຍາມໃດກໍ່ບໍ່ມີມູນຄວາມຈີງ  

__________________
Anonymous

Date:

Anonymous wrote:

 ເອເຊຍເສລີ ອອກຂ່າວເປັນກາງ ແຈ່ຜິດໃຈ ລຖບ ລາວ

ເຂົາບໍ່ໄດ້ ໃສ່ຮ້າຍ ປະເທດລາວແຈ່ຢ່າງໃດ

__________________
Anonymous

Date:

ຂໍປະກອບຄຳເຫັນນຳບັນດາທ່ານແດ່ໜ້ອຍໜື່ງ ຂ້າພະເຈົ້າວ່າ: ພວກທ່ານບໍ່ຄວນໂຕ້ຖຽງກັນໃຫ້ຜິດໃຈກັນຊື່ໆດອກ, ຄວາມຈີງມັນຢູ່ກັບປະຊາຊົນ

ພວກທ່ານຄວນລົງໄປສະຖານທີ່ແຫ່ງນັ້ນແລ້ວຖາມປະຊາຊົນຈະໄດ້ຄຳຕອບທີ່ຖືກຕ້ອງກວ່າ

__________________
Anonymous

Date:

ແມ່ນຫຍັງຄືຄຳວ່າເປັນກາງ ແລະບໍ່ມີຄຳວ່າເປັນກາງອີກສຳຫລັບເອເຊັຍເສລີ

ປະເທດລາວບໍ່ເຄີຍຜີດກັບໃຜແລະມີແຕ່ເພື່ອນມິດປະເທດທົ່ວໂລກ

ແລະພວກເອເຊັຍເສລີກໍ່ແມ່ນອາເມລິກກາສ້າງຂຶ້ນ1996(ລວມຖືງ VOA 1942)

ເມື່ອກິນເງີນເຂົາ ກໍ່ຕ້ອງເຮັດຕາມຄຳສັ່ງທຸກຢ່າງ ຢາກໄດ້ເງີນຫລາຍກໍ່ຕ້ອງ

ດ່າປະເທດເປົ້າຫມາຍຫລາຍໆ ບໍ່ຊັນງົບປະມານກໍ່ຈະຖືກຕັດ

ຖາມວ່າແມ່ນຄົນອາເມລິກາບໍ່ທີ່ຂຽນຂ່າວ ຕອບ ບໍ່ເລີຍ

ແມ່ນພວກຫົວດຳນີ້ຫລະທີ່ເຫັນແກ່ເງີນອາເມລີກາ ແລະຂຽນຂ່າວດ່າປະເທດຕົນເອງ

ຖ້າແມ່ນກໍລະນີດ່າລາວ ກໍ່ແມ່ນຄົນລາວພັດຖີ່ນຢູ່ໄທຍນີ້ຫລະເປັນໂຕການໃຫ່ຍ    

__________________
Anonymous

Date:

Anonymous wrote:

 ເອເຊຍເສລີ ອອກຂ່າວເປັນກາງ ແຈ່ຜິດໃຈ ລຖບ ລາວ

ເຂົາບໍ່ໄດ້ ໃສ່ຮ້າຍ ປະເທດລາວແຈ່ຢ່າງໃດ

 ສໍານັກງານໃຫຍ່ຂອງສະຖານີວິທະຍຸເອເຊັຽເສຣີພາກພາສາລາວຕັ້ງຢູ່ປະເທດສະຫະຣັຖ

ແລະໄດ້ຮັບການສະໜັບສະໜູນຈາກຣັຖບານສະຫະຣັຖ ແຕ່ເປັນປາກກະບອກສຽງໂຄສະນາ

ຊວນເຊື່ອໃຫ້ຣັຖບານສາທາຣະນະຣັຖປະຊາທິປະໄຕປະຊາຊົນລາວ, ຂ່າວ 60% ແມ່ນຂ່າວ

ດອກໄມ້ທີ່ມີລັກສະນະຍ້ອງຍໍຊົມເຊີຍຣັຖບານລາວ ບໍ່ມີການອອກຂ່າວທີ່ຊຸກຍູ້ປະຊາທິປະໄຕ

ໃນປະເທດລາວເລີຍ.

ເບື້ອງຫຼັງຂອງສະຖານີວິທະຍຸເອເຊັຽເສຣີແມ່ນມີລູກແຫຼ້ງຕີນມືຂອງຣັຖບານ ສປປລ ເປັນຜູ່

ຄວບຄຸມໂດຍມີທ່ານນາງວຽງໄຊ ຫຼວງໂຄດ ເປັນຫົວໜ້າແລະມີລູກນ້ອງອີກ 4 ຄົນ ຊຶ່ງແມ່ນ

ເປັນຄົນຂອງຣັຖບານ ສປປລ. ຖ້າໃຜຢາກຮູ້ຣາຍຣະອຽດ ກໍ່ເຂົ້າໄປຟັງພໍ່ຕູ້ອະນຸຣັກທັມແຕກ

ລາວເຜີຍແບຢູ່ສະຖານີວິທະຍຸສຽງເສຣີຊົນລາວ.

http://www.siengserixonlao.com/broadcasting/publier.mp3

__________________
KK

Veteran Member

Status: Offline
Posts: 44
Date:

ຄົນໃນພື້ນທີ່ເທົ່ານັ້ນທີ່ຮູ້ຄວາມຈີ່ງວ່າມັນເກີດຫຍັງຂື້ນ ທ່ານທັງຫລາຍກໍ່ໄປເບີ່ງແລະໄປສຳພັດຈີ່ງໆເບີ່ງວ່າເປັນແນວໃດ ຂ້າພະເຈົ້າເຄີຍເຮັດວຽກກັບຊຸມຊົນ ເວລາເຮົາໄປແບບທາງການມັກໄດ້ຍິນອີກແບບ ແຕ່ຖ້າເຮົາໄປແບບເຂົ້າໃຈເຂົ້າເຖີ່ງ ຈະໄດ້ຂໍ້ມູນອີກແບບ...

__________________
Anonymous

Date:

20120404.jpg

ຕາມທີ່ເພິ່ນໄດ້ເຊັນກັນໃນວັນທີ 4 ເດືອນເມສາ ປີ 2012 ຣັຖບານຈີນໄດ້ຮັບສໍາປະທານພຽງແຕ່ 1.640 ເຮັກຕາ  99 ປີ

ແລະຈະລົງທຶນໃນຈໍານວນເງິນ 500 ລ້ານໂດລາ ສໍາລັບເຮັດກາຊິໂນ. ແຕ່ອາດຈະເປັນໄປໄດ້ທີ່ເພິ່ນຈະເພິ້ມເນື້ອທີ່ໃຫ້ອີກ

ຖ້າເຂົາຈະເຮັດໂຄງການອື່ນໆອີກ 12 ໂຄງການເພາະເຈົ້າແຂວງກໍ່ມີສິດຄືກັນກັບເຈົ້າແຂວງໆອື່ນໆ.

ຜ່ານມາ ເຮົາກໍ່ເຫັນ, ນາຍົກອອກດໍາຣັຖໃຫ້ໂຈະການສໍາປະທານທີ່ດິນ ແຕ່ເຈົ້າແຂວງກໍ່ຍັງເຊັນອະນຸຍາດໃຫ້ນາຍທຶນຕ່າງຊາດ

ເຂົ້າມາສໍາປະທານດິນປູກອ້ອຍແລະເຮັດໂຮງງານນໍ້າຕານຫັ້ນເດ໋ຊັ້ນ.

__________________
Anonymous

Date:

ທົ່ວປະເທດລາວເຕີມໄປດ້ວຍຄົນເສຍສະຫລະ ຫລາຍບ່ອນກໍ່ຖືກໂຄງການແລະກໍ່ໄດ້ຮັບຍົກຍ້າຍເຊັ່ນກັນ

ບໍ່ວ່າຈະເປັນເດີນທາດຫລວງຫນ້າແລະຫລັງ ທາງ450ປີນ້ຳເທີນ2ໂຄງການຫົງສາລິກໄນ ຫລືຖືກຍ້າຍທັງເມືອງເຊັ່ນເມືອງກະລືມແຂວງເຊກອງ ແລະຍັງມີອີກຫລາຍສີບໂຄງງການທີ່ປະຊາຊົນຕ້ອງຍ້າຍອອກ

ດັ່ງນັ້ນຖາມວ່າຢູ່ເມືອງຕົ້ນເຜິ້ງຈະບໍ່ເຫັນແດ່ບໍ່ວ່າທຸກຄົນທົ່ວປະເທດເຂົາກໍ່ເສັຍສະຫລະເພື່ອການພັດທະນາປະເທດຊາດກັນທັງນັ້ນ

__________________
Anonymous

Date:

KK wrote:

ຄົນໃນພື້ນທີ່ເທົ່ານັ້ນທີ່ຮູ້ຄວາມຈີ່ງວ່າມັນເກີດຫຍັງຂື້ນ ທ່ານທັງຫລາຍກໍ່ໄປເບີ່ງແລະໄປສຳພັດຈີ່ງໆເບີ່ງວ່າເປັນແນວໃດ ຂ້າພະເຈົ້າເຄີຍເຮັດວຽກກັບຊຸມຊົນ ເວລາເຮົາໄປແບບທາງການມັກໄດ້ຍິນອີກແບບ ແຕ່ຖ້າເຮົາໄປແບບເຂົ້າໃຈເຂົ້າເຖີ່ງ ຈະໄດ້ຂໍ້ມູນອີກແບບ...

ຫລາຍເດືອນກ່ອນຂ້ອຍໄປທ່ຽວເຂດເມືອງຕົ້ນເຜີ້ງແລະມີໂອກາດໄດ້ລົມກັບຊາວບ້ານ ລາວບອກວ່າດຽວສະພາບການບໍ່ຄືເກົ່າ ເພາະມີພວກຄົນບໍ່ດີເຂົ້າມາເຄື່ອນໄຫວຊັກຈູງຊາວບ້ານໃຫ້ລຸກຂຶ້ນຕໍ່ສູ້ຮ່ວມກັບເຂົາໂດຍສະເພາະພວກທີ່ເປັນຊົນຊາດຊົນເຜົ່າທີ່ງ່າຍຕໍ່ການປຸກລະດົມ

ຫວັງວ່າເຈົ້າຄົງບໍ່ຢູ່ໃນຂະບວນການທີ່ວ່າ ແມ່ນບໍ່ 

ຢ່າຫາຕູ່ໃສ່ຄົນແບບໂລໆເລໆເດີ້ອາດຍາ ຜູ່ທີ່ຂຽນຄຳເຫັນສີແດງຫັ້ນ. ຜູ້ຂ້າກໍຢູ່ໜອງທານີ້ລະ ສົນໃຈຢາກມາແວ່ມາຢາມກໍມາໂລດ ສິຕ້ອນຮັບເປັນຢ່າງດີ.

__________________
Anonymous

Date:

ຫຼາຍຄົນຂີ້ເຮັ່ຽຂີ້ຮວຍເມື່ອໄດ້ຍິນນັກເສຖສາຕໄທຍ້ອງວ່າລາວພ້ອມທຸກຢ່າງ
ໃນການເຂົ້າເປັນ AEC ແລະຈະກ້າວໄປໄກກວ່າບັນດາປະເທດສະມາຊິກອື່ນໆ.
ດ້ານເຕັກນິກວິທະຍາສາດເຮົາມີຫຍັງແດ່ທີ່ລື່ນປະເທດອື່ນ?
ຈໍານວນແຮງງານທີ່ມີຄຸນນະພາບສູງມີຈັກພັນຄົນທີ່ຈະຮອງຮັບດ້ານບໍຣິການ?
ຂ້ອຍວ່າລາວພ້ອມດ້ານຊັບພະຍາກອນທໍາມະຊາດເທົ່ານັ້ນທີ່ຈະດືງດູດເອົານັກ
ລົງທຶນເຂົ້າມາຫັ້ນນະ, ດ້ານການທ່ອງທ່ຽວ ຂະເມນຍັງໄປໄກກວ່າເຮົາ.

ຂໍໂທດ ລົງເດີ່ນຜິດ ຮາໆໆໆໆໆໆໆໆໆໆໆ ວ່າຊິຕອບກະທູ້ຄົນໄທຍ້ອງການພັດທະນາ
ໃນລາວ ເສືອກກົດຜິດ. Sorry

__________________
Anonymous

Date:

Anonymous wrote:

 ເຂົາເວົ້າເລື່ອງ ຢູ່ເມືອງຕົ້ນເຜີ້ງແຂວງບໍ່ແກ້ວພຸ້ນ ເຈົ້າພັດມາເວົ້າເລື່ອງ ບໍ່ເຕັນ ແຂວງຫລວງນ້ຳທາ

20120404.jpg

ຕາມທີ່ເພິ່ນໄດ້ເຊັນກັນໃນວັນທີ 4 ເດືອນເມສາ ປີ 2012 ຣັຖບານຈີນໄດ້ຮັບສໍາປະທານພຽງແຕ່ 1.640 ເຮັກຕາ  99 ປີ

ແລະຈະລົງທຶນໃນຈໍານວນເງິນ 500 ລ້ານໂດລາ ສໍາລັບເຮັດກາຊິໂນ. ແຕ່ອາດຈະເປັນໄປໄດ້ທີ່ເພິ່ນຈະເພິ້ມເນື້ອທີ່ໃຫ້ອີກ

ຖ້າເຂົາຈະເຮັດໂຄງການອື່ນໆອີກ 12 ໂຄງການເພາະເຈົ້າແຂວງກໍ່ມີສິດຄືກັນກັບເຈົ້າແຂວງໆອື່ນໆ.

ຜ່ານມາ ເຮົາກໍ່ເຫັນ, ນາຍົກອອກດໍາຣັຖໃຫ້ໂຈະການສໍາປະທານທີ່ດິນ ແຕ່ເຈົ້າແຂວງກໍ່ຍັງເຊັນອະນຸຍາດໃຫ້ນາຍທຶນຕ່າງຊາດ

ເຂົ້າມາສໍາປະທານດິນປູກອ້ອຍແລະເຮັດໂຮງງານນໍ້າຕານຫັ້ນເດ໋ຊັ້ນ.

__________________
Anonymous

Date:

Anonymous wrote:

ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ  ຮ່ວມກັບເຈົ້າໜ້າທີ່ຝ່າຍລາວ ທຸກໆຂັ້ນ ,ກຳລັງກຽມໄລ່ ປະຊາຊົນອອກຈາກ ດິນໄຮ່, ດິນສວນ ຂອງເຂົາເຈົ້າ  ເພື່ອເອົາດິນໃຫ້ ກາສີໂນ :

1. ເພິ່ນເຮັດແຈ້ງການ ບໍ່ອອກໃບຕາດິນ ໃຫ້ປະຊາຊົນ ເຂດກາສີໂນ ແລະ ເຂດໄກ້ຄຽງ ກາສີໂນ ( ຜ່ານມາ ກາສີໂນໄດ້ແລ້ວ 827 ເຮັກຕາ ) ເພິ່ນວ່າ ຕ້ອງໃຫ້ກາສີໂນ ເຖີງ 3.000 ເຮັກຕາ, ຖືກດິນສວນ ດິນນາ

ຜູ້ໃດບໍ່ກ່ຽວ, ຜູ້ໃດບໍ່ຍອມ  ຕ້ອງສັ່ງຈັບ ວ່າຊັ້ນ.

2. ພູຜາປ່າດົງ ຕິດກັບເຂດກາສີໂນ  7.000 ເຮັກຕາ, ເອົາໃຫ້ເຂົາແລ້ວ , ຖ້າໃຫ້ຄົນລາວ ຊອກຫາເຄື່ອງປ່າ  ຂອງກິນ ຕາມທຳມະຊາດ, ທ່ານ ບຸນມີ ເພິ່ນວ່າ: ຄົນລາວ ບໍ່ຟັງຄວາມກັນ  ວ່າຊັ້ນ !

3. ການຊົດເຊີຍ ເພິ່ນຕ້ອງຊົດເຊີຍ ປະຊາຊົນ ໜ້ອຍທີ່ສຸດ,  ເພິ່ນວ່າ  ຢ້ານຈ້າວເຫວີ້ຍ  ເຈົ້າຂອງກາສີໂນ ບໍ່ມີເງິນຈ່າຍ,  ສ່ວນປະຊາຊົນ ຕາຍຊ່າງຫົວມັນ,  ຕາຍເທົ່າໃດ  ກໍເອົາຄົນຈີນມາແທນເທົ່ານັ້ນ !

4. ເຈົ້າໜ້າທີ່ ທຸກໆຂັ້ນ, ລ້ວນແຕ່ເອົາເງິນ ນຳຈ້າວເຫວີ້ຍ  ທັງນັ້ນ.

5. ຢູ່ໃສຄຳຂວັນ : ທຸກສິ່ງທຸກຢ່າງ ເພື່ອປະຊາຊົນ, ມາຈາກ ປະຊາຊົນ ແລະ ຮັບໃຊ້ປະຊາຊົນ ?

6. ຂັ້ນເທິງ ບໍ່ເປັນແບບຢ່າງ,  ຂັ້ນລຸ່ມ ບໍ່ປະຕິບັດຕາມ,  ບໍ່ມີໃຜເອົາຜິດໃຜ, ພໍໆກັນ.       ຄິດຮອດ ເຈົ້າຟ້າງຸ່ມເດ !

 ຍາກຍ້ອນ ອາແປະ ຫັ້ນລະບັນດາທ່ານເອີຍ

__________________
Anonymous

Date:

ຂໍຄວາມກະຣຸນາຈາກເວັບມັດສະເຕີລຶບອອກໃຫ້ແດ່ບ່ອນຂ້ານ້ອຍລົງເດີ່ນຜິດຫັ້ນນະ
ມື້ເຊົ້ານີ້ກະນຸ່ງສົ້ງຜິດ ຄິດວ່າແມ່ນສົ້ງຂອງຕົນ ມາຮອດຫອ້ງການຈຶ່ງຮູ້ວ່າແມ່ນສົ້ງເມັຽ
ໃຄແດ່ແຕ່ວ່າມັນຢູ່ໃນບໍ່ມີໃຜເຫັນ ຮາໆໆໆໆໆໆໆ, ຂອບໃຈເດີ.

__________________
Anonymous

Date:

Anonymous wrote:
Anonymous wrote:
KK wrote:

ຄົນໃນພື້ນທີ່ເທົ່ານັ້ນທີ່ຮູ້ຄວາມຈີ່ງວ່າມັນເກີດຫຍັງຂື້ນ ທ່ານທັງຫລາຍກໍ່ໄປເບີ່ງແລະໄປສຳພັດຈີ່ງໆເບີ່ງວ່າເປັນແນວໃດ ຂ້າພະເຈົ້າເຄີຍເຮັດວຽກກັບຊຸມຊົນ ເວລາເຮົາໄປແບບທາງການມັກໄດ້ຍິນອີກແບບ ແຕ່ຖ້າເຮົາໄປແບບເຂົ້າໃຈເຂົ້າເຖີ່ງ ຈະໄດ້ຂໍ້ມູນອີກແບບ...

ຫລາຍເດືອນກ່ອນຂ້ອຍໄປທ່ຽວເຂດເມືອງຕົ້ນເຜີ້ງແລະມີໂອກາດໄດ້ລົມກັບຊາວບ້ານ ລາວບອກວ່າດຽວສະພາບການບໍ່ຄືເກົ່າ ເພາະມີພວກຄົນບໍ່ດີເຂົ້າມາເຄື່ອນໄຫວຊັກຈູງຊາວບ້ານໃຫ້ລຸກຂຶ້ນຕໍ່ສູ້ຮ່ວມກັບເຂົາໂດຍສະເພາະພວກທີ່ເປັນຊົນຊາດຊົນເຜົ່າທີ່ງ່າຍຕໍ່ການປຸກລະດົມ

ຫວັງວ່າເຈົ້າຄົງບໍ່ຢູ່ໃນຂະບວນການທີ່ວ່າ ແມ່ນບໍ່ 

ຢ່າຫາຕູ່ໃສ່ຄົນແບບໂລໆເລໆເດີ້ອາດຍາ ຜູ່ທີ່ຂຽນຄຳເຫັນສີແດງຫັ້ນ. ຜູ້ຂ້າກໍຢູ່ໜອງທານີ້ລະ ສົນໃຈຢາກມາແວ່ມາຢາມກໍມາໂລດ ສິຕ້ອນຮັບເປັນຢ່າງດີ.

ຂໍໂທດຫລາຍເດີ

ທີ່ຈີງຮູ້ຢູ່ແລ້ວວ່າເຈົ້າບໍ່ກ່ຽວຂ້ອງແນ່ນອນ ແຕ່ທີ່ຂຽນກໍ່ເພື່ອໃຫ້ອີກຫລາຍຄົນທີ່ຄິດຈະຍົກປະເດັນນີ້ຮູ້ວ່າບໍ່ຄວນເອົາປັນຫາບາງເລື່ອງມາຂຽນໂດຍຂາດການຄິດແລະມີຄວາມເຂົ້າໃຈປັນຫາທີ່ຖືກຕອ້ງ ເຊັ່ນ ເປັນຫຍັງລັດຄືເອົາດີນໃຫ້ສຳປະທານຫລາຍແທ້ ລວມທັງຈະສ້າງສະຫນາມບີນນາໆຊາດ ຈົນແຕະຕ້ອງສິດຊາວບ້ານທີ່ຢູ່ກັບປ່າມາແຕ່ດົນນານ ສະນັ້ນຖ້າເບິ່ງແຕ່ພາຍນອກເຫມືອນກັບວ່າລັດເປັນຜູ້ຜິດ ແຕ່ເຫດຜົນແທ້ຈີງຂອງລັດກໍ່ຄືຕ້ອງການແກ້ໄຂປັນຫາທຸກດ້ານ ເພາະບໍລິເວນເຂດນັ້ນສ່ວນຫລາຍປະຊາຊົນຈະເປັນຊົນເຜົ່າ ເປັນເຂດທີ່ເຫມາະແກ່ການສະສົມກຳລັງຍ້ອນວ່າມີຊາຍແດນຍາວຍຽດຕິດນ້ຳຂອງແລະເຂດປົກຄອງຕົນເອງຂອງພະມ້າ (ສະດວກແກ່ການຂົນອາວຸດ ຢາເສບຕິດແລະເຂົ້າອອກຂອງນັກເຄື່ອນໄຫວ) ປະຊາຊົນບໍ່ຢາກຍ້າຍອອກຈາກພື້ນທີ່ເພາະເຂົາຍັງຕ້ອງການລັກລອບປູກຝິ່ນ ດັ່ງນັ້ນ ລັດຈຶ່ງຕ້ອງການປຽ່ນແປງທີ່ນັ້ນໃຫ້ຈະເລີນເພື່ອຈະແກ້ໄຂປັນຫາຄວາມຢາກຈົນໃຫ້ກັບຄົນທີ່ນັ້ນ ແລະຖ້າບໍ່ລົງມືແຕ່ດຽວນີ້ກໍ່ຈະເຮັດໃຫ້ມີປັນຫາໃຫຍ່ຫລວງຕາມມາແລະຍາກທີ່ຈະແກ້ໄຂເຫມືອນດັ່ງພາກໃຕ້ຂອງໄທຍ

ດັ່ງນັ້ນ ຄຳວ່າເຂົ້າໃຈເຂົ້າຖືງ Vs ຄວາມຫມັ້ນຄົງຂອງຊາດ ອັນໃດຈະສຳຄັນກວ່າກັນ    

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard