Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວນອກກະມັກອາເມລິກາຍູ່ບໍ
Anonymous

Date:
ລາວນອກກະມັກອາເມລິກາຍູ່ບໍ

ເຫັນທົ່ວໂລກຊັງອາເມລິກາ ຢາກຮູ້ວ່າ

ລາວນອກ ລວມທັງຄົນອເມຮິກັນແທ້ໆ ກະມັກຢູ່ບໍ

__________________
ນັກຂັບກວຽນ

Date:

ຣັຖບານອາເມຣິກາເຮັດຫຍັງຜິດຈຶ່ງຈະໄປຄຽດຊັງ? ຄົນອາເມຣິກັນສ້າງໂທດກັມຫຍັງຈຶ່ງຈະໄປຂ້າຕີບີໂບຍເຂົາເຈົ້າ?

ຄົນອາເມຣິກັນເປັນຄົນດີ ມີສິລທັມປະຈໍາໃຈ ມີຈິດໃຈເອື້ອເຟື້ອອາຣີ ມັກຊ່ອຍຜູ່ທີ່ຕົກທຸກໄດ້ຍາກ ແລະເປັນຄົນທີ່

ມັກຄວາມສະຫງົບ ບໍ່ມັກບຽດບຽນຄົນອື່ນ.

ຄືດັ່ງທີ່ເຈົ້າຮູ້ຫັ້ນລະ, ປະເທດສະຫະຣັຖອາເມຣິກາເປັນປະເທດທີ່ມີຄົນຊາດຫຼາຍເຊື້ອຊາດເຜົ່າພັນທີ່ມາຈາກທົ່ວທຸກ

ມູມໂລກເຂົ້າມາອາໃສຢູ່ ແລະແນ່ນອນມັນກໍ່ຕ້ອງມີທັງຄົນດີແລະມີທັງຄົນຊົ່ວປະປົນກັນຢູ່.

ຜູ່ທີ່ຖືສາສນາມຸສລິມທີ່ມີການສຶກສາຈະແກ້ບັນຫາດ້ວຍຄວາມສັນຕິແລະມີແຕ່ປະເທດທີ່ບໍ່ມັກອາເມຣິກາເທົ່ານັ້ນ

ທີ່ກໍ່ຄວາມວຸ້ນວາຍແນວນີ້, ລອງຄົ້ນຄວ້າເບິ່ງໃໝ່ເດີ.

__________________
Anonymous

Date:

ຈັກມັກຫລືບໍ່ມັກຜີ່ຂ້າກໍຢູ່ອາເມຣິການີ້ມາຕັ້ງແຕ່ປີ 1980 ຈົນມາເຖິງປະຈຸບັນນີ້. ຄືບໍ່ເອົາຄຳຖາມນີ້ໄປ

ຖາມອ້າຍໃຫຍ່ຄົນຈີນແດງຂອງສະຫາຍລອງເບິ່ງ, ຫລືບໍ່ກໍຖາມສະຫາຍຜູ້ຄຽງຂ້າງ ຄຽງບ່າ ຄຽງໄຫລ່ ສູ້

ຮົບຕົບມືກັບສັດຕູໂຕດຽວກັນ ແລ້ວເປັນຫຍັງອ້າຍສະຫາຍວຽດນາມຈຶ່ງຄີສແອສອາເມລິກາແລະມອບ

ທ່າກຳປັ່ນລົບດານັງໃຫ້ອາດີດສັດຕູນ້ຳເບີໜຶ່ງເຂົ້າມາປະຈຳການຢູ່ທີ່ນັ້ນ?  ຖາມອ້າຍໃຫຍ່ອາຕີຂອງສະ

ຫາຍເບິ່ງດູ້ວ່າເປັນຫຍັງຊາວຈີນຈຶ່ງຫລັກລອບເຂົ້າອາເມລິກາແບບສ່ຽງຕາຍເຂົ້າຢູ່ໃນຕູ້ສິນຄ້າທີ່ສົ່ງເຂົ້າ

ອາເມລິກາ?

ສະຫາຍເວົ້າວ່າຄົນໝົດໂລກຊັງອາເມລິກາ ແຕ່ເປັນຫຍັງຄົນໝົດໂລກຈຶ່ງຢາກໄປຢູ່ອາເມລິກາ? ມີຈັກ

ໝື່ນຈັກພັນແມ່ຍິງໂຊວຽດພະຍາຍາມຖືພາແລ້ວໄປເກີດລູກຢູ່ອາເມລິກາເພື່ອໃຫ້ລູກຂອງພວກເຂົາມີສິດ

ດຳລົງຊີວິດຫລືສາມາດຢູ່ອາເມລິກາໄດ້?

ສຶກສາດລະຄົ້ນຄ້ວາຕື່ມເດີ້ເພື່ອຈະໄດ້ຮູ້ສິ່ງດີໆຫລາຍແນວທີ່ຊາວໂລກຄິດແນວໃດກັບUSA.

__________________
Anonymous

Date:

ຢ່າໄປຖືຊານຳພວກທີ່ຖືກລ້າງສະໝອງ ພວກປັນຍາອ່ອນ ຖືກເຂົາຈູງດັງແລ້ວປິດຕາໄວ້ ກໍມີທັສະນະຄວາມຄິດແບບນີ້ແລ້ວ. ໃນບັນດາປະເທດທີ່ເຂົາຈະເລີນ ແຕ່ລະວັນເຂົາຈະພາກັນມາປະຊຸມກັນ ແກ້ໃຂບັນຫາ ຄົ້ນຄ້ວາ ເລື້ອງເຕັກນິກວິທະຍາສາດ ຊອກທຸກວິທີທາງປັບປຸງສິນຄ້າການຜະລິດ ເພື່ອຍາດແຍ່ງຕະຫຼາດຈຳນ່າຍສິນຄ້າຂອງຕົນເພື່ອຈະສ້າງ ຄວາມມັ້ງຄັ້ງແລະສົມບູນໄຫ້ບໍລິສັດ ແລະເພື່ອຮັບປະກັນລະດັບຊີວິດການເປັນຢູ່ຂອງພະນັກງານ ເຂົາພະຍາຍາມຍົກລະດັບຄວາມຮູ້ທາງດ້ານວິຊາການໄຫ້ຄົນທັງຊາດໄຫ້ສູງໄປເລື້ອຍໆ ນີ້ສົມກຽດທີ່ເຂົາເປັນມະນຸດທີ່ສະຫຼາດຫຼັກແຫຼມຂອງໂລກມະນຸດ  ສ່ວນອີກແຫ່ງນຶ່ງໃນໂລກມະນຸດນີ້ ເຂົາສົນໃຈຢ່າງດຽວ ສ້າງຄົນໄຫ້ມີແຕ່ຄວາມຄຽດແຄ້ນ ເຄັ່ງຕຶງ ໂດຍສະເພາະຄົນລາວໃນ ສປປລ ສຳມະນາແຕ່ດ່າຈັກະພັດອາເມຣິກາ ໃຜດ່າເກັ່ງ ໃສ່ຮ້າຍ ທັບຖົມສັງຄົມຂອງອາເມຣິກາເກັ່ງ ຖືເປັນຄົນດີຂອງຊາດ ຊາບຊຶມ. ນີ້ຄືຄວາມແຕກຕ່າງກັນ ລະວ່າງສອງໂລກຂອງຄົນພັດທະນາ ກັບຄົນດ້ອຍການພັດທະນາ ຄົນໂງ່ ກໍຄືຄົນດ້ອຍການພັດທະນາ ຈະຖືກແຕ່ຜູ້ອຶ່ນ ຈູງດັງໄປຕະຫຼອດ ຮ້ອງຕາມກາ ມາຕາມແຮ້ງ

__________________
Anonymous

Date:

ນັກຂັບກວຽນ wrote:

 ມັນເປັນແຜນ

__________________
Anonymous

Date:

Anonymous wrote:

stupid subject....stupid post

__________________
Anonymous

Date:
RE: ລາວນອກກະມັກອາເມລິກາຍູ່ບໍ

ຄົນລາວຢູ່ຕ່າງປະເທດຈໍານວນນຶ່ງບໍ່ມັກນະໂຍບາຍຕ່າງປະເທດຂອງຣັຖບານອາເມຣິກາ

ທີ່ມີຕໍ່ປະເທດຕ່າງໆໃນໂລກອາຣັບແລະມີຕ່ປະເທດໃນລຸ່ມແມ່ນໍ້າຂອງ, ເຂົາບໍ່ຕ້ອງການ

ໃຫ້ຣັຖບານອາເມຣິກັນເຂົ້າໄປຫຍຸ້ງກ່ຽວເລື້ອງພາຍໃນຂອງເຂົາ.

ສໍາລັບຂ້ອຍ ນະໂຍບາຍໃດທີ່ຈະເຮັດໃຫ້ປະຊາຊົນທີ່ຖືກກົດຂີ່ຫຼຸດອອກຈາກແອກ

ຂ້ອຍສະໜັບສະໜູນສຸດໃຈ.

__________________
Anonymous

Date:
RE: ລາວນອກກະມັກອາເມລິກາຍູ່ບໍ

ແຜນຫຍັງລະ?

__________________
Anonymous

Date:

ຄົນທີ່ມີການສຶກສາສູງເຊັ່ນຊາວຢີປຸ່ນ   ປະເທດເຂົາເປັນປະເທດດຽວໃນໂລກທີ່ໄດ້ຮັບເຄາະກຳນັກຈາກລະເບີດ ນິວເຄັລຍໃນສະໄໝສົງຄາມໂລກ ທີ່ມີໄວ້ໃນປະຫັວດສາສຂອງໂລກ ແຕ່ເຖີງປັດຈຸບັນ ລັດຖະບານຢີ່ປຸ່ນ ເຂົາກໍບໍ່ໄດ້ສອນລູກຫຼານເຂົາຄຽດແຄ້ນ ອາຄາດ ອາເມຣິກາ ກົງກັນຂ້າມ ປະເທດຢີ່ປຸ່ນຍິ່ງພັດເປັນປະເທດພັນທະມິດທີ່ດີທີ່ສຸດຂອງອາເມຣິກາ

ແລະໃນທຸກໆດ້ານອີກດ້ວຍບໍ່ວ່າແຕ່ດ້ານເສດຖະກິດແລະວິທະຍາສາດອີກດ້ວຍ ນີ້ເປັນສິ່ງສັງເກດຢ່າງຊັດເຈນ ເຖີງຄວາມຄິດແລະເຂົ້າໃຈຂອງຄົນ ທີ່ມີການສຶກສາດີ ແລະຄົນທີ່ບໍ່ມີການສຶກສາ ຄົນທີ່ບໍ່ມີການສຶກສາ ເຂົາເປັນຄົນຄິດບໍ່ກ້ວາງຖືກຫຼອກໄປໃນຕົວແບບງ່າຍໆ ຊາບຊືມເຖີງໃຈແລ້ວ ກໍເຖີງວັນຕາຍ ຕາຍແລ້ວເກີດ ເກີດແລ້ວຕາຍ ຖ້າການສຶກສາ

ຍັງ ອານາຖາແລ້ວ ຊາຕາກຳກໍຕາມມາ ຄືຊາຕາກຳຂອງການດ້ອຍການພັດທະນາ ຫຼ້າຫຼັງ ກາຍເປັນຄົນໂງ່ຈ້າ ຍອມຈຳນົນເປັນລູກແຫຼ້ງເຂົາໄປຕະຫຼອດກາລະນາ

 ເຂົາຊິສອນເຮັດຫຍັງ ເພາະເຂົາກໍ່ເຮັດສົງຄາມຄືກັນ

__________________
Anonymous

Date:

Anonymous wrote:

ຢ່າໄປຖືຊານຳພວກທີ່ຖືກລ້າງສະໝອງ ພວກປັນຍາອ່ອນ ຖືກເຂົາຈູງດັງແລ້ວປິດຕາໄວ້ ກໍມີທັສະນະຄວາມຄິດແບບນີ້ແລ້ວ. ໃນບັນດາປະເທດທີ່ເຂົາຈະເລີນ ແຕ່ລະວັນເຂົາຈະພາກັນມາປະຊຸມກັນ ແກ້ໃຂບັນຫາ ຄົ້ນຄ້ວາ ເລື້ອງເຕັກນິກວິທະຍາສາດ ຊອກທຸກວິທີທາງປັບປຸງສິນຄ້າການຜະລິດ ເພື່ອຍາດແຍ່ງຕະຫຼາດຈຳນ່າຍສິນຄ້າຂອງຕົນເພື່ອຈະສ້າງ ຄວາມມັ້ງຄັ້ງແລະສົມບູນໄຫ້ບໍລິສັດ ແລະເພື່ອຮັບປະກັນລະດັບຊີວິດການເປັນຢູ່ຂອງພະນັກງານ ເຂົາພະຍາຍາມຍົກລະດັບຄວາມຮູ້ທາງດ້ານວິຊາການໄຫ້ຄົນທັງຊາດໄຫ້ສູງໄປເລື້ອຍໆ ນີ້ສົມກຽດທີ່ເຂົາເປັນມະນຸດທີ່ສະຫຼາດຫຼັກແຫຼມຂອງໂລກມະນຸດ  ສ່ວນອີກແຫ່ງນຶ່ງໃນໂລກມະນຸດນີ້ ເຂົາສົນໃຈຢ່າງດຽວ ສ້າງຄົນໄຫ້ມີແຕ່ຄວາມຄຽດແຄ້ນ ເຄັ່ງຕຶງ ໂດຍສະເພາະຄົນລາວໃນ ສປປລ ສຳມະນາແຕ່ດ່າຈັກະພັດອາເມຣິກາ ໃຜດ່າເກັ່ງ ໃສ່ຮ້າຍ ທັບຖົມສັງຄົມຂອງອາເມຣິກາເກັ່ງ ຖືເປັນຄົນດີຂອງຊາດ ຊາບຊຶມ. ນີ້ຄືຄວາມແຕກຕ່າງກັນ ລະວ່າງສອງໂລກຂອງຄົນພັດທະນາ ກັບຄົນດ້ອຍການພັດທະນາ ຄົນໂງ່ ກໍຄືຄົນດ້ອຍການພັດທະນາ ຈະຖືກແຕ່ຜູ້ອຶ່ນ ຈູງດັງໄປຕະຫຼອດ ຮ້ອງຕາມກາ ມາຕາມແຮ້ງ

ເຮົາເປັນຄົນທີ່ເຕີບໃຫຍ່ໃນສອງລະບອບ, ເກີດປີ 1965 ແລະໄດ້ເຂົ້າໂຮງຮຽນ ປ.1 ເມື່ອອາຍຸໄດ້ 5 ປີ ໃນປີ 1970.

ຍັງຈຳໄດ້ວ່າ ນັບຕັ້ລແຕ່ ປ1 ເຖິງ ປ5 ( 1970-75 ) ຍາອ້າຍ ຍາເອື້ອຍ ຄູ ບໍ່ເຄີຍສອນໃຫ້ຊັງແລະຄຽດແຄ້ນໃຫ້ຄົນ

ໂດຍສະເພາະຝ່າຍແນວລາວຮັກຊາດ ແລະພວກວຽດນາມເໜືອຄອມມຸຍນິດ ແລະກໍບໍ່ເຄີຍໄດ້ຍິນນາຍຄູຈະແນະນຳ

ສິດສອນວ່າປູ່ນຳແນວລາວຮັກຊາດເປັນກະບົດຂາຍຊາດຂາຍແຜ່ນດິນໃຫ້ແກວຄອມມຸຍນິດວຽດນາມເໜືອ. ແມ້

ແຕ່ປະຫວັດສາດ ລະຫວ່າງ ລາວລ້ານຊ້າງກັບ ສະຫຍາມ ກໍບໍ່ເຄີຍຳດ້ຮັບກາຍສິດສອນຈາກອ້າຍເອື້ອຍຄູໃຫ້ກຽດຊັງ

ປະເທດສະຫຍາມຫລືປະເທດໄທໃນປະຈຸບັນ. ມີແຕ່ສອນໃຫ້ຮູ້ວ່າລ້ານຊ້າງຖືກສະຫຍາມມາປົກຄອງໄດ້ກໍຍ້ອນຄວາມ

ແຕກແຍກສາມັກຄີຂອງ 4 ກະສັດລ້ານຊ້າງໃນສະໄໝນັ້ນ.

ເຂົ້າຮຽນ ປ6 ປິ 1976 ຫລັງຈາກປົດປ່ອຍ, ນັບຕັ້ງແຕ່ນັ້ນຈົນຈົບ ມ.ປາຍ ທັງເອື້ອຍຄູ ອ້າຍຄູ ແລະອາຈານສອນ

ໃນມັດທະຍົມໄດ້ສອນໃຫ້ກຽດຊັງລາວປະຕິການ ຈັກກະພັດອາເມລິກາ ປະຕິການໄທ ແລະທຸກໆປະເທດເສລີ ຫລືທຶນ

ນີຍົມ. ກ່າວປະນາມຜູຍຊະນະນິກອນແລະຜູ່ນຳແລະລັດຖະບານລາວວຽງຈັນວ່າເປັນຄົນຂາຍຊາດຂາຍແຜ່ນດິນ ເປັນ

ລູກແຫລ້ງຕີນມືຂອງຈັກກະພັດ ແລະສອນໃຫ້ມີຄວາມຄຽດແຄ້ນຕໍ່ກຸ່ມຄົນເຫລົ່ານັ້ນ ແລະເມື່ອຮຽນປະຫວັດສາດຂອງ

ເຈົ້າອານຸວົງແລະາະຫຍາມກໍສອນໃຫ້ກຽດຊັງຄົນໄທ ຖືຄົນເປັນສັດຕູຜູາຕໍ່ໄປທີ່ຈະໄດ້ສະສາງເລື່ອງເກົ່າເລື່ອງຫລັງທີ່ຍັງ

ຄ້າງຄາໄວ້ນານກ່ວາເກືອບສອງນ້ອຍປີ.

__________________
Anonymous

Date:

ເຈົ້າເປັນຄົນໂຊກດີຫຼາຍ ອາຍຸ 5 ປີກໍ່ໄດ້ເຂົ້າຮຽນປໍ1 ຂ້ອຍອາຍຸ 7 ປີ ຍື້ມືເຖິງຫູຈຶ່ງໄດ້ເຂົ້າຮຽນປໍ1,

ສົກຮຽນປີ 1974-75 ເສັງແຊກໄດ້ແຕ່ເສັງເຂົ້າລີເຊບໍ່ໄດ້, ໂຊກດີທີ່ມີການປ່ຽນຣະບອບການປົກຄອງ

ເພິ່ນຍຸບປໍ6 ກໍ່ເລີຍໄດ້ຂຶ້ນໄປຮຽນມໍ1 ຈົບມໍ3 ຊິຂຶ້ນອໍ1 ພໍ່ແມ່ກໍ່ພາໂຕນຂ້າມນໍ້າຂອງຍ້ອນທົນຕໍ່ການ

ປາບປາມນາບຂູ່ຂອງອໍານາດການປົກຄອງທ້ອງຖິ່ນບໍ່ໄດ້.

__________________
Anonymous

Date:

ມີແຕ່ຄົນປັນຍາອ່ອນເທົ້ານັ້ນທີ່ຄິດວ່າເມກາເປັນສັດຕູ! ອີກຢ່າງກໍ່ຖືກສັງສອນ ແລະຟັງການໂຄສະນາ ໃຫ້ຄຽດແຄ້ນສັດຕູ ເພືອຫັນມາສະນັບສະໜູນຜູ້ມີອຳນາດໃຫ້ຢູ່ໃນຕຳແໜ່ງນານໆເພື່ອສໍ້ໂກງກິນບ້ານເມືອງ !

ຢ່າໂງ່ໃຫ້ເຂົ້າຫຼອກໃຊ້!

__________________
Anonymous

Date:

khee khar dog america!

__________________
Anonymous

Date:

Anonymous wrote:

khee khar dog america!

 khee khar dog Vietnam

__________________
Anonymous

Date:

Anonymous wrote:

ເຫັນທົ່ວໂລກຊັງອາເມລິກາ ຢາກຮູ້ວ່າ

ລາວນອກ ລວມທັງຄົນອເມຮິກັນແທ້ໆ ກະມັກຢູ່ບໍ

 ປະເທດອະເມຣິກາ ຄົນລາວ ໃຜ ໆ ແລະພ້ອມດ້ວຍບັນດາປະຊາກອນໃນປະເທດຕ່າງໆທົ່ວມູມໂລກ ກໍ່ຢາກມາເຫັນເພາະວ່າ

ເປັນປະເທດທີ່ຈະເຣີນແລະພັທະນາ  ແຕ່ວ່າໃຜບໍ່ເຫັນກະຊິພໍຮ້ອງຊິໄຫ້  ໃຜເຫັນແລ້ວກໍຢາກຮ້ອງຢາກໄຫ້ ເພາະວ່າການດຳຣົງຊີວີດ

ຕ້ອງສູ້ຊົນກັບຄວາມລຳບາກ

__________________
Pet Lover

Date:

Anonymous wrote:

khee khar dog america!

 ຂ້ອຍບໍ່ມີໂອກາດໄປເມືອງລາວຍ້ອນບັນຫາເສດຖະກິດຄອບຄົວ ຈຶ່ງໄດ້ໄປຊື້ເອົາໝານ້ອຍຢູ່ Pet City ມາລ້ຽງ

ເຄີຍຖາມຜູ່ຊ່ຽວຊານດ້ານກົດໝາຍກ່ຽວກັບການອຸບປະຖັມເອົາໝາແຕ່ເມືອງລາວມາລ້ຽງ ແຕ່ເພິ່ນບອກວ່າ

ຕ້ອງໄດ້ແລ່ນເອກະສານຫຼາຍຢ່າງຈຶ່ງນໍາເຂົ້າອາເມຣິກາໄດ້ແລະຄ່າຂົນສົ່ງໝາແມ່ນແພງຫຼາຍເພາະຫຼາຍສາຍ

ການບິນບໍ່ຮັບ ກໍ່ເລີຍປ່ຽນໃຈ.

ໝາທີ່ຂ້ອຍຊື້ຈາກ Pet City ນີ້ແມ່ນພັນ Teacup ໂຕຜູ້, ລໍຽງຍາກຄືລ້ຽງເດັກນ້ອຍນີລະ. ທຸກໆປີຕ້ອງໄດ້

ເອົາໄປກວດພະຍາດ, ເສັຽຄ່າທັມນຽມ. ແຕ່ລະທິດຕ້ອງໄດ້ເອົາໄປອາບນໍ້າ ຕັດເລັບ ແລະພາໄປຫຼິ້ນຢູ່ທະເລໝາ,

ແຕ່ລະມື້ຕ້ອງໄດ້ພາມັນໄປຍ່າງ, ຕ້ອງໄດ້ຕື່ນເດິກລຸກເຊົ້າໄປເຮັດວຽກຫາເງິນມາລ້ຽງມັນ ໂຊກດີທີ່ມັນສຸຂະພາບ

ແຂງແຮງຈຶ່ງບໍ່ໄດ້ເສັຽຄ່າພະຍາບານມັນ.

__________________
Anonymous

Date:

ລາວນອກຍອມປະຖິ່ນເກີດ ມີແຕ່ສອງມືເປົ່າ

ຍອມຖິ້ມຮົ້ວສວນໄຮ່ນາ ຍອ້ນຢູ່ໄປກໍບໍ່ເຫັນອານາຄົດ ໃນຕອນນັ້ນ

ຍອ້ນນະໂຍບາຍລັດຖບານໃນເວລານັ້ນ

ທຸກສິ່ງທີ່ລາວນອກມີປັດຈຸບັນ ແມ່ນຍອ້ນຄວາມຊ່ວຍເຫລືອ

ຂອງປະເທດທີ່ເຂົາເຈົ້າຢູ່ນັ້ນ ຄົນລາວສ່ວນໃຫຍ່ແມ່ນໄປອາເມຣິກາ

ຄຳວ່າ ອາເມຣິກາແມ່ນລວມໝົດປະເທດ ລວມທັງລາວນອກນຳ

ແນ່ນອນເຂົາຮັກປະເທດທີ່ໃຫ້ຊີວິດໃໝ່ແກ່ພວກເຂົາ

ແຕ່ບໍ່ໄດ້ໝາຍຄວາມວ່າເຫັນດີນຳນະໂຍບາຍລັດຖະບານ ແຕ່ເຂົາມີສິດເລືອກ

ເອົາລັດຖະບານໃໝ່ເມື່ອມີການເລືອກຕັ້ງ

ເຊ່ນດຽວກັບລາວນອກທີ່ບໍ່ມັກລະບອບ ຄອມມຸຍນິສ

ບໍ່ໄດ້ໝາຍຄວາມວ່າເຂົາບໍ່ມັກປະຊາຊົນລາວເພາະ

ໃນປະເທດລາວຍັງມີ ພໍ່ ແມ່ ພີ່ນອ້ງ ແລະຄອບຄົວຂອງເຂົາເຈົ້າ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard