Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວກໍາພູຊາລັກ ຕັດໄມ້ໃນລາວ
Anonymous

Date:
ຊາວກໍາພູຊາລັກ ຕັດໄມ້ໃນລາວ


ຊາວກໍາພູຊາລັກ ຕັດໄມ້ໃນລາວ

ພາຍໃນປີ 2012 ເຈົ້າໜ້າທີ່ ທາງການລາວ ໄດ້ຈັບ ຊາວກໍາພູຊາ ຫລາຍກວ່າ 70 ຄົນ ຍ້ອນວ່າ ເຂົ້າເມືອງ ຜິດກົດໝາຍ ສ່ວນຫລາຍ ເພື່ອລັກຕັດໄມ້. ອີງຕາມລາຍງານ ຂອງ ເຈົ້າໜ້າທີ່ ເຂດຊາຍແດນ ທີ່ໄດ້ເປີດເຜີຍ ໃນມື້ວັນທີ 3 ກັນຍາ 2012. ຜູ້ບັນຊາການ ກອງກໍາລັງ ທະຫານ ກໍາພູຊາ ປະຈໍາແຂວງ ກະແຈະຊຽງແຕງ ພົລຈັຕວາ ສະໄຫວນະຍອມ ກ່າວວ່າ ມີຊາວກໍາພູຊາ ຈໍານວນ 78 ຄົນ ຂ້າມເຂົ້າໄປ ຊາຍແດນລາວ ແບບຜິດກົດໝາຍ ພາຍໃນ 8 ເດືອນຜ່ານມາ ປີນີ້ 2012 ແລະ ໄດ້ຖືກສົ່ງກັບ ຫລັງຈາກ ຖືກກັກໂຕ ເປັນເວລາສັ້ນໆ ແລະ ຫລັງຈາກໄດ້ ຮຽນຮູ້ກ່ຽວກັບ ກົດໝາຍ ການເຂົ້າເມືອງ ຈາກ ທາງການລາວ.

ທ່ານກ່າວອີກວ່າ ສ່ວນເຈົ້າໜ້າທີ່ ກໍາພູຊາ ກໍສາມາດ ຈັບຄົນລາວ ໄດ້ 26 ຄົນ ພາຍໃນປີນີ້ ແລະ ກໍໄດ້ສົ່ງ ກັບສປປລ ຫລັງຈາກ ທີ່ໄດ້ມີ ການເຈຣະຈາ ລະຫວ່າງເຈົ້າໜ້າທີ່ ຮັກສາຄວາມສງົບ ເຂດຊາຍແດນ ຂອງ ທັງສອງປະເທດ.

ນອກຈາກ ການລັກຕັດໄມ້ ຜິດກົດໝາຍ ນີ້ແລ້ວ ຊາວກໍາພູຊາ ແລະ ຊາວລາວ ຍັງຂ້າມເຂດ ຊາຍແດນ ຂອງກັນແລະກັນ ເພື່ອໄປລ່າສັດນໍາອີກ. ພົລຈັຕວາ ສະໄຫວນະຍອມ ກ່າວວ່າ ຈໍານວນ ຄົນລາວ ທີ່ຖືກຈັບ ມີໜ້ອຍລົງ ສ່ວນຄົນ ກໍາພູຊາ ທີ່ຖືກ ຝ່າຍລາວຈັບ ມີຈໍານວນຫລາຍຂຶ້ນ ຊຶ່ງທ່ານໄດ້ຕັ້ງ ຂໍ້ສັງເກດ ວ່າເປັນຍ້ອນ ຈໍານວນ ເຈົ້າໜ້າທີ່ ເຂດຊາຍແດນ ຂອງລາວ ມີໜ້ອຍລົງ ຕາມປົກກະຕິ ເມື່ອມີຄົນຖືກຈັບ ກັກຂັງ ເຈົ້າໜ້າທີ່ ຮັກສາຄວາມສງົບ ເຂດຊາຍແດນ ຂອງສອງຝ່າຍ ຈະປຶກສາ ກັນເອງ ກ່ຽວກັບ ຄ່າປັບໃໝ ແຕ່ບໍ່ມີໂຕເລກ ທີ່ຕາຍໂຕ ຂຶ້ນຢູ່ ກັບຄ່າໃຊ້ຈ່າຍ ໃນເວລາ ຖືກກັກຂັງ ຄ່າຜ່ານ ເຂດຊາຍແດນ ແລະອື່ນໆ ແຕ່ ທ່ານ ຮູສໍາໂອຍ ນັກສິ້ງຊອມ ດ້ານສິດທິມະນຸສ ປະຈໍາແຂວງ ກະແຈະຊຽງແຕງ ກ່າວວ່າ 99 ສ່ວນຮ້ອຍ ຂອງຊາວບ້ານ ທີ່ຖືກຈັບ ຍ້ອນລັກຕັດໄມ້ ແມ່ນຮັບຈ້າງ ຕັດໄມ້ເຖື່ອນ ໃຫ້ນາຍທຶນຄ້າໄມ້.



__________________
ຕູ້ລໍາແກ້ວ

Date:

ຄ່າປັບໃໝບໍ່ມີຕົວເລກແນ່ນອນກໍ່ສະແດງວ່າກົດໝາຍບ້ານເຮົາເປັນກົດໝາຍເຫັນໃຈ ສາມາດຕໍ່ລອງກັນໄດ້ ດີໆໆໆໆ

ເພາະອ້າຍນ້ອງຮັກສາຄວາມສະຫງົບຕາມຊາຍແດນກໍ່ບໍ່ຄ່ອຍໄດ້ຮັບເງິນເດືອນເປັນປົກກະຕິຄືກັນກັບເອື້ອຍອ້າຍຄູຊົນນະບົດ

ຕ້ອງໄດ້ກຸ້ມປາກກຸ້ມທ້ອງຕົນເອງ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard