Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜຮູ້ບອກແດ່
Anonymous

Date:
ໃຜຮູ້ບອກແດ່

ຄຳວ່າຖົງປຽດແມ່ນພາສາຫຍັງ

__________________
Anonymous

Date:

ພາສາລາວນີ້ຕິ ຂ້ອຍໃຫຍ່ມາກໍໄດ້ຍິນຄຳນີ້ຂ້ອຍເປັນຄົນພາກກາງຂ້ອນຂ້າງໄປທາງເໜືອຖົງປຽດກໍໝາຍເຖິງຖົງເປົານ້ອຍໆຄ້າຍ

ຄືເປົາແຕ່ບໍ່ໃຫຍ່ບາງຄົນເຮັດສາຍພາຍໃສ່ໄປປ່າຫາໜໍ່ຫລືໃສ່ຕິບເຂົ້າໄປໄຮ່ນາ  ສ່ວນຄຳສັບຈະຊອດກະຈາມາແຕ່ເຜົ່າ

ໃດນັ້ນແມ່ນບໍ່ຮູ້ຄຳເຄົ້າດັ້ງເດີມຂອງມັນ

__________________
Anonymous

Date:

ປຽດເປັນພືດຊະນິດນຶ່ງຊຶ່ງເປັນພືດຄອບຄົວດຽວກັບປ່ານຫັ້ນແລ້ວ,

ແຕ່ປ່ານຊາວລາວເຮົາເອົາມາປະດິດເປັນເຄື່ງຫາປາດັ່ງວ່າ: ສານແຫ

ສານມອງ ແລະສະຫວີງ. ປຽດແລະປ່ານມີຄວາມໜຽວແໜ້ນທົນທານ

ທີ່ສຸດແລະກໍເບົາ. ປຽດສ່ວນມາກຈະເກີດກາງປ່າກາງດົງ ສ່ວນປ່ານນັ້ນ

ສ່ວນມາກແມ່ນຊາວລາວເຮົາມັກປູກເອົາ ເພາະປູ່ຂ້າເກີດມາກໍເຫັນພໍ່ແມ່

ເພິ່ນມີສວນປໍສວນປ່ານໂລດ ແຕ່ປຽດເພິ່ນພາກັນໄປຫາຕັດເອົາຢູ່ກາງດົງ

ກາງປ່າພຸ້ນລະ.

__________________
Anonymous

Date:

Anonymous wrote:

 ຂ້ອຍເຄີຍເຫັນແຕ່: ປໍ ,  ເທືອງ , ປ່ານ,     ສ່ວນປຽດບໍ່ເຄີຍເຫັນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard