Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວ ໃຊ້ Facebook ຫຼາຍເນາະ
Anonymous

Date:
ຄົນລາວ ໃຊ້ Facebook ຫຼາຍເນາະ

aww

__________________

Senior Member

Status: Offline
Posts: 101
Date:

Anonymous wrote:

aww

List of cities on Facebook

#CityCountryUsers Pen.
1.BangkokThailand8682940104.74%
2.JakartaIndonesia743458034.10%
3.IstanbulTurkey706670062.98%
4.LondonUnited Kingdom613918073.79%
5.BogotaColombia611212082.15%
6.Sao PauloBrazil571822029.88%
7.Mexico cityMexico429482023.30%
8.SantiagoChile412970073.35%
9.MumbaiIndia370046018.95%
10.Buenos AiresArgentina353384028.52%

__________________
Anonymous

Date:

ช่วยกันกด like ลาวเข้าใจอาชงน แน่เดี

__________________
ຂອນດອກ

Date:

ດີຫຼາຍເດີທີ່ຄົນບ້ານເຮົາໄດ້ມີໂອກາດເຂົ້າເຖິງເວັບເຄືອຂ່າຍສັງຄົມຂອງ facebook ແລະຖ້າພໍ່ເປັນໄປໄດ້ຢາກໃຫ້ເອົາຮູບທັມຊາດໂພສລົງໃຫ້ເບິ່ງຫຼາຍໆແດ່

ໂດຍສະເພາະແມ່ນພີ່ນ້ອງທາງບ້ານຫາດຂີ້ຄວາຍ ເມືອງໂຂງ ແຂວງຈໍາປາສັກ, ຢາກເຫັນຫຼາຍແມ່ນຮູບເລົ້າເຂົ້າພໍ່ເຖົ້າແສນກັບຮູບຕົ້ນໝາກກິເໝິ້ງຂອງລຸງລ່ຽມຫັ້ນນະ.

__________________
Anonymous

Date:

ແຕ່ກໍແປກໃຈ ຕໍ່ຄວາມເປີດເຜີຍຂອງເຂົາເຈົ້າ ທຸກສີ່ງຢ່າງເຂົາກໍຈະມາອອກໃຫ້ເຫັນໝົດ ຄ້າຍໆກັບວ່າ ທຸກບາດກ້າວຍ່າງຂອງເຂົາ ແມ່ນມາອອກໃຫ້ເຫັນກັນໝົດໃນເວທີ ໃນງານກອງປະຊຸມ ຫຼືຫ້ອງການຕ່າງໆ ເຊີ່ງມັນຈະແຕກຕ່າງກັນທີ່ສຸດ ກັບຄົນໃນບັນດາປະເທດທີ່ເຂົາຈະເລີນ ເລື້ອງສ່ວນຕົວກໍຄືສ່ວນຕົວ ຈະໄປກ່ຽວຂ້ອງກັບບ່ອນເຮັດວຽກຫຼືຫ້ອງການ

ຂອງເຂົາ ຍິ່ງເຂົາຈະປິດລັບໄວ້ໃຫ້ດີ

__________________
ຜ້າສະໂຫຼ້ງເກົ່າ

Date:

ຂ້ານ້ອຍຊອກຫາໝູ່ຈາກເມືອງVapi, Salavan, Laos ຜົນອອກມາພັດມີແຕ່ຜູ່ບ່າວຜູ່ສາວຈາກປະເທດອິນເດັຽ, ທ່ານລອງຊອກເບິ່ງເດີ

ຜົນອອກຊິຄືກັນບໍ່?

__________________
Anonymous

Date:

Anonymous wrote:

aww

 ເຖິງຖ້າໃຊ້ກັນໝົດປະເທດ ສູ້ຈີນ ເມກາ ແລະປະເທດອື່ນໆບໍ່ໄດ້ ເພາະພົນລະເມືອງລາວໜ້ອຍ

__________________
LED

Date:

ເວັບນີ້ພັດວ່າຄົນລາວໃຊ້ facebook ພຽງແຕ່ 156.160 ຄົນ.

http://www.internetworldstats.com/asia.htm#la

ຂ້ອຍມີໝູ່ຈາກເມືອງລາວປະມານ 50 ກວ່າຄົນ, ແຕ່ລະມື້ເຫັນlog in ພຽງແຕ່ສອງສາມຄົນ.

__________________
Anonymous

Date:

ຂອນດອກ wrote:

ດີຫຼາຍເດີທີ່ຄົນບ້ານເຮົາໄດ້ມີໂອກາດເຂົ້າເຖິງເວັບເຄືອຂ່າຍສັງຄົມຂອງ facebook ແລະຖ້າພໍ່ເປັນໄປໄດ້ຢາກໃຫ້ເອົາຮູບທັມຊາດໂພສລົງໃຫ້ເບິ່ງຫຼາຍໆແດ່

ໂດຍສະເພາະແມ່ນພີ່ນ້ອງທາງບ້ານຫາດຂີ້ຄວາຍ ເມືອງໂຂງ ແຂວງຈໍາປາສັກ, ຢາກເຫັນຫຼາຍແມ່ນຮູບເລົ້າເຂົ້າພໍ່ເຖົ້າແສນກັບຮູບຕົ້ນໝາກກິເໝິ້ງຂອງລຸງລ່ຽມຫັ້ນນະ.

ຫນ້ານີ້ລວມຮູບພາບປະເທດລາວ 

http://www.facebook.com/LaosPictures

__________________
Anonymous

Date:

ຕາມທີ່ຂ້ອຍສັງເກດ ຄົນຢູ່ໃນປະເທດລາວເຂົ້າເຟດສະບຸກຫລາຍແມ່ນໃນເວລາ 8 ໂມງເຊົ້າ ຫາ 16 ໂມງແລງ

ໃນວັນຈັນຫາວັນສຸກ, ສ່ວນຕອນກາງຄືນ ແລະ ຍາມວັນເສົາວັນອາທິດ ບໍ່ເຫັນເຂົາເຂົ້າຫລາຍ. ອາດຈະເປັນ

ຍ້ອນວ່າຄົນລາວບໍ່ຕິດຫລິ້ນອິນເຕີເນັດ ຫລືອາດຈະເປັນຍ້ອນວ່າເຂົາໄປພັກຜ່ອນຕາຮ້ານພັບຮ້ານບາ ຫລືເປັນ

ຍ້ອນເຫດໃດເຂົາຈຶ່ງບໍ່ຕິດອິນເຕີເນັດເໝືອນຄົນປະເທດອື່ນຂນາດເຂົ້າໄປຖ່າຍປັດສະວະກໍ່ຍັງຖ່າຍຮູບມາໃຫ້

ໝູ່ເບິ່ງ?

1654331_534770543304797_2069849847_n.jpg

__________________
Anonymous

Date:

ເປັນຕາໜ່າຍແທ້ໆ ຄົນລາວ ປະມານ 98%

ມີແຕ່ ຂຽນໂຕໜັງສືໄທຍ no ໃນ Facebook

ທັງໆ ທີ່ມີບ່ອນ download & install ພາສາລາວແລ້ວ

ແຕ່ຄົນລາວສ່ວນຫຼາຍ ຂີ້ຄ້ານ

ຫຼືເຮັດບໍ່ເປັນ ? ?

 ສ່ວນຫຼາຍແລ້ວ ຕົ້ນຕໍກໍຄືເກມ

ຄົນລາວ ເອົາສະເພາະໄວໜຸ່ມເດີ້ ຕັ້ງແຕ່ອາຍຸ 13-25 ປີ 90% ເນັ້ນພິມພາສາໄທຫຼາຍ ເພາະວ່າຫຼິ້ນເກມໄທຢູ່

ດັ່ງນັ້ນມັນບໍ່ແປກໃຈເລີຍເປັນຫຍັງຄົນລາວຈຶ່ງພິມພາສາໄທ  ແລະອີກຢ່າງໜຶ່ງກໍຂີ້ຄ້ານນຳ

__________________
Anonymous

Date:

Anonymous wrote:

ເປັນຕາໜ່າຍແທ້ໆ ຄົນລາວ ປະມານ 98%

ມີແຕ່ ຂຽນໂຕໜັງສືໄທຍ no ໃນ Facebook

ທັງໆ ທີ່ມີບ່ອນ download & install ພາສາລາວແລ້ວ

ແຕ່ຄົນລາວສ່ວນຫຼາຍ ຂີ້ຄ້ານ

ຫຼືເຮັດບໍ່ເປັນ ? ?

 ຄົນຢູ່ລາວສ່ວນຫລາຍໃຊ້ Windows 7, Windows8 ທີ່ມີຕົວອັກສອນລາວ ແລະ ແປ້ນພິມລາວໃຫ້ຮຽບຮ້ອຍ

ພຽງແຕ່ສະລະເວລາເຂົ້າໄປຕິດຕັ້ງປະມານ 45 ວິນາທີເທົ່ານັ້ນກໍ່ສາມາດພິມອັກສອນລາວໄດ້ແລ້ວ, ຖ້າບໍ່ຮູ້ຕັ້ງຄ່າ

ກະລຸນາອູ້ມໂນ໊ດບຸກມາຮ້ານຈອດຢາງບໍ່ດີ ບັກຫລ້າຈະຕັ້ງຄ່າໃຫ້ຟຣີ.

 ພໍ່ອາວ ວ່າພາສາລາວມີສະເພາະຢູ່  Windows8 ນັ້ນເວົ້າຜິດໃຫ້ເວົ້າໃຫມ່ ພາສາລາວ build-in ໃນ Windows ມາດົນແລ້ວຕັ້ງແຕ Vista ພຸ້ນ

ພໍ່ອາວໄປເມົາເຫລົ້າຂາວຫລືນອນຫລັບຢູ່ໃສ ຄືຫາກໍ່ຊວາດຮູ້ເມື່ອຕອນບ່າຍສີ່ໂມງແລງນີ້????.

 ເຈົ້າເວົ້າຖືກຕ້ອງແລ້ວ, Microsoft ເອົາຕົວອັກສອນລາວແລະແປ້ນພິມລາວເຂົ້າໃນຣະບົບ

Windows Vista ຂຶ້ນມາຫາ Windows 7 ແລະ Windows 8.

ແຕ່ຜູ່ຂ້າງເທິງເວົ້າວ່າ ຄົນຢູ່ໃນປະເທດລາວໃຊ້ແຕ່ Windows 7 ແລະ Windows 8

ຊຶ່ງໝາຍຄວາມວ່າເຂົາບໍ່ໃຊ້ Windows Vista ອາດຈະເປັນເພາະມັນເກົ່າແລະລ້າສະໃໝ

ລາວບໍ່ໄດ້ເວົ້າວ່າ Windows Vista ບໍ່ມີຕົວອັກສອນລາວ.

ນັ້ນແມ່ນຄວາມເຂົ້າໃຈຂອງຂ້ອຍເດີ, biggrin.

__________________
Anonymous

Date:

ອັນນີ້ເວົ້າ ກ່ຽວກັບ ຄົນລາວ

ທີ່ໃຊ້ cell phone (smart or not ?)

ແລ້ວຫຼິ້ນ Facebook...ແລ້ວຂຽນ ພາສາໄທຍ....

__________________
Anonymous

Date:

ຄົນລາວສ່ວນຫລາຍທີ່ຫລິ້ນເຟຊ ເປັນໄວຫລຸ້ນ ແລະ ຍັງໃຊ້ໂທລະສັບເປັນສ່ວນຫລາຍ ແລະ ໂທລະສັບພັດເປັນລະບົບປິດ(ລວມທັງໂທລະສັບທີ່ໃຊ້ວິນໂດວ໌ໂຟນ ດຽວນີ້ຈະເປັນວິນເຈັດ ວິນແປດ) ໂທລະສັບພວກນີ້ສ່ວນຫລາຍບໍ່ອ່ານພາສາລາວ ຫລື ອ່ານພາສາລາວໄດ້ ແຕ່ພິມພາສາລາວບໍ່ໄດ້ ເພາະບໍ່ສາມາດລົງພາສາລາວໄດ້ ຍ້ອນມັນເປັນລະບົບປິດ, ສ່ວນຜູ້ໃຊ້ໂທລະສັບລະບົບເປີດ ຫລື ພວກ Android ກໍຍັງມີໜ້ອຍ Android ບາງຍີ່ຫໍ້ ຫລື ບາງຫລຸ້ນ ກໍບໍ່ສະໜັບສະໜູນພາສາລາວໄດ້ດີທັງໝົດ, ສ່ວນລະບົບ IOS ທີ່ມາກັບໂທລະສັບໄອໂຟນ ໄອ....ບາງຄົນຊື້ມາແພງແລ້ວ ກໍບໍ່ໄດ້ລົງພາສາລາວ ບໍ່ກ້າກວນ ຢ້ານເຄື່ອງລ໊ອກ ກໍເລີຍໃຊ້ພາສາທີ່ມາກັບໂຕເຄື່ອງນັ້ນໄປເລີຍ...ແຕ່ດຽວນີ້ມີໂທລະສັບຫລາຍຍີ່ຫໍ້ ທີ່ມີພາສາລາວມາໃນເຄື່ອງເລີຍ ແຕ່ລາຄາອ່າວແພງ....

__________________
Anonymous

Date:

ທ່ານທັງຫລາຍກະພາກັນສອນເຂົາແດ່ ເລື່ອງຕິດຕັ້ງແຜ່ນພິມພາສາລາວ ຢູ່

window vista, 7 and 8 ຫັ້ນ. ເມື່ອເຂົາຕິດຕັ້ງເປັນແລ້ວເຂົາຈຶ່ງຂຽນພາສາລາວໄດ້

1  click     Start

2.  click     Control panel

3.  choose  Region and Language

4.  change to  Lao(lao P.D.R)  at Format

well finish

ເວລາຊິພິມກໍ່ປ່ຽນເອົາ ໄດ້ສະບາຍຕາມໃຈ ຢູ່ດ້ານລຸ່ມຂວາມື ຂອງໜ້າຈໍຄອມພິວເຕີ້

ທີ່ສະແດງໃຫ້ເຫັນ    EN   and LA

ຖ້າສອນເຂົາພວກ ໄວຮຸ່ນທັງຫລາຍໃຫ້ຮູ້ ຂ້ອຍວ່າເຂົາຕ້ອງຂຽນແນ່ນອນ

ຫລືຢ່າງໃດ ກໍ່ບໍ່ຮູ້ນຳ ເພາະຄວາມຢາກຂອງແຕ່ລະຄົນບໍ່ຄືກັນ

ມັນເວົ້າຍາກ ຮູ້ແລ້ວບໍ່ເຮັດກໍ່ມີ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard