Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການສະເໜີຂ່າວຂອງ ສປປ ລາວ ຄົນມີຈັນຍາບັນ ແລະເຄົາລົບສິດຄົນອື່ນ
ຊະນະໄພ

Date:
ການສະເໜີຂ່າວຂອງ ສປປ ລາວ ຄົນມີຈັນຍາບັນ ແລະເຄົາລົບສິດຄົນອື່ນ


ຕາມທີ່ຂ້າພະເຈົ້າໄດ້ຕິດຕາມຂ່າວທາງໜັງສືພີມ, ວິທະຍຸ ແລະ ໂທລະພາບ ໂດຍສະເພາະຂ່າວກ່ຽວກັບປາກົດການຫຍໍ້ທໍ້ໃນສັງຄົມຊຶ່ງໃນໄລຍະຫຼັງນີ້ມີການນຳສະເໜີຫຼາຍຂຶ້ນ (ທາງຊ່ອງ LPSTV) ກໍ່ຂໍຊົມເຊີຍທີ່ໄດ້ນຳເອົາຄວາມຈິງມາຕີແຜ່ໃຫ້ສັງຄົມຮັບຊາບນຳ ເພື່ອເປັນການເຕືອນສະຕິ ແລະຮັບຊາບຂໍ້ມູນໄດ້ທັນການ. ແຕ່ວ່າການນຳສະເໜີຂ່າວໃນເວລາຈັບກຸມຜູ້ຕ້ອງຫາໄດ້ ແລ້ວນຳມາຖະແຫຼງຂ່າວເພິ່ນບໍ່ມີການປິດບັງໃບໜ້າຂອງຜູ້ຕ້ອງຫາ ຫຼື ຕ້ອງສົງໃສ ທັ້ງຍັງເວົ້າຊື່ຈິງ ອາຍຸຈິງ ທັ້ງໆທີ່ອາຍຸຍັງບໍ່ເຖິງກະສຽນ (18ປີ) ນອກຈາກນັ້ນເພິ່ນຍັງທຳການພິພາກສາເອງເລີຍວ່າການກະທຳດັ່ງກ່າວຜິດຕໍ່ກົດໝາຍອາຍາມາດຕາ.....ຖືກຈຳຄຸກ.......ແລະປັບໃໝ....... ນີ້ຖືວ່າເປັນຄວາມບໍ່ຖືກຕ້ອງເພາະຜູ້ຕ້ອງຫາຍັງບໍ່ໄດ້ຮັບການຕັດສີນຈາກສານເທື່ອວ່າພວກເຂົາຜິດແທ້ບໍ່.

ສະນັ້ນ ຖ້າຫາກທ່ານຜູ້ກ່ຽວຂ້ອງຫາກໄດ້ແວະເຂົ້າມາອ່ານເນື້ອຄວາມນີ້ກໍ່ລອງເອົາໄປພິຈາລະນາເບິ່ງວ່າຂ້າພະເຈົ້າເວົ້າຖືກ ຫຼື ຜິດ, ຖ້າຖືກກໍ່ຂໍໃຫ້ປ່ຽນແປງສາ.



__________________
ລືມ

Date:
RE: ການສະເໜີຂ່າວຂອງ ສປປ ລາວ ຄົນມີຈັນຍາບັນ ແລະເຄົາລົບສິດຄົນອື່ນ


ຄິດວ່າທ່ານຊະນະໄພຄົງຢາກຕັ້ງຫົວບົດວ່າ: ການສະເໜີຂ່າວຄວນມີຈັນຍາບັນແລະເຄົາລົບສິດຄົນອື່ນ. ເປັນຄໍາເຫັນທີ່ດີເດີທ່ານ, ຂໍຊົມເຊີຍ ແລະຫວັງວ່າພາກສ່ວນທີ່ກ່ຽວຂ້ອງຈະນໍາໄປແກ້ໄຂ.

__________________
Anonymous

Date:

ໂອ້ຍຂໍໂທດພີມຜິດ ຈາກ ຄວນ ກາຍເປັນ ຄົນ ເວບມາສເຕີຊ່ວຍແປງໃຫ້ໄດ້ບໍ່ ຂໍຂອບໃຈ



__________________


Senior Member

Status: Offline
Posts: 140
Date:

ຂພຈ ກະວ່າຊິເວົ້າຢູ່
ຄືຂາຍຂີ້ໜ້າ ກັນເອົາແທ້ເອົາວ່ານີ້ລະ

ຂີ້ຮ້າຍກະ ປິດບັງໃບໜ້າເຂົາໄວ້ກະດີ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard