Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຄວາມຊ່ວຍເຫຼືອແດ່ ກ່ຽວກັບການເດີນທາງ
Anonymous

Date:
ຂໍຄວາມຊ່ວຍເຫຼືອແດ່ ກ່ຽວກັບການເດີນທາງ


ສະບາຍດີ ສະມະຊິກສະມະຄົມລາວທຸກທ່ານ

ຢາກຮູ້ວ່າຖ້າຂ້ອຍຕ້ອງການເດີນທາງໄປສຶກສາຕໍ່ທີ່ປະເທດຈີນ ຈໍາຕ້ອງໄດ້ Visa ຫຼືບໍ່ ຖ້າໄດ້ Visa ລາຄາເທົ່າໃດ?

ຂອບໃຈທຸກທ່ານທີ່ໃຫ້ຄວາມຊ່ວຍເຫຼືອ



__________________
Anonymous

Date:

ຈັງແມ່ນເຈົ້າຂີ້ຄ້ານຫາຂໍ້ມູນນໍ ເລື່ອງສໍານີ້ກະມາຖາມຢູ່ນີ້ ແລະຂ້ອຍເປັນຫ່ວງເຈົ້າສິຮຽນຈົບຫຼືບໍ່ ເພາະເປັນຄົນບໍມັກຄົ້ນຄ້ວາ

ບອກໃຫ້ກະໄດ້ ຕ້ອງ Visa ລາຄາ 30 ດອນລາ ເມື່ອປີກາຍນີ້ ແຕ່ດຽວນີ້ບໍ່ຮູ້ ເຈົ້າຕ້ອງໄປຖາມເອົາ ຢູ່ສະຖານທູດຈີນ ບໍ່ວ່າຕິສິບໍຮູ້ວ່າສະຖານທູດຕັ້ງຢູ່ໃສ



__________________
Anonymous

Date:

ກ່ອນອື່ນທ່ານຕ້ອງສອບຖາມເບິ່ງກ່ອນວ່າ ລະຫວ່າງປະເທດລາວແລະປະເທດຈີນມີການເຊັນສັນຍາຍົກເວັ້ນ " ວີຊາ Visa" ຫນັງສືຍົກເວັ້ນການເດີນທາງເຂົ້າອອກລະຫວ່າງປະເທດນຳກັນແລ້ວບໍ່?

ຖ້າບໍ່ທັນມີ ທ່ານຈະຕ້ອງໄປຫາກົງສູນ ສປ ຈີນ ແລະຂໍໃຫ້ທ່ານສະເຫນີເຮັດ ວີຊາເປັນເວລາຍາວນານຕາມກຳຫນົດການສຶກສາ.

ຂໍໂທດເດີຖ້າອ່ານບໍ່ອອກ ເອກ ແລະໂທ ຂໍໃຫ້ທ່ານຟ້ອງເອົາເອງ ເພາະຄັອມຂ້າພະເຈົ້າໃຊ້ Windows XP ອາດມີອັນຜິດພາດບາງອັນ!



__________________
Anonymous

Date:

ຂໍໂທດ ໂພສ ຜິດບ່ອນno



__________________
Anonymous

Date:

ດຽວນີ້ ເຫຼືອ 15$ ແລ້ວ ລາຍລະອຽດ ໂທຖາມສະຖານທູດເລຍ ເພາະປະເພດວິຊ້າຕ່າງກັນ ລາຄາອາດຕ່າງກັນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard