Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການລົມກັບສາວໃນອິນເຕີເນັດໃຫ້ເກີດຄວາມປະທັບໃຈ
Anonymous

Date:
ການລົມກັບສາວໃນອິນເຕີເນັດໃຫ້ເກີດຄວາມປະທັບໃຈ


 

 ຖ້າທ່ານເປັນຜູ້ຊາຍທີ່ມັກສົນທະນາກັບຫມູ່ຫລືສາວໆໂດຍຜ່ານເຄືອຂ່າຍອິນເຕີເນັດວັນນີ້ມີເຄັດບໍ່ລັບໃນການສົນທະນາ ກັບສາວໆທີ່ຈະເຮັດໃຫ້ພວກນາງຮູ້ສຶກປະທັບໃຈມາແນະນໍາກັນ.

   ຈົ່ງຫມັ້ນໃຈໃນຕົວເອງ: ຄໍານີ້ທ່ານຄືຊິໄດ້ຍິນມາຈົນເບື່ອແລ້ວແຕ່ຜູ້ຊາຍຫລາຍຄົນມັກຕື່ນເມື່ອນັດພົບສາວໃນໂລກຄວາມເປັນຈິງ ແຕ່ການ ລົມກັນໃນອິນເຕີເນັດຊ່ວຍເຮັດໃຫ້ທ່ານຫລຸດອາການຕື່ນເຕັ້ນໄດ້ດີທີ່ສຸດ ໂດຍທ່ານບໍ່ຕ້ອງກັງວົນວ່າທ່ານຈະເຮັດພຶດຕິກໍາອັນໃດທີ່ສາວໆບໍ່ມັກ ຫລື ບໍ່ເຊິ່ງຄວາມຫມັ້ນໃຈໃນຕົວເອງຈຸດນີ້ຄືສະເຫນ່ທີ່ສຳຄັນທີ່ສຸດຂອງຜູ້ຊາຍ.

   ເຮັດໂຕໃຫ້ຫນ້າສົນໃຈ: ພະຍາຍາມສັງເກດວ່ານາງມັກຫຍັງ? ເປັນຫຍັງນາງຈິ່ງມັກ? ພຽງເທົ່ານີ້ກໍ່ເຮັດໃຫ້ນາງສົນໃຈຕົວທ່ານຫລາຍຍິ່ງຂຶ້ນ ແຕ່ບໍ່ຄວນຈະຖາມເຈາະເລິກຫລາຍເກີນໄປເພາະນາງຈະຮູ້ສຶກວ່າກຳລັງຖືກຄຸກຄາມຫລາຍກວ່າເຖິງຈະເປັນການລົມກັນທາງອິນເຕີເນັດກ່ໍຕາມ.

   ໃຫ້ອີກຝ່າຍຮູ້ວ່າເຮົາເປັນຫ່ວງສະເຫມີ: ເມື່ອຮູ້ຈັກ ແລະ ເລີ່ມໂທລົມກັນໄດ້ແລ້ວການສະແດງໃຫ້ນາງເຫັນວ່າທ່ານເປັນຫ່ວງເປັນໃຍນີ້ເປັນວິທີ ທີ່ດີອີກຢ່າງຫນຶ່ງເຊັ່ນຖ້ານາງກັບມາຈາກຮຽນ ຫລື ເຮັດວຽກທ່ານຖາມເລີຍວ່າເມື່ອຍບໍ່, ມື້ນີ້ເປັນແນວໃດແດ່ແບບນີ້ເປັນຕົ້ນ ເຊິ່ງຈະເຮັດໃຫ້ ອີກຝ່າຍຮູ້ສຶກວ່າຕົນເອງມີຄຸນຄ່າ ແລະ ພ້ອມທີ່ຈະຕອບຮັບຄວາມເອົາໃສ່ຂອງທ່ານ.

   ພະຍາຍາມນັດພົບກັນ: ຫລັງຈາກຄວາມສໍາພັນເລີ່ມແຫນ້ນແຟ້ນແລ້ວອາດເລີ່ມສົນທະນາກັນເຫັນໃບຫນ້າຜ່ານທາງເວັບແຄມແຕ່ກ່ອນຈະ ລົມກັນຜ່ານເວັບແຄມທ່ານຕ້ອງຫມັ້ນໃຈກ່ອນວ່າທ່ານສະຫນິດກັນຫລາຍພໍສົມຄວນຖ້າຍັງບໍ່ສະນິດກັນອາດເຮັດໃຫ້ອີກຝ່າຍຕົກໃຈ ເມື່ອເຫັນ ຫນ້າຂອງທ່ານກ່ໍເປັນໄດ້ບາງຄົນອາດຢຸດຄວາມສໍາພັນເອົາໄວ້ກໍ່ມີ.

  ມີສະເຫນ່ຫນ້າຫລົງໄຫລ: ແມ່ຍິງທຸກຄົນມັກຜູ້ຊາຍທີ່ເບິ່ງເປັນມິດຊວນລົມເລື່ອງຕະຫລົກເຮັດໃຫ້ນາງຫົວໄດ້ຕະຫລອດ ຫລື ຈະເປັນການ ຍ້ອງຊື່ນຊົມເຊິ່ງທ່ານສະແດງໃຫ້ເຫັນວ່າຕົນເອງເປັນຄົນຕະຫລົກນອກຈາກຈະເຮັດໃຫ້ນາງຍິ້ມໄດ້ແລ້ວຍັງເປັນວິທີການໃຊ້ສະເຫນ່ຂອງ ທ່ານແບບຈິງໃຈນໍາ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard