Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາສັງຄົມເສື່ອມສືບຕໍ່ຂະຫຍາຍຕົວໄປກັບການພັດທະນາ
ຊະນະໄພ

Date:
ບັນຫາສັງຄົມເສື່ອມສືບຕໍ່ຂະຫຍາຍຕົວໄປກັບການພັດທະນາ

ນີ້ຄືບົດສະຫຼຸບຂອງ ປກສ ນະຄອນຫຼວງວຽງຈັນໃນ 6ເດືອນຕົ້ນປີ:

ປັດ­ຈຸ­ບັນ ສະ­ພາບ​ປະ­ກົດ​ການ​ຫຍໍ້­ທໍ້​ຕ່າງໆ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊັ່ນ: ການ​ປຸ້ນ​ຈີ້ ຊີງ​ຊັບ ລັກ​ຊັບ ການ​ຊື້-ຂາຍ​ເສບ​ຢາ​ເສບ​ຕິດ ມີ​ອາ­ວຸດ​ໄວ້​ໃນ​ຄອບ​ຄອງ ການ­ຈັດ­ຕັ້ງ​ກຸ່ມ​ແກ້ງ​ຂີ່​ລົດ​ກວນ​ເມືອງ ນັກ­ເລງ​ອັນ​ຕະ​ພານ ແລະ ອື່ນໆ ຍັງ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ມັນ​ຮຽກ­ຮ້ອງ​ໃຫ້​ພົນ­ລະ­ເມືອງ​ທຸກ​ຄົນ ຈົ່ງ​ມີ​ສະ­ຕິ​ລະ­ວັງ​ຕົວ​ສູງ ຕາມ​ບົດ​ສະ­ຫຼຸບ​ລາຍ​ງານ​ຂອງ​ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຊີ້​ໃຫ້​ເຫັນ​ວ່າ: ໃນ 6 ເດືອນ ຕົ້ນ​ປີ 2012 ມີ​ຄະ­ດີ​ເກີດ​ຂຶ້ນ​ທັງ​ໝົດ 591 ເລື່ອງ ແກ້​ໄຂ​ໄດ້ 346 ເລື່ອງ ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ຈຳ­ນວນ 541 ຄົນ ຍິງ 76 ຄົນ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊັບ​ສິນ​ຂອງ​ລັດ ແລະ ຂອງ​ພົນ­ລະ­ເມືອງ ເປັນ​ເງິນ​ກີບ 1.038.407.000 ກີບ 4.148.400 ບາດ 76.566 ໂດ​ລາ 500.000 ດົງ ບັດ​ຕື່ມ​ເງິນ 22.700.000 ກີບ ລົດ​ເສຍ 129 ຄັນ ໃນ​ນີ້​ມີ​ລົດ​ໃຫຍ່ 5 ຄັນ ຄຳ​ຮູບ​ປະ­ພັນ 2 ກິ​ໂລ ກັບ 23 ບາດ ສາຍ­ແອວ​ທອງ​ນາກ 62 ບາດ ໂທລະ­ສັບ 173 ໜ່ວຍ ປືນ TT77 ມີ 1 ກະ­ບອກ ພ້ອມ​ລູກ 8 ລູກ ປືນ K59 ມີ 1 ກະ­ບອກ ພ້ອມ​ລູກ 8 ລູກ ຄອມ​ພິວ​ເຕີ 54 ຊຸດ ແລະ ເຄື່ອງ​ອື່ນໆ​ຈຳ­ນວນ​ໜຶ່ງ.

ສະ­ເພາະ​ຄະ­ດີ​ທີ່​ເກີດ​ຂຶ້ນ​ຫຼາຍ​ກວ່າ​ໝູ່ ແມ່ນ​ຄະ­ດີ​ລັກ​ຊັບ​ພົນ­ລະ­ເມືອງ ມີ​ທັງ​ໝົດ 107 ເລື່ອງ ປຸ້ນ​ຊັບ 51 ເລື່ອງ ຊີງ​ຊັບ​ພົນ­ລະ­ເມືອງ 44 ເລື່ອງ ຄ້າ­ຂາຍ​ຢາ​ເສບ​ຕິດ 52 ເລື່ອງ ເສບ​ຢາ​ເສບ​ຕິດ 80 ເລື່ອງ ຊື້-ຂາຍ​ຊັບ​ຜິດ​ກົດ­ໝາຍ 12 ເລື່ອງ ອາ​ລະ​ວາດ​ຕີ​ກັນ 4 ເລື່ອງ ການ​ທຳ​ມິດ​ສະ​ຈານ 9 ເລື່ອງ ນຳ​ໃຊ້​ເງິນ​ປອມ 2 ເລື່ອງ ມີ​ອາ­ວຸດ​ໄວ້​ໃນ​ຄອບ​ຄອງ 8 ເລື່ອງ ການ​ຍັກ​ຍອກ​ຊັບ​ພົນ­ລະ­ເມືອງ ແລະ ນິ­ຕິ­ບຸກ­ຄົນ 23 ເລື່ອງ ເຂົ້າ​ເມືອງ​ຜິດ​ກົດ­ໝາຍ 9 ເລື່ອງ ຂົ່ມ­ຂືນ​ທຳ​ສຳ​ເລົາ 5 ເລື່ອງ ປິດ​ບັງ​ການ​ກະ­ທຳ​ຜິດ​ຂອງ​ບຸກ­ຄົນ​ອື່ນ 2 ເລື່ອງ ການ​ຄາດ​ຕະ​ກຳ 2 ເລື່ອງ ອາ​ລະ​ວາດ​ໃນ​ຄອບ­ຄົວ 13 ເລື່ອງ ເປັນ​ນັກ­ເລງ​ອັນ​ຕະ​ພານ 4 ເລື່ອງ ແອບ​ອ້າງ​ເປັນ​ເຈົ້າ​ໜ້າ­ທີ່ 1 ເລື່ອງ ທຳ­ຮ້າຍ​ຮ່າງ­ກາຍ 5 ເລື່ອງ ປອມ​ແປງ​ເອ­ກະ­ສານ 2 ເລື່ອງ ແຫກ​ກະ­ເປົາ 8 ເລື່ອງ ທຳ­ລາຍ​ຊັບ​ພົນ­ລະ­ເມືອງ 6 ເລື່ອງ ແລະ ລະ­ເມີດ​ຄອງ​ສົງ 3 ເລື່ອງ.

__________________
Anonymous

Date:
RE: ບັນຫາສັງຄົມເສື່ອມສືບຕໍ່ຂະຫຍາຍຕົວໄປກັບການພັດທະນາ

ນັກປອມແປງເອກະສານເກັ່ງຫຼາຍ ຕໍາລວດສາມາດຈັບໄດ້ແຕ່ 2 ຄະດີ ເຫຼືອນັ້ນລອດໄປຢ່າງປອດໄພ ສົງໃສໃຊ້ເທັກນິທີ່ທັນສະໃໝຕໍາລວດຈຶ່ງຈັບບໍ່ໄດ້.

__________________
Anonymous

Date:

ໄປຊາຫຍັງກັບຕໍາຫຣວດບໍ່ມີຄວາມຮູ້ຄວາມຫລັກຫຍັງ

__________________
Anonymous

Date:

ດຽວນີ້ ໄປໃສ ມາໃສ ໄດ້ຍິນແຕ່ຂ່າວ ຂີ້ລັກ ຈີ້ ປົ້ນ ຫຼາຍເອົາແທ້ເອົາວ່າ

ເງິນຫາຍາກຂຶ້ນ ໂຈນ ກໍ່ເລຍຫຼາຍຂຶ້ນ no

__________________
Anonymous

Date:

Anonymous wrote:

ຜູ່ຈົບການສຶກສາຊັ້ນສູງມາຈາກຕ່າງປະເທດມີຫຼາຍສົມຄວນ ແຕ່ເພິ່ນຈະນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນໜ້າທີ່ວຽກງານ ໄດ້ນ້ອຍຫຼືຫຼາຍເທົ່າໃດນັ້ນບໍ່ຮູ້ນໍາເດີ, ກໍ່ຄືເຈົ້າຮູ້ຫັ້ນລະ ທຸລະກິດທີ່ຜິດກົດໝາຍສ່ວນຫຼາຍຈະມີຜູ່ໃຫຍ່ຢູ່ເບື້ອງຫຼັງ ແລ້ວຈະໃຫ້ບ້ານເມືອງມີຄວາມສະຫງົບສຸກໄດ້ແນວໃດ?

__________________
Anonymous

Date:

ຍັງນ້ອຍກວ່າໄທຫຼາຍ 6 ເດືອນຂອງລາວນົ້ນເທ່າຜົນງານຊອງໂຈນໄທພຽງມື້ດຽວ ບາງບ້ານກໍ່ເປ້ນໂຈນທັ້ງໝົດ ບໍ່ຕ້ອງລຳບາກທຳອາຊີບສຸຈະຮິດ

 ເສືອກອີກແລ້ວ ບັກເວນ

__________________
Anonymous

Date:

Anonymous wrote:

ຍັງນ້ອຍກວ່າໄທຫຼາຍ 6 ເດືອນຂອງລາວນົ້ນເທ່າຜົນງານຊອງໂຈນໄທພຽງມື້ດຽວ ບາງບ້ານກໍ່ເປ້ນໂຈນທັ້ງໝົດ ບໍ່ຕ້ອງລຳບາກທຳອາຊີບສຸຈະຮິດ

Thailand has more than 60 million people.

Laos only has 6 million.

So there are more chances that more crimes happen in Thailand than in Laos.

stupid sons of b*tches

__________________
Anonymous

Date:

ຄະດີຕໍາລວດຈາລະຈອນຮີດເງິນນໍາຜູ່ໃຊ້ລົດໃຊ້ຖະໜົນເພິ່ນຈັດ ເຂົ້າໃນຄະດີຍັກຍອກຊັບພົນລະເມືອງເບາະ? ຫລືແຍກຕ່າງຫາກ?

__________________
Anonymous

Date:

no, phor ao in usa they do the same , maybe lao learn from usa too .

__________________
Anonymous

Date:

ຊະນະໄພ wrote:

ນີ້ຄືບົດສະຫຼຸບຂອງ ປກສ ນະຄອນຫຼວງວຽງຈັນໃນ 6ເດືອນຕົ້ນປີ:

ປັດ­ຈຸ­ບັນ ສະ­ພາບ​ປະ­ກົດ​ການ​ຫຍໍ້­ທໍ້​ຕ່າງໆ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊັ່ນ: ການ​ປຸ້ນ​ຈີ້ ຊີງ​ຊັບ ລັກ​ຊັບ ການ​ຊື້-ຂາຍ​ເສບ​ຢາ​ເສບ​ຕິດ ມີ​ອາ­ວຸດ​ໄວ້​ໃນ​ຄອບ​ຄອງ ການ­ຈັດ­ຕັ້ງ​ກຸ່ມ​ແກ້ງ​ຂີ່​ລົດ​ກວນ​ເມືອງ ນັກ­ເລງ​ອັນ​ຕະ​ພານ ແລະ ອື່ນໆ ຍັງ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ມັນ​ຮຽກ­ຮ້ອງ​ໃຫ້​ພົນ­ລະ­ເມືອງ​ທຸກ​ຄົນ ຈົ່ງ​ມີ​ສະ­ຕິ​ລະ­ວັງ​ຕົວ​ສູງ ຕາມ​ບົດ​ສະ­ຫຼຸບ​ລາຍ​ງານ​ຂອງ​ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຊີ້​ໃຫ້​ເຫັນ​ວ່າ: ໃນ 6 ເດືອນ ຕົ້ນ​ປີ 2012 ມີ​ຄະ­ດີ​ເກີດ​ຂຶ້ນ​ທັງ​ໝົດ 591 ເລື່ອງ ແກ້​ໄຂ​ໄດ້ 346 ເລື່ອງ ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ຈຳ­ນວນ 541 ຄົນ ຍິງ 76 ຄົນ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊັບ​ສິນ​ຂອງ​ລັດ ແລະ ຂອງ​ພົນ­ລະ­ເມືອງ ເປັນ​ເງິນ​ກີບ 1.038.407.000 ກີບ 4.148.400 ບາດ 76.566 ໂດ​ລາ 500.000 ດົງ ບັດ​ຕື່ມ​ເງິນ 22.700.000 ກີບ ລົດ​ເສຍ 129 ຄັນ ໃນ​ນີ້​ມີ​ລົດ​ໃຫຍ່ 5 ຄັນ ຄຳ​ຮູບ​ປະ­ພັນ 2 ກິ​ໂລ ກັບ 23 ບາດ ສາຍ­ແອວ​ທອງ​ນາກ 62 ບາດ ໂທລະ­ສັບ 173 ໜ່ວຍ ປືນ TT77 ມີ 1 ກະ­ບອກ ພ້ອມ​ລູກ 8 ລູກ ປືນ K59 ມີ 1 ກະ­ບອກ ພ້ອມ​ລູກ 8 ລູກ ຄອມ​ພິວ​ເຕີ 54 ຊຸດ ແລະ ເຄື່ອງ​ອື່ນໆ​ຈຳ­ນວນ​ໜຶ່ງ.

ສະ­ເພາະ​ຄະ­ດີ​ທີ່​ເກີດ​ຂຶ້ນ​ຫຼາຍ​ກວ່າ​ໝູ່ ແມ່ນ​ຄະ­ດີ​ລັກ​ຊັບ​ພົນ­ລະ­ເມືອງ ມີ​ທັງ​ໝົດ 107 ເລື່ອງ ປຸ້ນ​ຊັບ 51 ເລື່ອງ ຊີງ​ຊັບ​ພົນ­ລະ­ເມືອງ 44 ເລື່ອງ ຄ້າ­ຂາຍ​ຢາ​ເສບ​ຕິດ 52 ເລື່ອງ ເສບ​ຢາ​ເສບ​ຕິດ 80 ເລື່ອງ ຊື້-ຂາຍ​ຊັບ​ຜິດ​ກົດ­ໝາຍ 12 ເລື່ອງ ອາ​ລະ​ວາດ​ຕີ​ກັນ 4 ເລື່ອງ ການ​ທຳ​ມິດ​ສະ​ຈານ 9 ເລື່ອງ ນຳ​ໃຊ້​ເງິນ​ປອມ 2 ເລື່ອງ ມີ​ອາ­ວຸດ​ໄວ້​ໃນ​ຄອບ​ຄອງ 8 ເລື່ອງ ການ​ຍັກ​ຍອກ​ຊັບ​ພົນ­ລະ­ເມືອງ ແລະ ນິ­ຕິ­ບຸກ­ຄົນ 23 ເລື່ອງ ເຂົ້າ​ເມືອງ​ຜິດ​ກົດ­ໝາຍ 9 ເລື່ອງ ຂົ່ມ­ຂືນ​ທຳ​ສຳ​ເລົາ 5 ເລື່ອງ ປິດ​ບັງ​ການ​ກະ­ທຳ​ຜິດ​ຂອງ​ບຸກ­ຄົນ​ອື່ນ 2 ເລື່ອງ ການ​ຄາດ​ຕະ​ກຳ 2 ເລື່ອງ ອາ​ລະ​ວາດ​ໃນ​ຄອບ­ຄົວ 13 ເລື່ອງ ເປັນ​ນັກ­ເລງ​ອັນ​ຕະ​ພານ 4 ເລື່ອງ ແອບ​ອ້າງ​ເປັນ​ເຈົ້າ​ໜ້າ­ທີ່ 1 ເລື່ອງ ທຳ­ຮ້າຍ​ຮ່າງ­ກາຍ 5 ເລື່ອງ ປອມ​ແປງ​ເອ­ກະ­ສານ 2 ເລື່ອງ ແຫກ​ກະ­ເປົາ 8 ເລື່ອງ ທຳ­ລາຍ​ຊັບ​ພົນ­ລະ­ເມືອງ 6 ເລື່ອງ ແລະ ລະ­ເມີດ​ຄອງ​ສົງ 3 ເລື່ອງ.

 ບັນຫາສຳຄັນທີ່ສຸດຄືເຈົ້າໜ້າທີ່ບ້ານເມືອງບໍ່ເຮັດແທ້ປາບແທ້ ຍ້ອນຂີ້ຄ້ານມັກງ່າຍຈົນເຮັດໃຫ້ເລື້ອງນ້ອຍໆກາຍເປັນເລື້ອງໃຫຍ່ປາບຍາກ . ອີກບັນຫາໜຶ່ງ ຄັນເຈົ້າໜ້າທີ່ເອົາແທ້ ແທນທີ່ຈະໄດ້ຮັບຄຳຍ້ອງຍໍ ຫລື ເລື່ອນຊັ້ນ ຊໍ້າພັດຖືກຕົກຕຳແໜ່ງ ຫລື ສັ່ງຍ້າຍ ຍ້ອນໄປຈັບລູກຫລາຍຜູ້ໃຫຍ່ ຫລື ລູກຫລານນັກທຸລະກິດເສັ້ນຮາວຕົ້ນພ້າວທັງຫລາຍ ກໍ່ເລີຍໃສ່ເກຍຖອຍຈາກໆໆໆໆໆໆໆໆໆໆໆໆໆ ! ພວກພໍ່ແມ່ແນວນີ້ ຊາດຊົ່ວ ຫລາຍ , ຂໍເນັ້ນວ່າ  ຊາດຊົ່ວອີ່ຫລີ ທີ່ຮັກລູກຫລານໂພດຈົນບໍ່ຮູ້ອັນຜິດອັນຖືກ ໂຕເອງມີອຳນາດການເມືອງ ອຳນາດເງິນ ແລ້ວສະໜັບສະໜູນແລະປົກປ້ອງລູກຫລານໃຫ້ໄປເຮັດແຕ່ແນວຊົ່ວໆຕໍ່ສັງຄົມnonono ພວກສັດເອີຍ ຂໍໃຫ້ຄອບຄົວສູຈົ່ງພິນາດຈິບຫາຍວາຍວອດໃນບໍ່ຊ້ານີ້confuse

 ເລື້ອງທໍ່ນີ້ ຍັງບໍ່ຕັ້ງໃຈຊ່ວຍກັນແກ້ ເວົ້າໄປຄົນລະທາງ ຍ້ອນຢ້ານຖືກລູກຫລານໂຕເອງ ມັນບໍ່ເປັນບ້ານເປັນເມືອງດອກ ! ຄັນເຮັດກໍ່ເຮັດແບບເສັຍຫຍ້າຖົມຂີ້ໝາ ໃກ້ຊິຮອດກອງປະຊຸມໃຫຍ່ແລ້ວ ກໍ່ທຳທ່າເຮັດຄື ເອົາຈິງເອົາຈັງ , ບາດແລ້ວກອງປະຊຸມຫລືງານໃຫຍ່ແລ້ວ ກໍ່ປ່ອຍພວກນັກເລງອັນທະພານ ກິນຄ້າຢາບ້າ ປຸ້ນຈີ້ຊິງຊັບ ອອກມາກວນເມືອງຄືເກົ່າ ມັນກໍ່ກຳເລີບເຕີບສານຊັ້ນຕົວະ ! ລອງເຮັດແທ້ເບີ່ງແມ້ ບັກໃດມັນໂຫດກໍ່ໂຫດກັບມັນຄືນຕາມກົດໝາຍນິລະ ຈັດການ ຫລືມ້ຽນແບບເດັດຫົວງູໂລດ ລູກຫລານເທວະດາອົງໃດກໍ່ຢ່າແມ່ມັນ ວຽງຈັນນ້ອຍໆ ຄົນດ້າມ 7 ແສນ ຄັນທຸກຝ່າຍເວົ້າແລະເຮັດເປັນສຽງດຽວກັນແທ້ ເປັນຫຍັງມັນຊິແກ້ບໍ່ໄດ້ ເລື້ອງຕາຍໆຊໍ່ານີ້ ?!?! ໃຫ້ສິດຕຳຫລວດແລະພວກສານດຳເນີນຄະດີຢ່າງເຕັມທີ່ ບໍ່ຕ້ອງຢ້ານກົວອິດທິພົນມືດ ແລ້ວອັນພວກອັນທະພານກວນເມືອງດ້າມຊໍ່ານີ້ ມັນຊິໄປໃສລອດ ບັນຊີດຳກໍ່ມີຢູ່ໃນມືໝົດແລ້ວ , ແມ່ນບໍ່ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະທ່ານເຈົ້າຄອງນະຄອນຫລວງ ທີ່ນັບຖື ????nonono

 ແມນຄວາມເຈົ້າເຫັນດີນຳ

 ແມ່ນຄວາມເຈົ້າແທ້ເດີ້ ເພາະສັງເກດເບີ່ງຫົວໜ້າກຸ່ມແກັງອັນທະພານກວນເມືອງ ແກັງມາເຟຍ ລ້ວນແຕ່ແມ່ນລູກຫລານຜູ້ໃຫຍ່ ແລະ ລູກນັກທຸລະກິດ ! ມັນຕັ້ງໂຕເປັນຫົວໜ້າແັກງ ເປັນຫົວໂຈກ ໂດຍບໍ່ເກງກົວກົດໝາຍ ທ້າທາຍເຈົ້າໜ້າທີ່ ແລ້ວກໍ່ໄປເອົາພວກເດັກເກເລ ເດັກກິນຢາບ້າ ເດັກເຫລືອຂໍ ເດັກໂສຖິ້ມພໍ່ແມ່ ມາເປັນສະໝຸນເປັນທາດຮັບໃຊ້ມັນ ພໍໄດ້ເງິນໄປຊື້ຢາບ້າ ໄປທ່ຽວໄປຫລິ້ນມົ້ວສຸມຕອນກາງຄືນຕາມເທັກ ບາ ຮ້ານເບຍ ຄາຣາໂອເກະ ທີ່ເປັນແຫລ່ງອະບາຍຍະມຸກຕ່າງໆ ! ໃຜມີປືນ ໄປລັດຍິງພວກຫົວໜ້າແກັງນີ້ ໃຫ້ມັນມັບໝາ ມື້ລະຄົນ 2 ຄົນ ! ຄັນເຮັດໄດ້ ບໍກາຍ 5 ສົບ ພວກຍັງບໍ່ທັນຕາຍ ຢ້ານແຕ່ມັນມຸດຫົວລີ້ຢູ່ໃນກະດອງ ພຸ້ນລະ ! ລອງເບີ່ງແມ້ ບໍ່ເຊື່ອຄວາມຂ້ອຍ ! ພວກເຈັກ ພວກ ແກວ ນັກເລງຄືກັນ ບັກໃດມັນມາເຮັດໂລເລຢູ່ບ້ານເຮົາ ເກັບມັນໂລດ ບໍ່ມີໃຜມານຳສືບທາວຫາມັນດອກ ເພາະພວກມານີ້ ມີແຕ່ພວກມາຫວັງຕາຍດາບໜ້າໝົດ ! ກົດໝາຍໃຊ້ບໍ່ໄດ້ ລອງໃຊ້ກົດມ້ຽນເບີ່ງນ່າ ໄດ້ຜົນ 1000% ໂລດລະ ຂ້ອຍວ່າ furiousfuriousfurious

__________________
Anonymous

Date:

ເລື່ອງ ປຸ້ນ​ຊັບ 51 ເລື່ອງ ຊີງ​ຊັບ​ພົນ­ລະ­ເມືອງ 44 ເລື່ອງ ຄ້າ­ຂາຍ​ຢາ​ເສບ​ຕິດ 52 ເລື່ອງ ເສບ​ຢາ​ເສບ​ຕິດ 80 ເລື່ອງ ແລະ ເລື່ອງອື່ນໆ.... ອີກ

ສະຫຼຸບແລ້ວ ບັນຫາດັ່ງກ່າວນີ້ແມ່ນມາຈາກ ເຄື່ອງເສບຕິດແມ່ນບໍ່ ? ເຊັ່ນ: ຕິດຢາ, ຕິດເຫລົ້າ ເປັນສ່ວນໃຫ່ຍ ເພາະ ຫາກເຂົາຕິດແລ້ວ ແນ່ນອນເມື່ອບໍ່ມີເງີນ ກໍ່ຕ້ອງຊອກຫາເຮັດວິທີທີ່ບໍ່ດີ ທີ່ຈະໃດ້ເງີນງ່າຍ ແນ່ນອນ ມັນກໍ່ຕ້ອງ ເປັນບັນຫາສັງຄົມ. ຖ້າຫາກພັກລັດແກ້ໄຂບັນຫາ ເລື່ອງຢາ ເລື່ອງເຫລົ້ານີ້ໃດ້ ສັງຄົມແມ່ນຕ້ອງສະຫງົບສຸກ.

ມາຮ່ວມອອກຄວາມຄິດເພື່ອຊອກຫາວິທີແກ້ໄຂນຳກັນ:

1./ ຕັ້ງຄຳຖາມ ເພື່ອຖາມບັນຫານສັງຄົມວ່າ ເປັນຫຍັງເຂົາຈິ່ງເຮັດແນວນັ້ນ?

2./ ຈະຫລຸດຜ່ອນໃວຫນຸ່ມໃນການຕິດເຫລົ້າ ແລະ ເສບຢາແນວໃດ?

3./ ເປັນຫຍັງ ເຂົາຈິ່ງດື່ມເຫລົ້າ ແລະ ເສບຢາເສບຕິດ?

4./ ເຂົາມັກດື່ມເຫລົ້າ ແລະ ເສບຢາ ຢູ່ບ່ອນໃດ? ຄວນຫລຸດຜ່ອນສະຖານທີ່ດື່ມເຫລົ້າ ລົງບໍ່! ແລະ ຄວນຈະມີການ ຈັດໃຫ້ເຈົ້າຫນ້າທີ່ໃປກວດສອບບ່ອນທີ່ມີຄວາມສ່ຽງຕໍ່ການເສບຢາບໍ່?

5./ ຄວນຈະຫລຸດຜ່ອນການຈຳຫນ່າຍເຫລົ້າເບຍ ຢູ່ລາວບໍ່ ແລະ ຄວນເກັບພາສີເຫລົ້າໃຫ້ລາຍຂື້ນ ພ້ອມນີ້ ຄວນຈະ ກຳນຸດໃຫ້ບໍລິສັດເບຍ ຫຼື ເຫລົ້ານັ້ນ ເພີ່ມລາຄາຂື້ນອີກ. ຫາກເບຍ ແລະ ເຫລົ້າມີລາຄາຖືກ ໂອກາດໃນການດີ່ມເຫລົ້າກໍ່ຫລາຍຂື້ນ, ຊຸມແຊວກັນຫລາຍຂື້ນ, ....

6./ ຊອກຫາວິທີ ເພື່ອ ຢຸດການຮັບແນວຊື້ຈ້າງຈອບອອຍ ຂອງເຈົ້າຫນ້າທີ່ ພະນັກງານ, ໂດຍການເລື່ອນຊັ້ນ, ມີເບ້ຍລ້ຽງພິເສດໃຫ້, ອອກກົດລະບຽບທີ່ເດັດຂາດຕໍ່ຜູ້ລະເມີດ. (ເລື່ອງເບ້ຍລ້ຽງນີ້, ຫາກລາວເຮົາຈະເລີນແລ້ວ ແມ່ນຄວນຈະວາງງົບປະມານໃຫ້ຫລາຍຂື້ນ ສຳລັບ ການແກ້ໄຂບັນຫາສັງຄົມ ແລະ ສົ່ງເສີມການສືກສາໃຫ້ຫລາຍຂື້ນກ່ວາເກົ່າ)

7./ ລົງໂທດຜູ້ກະທຳຜິດຢ່າງຈິງຈັງ ແລະ ຫນັກຂື້ນ ຄື ກະທຳຜິດຄັ້ງທຳຄັ້ງທີສອງ ແມ່ນໂທດຄູນສອງ, ກະທຳຜິດຄັ້ງທີ່ສາມ ໂທດຄູນສາມ ແລະ ການລົງໂທດຄວນ ເປີດເຜີຍ ຕໍ່ສະທາລະນະ, ເຜີຍແພ່ຕໍ່ສັງຄົມ ໃຫ້ສັງຄົມຮັບຮູ້ ໂດຍ ບໍ່ໃຫ້ນັກໂທດນັ້ນປິດບັງໜ້າຕາ, ພ້ອມນີ້ກໍ່ປະກາດຊື່ຂອງຜູ້ກະທຳຜິດ ທາງວິທະຍຸ ແລະ ໂທລະພາບເລື້ອຍໆ ເພື່ອໃຫ້ຜູ້ກະທຳຜິດນັ້ນ ອັບອາຍ. ເພີ່ອເປັນແບບຢ່າງແກ່ຜູ້ອື່ນໆ ທີ່ຄິດຈະກະທຳຜິດ

8./ ຊ່ວຍເພີ່ມຄວາມຄິດເຫັນຂອງທ່ານ...ໃຫ້ເຕີ່ມແດ່

 ຜູ້ຢູ່ເທິງລາວກໍ່ເວົ້າແລ້ວເດ່ວ່າ ຄັນເຈົ້າໜ້າທີ່ເຮັດແທ້ ຊໍ້າພັດໄປຕຳຫີນໃຫຍ່ ທີ່ເປັນລູກເຈົ້າຫລານນາຍ ແລະ ນັກທຸລະກິດ ກໍ່ຖອຍຈາກ ໆໆໆໆໆໆໆໆໆໆໆໆໆໆ

------------------------------------------------------------------------------------------------------------------------------------------------------------------------------------------------------------------------------------

ອັນຕະພານທີ່ເປັນບັນຫາສັງຄົມນີ້ ຂ້າພະເຈົ້າວ່າ ສ່ວນໜ້ອຍ ທີ່ເປັນລູກຜູ້ໃຫ່ຍ, ແຕ່ສ່ວນຫຼາຍນັ້ນ ມີແຕ່ບຸກຄົນທຳມະດານີ້ລະ, ທີ່ເຮົາຈຳເປັນຕ້ອງຊ່ວຍກັນແນະນຳຊອກຫາທາງອອກ,

ສ່ວນເລື່ອງອັນຕະພານລູກຜູ້ໃຫ່ຍນັ້ນ ທຸກໆຢ່າງຍ່ອມມີທາງອອກ ມີແຕ່ຕ້ອງອາໄສ ຄວາມຄິດເຫັນຂອງຫຼາຍຄົນ ແລະ ອາໄສເວລາຄືກັນ.

 ອັນທະພານສ່ວນຫລາຍແມ່ນຄົນທຳມະດາ ແມ່ນຄວາມເຈົ້າ ບໍ່ຖຽງ ! ແຕ່ເຈົ້າແນ່ໃຈໄດ້ແນວໃດວ່າ ພວກຫົວໜ້າແກັງ ພວກຫົວໂຈກ ບໍ່ແມ່ນລູກຫລານຂອງຜູ້ມີອຳນາດບາດໃຫຍ່ ມີອິດທິພົນ ແລະ ລູກຫລານນັກທຸລະກິດ ? ຄັນຄົນທຳມະດາ ມັນກຳເລີບເຕີບສານບໍ່ໄດ້ປານນີ້ດອກ ! ຕິດຄຸກບໍ່ຮອດ 2 ມື້ ມີເຈ້ຍນ້ອຍຫລືໂທລະສັບມາສັ່ງໃຫ້ປ່ອຍລະເດ່ ! ອອກຄຸກມາຊີ້ໜ້າດ່າທ້າທາຍຕຳຫລວດອີກ ! ຕາບໍ່ເຫັນຫວະ ດຽວນີ້ວຽງຈັນ ຄົນຂີ່ລົດຈັກ ລົດຖີບ ແລະຄົນຍ່າງຈົນຮູ້ສຶກບໍ່ປອດໄພຈັກໜ້ອຍ ໂດຍສະເພາະກາງຄືນ ! ຫລາຍລາຍມັນດຶງມັນຈີ້ຮອດກະເປົາຄົນຕ່າງປະເທດ ເຮັດໃຫ້ຂາຍໜ້າຄົນລາວໝົດປະເທດ ຫລືເຈົ້າບໍ່ຮູ້ສະພາບຕົວຈິງຫຍັງຍ້ອນຄາຂີ່ລົດແວ່ນດຳລາຄາແພງໆ ເລີຍບໍຮູ້ຫຍັງຕິເບາະ ???biggrinbiggrinbiggrin ຄັນຮູ້ແລ້ວທຳທ່າບໍ່ຮູ້ ລະວັງເທວະດາເຮັດໃຫ້ຕາບອດເດີ້ !

__________________
Anonymous

Date:

ອັນຕະພານທີ່ເປັນບັນຫາສັງຄົມນີ້ ຂ້າພະເຈົ້າວ່າ ສ່ວນໜ້ອຍ ທີ່ເປັນລູກຜູ້ໃຫ່ຍ, ແຕ່ສ່ວນຫຼາຍນັ້ນ ມີແຕ່ບຸກຄົນທຳມະດານີ້ລະ, ທີ່ເຮົາຈຳເປັນຕ້ອງຊ່ວຍກັນແນະນຳຊອກຫາທາງອອກ,

ສ່ວນເລື່ອງອັນຕະພານລູກຜູ້ໃຫ່ຍນັ້ນ ທຸກໆຢ່າງຍ່ອມມີທາງອອກ ມີແຕ່ຕ້ອງອາໄສ ຄວາມຄິດເຫັນຂອງຫຼາຍຄົນ ແລະ ອາໄສເວລາຄືກັນ.

 ອັນທະພານສ່ວນຫລາຍແມ່ນຄົນທຳມະດາ ແມ່ນຄວາມເຈົ້າ ບໍ່ຖຽງ ! ແຕ່ເຈົ້າແນ່ໃຈໄດ້ແນວໃດວ່າ ພວກຫົວໜ້າແກັງ ພວກຫົວໂຈກ ບໍ່ແມ່ນລູກຫລານຂອງຜູ້ມີອຳນາດບາດໃຫຍ່ ມີອິດທິພົນ ແລະ ລູກຫລານນັກທຸລະກິດ ? ຄັນຄົນທຳມະດາ ມັນກຳເລີບເຕີບສານບໍ່ໄດ້ປານນີ້ດອກ ! ຕິດຄຸກບໍ່ຮອດ 2 ມື້ ມີເຈ້ຍນ້ອຍຫລືໂທລະສັບມາສັ່ງໃຫ້ປ່ອຍລະເດ່ ! ອອກຄຸກມາຊີ້ໜ້າດ່າທ້າທາຍຕຳຫລວດອີກ ! ຕາບໍ່ເຫັນຫວະ (ຂ້າພະເຈົ້າຮູ້ແລ້ວ ຂ້າພະເຈົ້າຈິ່ງກຳລັງຊອກຫາທາງອອກ, ເປັນຫຍັງຈິ່ງເວົ້າບໍ່ມ່ວນ ມັນເປັນພຽງບົດສົນທະນາເພື່ອຊອກຫາທາງແກ້ໄຂ໘, ຂ້ອຍຄິດດຽວນີ້ວຽງຈັນ ຄົນຂີ່ລົດຈັກ ລົດຖີບ ແລະຄົນຍ່າງຈົນຮູ້ສຶກບໍ່ປອດໄພຈັກໜ້ອຍ ໂດຍສະເພາະກາງຄືນ ! ຫລາຍລາຍມັນດຶງມັນຈີ້ຮອດກະເປົາຄົນຕ່າງປະເທດ ເຮັດໃຫ້ຂາຍໜ້າຄົນລາວໝົດປະເທດ ຫລືເຈົ້າບໍ່ຮູ້ສະພາບຕົວຈິງຫຍັງຍ້ອນຄາຂີ່ລົດແວ່ນດຳລາຄາແພງໆ ເລີຍບໍຮູ້ຫຍັງຕິເບາະ ???biggrinbiggrinbiggrin ຄັນຮູ້ແລ້ວທຳທ່າບໍ່ຮູ້ ລະວັງເທວະດາເຮັດໃຫ້ຕາບອດເດີ້ ! (ຂ້າພະເຈົ້າເຄີຍຂີ່ຢູ່ລົດໃຫ່ຍ ແຕ່ບໍ່ທັນມີເປັນຂອງຕົນເອງ, ຂ້າພະເຈົ້າຮູ້ຢູ່ ແລະ ຂ້າພະເຈົ້າກໍ່ເຄີຍຖືກເຂົາກ່າວຫາວ່າ ເປັນຄົນຂີ້ລັກ ທັງໆ ທີ່ຂ້າພະເຈົ້ານີ້ ບໍ່ໃດ້ລັກ, ເລື່ອງຕາບອດນັ້ນ ເຈົ້າ ຄິດວ່າ ຄົນຕາບອດເຂົາມີຄວາມສຸກຊັ້ນບໍ, ຄືມາຢາກໃຫ້ຜູ້ອື່ນຕາບອດແທ້, ເຈົ້າລອງຫລັບຕາເບິ່ງດູຈັກສອງມື້ ເຈົ້າຊິຮູ້ສືກແນວໃດ)

ຕິດຄຸກບໍ່ຮອດ 2 ມື້ ມີເຈ້ຍນ້ອຍຫລືໂທລະສັບມາສັ່ງໃຫ້ປ່ອຍລະເດ່ ! ອອກຄຸກມາຊີ້ໜ້າດ່າທ້າທາຍຕຳຫລວດອີກ

ເມື່ອເຮົາແກ້ບັນຫາປາຍທາງບໍ່ໃດ້ ເຮົາຄວນແກ້ບັນຫາຕົ້ນທາງໃດ້ແມ່ນບໍ່, ຄືດັ່ງທີ່ກ່າວມາ 7 ຂໍ້ຂ້າງເທິງນັ້ນເດ.

 ຍອມຮັບວ່າທ່ານສຸພາບແລະມີເຫດຜົນດີ ! ແຕ່ລາງເທື່ອຄວາມເຫັນດີ ສຸພາບໂພດກໍ່ແກ້ໄຂບັນຫາໂຫດບໍ່ໄດ້ດອກ ! ບັນຫານີ້ ມັນແຮງຂຶ້ນໆໆໆໃນ 3-4 ປີມານີ້ ຄືບໍ່ມີໃຜແກ້ໄດ້ຢ່າງມີປະສິດທິພາບ ຊັ້ນນະ ??? ແລະທີ່ທ່ານວ່າ ຄວນແກ້ທີ່ຕົ້ນທາງ ຄືບໍ່ເຫັນມີອາດຍາໃດມາແກ້ ຫລື ແກ້ໄດ້ຈັກເທື່ອ ??? ຫລືຊິປ່ອຍໃຫ້ມັນແກ້ບໍໄດ້ ຈົນປະຊາຊົນນອນຕາບໍ່ຫລັບ ແລະນັກທ່ອງທ່ຽວບໍກ້າເຂົ້າມາພຸ້ນບໍ່ ພວກຕົ້ນທາງທີ່ທ່ານເວົ້າຈັ່ງຊິອອກມາແກ້ ? ມາຊິໂປໂລຫົວອອກມາບໍ່ລະ ? ກະຍັງວ່າມັນຢ້ານຖືກລູກຫລານມັນ ! ຄັນມັນຢາກສັ່ງຈັບລູກຊາຍຈອມໂຫດມັນ ເມຍຊໍ້າພັດວ່າ : ເຮັດລູກຊາຍຫົວແກ້ວຫົວແຫວນຂ້ອຍແມ໋ ຄັນເຈົ້າບໍ່ຢາກຕາຍ !?! ກໍ່ຫົວຫົດເຂົ້າໃນກະດອງພຸ້ນແລ້ວ biggrinbiggrinbiggrin

 ຮ່າໆໆໆໆໆໆໆໆໆໆໆໆໆ ! ແມ່ນຄວາມຜູ້ເວົ້າຢູ່ເທິງນີ້ແລ້ວ ! ຍາມໃດກໍ່ອ້າງແຕ່ວ່າ ອາໃສເວລາ ແລະຫລາຍພາກສ່ວນປຶກສາກັນ ເປັນເຈົ້ານຳກັນ ຢູ່ບໍເຊົາ ! ຄັນອາໃສເວລາ ບັນຫາມັນແຮງຂຶ້ນໆໆໆໆໆໆໆໆໆ ມາໄດ້ຈັກປີແລ້ວ ທ່ານບໍ່ຮູ້ອີ່ຫລີຫວະ ! ຫລືຊິອາໃສເວລາໄປຕະຫລອດຈົນໃຫ້ພວກນັກເລງອັນທະພານຄອງເມືອງພຸ້ນກ່ອນບໍ່ ? ດຽວນີ້ມັນຄອງວຽງຈັນໄດ້ກາຍເຄີ່ງແລ້ວເດ່ ຂ້ອຍເບີ່ງນິ ! ຊື້ລົດຈັກໄທມາຂີ່ກໍ່ບໍ່ໄດ້ ເຜີບາດດຽວລຽບລ້ອຍ ! ເຮືອນກໍ່ເຜີບໍໄດ້ ຂັ້ນວ່າມີຄົນຢູ່ມັນຍັງເຂົ້າມາເອົາລົດເອົາເຄື່ອງຂອງມີຄ່າໄດ້ ! ລົດຈັກຈອດຢູ່ໜ້າເຮືອນ ມັນກໍ່ເຂົ້າມາເອົາ ເຊີນກະແຈ 5 ຊັ້ນ ມັນກໍ່ຍັງເອົາໄດ້ ! ລົດໃຫຍ່ງາມໆຂອງພວກທ່ານຫລາຍຄັນຊື້ໃໝ່ໆມັນກໍ່ຍັງເອົາໄດ້ລະເດ່ ລູກສາວຂີ່ລົດຈັກໄປໂຮງຮຽນຄໍ່າແດ່ໜ້ອຍໜຶ່ງ ພໍ່ແມ່ກໍ່ກິນບໍແຊບນອນບໍ່ຫລັບແລ້ວ ເພາະແມ່ນເປົ້າໝາຍລັດຈີ້ເອົາລົດຂອງພວກມັນ ! ພວກຕູ້ຄຳເຄື່ອນທີ່ກໍ່ໂດນມາຫລາຍລາຍແລ້ວເດ່ ( ສົມນໍ້າໜ້າ ບ້າອວດຮັ່ງຫລາຍbiggrinbiggrinbiggrin ) ແລະອື່ນໆ ! ທ່ານຊິອະທິບາຍແນວໃດ ຊ່ວຍບອກແດ່ ? ດຽວນີ້ເພິ່ງຮອດເຈົ້າໜ້າທີ່ກໍ່ເລີຍບໍ່ໄດ້ ລົດເສຍ 100 ຄັນ ໄດ້ຄືນບໍ່ຮອດ 5-6 ຄັນ ! ເອົາໄປເອົາມາ ຕົນຕ້ອງເປັນທີ່ເພິ່ງຂອງຕົນ ຄືພະພຸດທະເຈົ້າສອນໄວ້ອີ່ຫລີ ບ້ານເມືອງວຽງຈັນຂ້ອຍເອີຍ nononoconfuse

__________________
Anonymous

Date:

ຟັງເບິ່ງແລ້ວ ກະເປັນຕາອີ່ໂຕນ ຄົນໃນເມືອງວຽງຈັນນໍ, ມາຢູ່ສາລະວັນນຳຂ້າພະເຈົ້າພີ້ ງຽບດີ ແຕ່ກໍ່ບໍ່ຮູ້ວ່າ ຈະເປັນຄືວຽງຈັນມື້ໃດ!

ເວົ້າ ແລ້ວ ພວກຂີ້ລັກນີ້ ເຂົາເອົາເງີນໄປເຮັດເງີນຫວະ, ໃປຊື້ຢາ, ດື່ມເຫລົ້າບໍ່, ......

ເຮັດຈັ່ງໃດນໍ ຈັ່ງຊຶຫລຸດຜ່ອນ ການດື່ມເຫລົ້າຂອງ ໄວລຸ້ນ ຢູ່ໃນສັງຄົມລົງໃດ້, ຂ້ອຍວ່າ ບັນຫາສັງຄົມສ່ວນຫຼາຍ ແມ່ນເກີດຈາກການດື່ມເຫຼົ້າເມົາ ແມ່ນບໍ່?

ຄັນມີກ້ອງຈັບຕາມຫົນທາງ ຫຼື ບ່ອນສະຖານທີ່ຈອດລົດ ນັ້ນ ຄືຊິດີນໍ!

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ອັນຕະພານທີ່ເປັນບັນຫາສັງຄົມນີ້ ຂ້າພະເຈົ້າວ່າ ສ່ວນໜ້ອຍ ທີ່ເປັນລູກຜູ້ໃຫ່ຍ, ແຕ່ສ່ວນຫຼາຍນັ້ນ ມີແຕ່ບຸກຄົນທຳມະດານີ້ລະ, ທີ່ເຮົາຈຳເປັນຕ້ອງຊ່ວຍກັນແນະນຳຊອກຫາທາງອອກ,

ສ່ວນເລື່ອງອັນຕະພານລູກຜູ້ໃຫ່ຍນັ້ນ ທຸກໆຢ່າງຍ່ອມມີທາງອອກ ມີແຕ່ຕ້ອງອາໄສ ຄວາມຄິດເຫັນຂອງຫຼາຍຄົນ ແລະ ອາໄສເວລາຄືກັນ.

 ອັນທະພານສ່ວນຫລາຍແມ່ນຄົນທຳມະດາ ແມ່ນຄວາມເຈົ້າ ບໍ່ຖຽງ ! ແຕ່ເຈົ້າແນ່ໃຈໄດ້ແນວໃດວ່າ ພວກຫົວໜ້າແກັງ ພວກຫົວໂຈກ ບໍ່ແມ່ນລູກຫລານຂອງຜູ້ມີອຳນາດບາດໃຫຍ່ ມີອິດທິພົນ ແລະ ລູກຫລານນັກທຸລະກິດ ? ຄັນຄົນທຳມະດາ ມັນກຳເລີບເຕີບສານບໍ່ໄດ້ປານນີ້ດອກ ! ຕິດຄຸກບໍ່ຮອດ 2 ມື້ ມີເຈ້ຍນ້ອຍຫລືໂທລະສັບມາສັ່ງໃຫ້ປ່ອຍລະເດ່ ! ອອກຄຸກມາຊີ້ໜ້າດ່າທ້າທາຍຕຳຫລວດອີກ ! ຕາບໍ່ເຫັນຫວະ (ຂ້າພະເຈົ້າຮູ້ແລ້ວ ຂ້າພະເຈົ້າຈິ່ງກຳລັງຊອກຫາທາງອອກ, ເປັນຫຍັງຈິ່ງເວົ້າບໍ່ມ່ວນ ມັນເປັນພຽງບົດສົນທະນາເພື່ອຊອກຫາທາງແກ້ໄຂ໘, ຂ້ອຍຄິດດຽວນີ້ວຽງຈັນ ຄົນຂີ່ລົດຈັກ ລົດຖີບ ແລະຄົນຍ່າງຈົນຮູ້ສຶກບໍ່ປອດໄພຈັກໜ້ອຍ ໂດຍສະເພາະກາງຄືນ ! ຫລາຍລາຍມັນດຶງມັນຈີ້ຮອດກະເປົາຄົນຕ່າງປະເທດ ເຮັດໃຫ້ຂາຍໜ້າຄົນລາວໝົດປະເທດ ຫລືເຈົ້າບໍ່ຮູ້ສະພາບຕົວຈິງຫຍັງຍ້ອນຄາຂີ່ລົດແວ່ນດຳລາຄາແພງໆ ເລີຍບໍຮູ້ຫຍັງຕິເບາະ ???biggrinbiggrinbiggrin ຄັນຮູ້ແລ້ວທຳທ່າບໍ່ຮູ້ ລະວັງເທວະດາເຮັດໃຫ້ຕາບອດເດີ້ ! (ຂ້າພະເຈົ້າເຄີຍຂີ່ຢູ່ລົດໃຫ່ຍ ແຕ່ບໍ່ທັນມີເປັນຂອງຕົນເອງ, ຂ້າພະເຈົ້າຮູ້ຢູ່ ແລະ ຂ້າພະເຈົ້າກໍ່ເຄີຍຖືກເຂົາກ່າວຫາວ່າ ເປັນຄົນຂີ້ລັກ ທັງໆ ທີ່ຂ້າພະເຈົ້ານີ້ ບໍ່ໃດ້ລັກ, ເລື່ອງຕາບອດນັ້ນ ເຈົ້າ ຄິດວ່າ ຄົນຕາບອດເຂົາມີຄວາມສຸກຊັ້ນບໍ, ຄືມາຢາກໃຫ້ຜູ້ອື່ນຕາບອດແທ້, ເຈົ້າລອງຫລັບຕາເບິ່ງດູຈັກສອງມື້ ເຈົ້າຊິຮູ້ສືກແນວໃດ)

ຕິດຄຸກບໍ່ຮອດ 2 ມື້ ມີເຈ້ຍນ້ອຍຫລືໂທລະສັບມາສັ່ງໃຫ້ປ່ອຍລະເດ່ ! ອອກຄຸກມາຊີ້ໜ້າດ່າທ້າທາຍຕຳຫລວດອີກ

ເມື່ອເຮົາແກ້ບັນຫາປາຍທາງບໍ່ໃດ້ ເຮົາຄວນແກ້ບັນຫາຕົ້ນທາງໃດ້ແມ່ນບໍ່, ຄືດັ່ງທີ່ກ່າວມາ 7 ຂໍ້ຂ້າງເທິງນັ້ນເດ.

 ຍອມຮັບວ່າທ່ານສຸພາບແລະມີເຫດຜົນດີ ! ແຕ່ລາງເທື່ອຄວາມເຫັນດີ ສຸພາບໂພດກໍ່ແກ້ໄຂບັນຫາໂຫດບໍ່ໄດ້ດອກ ! ບັນຫານີ້ ມັນແຮງຂຶ້ນໆໆໆໃນ 3-4 ປີມານີ້ ຄືບໍ່ມີໃຜແກ້ໄດ້ຢ່າງມີປະສິດທິພາບ ຊັ້ນນະ ??? ແລະທີ່ທ່ານວ່າ ຄວນແກ້ທີ່ຕົ້ນທາງ ຄືບໍ່ເຫັນມີອາດຍາໃດມາແກ້ ຫລື ແກ້ໄດ້ຈັກເທື່ອ ??? ຫລືຊິປ່ອຍໃຫ້ມັນແກ້ບໍໄດ້ ຈົນປະຊາຊົນນອນຕາບໍ່ຫລັບ ແລະນັກທ່ອງທ່ຽວບໍກ້າເຂົ້າມາພຸ້ນບໍ່ ພວກຕົ້ນທາງທີ່ທ່ານເວົ້າຈັ່ງຊິອອກມາແກ້ ? ມາຊິໂປໂລຫົວອອກມາບໍ່ລະ ? ກະຍັງວ່າມັນຢ້ານຖືກລູກຫລານມັນ ! ຄັນມັນຢາກສັ່ງຈັບລູກຊາຍຈອມໂຫດມັນ ເມຍຊໍ້າພັດວ່າ : ເຮັດລູກຊາຍຫົວແກ້ວຫົວແຫວນຂ້ອຍແມ໋ ຄັນເຈົ້າບໍ່ຢາກຕາຍ !?! ກໍ່ຫົວຫົດເຂົ້າໃນກະດອງພຸ້ນແລ້ວ biggrinbiggrinbiggrin

 ຮ່າໆໆໆໆໆໆໆໆໆໆໆໆໆ ! ແມ່ນຄວາມຜູ້ເວົ້າຢູ່ເທິງນີ້ແລ້ວ ! ຍາມໃດກໍ່ອ້າງແຕ່ວ່າ ອາໃສເວລາ ແລະຫລາຍພາກສ່ວນປຶກສາກັນ ເປັນເຈົ້ານຳກັນ ຢູ່ບໍເຊົາ ! ຄັນອາໃສເວລາ ບັນຫາມັນແຮງຂຶ້ນໆໆໆໆໆໆໆໆໆ ມາໄດ້ຈັກປີແລ້ວ ທ່ານບໍ່ຮູ້ອີ່ຫລີຫວະ ! ຫລືຊິອາໃສເວລາໄປຕະຫລອດຈົນໃຫ້ພວກນັກເລງອັນທະພານຄອງເມືອງພຸ້ນກ່ອນບໍ່ ? ດຽວນີ້ມັນຄອງວຽງຈັນໄດ້ກາຍເຄີ່ງແລ້ວເດ່ ຂ້ອຍເບີ່ງນິ ! ຊື້ລົດຈັກໄທມາຂີ່ກໍ່ບໍ່ໄດ້ ເຜີບາດດຽວລຽບລ້ອຍ ! ເຮືອນກໍ່ເຜີບໍໄດ້ ຂັ້ນວ່າມີຄົນຢູ່ມັນຍັງເຂົ້າມາເອົາລົດເອົາເຄື່ອງຂອງມີຄ່າໄດ້ ! ລົດຈັກຈອດຢູ່ໜ້າເຮືອນ ມັນກໍ່ເຂົ້າມາເອົາ ເຊີນກະແຈ 5 ຊັ້ນ ມັນກໍ່ຍັງເອົາໄດ້ ! ລົດໃຫຍ່ງາມໆຂອງພວກທ່ານຫລາຍຄັນຊື້ໃໝ່ໆມັນກໍ່ຍັງເອົາໄດ້ລະເດ່ ລູກສາວຂີ່ລົດຈັກໄປໂຮງຮຽນຄໍ່າແດ່ໜ້ອຍໜຶ່ງ ພໍ່ແມ່ກໍ່ກິນບໍແຊບນອນບໍ່ຫລັບແລ້ວ ເພາະແມ່ນເປົ້າໝາຍລັດຈີ້ເອົາລົດຂອງພວກມັນ ! ພວກຕູ້ຄຳເຄື່ອນທີ່ກໍ່ໂດນມາຫລາຍລາຍແລ້ວເດ່ ( ສົມນໍ້າໜ້າ ບ້າອວດຮັ່ງຫລາຍbiggrinbiggrinbiggrin ) ແລະອື່ນໆ ! ທ່ານຊິອະທິບາຍແນວໃດ ຊ່ວຍບອກແດ່ ? ດຽວນີ້ເພິ່ງຮອດເຈົ້າໜ້າທີ່ກໍ່ເລີຍບໍ່ໄດ້ ລົດເສຍ 100 ຄັນ ໄດ້ຄືນບໍ່ຮອດ 5-6 ຄັນ ! ເອົາໄປເອົາມາ ຕົນຕ້ອງເປັນທີ່ເພິ່ງຂອງຕົນ ຄືພະພຸດທະເຈົ້າສອນໄວ້ອີ່ຫລີ ບ້ານເມືອງວຽງຈັນຂ້ອຍເອີຍ nononoconfuse

 ອັນນັ້ນມັນແມ່ນເລື້ອງລັກປຸ້ນຈີ້ງັດແງະເດີ້ ! ຍັງເລື້ອງ ພວກກຸ່ມແກັງອັນທະພານຂີ່ລົກຈັກເປັນຝູງແຂ່ງກັນກວນເມືອງຍາມກາງຄືນອີກຕີ ຂ້າຟັນລັນແທງຍິງກັນຕາຍ ກໍ່ມີຫລາຍຂຶ້ນນຳຄູ່ມື້ແລ້ວ ປານເມືອງໄທຍແລ້ວ ພີ່ນ້ອງເອີຍ  !

 ເມື່ອຍໃຈ ສັງຄົມວຽງຈັນດຽວນີ້ ໂດຍສະເພາະພວກໄວລຸ້ນ ທັງເປັນຕາໜ່າຍ ທັງເປັນຕາຢ້ານ ງັດແງະປຸ້ນຈີ້ຂ້າຟັນລັນແທງຍິງກັນ ເພື່ອຊອກເງິນໄປກິນຢາບ້າ ຫລິ້ນສາວ ກິນເຫລົ້າ ເຂົ້າເທັກເຂົ້າບາ ໜັງສ້ຽນໜັງສືບໍ່ຮຽນ ບໍ່ສົນໃຈໃນຄວາມດີ ! ຕັ້ງໜ້າຕັ້ງຕາກັອບປີ້ເອົາແຕ່ແບບຢ່າງຊົ່ວໆນຳໜັງ ນຳໂທລະທັດ ໄທ ຈີນ ອາເມລິກາ ຫວຽດ ທັງຍິງທັງຊາຍ ! ແບບຢ່າງທີ່ດີມັນບໍ່ເຄີຍຄິດທີ່ຈະເອົານຳເລີຍ ແລ້ວອະນາຄົດຂອງຊາດມັນຊິເປັນແນວໃດບາດນິ ? ອ້າຍຜູ້ໃຫຍ່ກໍ່ບໍ່ສົນຫຍັງ ຟາງແຂ່ງຂັນກັນໂກຍ ຈັກໜ້ອຍອອກການແລ້ວຊິບໍ່ໄດ້ໂກຍ ! ບ້າອຳນາດ ບ້າເງິນແຕ່ໂຕເອງຍັງບໍ່ພໍ ຖ່າຍທອດໃຫ້ລູກຫລານອີກ  nonono

__________________
Anonymous

Date:

Anonymous wrote:

ດຽວນີ້ ໄປໃສ ມາໃສ ໄດ້ຍິນແຕ່ຂ່າວ ຂີ້ລັກ ຈີ້ ປົ້ນ ຫຼາຍເອົາແທ້ເອົາວ່າ

ເງິນຫາຍາກຂຶ້ນ ໂຈນ ກໍ່ເລຍຫຼາຍຂຶ້ນ no

 ດຽວນີ້ມືດມາບໍ່ຢາກກ້າອອກເຮືອນແລ້ວ ເພາະມີເງິນທ້ອນຫອມມາຫລາຍປີກໍ່ໄປຊື້ລົດເວັບໄທມາຂີ່ ຢ້ານເຂົາມາລັດຕີຫົວເອົາ ຢ້ານທັງເສຍລົດທັງຖືກແທງໃສ້ໂປດ!

 ເພິ່ງຕຳຫລວດບໍ່ໄດ້່ແລ້ວ ຊິຫັນໜ້າໄປເພິ່ງໃຜລະບາດນີິ ? ບໍ່ມີຊຸບເປີແມນ ມາໃຫ້ເພິ່ງ ແລະຈັດການກັບພວກມານສັງຄົມແດ່ບໍ່ ?biggrinbiggrinbiggrin

__________________
Anonymous

Date:

ກ່ອນອຶ່ນກໍ່ຂໍສະແດງຄວາມຂອບໃຈໃນບົດຄວາມເຫັນຂ້າງເທີງນັ້ນຕາມທັດສະນະຂອງຂ້າພະເຈົ້າແລ້ວເລຶ່ອງການຂຶ້ນພາສີເັຫຼົ້າເບຍຫຼັ້ນມັນບໍ່ແມ່ນທາງອອກປານໃດ

ຍີ່ງຈະເພິ່ມພາລະໃຫ້ປະຊາຊົນລາວຊຶ່ຯເພາະວ່າລາວເຣັາໃນແຕ່ລະປິຕ້ອງໄດ້ເຣັດບຸນສິນກິນທານຕົວຢ່າງຖ້າຈະໃຫ້ແຂກທີ່ມາຣ່ວມງານກິນເບຍຄົນລະຈອກແລ້ວໃຫ້ເພິ່ນ

ເຊົາແລ້ວກິນນ້ຳຫວານນ້ຳອັດລົມແທນກໍ່ຄົງຈະເປັນໄປບໍ່ໄດ້.ຕາມຂ້າພະຄິດວ່າຄວນມໃຫ້ງົດການນຳເຂົ້າເຫລົ້າຕ່າງປະເທດທີ່ມີລາຄາແພງກໍ່ຈະຊ່ວຍປະຫັຍດເງິນໄດເ

ຫຼາຍໂຕບ.ພ້ອມກັນນັ້ນກໍອອກກົດລະບຽບບໍ່ໃຫ້ຂາຍເບຍໃຫ້ຂາຍແຕ່ເຫລົ້າຂາວໃນແຕ່ລະງານຜູ້ໃດລະເມີດປັບໃໝຣັບຣອງວ່າຊ່ວຍປະຫັຍດໄປຫຼາຍໂຕບເພາະວ່າຖ້າກິນເຫລົ້າ

ຂາວບໍ່ມີຜູ້ໃດດອກຊິກິນໄດ້ຮອດສອງກວດອິກຢ່າງລາຄາກໍ່ຖຶກດ່ວາເບຍ

ຂອນໃຈ

 ແຕ່ຂ້າພະເຈົ້າວ່າສາເຫດຂອງພວກນັກເລງອັນທະພານກວນເມືອງ ຂີ້ລັກມັກສົກປຸ້ນຈີ້ຂ້າເຈົ້າເອົາຂອງ ສາເຫດຕົ້ນຕໍບໍ່ແມ່ນຍ້ອນເຫລົ້າເບຍທັງໝົດດອກ ມີໜ້ອຍດຽວເທົ່ານັ້ນ! ຄົນເມົາເຫລົ້າ ມັນກໍ່ຍັງມີສະຕິສຳປະຊັນຍະບໍ່ຫລາຍກໍ່ໜ້ອຍຢູ່ . ແຕ່ພວກເສບຢາເສບຕິດ ໂດຍສະເພາະຢາບ້າ ຟັງຊື່ມັນກໍ່ຮູ້ ພວກນີ້ຈະຖືກເຈົ້າພໍ່ທັງຫລາຍສວຍໃຊ້ເຮັດແນວຜິດກົດໝາຍແນວບໍດີຕໍ່ສັງຄົມໄດ້ງ່າຍທີ່ສຸດ ເພາະພວກນີ້ກິນຢາບ້າແລ້ວ ມັນຈະບໍ່ຮູ້ອັນຖືກອັນຜິດເລີຍ ຕີຂ້າໄດ້ຮອດພໍ່ແມ່ອ້າຍເອື້ອຍນ້ອງ ຍາມມັນບໍ່ມີເງິນ ແງ້ນຢາ ມີໃຜມາຈ້າງເງິນໜ້ອຍດຽວມັນກໍເຮັດໄດ້ໝົດ ຂ້າຄົນກໍ່ຍັງເຮັດໄດ້ ຍ້ອນແງ້ນຢາ ! ສະນັ້ນຕ້ອງປາບທັງພວກຂາຍ ແລະພວກເສບຢ່າງຈິງຈັງ ໂດຍສະເພາະພວກຄ້າຂາຍ ຂ້າຕັດຕອນຄືທັກສິນເຮັດຄືຫລາຍປີກ່ອນ ບໍ່ມີໃຜສົງສານມັນດອກ ພວກນີ້ຕາຍມີແຕ່ຄົນຍໍມືສາທຸ ແລ້ວບັນຫາສັງຄົມຈຶ່ງຈະໜ້ອຍລົງ ! ອີກກຸ່ມໜຶ່ງທີ່ຕ້ອງປາບ ແມ່ນພວກໃຈນັກເລງໂດຍສັນດານ ພວກນີ້ກໍ່ຕ້ອງຈັດການ ບໍໃຫ້ເປັນແບບຢ່າງທີ່ບໍ່ດີໃຫ້ໄວລຸ້ນ ! ຈົບ

 ຊົມເຊີຍ ໆໆໆໆໆໆໆໆໆໆໆໆໆໆໆໆໆໆໆsmilesmilesmile

ໄດ້ຂ່າວຫລ້າສຸດວ່າ 2-3 ມື້ມານິ ຕຳຫລວດ ໄດ້ສັງຫານ ເຈົ້າພໍ່ຄ້າຢາເສບຕິດ ທັງເປັນຫົວໜ້າແັກງລັກລົດຈັກ ທັງມີອາວຸດອີກ ຢູ່ບ້ານໜອງທາເໜືອ ເມືອງຈັນທະບຸລີ ໄດ້ 1 ບັກ (ໜ້ອຍໂພດ ຕ້ອງຊອກເກັບອີກໃຫ້ມັນໝົດ ທັງຢູ່ວຽງແລະແຂວງອື່ນໆ ) ! ແຕ່ກ່ອນຊິຍິງມັນມັບໝາໄດ້ ຕຳຫລວດກໍ່ຖືກມັນຍິງບາດເຈັບຄົນໜຶ່ງ ! ນິລະຄືຄວາມອັນຕະລາຍຂອງພວກນີ້ ເຮັດຫລິ້ນເຮັດອໍ້ແອ້ ຫລືປະໝາດບໍໄດ້ເດັດຂາດ ຕ້ອງຜະເດັດເສິກຢ່າງເດັດຂາດແນວນີ້ໂລດ !

ອັນພວກສຽງນົກສຽງກາ ຈາກສະຖານທູດຕາເວັນຕົກ ຈາກອົງການຈັດຕັ້ງສາກົນ ຫລື ຈາກພວກ NGOs ທີ່ເຫົ່າເລື້ອງສິດທິມະນຸດເກັ່ງໆທັງຫລາຍ ຢ່າໄປສົນຫົວພວກມັນ ! ສັງຄົມບໍສະຫງົບ ພວກມັນເຄີຍມາສົນມາຊ່ວຍຫຍັງບໍ່ ? ດີບໍດີ ມັນມີເລ້ຫລ່ຽມສະໜັບສະໜູນພວກຄົນບໍ່ດີ ເພື່ອເຮັດໃຫ້ສັງຄົມເຮົາສັບສົນວຸ້ນວາຍຊໍ້າ !

------------------------------------------------------------------------------------------------------------------------------------------------------------------------------------------------------------------------

ຊົມເຊີຍ ໆໆໆໆໆໆໆໆໆໆໆໆໆໆໆໆໆໆໆsmile ນຳເດີ

ທາງທີ່ດີແລ້ວ ຖ້າຈັບເປັນຊິດີບໍ່ ເພາະອາດສາວເຖິງຜູ້ອື່ນເຕີ່ມອີກ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard