Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງການນຳໃນລາວຈື່ງມັກເວົ້າທຸກຄົນເລີຍໃນຄຳວ່າ (ເວົ້າລວມ,ເວົ້າສະເພາະ)
Anonymous

Date:
ເປັນຫຍັງການນຳໃນລາວຈື່ງມັກເວົ້າທຸກຄົນເລີຍໃນຄຳວ່າ (ເວົ້າລວມ,ເວົ້າສະເພາະ)

ປະກັດວ່າ ຖ້າຂາດຄວາມເຫລົ່ານີ້ສະແດງວ່າປະຊຸມຄົງຈະບໍ່ແລ້ວແມ່ນບໍ?

__________________
Anonymous

Date:
RE: ເປັນຫຍັງການນຳໃນລາວຈື່ງມັກເວົ້າທຸກຄົນເລີຍໃນຄຳວ່າ (ເວົ້າລວມ,ເວົ້າສະເພາະ)

Anonymous wrote:

ປະກັດວ່າ ຖ້າຂາດຄວາມເຫລົ່ານີ້ສະແດງວ່າປະຊຸມຄົງຈະບໍ່ແລ້ວແມ່ນບໍ?

 May be not thing to say

__________________
Anonymous

Date:

ລາວເຮົາພື້ນຖານແມ່ນຮຽນນຳຫວຽດນາມ ແລະເດີນຕາມຫວຽດນາມທຸກຢ່າງແມ່ນແຕ່ຄຳເວົ້າ ທີ່ເວົ້າວ່າ(ເວົ້າລວມເວົ້າສະເພາະ)ນີ້ກໍ່ແປມາກພາສາຫວຽດນາມທີ່ວ່າ "ນ່ອຍ ຣຽງ ວ້າ ນ່ອຍ ຈຸງ" ແປວ່າ ເວົ້າລວມ ແລະເວົ້າສະເພາະ.

ຟັງຄວາມແກວເສຍແນວເຂົ້າປູກ ມີລູກບອກລູກ ມີຫຼານບອກຫຼານ.

ພາສາແກວ!!

 I don't think what you say is always true since those terms are lao. It is ver much similar to english I guess: ເວົ້າລວມ in generall or generally...and ເວົ້າສະເພາະ particularly or especially... all are very comon in use 

__________________
Anonymous

Date:

Anonymous wrote:

ລາວເຮົາພື້ນຖານແມ່ນຮຽນນຳຫວຽດນາມ ແລະເດີນຕາມຫວຽດນາມທຸກຢ່າງແມ່ນແຕ່ຄຳເວົ້າ ທີ່ເວົ້າວ່າ(ເວົ້າລວມເວົ້າສະເພາະ)ນີ້ກໍ່ແປມາກພາສາຫວຽດນາມທີ່ວ່າ "ນ່ອຍ ຣຽງ ວ້າ ນ່ອຍ ຈຸງ" ແປວ່າ ເວົ້າລວມ ແລະເວົ້າສະເພາະ.

ຟັງຄວາມແກວເສຍແນວເຂົ້າປູກ ມີລູກບອກລູກ ມີຫຼານບອກຫຼານ.

ພາສາແກວ!!

ອາດຈະແມ່ນ ເພາະຜູ່ນໍາສ່ວນຫລາຍແມ່ນຈົບທິດສະດີການເມືອງຈາກຮາໂນ໊ຍ. ຄໍາທີ່ວ່າຟັງຄວາມແກວເສັຽແນວເຂົ້າປູກນັ້ນ ມີຄວາມໝາຍແນວໃດ? ກະຣຸນາຊ່ອຍອະທິບາຍໃຫ້ລູກຫລານທີ່ເກີດໃໝ່ໃຫຍ່ລຸນຮູ້ນໍາແດ່ຂ້ານ້ອຍ, ຂອບໃຈ.

 "ຟັງຄວາມແກວເສັຍແນວເຂົ້າປູກ" ເປັນຄຳສັ່ງສອນຂອງເຈົ້າເພັດຊະລາດທີ່ເຕືອນລຸງສຸພານຸວົງຢູ່ທີ່ເມືອງຊຳເໜືອ(ປີໄດບໍ່ແນ່ໃຈ) ສ່ວນຄວາມໝາຍນັ້ນເພິ່ນກໍ່ບໍ່ໃຫ້ລາຍລະອຽດແລ້ວແຕ່ມູມມອງຂອງແຕ່ລະຄົນ.

__________________
Anonymous

Date:

Anonymous wrote:

ລາວເຮົາພື້ນຖານແມ່ນຮຽນນຳຫວຽດນາມ ແລະເດີນຕາມຫວຽດນາມທຸກຢ່າງແມ່ນແຕ່ຄຳເວົ້າ ທີ່ເວົ້າວ່າ(ເວົ້າລວມເວົ້າສະເພາະ)ນີ້ກໍ່ແປມາກພາສາຫວຽດນາມທີ່ວ່າ "ນ່ອຍ ຣຽງ ວ້າ ນ່ອຍ ຈຸງ" ແປວ່າ ເວົ້າລວມ ແລະເວົ້າສະເພາະ.

ຟັງຄວາມແກວເສຍແນວເຂົ້າປູກ ມີລູກບອກລູກ ມີຫຼານບອກຫຼານ.

ພາສາແກວ!!

 ທີ່ຈິງແລ້ວຄວາມເວົ້ານີ້ຜູ້ນຳທົ່ວໂລກກໍ່ເວົ້າຄືກັນຍ້ອນວ່າຜູ້ນຳຈະຮັບຜິດຊອບບັນຫາລວມຂອງປະເທດສະນັ້ນເວລາມີຄວາມເຫັນເພື່ອຍາກໃຫ້ຜູ້ຟັງເຂົ້າາໃຈບັນຫາສະເພາະທີ່ຕ້ອງການຍ້ຳຫຼືເຈາະເລິກບັນຫາດັ່ງກ່າວຈຶ່ງມີຄວາມຈຳເປັນໄດ້ຍົກ ຫຼື ອ້າງພາບລວມມາໃຫ້ເຫັນພາບສາກ່ອນຈຶ່ງລົງເລິກໃນບັນຫານັ້ນໆ. ສ່ວນຜູ້ທີ່ບໍ່ເຄີຍໄດ້ເປັນຜູ້ນຳ ຫຼື ເຮັດວຽກຮ່ວມກັບຜູ້ນຳກໍ່ຈະຄິດວ່າແມ່ນການເວົ້າເພື່ອເປັນເອກະລັກທາງການເມືອງທີ່ຈິງມັນບໍ່ແມ່ນ.

ເຫດຜົນທີ່ສອງຍ້ອນວ່າພາສາລາວໃນປະຈຸບັນແມ່ນໄດ້ມີການວິວັດທະນາການມາເຖິງຈຸດສູງສຸດເພື່ອໃຫ້ແທດເໝາະກັບປະຈຸບັນ ປະກອບກັບຄົນລາວກໍ່ມີການສຶກສາສູງຂຶ້ນ ນັກຮຽນຮູ້ຈົບມາຈາກຕ່າງປະເທດກໍ່ຫຼາຍຂຶ້ນ ຈຶ່ງໄດ້ມີການນຳເອົາບົດຮຽນຈາກຕ່າງປະເທດມາໝູນໃຊ້ ຖ້າທຽບໃສ່ກ່ອນປີ 1975 ນັກຮຽນຮູ້ນັບເອົາກໍ່ໄດ້.

ທີຈິງບໍ່ມີເຈດຕະນາເວົ້າຕອບໂຕ້ທ່ານນີ້ດອກ ແຕ່ຍາກຍົກຂໍ້ມູນຫຼັກຖານມາເວົ້າສູ່ກັນຟັງຕໍ່ກັບສຸພາສິດທີ່ທ່ານມັກຍົກຂຶ້ນມາເວົ້າໃນເກືອບທຸກໆຫົວຂໍ້ (ຟັງຄວາມແກວເສຍແນວເຂົ້າປູກ ມີລູກບອກລູກ ມີຫຼານບອກຫຼານ) ສະເພາະຂ້ອຍເອງຄິດວ່າເຈົ້າເວົ້າຜິດ ເປັນຫັຍງຈຶ່ງເວົ້າແນວນີ້: ຍ້ອນຝ່າຍປະເທດລາວຟັງຄວາມແກວຈຶ່ງສາມາດເອົາຊະນະຝ່າຍວຽງຈັນໄດ້, ໄດ້ທັງແນວເຂົ້າປູກ, ໄດ້ທັງແຜ່ນດີນ ຈົນຮອດທຸກມື້ນີ້, ກົງກັນຂ້າມຝ່າຍວຽງຈັນຟັງຄວາມໃຜ ແລະບໍ່ຍອມຟັງຄວາມແກວຈຶ່ງເສັຍທັງນາໝົດທົ່ງ ທັງນາໃຫ່ຍ, ນານ້ອຍແມ່ໃຫ້ມາ, ທັງເຮືອນຊານ ບ້ານຊ່ອງ, ທັງແຜ່ນດິນ ຈົນໜີໄປຂໍເພິ່ງແຜ່ນດິນອື່ນຊົ້ນຫົວຢູ່. ເສັຍລູກ ເສັຍເມຍ,​ ໂຕນໜີໄປຢູ່ສູນກໍ່ຖືກ ອສ ໄທ ເອົາລູກເອົາເມັຍໄປບຳເລີເຂົາ, ເງີນຄຳຫອບໄປນຳໄທກໍ່ປົ້ນເອົາໄປ, ສ່ວນເມັຍເຈົ້ານາຍທີ່ໜີບໍ່ທັນຕົກຄ້າງຢູ່ກໍ່ມະເລເສຍເພໄປ. ເຈົ້າວ່າຂ້ອຍເວົ້າຖືກບໍ່? ຢ່າຟ້າວຮ້າຍເດີຄິດຄັກໆແລ້ວຄ່ອຍຕອບ, ຢ່າເວົ້າຄຳຫຍາບ.

 ອ່ານຕອນຂື້ນຕົ້ນນືກວ່າຄົນມີຄວາມຮູ້ແຕ່ພໍອ່ານໆໄປກໍ່ຈຶ່ງຮູ້ວ່າຄົນຈະຈອກສາມັນທຳມະດາທີ່ຂາດທັງຂໍ້ມູນແລະຂໍ້ແທ້ຈິງ ແຖມຍັງມີອະຄະຕິ ສ້າງຄວາມແຕກແຍກອີກຕ່າງຫາກ ແລະຍັງມີນ່າຖາມວ່າຂ້ອຍເວົ້າຖືກບໍ່??

555!!!!

 ລະໂຕວ່າເຂົ້າເວົ້າຜິດ ສະເບາະຫໍາ.. ເວົ້າມາເບິ່ງດຸຜິດບ່ອນໃດ...ເຮົາເອງກະຢູ່ USA ອົບພະຍົບມາ ເພາະບໍ່ມັກລັດທິມາກເມນິນ, ຍ້ອນເຮົາເສັຍສົງຄາມ ຄືໝໍນັັ້ນເວົ້ານັ້ນແລ້ວ.

__________________
Anonymous

Date:

ບໍ່ແມ່ນດອກ, ມັນເປັນພຽງໂປຣແກຣມ ທີ່ຖືກອອກແບບມາແລະໃຫ້ເວົ້າຕາມນັ້ນ. ພວກທີ່ເປັນຫຸ່ນຍົນກະເວົ້າຕາມໂປຣແກຣມຫັນແຫຼະ ແລະຈະມີພຽງຜູ້ທີ່ເປັນຄົນເທົ່ານັ້ນທີ່ຈະສາມາດປັບປ່ຽນແລະເວົ້າຕາມຄວາມຮູ້ແລະສະຕິປັນຍາຂອງຕົນເອງ.  ບໍ່ມີພຽງທໍນີ້ເດີ ຍັງມີຄໍາວ່າ: "ກໍາແໜ້ນສອງຈຸດເທິງ ແລະເໜັ້ນຈຸດລຸ່ມ" ພ້ອມ

 ຫລາຍທ່ານເວົ້າມາກໍຖືກ  ກັບຄຳດັ່ງກ່າວນັ້ນມັນກໍບໍ່ໄດ້ຜິດຫຍັງດອກຖ້າຫາກໃຊ້ໃນກໍຣະນີທີ່ເໝາະ

ຖືກໝ້ອງຫລືບອ່ນສົມຄວນ ແຕ່ສ່ວນຫລາຍໃຊ້ໄປທົ່ວທີບ ແລະໃຊ້ຫລາຍມັນກໍໜ້າເບື່ອ

      ສະຣຸບແລ້ວຂ້າພະເຈົ້າຄິດວ່າຄຳດັ່ງກ່າວມັນແມ່ນຄວາມເວົ້າຂອງພວກທີ່ມີຈິຕນິຍົມລັດທິກະວ່າໄດ້

ຄິດວ່າຄຳນີ້ມ່ວນຄັນໄດ້ອອກມາມັນແຈບໃຈ ເພາະເກືອບທັງໝົດທຸກຄົນກໍຮູ້ດີ ວ່າບັນດາການນຳ

ທັງໝົດແມ່ນຄົນທີ່ຫາກໍລົບລ້າງການກືກໜັງສື.

__________________
Anonymous

Date:

ຍັງມີຄຳອີກ ( ປະຊາຊົນບັນດາເຜົ່າ) ຖ້າບໍ່ໄດ້ເວົ້ານອນບໍ່ຫລັບຕິ

  ຖ້າໄດ້ເວົ້າຖືວ່າ ນຳສມັຍ

  ກູໂລດເມື່ອ!

__________________
Anonymous

Date:

Anonymous wrote:

ຍັງມີຄຳອີກ ( ປະຊາຊົນບັນດາເຜົ່າ) ຖ້າບໍ່ໄດ້ເວົ້ານອນບໍ່ຫລັບຕິ

  ຖ້າໄດ້ເວົ້າຖືວ່າ ນຳສມັຍ

  ກູໂລດເມື່ອ!

- ຮຽນນຳຜູ້ໄທ  ເປັນຄົນເຊີ້ຊ້າ

- ຮຽນນຳຂ້າ    ເປັນບ້າເທົ້າຕາຍ

__________________
Anonymous

Date:

ກັບຄຳວ່າ ສະຫາຍ

__________________
Anonymous

Date:

ທີ່ຜູ່ລາວຕັ້ງກະທູ້ຖາມນັ້ນລາວອາດຈະໝາຍເຖິງ ວ່າ: ເປັນຫຽັງເວລາເພິ່ນເວົ້າຈຶ່ງມັກເອົາ ຄວາມສອງຄວາມນີ້ມາຮຽງກັນດັ່ງທີ່ເຮົາເຄີຍໃດ້ຍິນຢູ່ເລື້ຶອຍໆ ໂດຍສະເພາະນັກຂ່າວໂທຣະພາບ ແຫ່ງຊາດນັ້ນແຫ່ງເວົ້າຢູ່ທຸກມື້ ບໍ່ເຊື່ອເປີດຟັງໂລດ ພາກຂ່າວທົ່ວໄປນັ້ນ.

 ບໍ່ຫາລາວໝາຍຄວາມຍາກດອກ ຟັງຢູ່ໃສກະໄດ້ຍິນ ເບິດປະເທດແຕ່ເທິງຮອດພື້ນຖານ ວ່າແຕ່ມີການໂຄສະ

ນາປາໄສ ຟັງບໍ່ພໍສິບນາທີໄດ້ຍິນໂລດ

     ລະແມ່ນວ່ານໍ, ເວົ້າລວມ, ເວົ້າສະເພາະ

ຄືສິແມ່ນພວກເພິ່ນດັດແປງຕົວອັກສອນລາວຫລາຍຕັດອອກໆ ເລີຍເບິດຄວາມເວົ້າ ເວົ້າແຕ່ຄວາມເກົ່ານັ້ນແລະ

__________________
Anonymous

Date:

ຈະວ່າຜູ່ນໍາທົ່ວໂລກກໍ່ມັກເວົ້າຄໍານີ້ຄືກັນກໍ່ຄົງຈະບໍ່ຖືກຄັກ ອາດຈະມີແຕ່ຜູ່ນໍາໃນຣະບອບສັງຄົມນິຍົມເທົ່ານັ້ນທີ່ມັກເວົ້າ ສອງຄໍານີ້. ເຄີຍຟັງທ່ານນາງຍິ່ງລັກ, ທ່ານ Susilo Bambang , ທ່ານ Tony Blair ປະທະກະຖາ ປາກົດວ່າບໍ່ໄດ້ ຍິນເພິ່ນໃຊ້ຄໍາວ່າ General ແລະ Specific ໃດ໋ລະ.

__________________
Anonymous

Date:

ຖ້າທ່ານສົມທຽບຈໍານວນນັກຮຽນທີ່ຈົບການສຶກສາມາຈາກ ຕ່າງປະເທດກ່ອນແລະຫຼັງປີ1975 ເຫັນວ່າມີຕົວເລກແຕກ ໂຕນກັນແທ້ ແຕ່ຖ້າທ່ານສົມທຽບຈໍານວນສະເລັ່ຽອາດຈະບໍ ແຕກໂຕນກັນຫຼາຍ. ຕາມທີ່ໄດ້ຍິນຜູ່ໃຫຍ່ເວົ້າໃຫ້ຟັງ, ກ່ອນປີ1975 ມີແຕ່ນັກຮຽນ ທີ່ຈົບຊັ້ນແຕັກມິນານເທົ່ານັ້ນທີ່ສາມາດເສັງໄປສຶກສາຕໍ່ທີປະ ເທດຝຣັ່ງເສດ ອັງກິດ ອາເມຣິກາແລະປະເທດອື່ນໆ. ຖ້າທ່ານ ມີໂອກາດໄດ້ໄປປີ້ງ BBQ ຮ່ວມກັບຜູ່ໃຫຍ່ໄມ້ສູງ ກໍ່ລອງໆຖາມ ຄວາມຈິງກັບເພິ່ນເບິ່ງເດີ. ໃນໄລຍະປີ1975-80, ແຕ່ລະປີມີນັກຮຽນຈົບຊັ້ນມໍ3 ແລະຈົບ ຊັ້ນອໍ3 ຖືກສົ່ງໄປຮຽນຕ່າງປະເທດຫຼາຍທີ່ສຸດເພາະເພິ່ນຄັດ ເລືອກເອົາຜູ່ທີ່ມີຄຸນສົມບັດດີເທົ່ານັ້ນ ສ່ວນລະດັບວິຊາສະ ເພາະນັ້ນຂັ້ນອະນຸໂລມ. ຫຼັງປີ1980 ເພິ່ນຈຶ່ງຕັດຈໍານວນນັກ ຮຽນມໍ3 ລົງເພາະຖືກຕໍານິໃນມາດຖານການສຶກສາ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard