Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນະໂຍບາຍການໃຫ້ແລກປ່ຽນເງິນຕາຕ່າງປະເທດຢ່າງເສລີຂອງ ທະນາຄານການຄ້າຕ່າງປະເທດ ອາດນຳໄປສູ່ຂະບວນກ
Anonymous

Date:
ນະໂຍບາຍການໃຫ້ແລກປ່ຽນເງິນຕາຕ່າງປະເທດຢ່າງເສລີຂອງ ທະນາຄານການຄ້າຕ່າງປະເທດ ອາດນຳໄປສູ່ຂະບວນກ


ໃນປັດຈຸບັນເຫັນວ່າ ມີບັນດາກກຸ່ມຄົນຈຳນວນໜຶ່ງໄດ້ນຳເອົາເງິນກີບໄປແລກ ປ່ຽນເປັນເງິນຕາຕ່າງປະເທດ ກັບ ທະນາຄານການຄ້າຕ່າງປະທດສາຂາຕ່າງໆ ທົ່ວນະຄອນຫຼວງວຽງຈັນ ໂດຍທະນາຄານຈະກຳນົດໃຫ້ 1 ຄົນ ສາມາດ ແລກໄດ້ 20 ລ້ານກີບ/ມື້/ສາຂາ ຊຶ່ງກຸ່ມຄົນເຫຼົ່ານີ້ຈະເຮັດກັນເປັນກຸ່ມ ກຸ່ມໜຶ່ງ ປະກອບມີຢ່າງຕ່ຳ 5 ຄົນ ຊຶ່ງເຮັດໜ້າທີ່ເປັນລູກຈ້າງ, ຈະໄດ້ຮັບຄ່າຈ້າງປະມານ 50,000 ກີບ - 70,000 ກີບ ຕໍ່ມື້ ແລະ ສ່ວນໃຫຍ່ ຈະເປັນກຸ່ມຄົນທີ່ເປັນທີ່ ຄຸ້ນເຄີຍກັນດີ ບໍ່ວ່າຈະເປັນລູກຫຼານ ຫຼື ຄົນບໍລິເວນອ້ອມຮອບບ້ານໃກ້ຄຽງກັນ ຊຶ່ງໃນແຕ່ລະວັນ ກຸ່ມຄົນເຫຼົ່ານີ້ຈະນຳເອົາເງິນຈາກຜູ້ທີ່ໃຫ້ຄ່າຈ້າງ (ຫົວໜ້າ) ປະມານ 20 ລ້ານ ກີບ/ຄົນ/ສາຂາ ແລ້ວນຳໄປແລກປ່ຽນກັບ ທະນາຄານ ການຄ້າຕ່າງປະເທດສາຂາຕ່າງໆ ຊຶ່ງສ່ວນໃຫຍ່ຈະນິຍົມກັນແລກປ່ຽນເປັນ ເງິນບາດໄທ ຫຼື ໂດລາສະຫະລັດ; ຈາກນັ້ນ ກໍ່ຈະນຳເງິນທີ່ໄດ້ໄປແລກປ່ຽນເປັນ ເງິນກີບຕໍ່ອີກເທື່ອໜຶ່ງກັບແມ່ໃຫຍ່ ຊຶ່ງເປັນຜູ້ທີ່ໃຫ້ອັດຕາແລກປ່ຽນທີ່ສູງກວ່າ ທະນາຄານ ແລະ ຈະໄດ້ກຳໄລ ປະມານ 100,000-200,000 ກີບ ຕໍ່ເງິນ 20 ລ້ານກີບ ທີ່ນຳໄປແຕກ; ຂ້າພະເຈົ້າຈຶ່ງເກີດແນວຄິດສົງໃສວ່າ ກຸ່ມຄົນຜູ້ທີ່ ໃຫ້ອັດຕາແລກປ່ຽນທີ່ສູງກວ່າທະນາຄານເຫຼົ່ານີ້ ສາມາດໃຫ້ອັດຕາແລກປ່ຽນ ທີ່ສູງກວ່າທະນາຄານໄດ້ແນວໃດ? ນອກຈາກວ່າ ເງິນເຫຼົ່ານັ້ນແມ່ນເງິນ ທີ່ໄດ້ມາຈາກການເຮັດສິ່ງທີ່ຜິດກົດໝາຍ ຫຼື ບໍ່? ແລ້ວນຳເຂົ້າມາຟອກ.

ຂ້າພະເຈົ້າຈຶ່ງຢາກຖາມຄຳເຫັນຂອງພວກທ່ານວ່າ ພວກທ່ານຄິດແນວໃດກັບເລື່ອງ ດັ່ງກ່າວນີ້.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard