Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍີ່ປຸ່ນຊ່ອຍສ້າງໂຮງຮຽນ 95 ຫຼັງ
ບ່າວດົງອໍາພາ

Date:
ຍີ່ປຸ່ນຊ່ອຍສ້າງໂຮງຮຽນ 95 ຫຼັງ


ໄທເອີ້ນຍີ່ປຸ່ນວ່າເປັນ Santa Clause ເພາະວ່າຍີ່ປຸ່ນເປັນປະເທດ ນຶ່ງທີ່ຊ່ອຍເຫຼືອປະເທດລາວຫຼາຍທີ່ສຸດ, ຫຼາຍຄົນເຊື່ອວ່າ No such free lunch. ທ່ານຄິດວ່າແນວໃດ? ກົດບ່ອນນີ້ຖ້າຢາກອ່ານຂໍ້ມູນເພິ້ມ.

__________________
Anonymous

Date:

ເຄີຍໄດ້ຍິນນິທານເລື້ອງພະຍາເສືອໂຄ່ງກັບໜູນ້ອຍບໍ່? ລາວກັບຍີ່ປຸ່ນກໍ່ມີລັກສະນະຄ້າຍຄືກັນ, ຍີ່ປຸ່ນມືນຕາຫາຍໃຈໄດ້ກໍ່ຍ້ອນລາວອອກສຽງເຫັນດີໃຫ້ຍີ່ປຸ່ນມີສິດລ່າປາວານ ຖ້າບໍ່ລາວ ຍີ່ປຸ່ນທ້ອງແຫ້ງແທ້ໆເນີເດີເພາະອຸດສະຫະກໍາລ່າປາວານຂອງຍີ່ປຸ່ນນໍາເງິນມະຫາສານເຂົ້າປະເທດ. ຂ້ອຍຄິດວ່າ ຍີ່ປຸ່ນຄວນຊ່ອຍເຫຼືອລາວໃຫ້ຫຼາຍກ່ວານີ້.

__________________
Anonymous

Date:

ມັນແມ່ນຄວາມໂຊກດີຂອງປະເທດລາວທີ່ໄດ້ຮັບການຊ່ວຍເຫຼືອຈາກມິດປະເທດ ຂ້ອຍລະດີໃຈເອົາແທ້ໆ ແຕ່ເບິ່ງອີກແງ່ໜຶ່ງກໍເປັນຕານ້ອຍໃຈ ເພາະວ່າຄົນພາຍໃນປະເທດແທ້ໆ ແລ້ວເກືອບວ່າບໍ່ມີຫຍັງເປັນຂອງຕົນເອງ: ໂຮງຮຽນ ຫໍພັກ ວິທະຍາຄານຕ່າງໆ ສ່ວນຫຼາຍແມ່ນຍີ່ປຸ່ນຊ່ວຍເຫຼືອ ຮອງລົງມາກໍແມ່ນຫວຽດນາມ ເກົາຫຼີ ຝະລັ່ງ ຊ່ວຍ, ເສັ້ນທາງແລະຂົວກໍແມ່ນຍີ່ປຸ່ນ ຈີນນຳແດ່ ໄທນຳແດ່, ໂຮງໝໍ ກໍແມ່ນຍີ່ປຸ່ນແດ່ ຝະລັ່ງແດ່ ຫວຽດນຳແດ່ ຈີນນຳແດ່ ຊ່ວຍເຫຼືອ, ເດິ່ນບິນກໍແມ່ນຍີ່ປຸ່ນຊ່ວຍ ໄທກໍຊ່ວຍ, ຫໍປະຊຸມທີ່ກຳລັງສ້າງກໍແມ່ນຈີນຊ່ວຍແລະເຮັດໃຫ້, ສະໜາມກິລາກໍແມ່ນຈີນເຮັດໃຫ້..........ເລື່ອງເໝືອງຝາຍເປ່ເພກໍຂໍຄວາມຊ່ວຍເຫຼືອສາກົນຢູ່ແລ້ວ

ຂ້ອຍລະຢາກຖາມລັດຖະບານລາວຢູ່ວ່າອັນໃດແດ່ທີ່ເປັນຜົນງານຂອງຕົນເອງ ຄັນຊິວ່າລັດຖະບານທຸກກໍຄືຊິບໍ່ແມ່ນດອກ ເພາະເບິ່ງລັດຖະມົນຕີບາງຄົນມີລົດຫຼາຍກວ່າຊາວຄັນ ມີເງິນເທົ່າໃດຕື້ກໍບໍ່ຮູ້ ລວຍກວ່າໝູ່ແມ່ນທ່ານຄຳໄຕ ເງິນພາສີລົດປີໜຶ່ງກໍເທົ່າໃດຕື້ແລ້ວ ເງິນຂາຍຄຳເດ ທອງເດ ເງິນເດ ກົ່ວເດ ແລ້ວເງິນຂາຍໄຟຟ້າເດ້ ເອົາໄປໄວ້ໃສໝົດ

ສິ່ງທີ່ຜະລິດເອງໄດ້ ແລະເປັນສິນຄ້າຂອງຕົນເອງແທ້ໆ ຄືໄຟຟ້າ ພັດຂາຍໃຫ້ປະຊາຊົນບັກແພງໆ ...



__________________
Anonymous

Date:

ບ່າວດົງອໍາພາ wrote:

ໄທເອີ້ນຍີ່ປຸ່ນວ່າເປັນ Santa Clause ເພາະວ່າຍີ່ປຸ່ນເປັນປະເທດ ນຶ່ງທີ່ຊ່ອຍເຫຼືອປະເທດລາວຫຼາຍທີ່ສຸດ, ຫຼາຍຄົນເຊື່ອວ່າ No such free lunch. ທ່ານຄິດວ່າແນວໃດ? ກົດບ່ອນນີ້ຖ້າຢາກອ່ານຂໍ້ມູນເພິ້ມ.


 ມັນແມ່ນຄວາມເຂົ້າໃຈຕໍ່ໂລກ, ແນວຄິດທີ່ຈະເລີນ ຫຼື ພາສາອັງກິດ ທິ່ວ່າ Good mentality, ຢີປຸນເຂົາ ມີແນວຄິດທີ່ ວ່າ ຖ້າເຮືອນເຮົາງາມຜູ້ດຽວບ້ານກໍ່ບໍ່ເປັນຕາຢູ່...ໝາຍຄວາມວ່າຖ້າເຮຶອນເຮົາງາມແລ້ວ ເຮົາຕ້ອງຊ່ອຍໃຫ້ເຮືອນທາງຂ້າງງາມໄປພ້ອມໆກັນ ບ້ານຄ່ອຍເປັນຕາຢູ່.

ສ່ວນເລືອງທີ່ວ່າ ລາວ ໂວດໃຫ້ຢີປຸນກິນປາວານນັ້ນ ມັນກໍ່ເປັນຜົນດີນໍາມາ ສໍາຫຼັບ ຢີປຸ່ນຊື່ໆ ຫາກບໍ່ໄດ້ແມ່ນແນວຄິດລັກຂອງຢີ່ປຸ່ນທິ່ຊ່ອຍເຫຼຶືອລາວ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard