Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫລາຍເຫດຜົນທີ່ຄົນນະຄອນຫລວງບໍ່ຂີ່ລົດເມ
ບ່າວຫູເຕີ່ງ

Date:
ຫລາຍເຫດຜົນທີ່ຄົນນະຄອນຫລວງບໍ່ຂີ່ລົດເມ


ເຂົ້າໄປອ່ານຂ່າວຢູ່ເວັບເຊໂນທາມ໌ເຫັນເພິ່ນເອົາຂ່າວການໃຊ້ບໍລິການລົດເມໃນນະຄອນຫລວງກໍ່ເລີຍຍົກເອົາມາລົມກັນຕໍ່. ສໍາລັບຜູ່ທີ່ບໍ່ຂີ່ລົດເມຍ້ອນວ່າລົດເມແລ່ນບໍ່ຖືກຕ້ອງຕາມເວລາ, ບໍ່ມີລົດເມແລ່ນຕາມເສັ້ນທາງທີ່ຫ້ອງການຂອງຕົນຕັ້ງຢູ່ ກໍ່ຖືວ່າມີເຫດຜົນດີສົມຄວນ. ແຕ່ສໍາລັບຜູ່ທີ່ບໍ່ຂີ່ຍ້ອນວ່າລົດເມເກົ່າແລະຊຸດໂຊມນີ້ຕິ ຟັງບໍ່ຂຶ້ນເລີຍ. ຖ້າເບິ່ງທ້າຍປີນີ້ ເພິ່ນເອົາລົດເມໃໝ່ໆມາແລ່ນ ຈະມີຄົນໃຊ້ບໍລິການເພິ້ມຂຶ້ນບໍ? ກົດບ່ອນນີ້ຖ້າຢາກອ່ານຂ່າວລະອຽດ.

__________________
Anonymous

Date:

ສ່ວນຫລາຍ ລົດເມ ຮັບໃຊ້ແຕ່ແມ່ຄ້າ ແລະ ເອົາໃຈໄສ່ກັນດີ ສຳຫລັບຄົນອື່ນແລ້ວ ຜູ້ຂັບມັກເວົ້າບໍ່ມ່ວນ ແລະ ສຳຫລັບນັກສຶກສາແລ້ວ ແຮ່ງໄປກັນໃຫຍ່ ແຕ່ຂອ້ຍຮຽນຈົບປຣິນຍາຕຣີ ກໍຍອ້ນຂີ່ລົດເມ ສາຍຕາດທອງ ດົງໂດກນີ້ລະ!



__________________
Anonymous

Date:

ຄົນນະຄອນຫລວງມີລາຍໄດ້ດີຂຶ້ນແລະສາມາດຊື້ລົດຂີ່ໄດ້ຕາມໃຈມັກ ຈຶ່ງບໍ່ມີຄົນຂີ່ລົດເມຫລາຍ.

__________________
Anonymous

Date:

ຂ້ອຍຂີ່ລົດຈັກໄປການໄດ້ 7 ປີແລ້ວ ຍາມຝົນຕົກ ຍາມແດດຮ້ອນ ຂ້ອຍກໍຢາກຂີ່ລົດເມໄປການຢູ່ ແຕ່ລົດເມບໍ່ແລ່ນທັນເວລາເຂົ້າການຂອງຂ້ອຍ ລົດເມບໍ່ຜ່ານບ່ອນເຮັດວຽກຂອງຂ້ອຍ ລົດເມບໍ່ແລ່ນຜ່ານປາກທາງຊອຍເຂົ້າບ້ານຂ້ອຍ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard